• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ການຮັກສາອາຊີບເປົ່າແກ້ວທີ່ເປັນມູນເຊື້ອໄວ້ໃຫ້ຍືນນານ

ຈາກບັນດາເຄື່ອງມືທີ່ງ່າຍດາຍ, ປະຊາຊົນຢູ່ຕາແສງ ຖົງເຍີດ ເມືອງເທື່ອງຕິ້ນ, ນະຄອນຮ່າໂນ້ຍ ໄດ້ຜະລິດເຄື່ອງໃຊ້ຕ່າງໆ ທີ່ເຮັດດ້ວຍແກ້ວອອກມາຄື: ແກ້ວຕະກຽງ, ກວດແກ້ວ,  ຝາກະຕິກນຳຮ້ອນ ຈົນຮອດວັດຖຸພັນທີ່ມີຄຸນນະພາບສູງ ຕາາມຄວາມຮຽກຮ້ອງຕ້ອງກນຂອງລູກຄ້າ.
ຕັ້ງແຕ່ຊຸມປີ 1960, ເປົ່າແກ້ວ ຖືວ່າເປັນອາຊີບຕົ້ນຕໍ່ຂອງປະຊາຊົນຕາແສງ ຖົງເຍີດ. ໃນສະໄໝນັ້ນ, ບ້ານ ຢາບລອງ ເປັນບ່ອນພັດທະນາກວ່າໝູ່, ເຕົ້າໂຮມບັນດານາຍຊ່າງຝີ​ມື​ດີສາມາດຜະລິດບັນດາເຄື່ອງໃຊ້ຕ່າງໆ ທີ່ມີຄວາມ ປານີດ ແລະ ຮຽກຮ້ອງລະດັບ​ຍອດ​ຍິ່ງ​ສູງ​ອອກ​ມາ.
 
ຕາມອ້າຍ ເລຊວນຕຽນ, ຜູ້ທີ່ມີປະສົບ​ການ20 ກວ່າປີ​ເຮັດຊີບ ຜະລິດເຄື່ອງແກ້ວຢູ່ຕາແສງ ຖົງເຍີດ ແມ່ນ: “ຫ່າງຈາກນີ້ປະມານ 10 ກວ່າປີ, ​ເກ​ືອບວ່າທົ່ວຕາແສງນີ້ ຜູ້ໃດກໍ່​ເຮັດອາຊີບຕົ້ມ ແລະ ເປົ່າແກ້ວ. ເຄື່ອງໃຊ້ຕ່າງໆ​ພາຍໃນຄອບຄົວຄື: ຝາກະຕິກນ້ຳຮ້ອນ, ກວດແກ້ວ, ລ້ວນ​ແຕ່ສາມາດຜະລິດໄດ້ເອງໝົດ”.


ຜະລິດເຄື່ອງໃຊ້ໃນເຮືອນດ້ວຍແກ້ວ ແມ່ນອາຊີບມີມາແຕ່ດົນ
ແລ້ວຢູ່ຕາແສງ ຖົງເຍີດ (ເມືອງ ເທື່ອງຕິນ, ຮ່າໂນ້ຍ). 



ຕາມການເວລາ, ເຖິງວ່າ ອາຊີບດັ່ງກ່າວຄ່ອຍຈາງ​ຫາຍໄປ,
ແຕ່ມາເຖິງປະຈຸບັນນີ້ ທີ່ຕາແສງ ຖົງເຍີດ ຍັງຮັກສາໄດ້ອາຊີບມູນເຊື້ອນີ້



ຫຼັງຈາກ​ເຜົາ​ແກ້ວ​ໃຫ້​ຮ້ອນ​ແລ້ວ, ນາຍຊ່າງເລີ່ມເປົ່າແກ້ວ ແລະ ແຕ່ງຮູບຊົງ…


… ວຽກງານດັ່ງກ່າວ ຮຽກຮ້ອງຕ້ອງມີຄວາມເອົາໃຈໃສ່ເປັນຢ່າງສູງຂອງຊ່າງເປົ່າແກ້ວ.


ປະດັບປະດາລວດລາຍໃຫ້ແກ່ຜະລິດຕະພັນ.


ຫຼັງຈາກຜະລິດຕະພັນສຳເລັດຮູບແລ້ວ, ຈະເອົາໄປຍັດໃສ່ ​ກອງເຂົ້າ​ແກບ​ເພື່ອໃຫ້ມີຄວາມທົນທານ.


ດ້ວຍຝີມືຂອງຕົນ, ແຕ່ລະມື ຊ່າງເປົ່າແກ້ວຢູ່ຕາແສງ ຖົງເຍີດ
ອາດສາມາດຜະລິດໄດ້ຫຼາຍຮ້ອຍຜະລິດຕະພັນ.



ຜະລິດຕະພັນແກ້ວຕະກຽງເປັນໜຶ່ງໃນບັນດາຜະລິດຕະພັນຕົ້ນຕໍ່ຂອງໝູ່ບ້ານອາຊີບແຫ່ງນີ້.


ເຄື່ອງໃຫ້ນົກກິນທີ່ເຮັດດ້ວຍແກ້ວສຳເລັດຮູບ, ກະກຽມສົ່ງ-ມອບໃຫ້ລູກຄ້າ.

ອ້າຍ ຕຽນ ໃຫ້ຮູ້ຕື່ມອີກວ່າ ຢາກຜະລິດ​ໄດ້ຜະລິດຕະພັນທີ່ ຖືກໃຈ, ນາຍຊ່າງຕ້ອງຮັບຮູ້ໄດ້ຄວາມ “ສຸກ” ຂອງແກ້ວ. ເວລາຫາກໍ່ເອົາແກ້ວໄປເຜົາໄຟ, ແກ້ວຈະມີສີຂຽວ, ເມື່ອ​ເຜົາ​ໄດ້ລະດັບແກ້ວຈະມີສີຂາວ. ​ເມື່ອນັ້ນ ພຽງແຕ່ເປົ່າຄ່ອຍໆ ແກ້ວກໍ່ຈະໂພງຂຶ້ນ, ໃຫຍ່ ຫຼື ນ້ອຍກໍ່ແລ້ວແຕ່ຕາມໃຈມັກ.
 
ຕາມຄວາມຕ້ອງການນັບມື້ນັບສູງຂຶ້ນຂອງລູກຄ້າ, ປະຈຸບັນ ຕາແສງ ຖົງເຍີດ ບໍ່ພຽງແຕ່ຜະລິດເຄື່ອງແກ້ວ ຕາມ​ແບບ ມູນເຊື້ອເທົ່ານັ້ນ, ຫລາຍ​ຄອບຄົວໃນຕາແສງ​ໄດ້ຕັດສິນໃຈລົງທຶນຊື້ເຄື່ອງຈັກທີ່ທັນສະໄໝ ເພື່ອຜະລິດບັນດາເຄື່ອງມື, ເຄື່ອງໃຊ້ຕ່າງໆ ຮັບໃຊ້​ໃນ​ຂະ​ແໜງສາທາລະນະສຸກຄື:ຫລອດບັນຈຸ​ຢາPhilatopດ້ວຍຈຳນວນຫຼາຍ.
 
ອ້າຍ ຫງວຽນວັນເຫວ້, ເຈົ້າຂອງໂຮງງານຜະລິດຫລອດ​ຢາ Philatop ຢູ່ບ້ານ ຢາບລອງ ໃຫ້ຮູ້ວ່າ, ເມື່ອຮັບຮູ້ໄດ້ທ່າແຮງບົ່ມຊ້ອນທີ່ ສາມາດຂະຫຍາຍອາຊີບຜະລິດເຄື່ອງແກ້ວໄດ້, ປີ 2010, ຄອບຄົວລາວຈຶ່ງ​ໄດ້ລົງທຶນຊື້ຈັກຜະລິດທໍ່ Philatop​ເຄື່ອງໜຶ່ງທີ່ມີກຳລັງການຜະລິດຫລາຍກວ່າ 100 ກິໂລກຣາມຝອຍແກ້ວຕໍ່ມື (ປະມານ ສິບ​ພັນ​ຫລອດ​ຢາ​ຟີ​ລາ​ຕອບ). 


ນອກຈາກບັນດາຄອບຄົວທີ່ຍັງຮັກສາວິທີການຜະລິດເຄື່ອງແກ້ວຕາມແບບມູນເຊື້ອ,
ຄອບຄົວຫຼາຍຄົນໄດ້ລົງທຶນຊື້ເຄື່ອງ
ຈັກທີ່ທັນສະໄໝເພື່ອຜະລິດເຄື່ອງແກ້ວດ້ວຍຈຳນວນຫຼາຍ.



ກ່ອນທີ່ເອົາເຂົ້າໃນຈັກ, ຊາວບ້ານຢູ່ທີ່ນີ້ ຕ້ອງນຳໃຊ້ວິທີການ
ຜະລິດແບບຫັດຖະກຳເພື່ອຜະລິດຕະພັນ​ເຄິ່ງສໍາ​ເລັດ​ຮູບ​ກ່ອນ.



ຫຼັງຈາກນັ້ນ, ບັນດາ​ຫລອດແກ້ວນີ້ຈະນໍາ​ເອົາໄປເຜົາດ້ວຍລະດັບຄວາມຮ້ອນສູງ ແລະ ແຕ່ງຮູບຊົງແບບອັດຕະໂນມັດ.


ເຈົ້າຂອງໂຮງງານຜະລິດເຄື່ອງແກ້ວແຫ່ງໜຶ່ງ ຢູ່ຕາແສງ ຖົງເຍີດ ໃຫ້ຮູ້ວ່າ
ຈັກເປົ່າແກ້ວໜ່ວຍໜຶ່ງສາມາດເຮັດວຽກແທນ
ກຳມະກອນ 20-30 ຄົນ. 

ບໍລິ​ມາດໃບສັ່ງຊື້ສິນຄ້າສົ່ງມານັບມື້ນັບຫຼາຍຂຶ້ນ, ຕົ້ນປີ 2014, ຄອບຄົວອ້າຍ ເຫວ້ ໄດ້ລົງທຶນຊື້ຈັກເປົ່າແກ້ວອີກໜ່ວຍໜຶ່ງດ້ວຍກຳລັງການຜະລິດສູງທົບສອງເທື່ອຖ້າທຽບກັບໜ່ວຍເກົ່າເພື່ອຜະລິດໃຫ້ທັນການ. ອ້າຍ ເຫວ້ ໃຫ້ຮູ້ວ່າ:  “ມາເຖິງປະຈຸບັນ, ບ້ານຮ່ວາງຊາ, ເຖື້ອງຢາບ, ຢາບລອງ ຂອງຕາແສງ ຖົງເຍີດ ລ້ວນແຕ່ໄດ້ລົງທຶນຊື້ເຄື່ອງຈັກທັນສະໄໝເພື່ອຜະລິດເຄື່ອງໃຊ້ຕ່າງໆ ຮັບໃຊ້ໃຫ້ແກ່ຂະແໜງສາທາລະນະສຸກ.
 
ລຳບາກ, ລາຍຮັບກໍ່ບໍ່ສູງປານໃດຖ້າທຽບກັບອາຊີບອື່ນໆ, ແຕ່ບັນດາໂຮງງານຜະລິດເຄື່ອງແກ້ວຢູ່ຕາແສງ ຖົງເຍີດ ຍັງເປີດການເຄື່ອນໄຫວເພື່ອຮັກສາອາຊີບມູນເຊື້ອດັ່ງກ່າວນີ້.
ບົດ: ກວິ່ງແອງ - ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top