• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ການຫຼິ້ນກິລາເຮືອ Sup ຢູ່ໜອງໄຕ

ໃນບາງມື້ທີ່ມີອາກາດດີ, ພວກເຮົາມັກຈະເຫັນຢູ່ທີ່ຫນອງໄຕ (ຮ່າໂນ່ຽ) ມີຄົນພາຍເຮືອທີ່ມີຫລາຍຮູບຊົງແປກໆ, ເມື່ອຖາມແລ້ວຈຶ່ງຮູ້ວ່າ ນັ້ນແມ່ນພາຍເຮືອ (Boat Sup), ເປັນກິລາ ປະເພດໜຶ່ງທີ່ມີຕົ້ນກຳເນີດມາຈາກ Hawaii (ອາເມລິກາ) ທີ່ຫາກໍ່ໄດ້ນຳເຂົ້າສູ່ປະເທດ ຫວຽດນາມ.
ອ້າຍ ຟ້າມມິງຈຸງ, ສະມາຊິກຂອງສະໂມສອນ Umove Sup ຢູ່ໜອງ ໄຕ ໃຫ້ຮູ້ວ່າ, ການ​ພາຍເຮືອ Sup ແມ່ນຊື່​ທີ່ຂຽນ ຫຍໍ້ ຈາກ Stand up paddle boarding. ​ນັກ​ຫລິ້ນ​ຂອງ​ຫວຽດ​ນາມ​ມັກ​ເອີ້ນ​ວ່າກິລາເລື່ອນເທິງໜ້ານຳ້ ຫາກໍ່ໄດ້ນຳເຂົ້າ ຫວຽດນາມ ມາເປັນ ເວລາ 3 ປີ.​ Umove Sup ເປັນໜຶ່ງ ໃນບັນດາສະໂມສອນ ຫຼິ້ນ Sup ແຫ່ງທຳອິດຢູ່ ຮ່າໂນ້ຍ.
 
ເຮືອ Sup ຄືແປ້ນແຜ່ນໜຶ່ງທີ່ເຮັດດ້ວຍຢາງ ຫຼື ຢາງພາລາ, ມີຄວາມຍາວ 3,5 – 4 ແມັດ, ​ມີນຳ້ໜັກເບົາ,  ສະນັ້ນ, ເມື່ອ​ໃດ​ບໍ່​ຫລິ້ນກໍ່ສາມາດພັບເຂົ້າກັນ​ຄື​ກັນ​ກັບ​ບາ​ໂລ, ງ່າຍ​ໃນ​ການ​ຖື​ຕິດ​ຕົວ. ອຸ​ປະ​ກອນ​ຕິດໄປນຳເຮືອ Sup ຈະ​ມີໄມ້ພາຍ ມີ ຄວາມຍາວຂຶ້ນກັບຄວາມຍາວຂອງຮ່າງກາຍຄົນ​ຫລິ້ນ ເພື່ອ​ພາຍ​ເທິງ​ຫນ້າ​ນ້ຳ. ລາຄາເຮືອ Sup ປະ​ມານ 8 – 20 ລ້ານ ດົ່ງ ຂຶ້ນກັບປະ​ເພດ​ເຄື່ອງ ຂອງ ຈີນ, ອາເມລິກາ, ອັງກິດ ຫຼື ຝລັ່ງ...

ສູບລົມ​ເຂົ້າເຮືອ Sup ໃຫ້​ເຂັ່ງກ່ອນ​ຈະເອົາໄປຂີ່. 

ເດັກນ້ອຍກຳລັງ​ອອກ​ແຮງ​ຕົນ​ເພື່ອສູບລົມ​ເຂົ້າເຮືອ Sup ຂອງຕົນຢູ່ແຄມຝັ່ງໜອງໄຕ.

ໂມງແທກຄວາມເຂັ່ງຂອງເຮືອ Sup. 

ເຮືອ Sup ແຕ່​ລະ​ລຳໄດ້ປະກອບທ້າຍໜ່ວຍໜຶ່ງໄປນຳ.

ອຸ​ປະ​ກອນຫຼິ້ນ Sup ລວມມີເຮືອ Sup ແລະ ໄມ້ພາຍ 1 ອັນ ຍາວປະ​ມານ 2 ແມັດ.

ເພື່ອຄວາມປອດໄພ, ຜູ້ຫຼິ້ນ Sup ມັກນຸ່ງເສື້ອກູ້ຊີບ ກ່ອນທີ່ ຈະລົງຫລິ້ນ.

ຜູ້ຫຼິ້ນຕ້ອງ​ມັດເຊືອກໃສ່ຂາ (Sup leash) ເພື່ອ​ມີກໍລະນີຖືກ
ຕົກນຳ້ເຮືອ Sup ກໍ່ຈະບໍ່ໄກອອກຫ່າງ ຈາກເອື້ອມມື​ຜູ້​ຫລິ້ນ.


ປະຈຸບັນ, ສະໂມສອນ Umove Sup ຢູ່ໜອງໄຕ ມີເຮືອ ທັງໝົດ 30 ລຳ,
ສ່ວນຫຼາຍຈະຫລິ້ນໃນຕອນແລງ ວັນເສົາ ແລະ ວັນອາທິດຂອງທຸກໆ ອາທິດ.


ການຮັກສາຄວາມດຸນດຽງຢູ່ເທິງເຮືອ Sup ເປັນ​ບັນ​ຫາ​ທີ່​ຍາກ​ ເມື່ອປະຕິບັດຈັງຫວະການຢືນພາຍ. 

Sup ບໍ່ພຽງແຕ່ຊ່ວຍຝຶກແອບສຸຂະພາບເທົ່ານັ້ນ, ຫາກຍັງ ເປັນບ່ອນພົບປະສ້າງສັນຂອງໄວໜຸ່ມອີກດ້ວຍ.

ມື້ທີ່ມີ​ອາກາດດີ, ໜ້ານຳ້ໜອງໄຕລຽບ​ພຽງ, ເໝາະສົມກັບ​ການຫຼິ້ນກິລາປະເພດນີ້.

ນອກຈາກເຮືອ Kayak, ຄົນຮ່າໂນ້ຍປະຈຸບັນ ຍັງມີຄວາມ ນິຍົມຫຼິ້ນເຮືອ Sup ອີກດ້ວຍ. 

ເຮືອ Sup ກຳລັງຂີ່​ຫລິ້ນເທິງໜ້າ​ນ້ຳໜອງໄຕຍາມ​ແລງ.
ເຕັກນິກການພາຍເຮືອ Sup ແບບງ່າຍດາຍ, ຖ້າ​ເປັນຜູ້ມັກຫຼິ້ນກິລາເລື້ອຍໆ, ໄຊ້ເວລາພຽງ 15-30 ນາທີ ກໍ່ສາມາດ ຮູ້ຈັກກັບວິທີການພາຍເຮືອນິ້​ໄດ້ຢ່າງງ່າຍດາຍ.
 
ແຕ່ເຖິງ​ຢ່າງ​ໃດ​ກໍ່​ດີ, ເພື່ອເປັນເຈົ້າຄູມເຮືອ Supໃຫ້​ຢູ່, ຜູ້ຫຼິ້ນ ຕ້ອງຮູ້​ຈັກຫຼາຍເຕັກນິກ. ຈາກ​ທ່າຕ່າງໆຄື: ຢືນ, ຄຸເຂົ່າ, ນັ່ງ... ລ້ວນແຕ່ມີການກ່ຽວພັນເຖິງຈັງຫວະ ແລະ ເຕັກນິກ ການ ພາຍເຮືອຄື: ພາຍໄປຕາມກະແສ, ​ພາຍປ່ຽນທິດ ແລະ ພາຍປິ່ນຫົວ​ເຮືອ​ກັບ​ຄືນ​ດັ່ງ​ນີ້​ເປັນ​ຕົ້ນ.
 
ສິ່ງສຳຄັນສຸດໃນເວລາຫຼິ້ນເຮືອ Sup, ນັ້ນແມ່ນຕ້ອງຮູ້ວິທີການຮັກສາຄວາມດຸນດຽ່ງ, ຍ້ອນວ່າເຮືອ​ມັນຫງ່ຽງຊ້າຍຫງ່ຽງ ຂວາ, ໂດຍ​ສະ​ເພາະ​ແມ່ນ​ຊ່ວງ​ໄລ​ຍະອາກາດບໍ່ດີ, ຖ້າບໍ່ມີ ເຕັກນິກຮັກສາຄວາມດຸນດຽງດີຈະ​ພາ​ໃຫ້ຜູ້ຫຼິ້ນລົ້ມ ແລະ ອາດຈະຖືກ ຕົກນຳ້ໄດ້​ງ່າຍ.
 
ອ້າຍ ຟ້າມມິງຈຸງ ໃຫ້ຮູ້ຕື່ມອີກວ່າ ປະຈຸບັນຢູ່ ຫວຽດນາມ, ການຫຼິ້ນເຮືອ Sup ຍັງບໍ່ທັນແຜ່ຂະ​ຫຍາຍເທື່ອ. ຢູ່ ຮ່າໂນ້ຍ ຫາກໍ່ມີ​ຜູ້ຫຼິ້ນປະ​ມານ 20 ກວ່າຄົນທີ່ເປັນສະມາຊິກຂອງສະ ໂມສອນ Umove Sup ທີ່ຮູ້​ຈັກ​ຫລິ້ນ, ສ່ວນ​ຫລາຍກໍ່​ແມ່ນ​ຫລີິ້ນ​ຢູ່​ເຂດ​ຫນອງ​ໄຕ,  ນອກຈາກນັ້ນ, ຍັງ​ມີເຂດ resort ຈຳນວນໜຶ່ງກໍ່ບໍລິການການຫຼິ້ນກິລາປະເພດນີ້ ເພື່ອຮັບໃຊ້ໃຫ້ ແກ່ນັກທ່ອງທ່ຽວຕ່າງປະເທດ.
ບົດ: ເງິນຮ່າ - ພາບ: ແຄງລອງ

bichlien

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top