• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ການຫຼິ້ນ ລົດຈັກກິລາ ຢູ່ ຮ່າໂນ້ຍ

ໂດຍຄວາມມັກເມົາມົວ ຕໍ່ການຫຼິ້ນລົດຈັກກິລາຂອງຕົນ, ໄວໜຸ່ມ ຮ່າໂນ້ຍ ຈຳນວນໜຶ່ງ ພ້ອມກັບເພື່ອນຕ່າງປະເທດສອງສາມຄົນ ໄດ້ຮ່ວມກັນກໍ່ສ້າງ ສະໜາມຝຶກຂີ່ ລົດຈັກ ກິລາແຫ່ງໜຶ່ງ ຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ.

 

ລົດຈັກກິລາເປັນປະເພດກິລາພະຈົນໄພ ທີ່ດຶງດູດ ທ່ານຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດ ນັບເປັນຈຳນວນຫຼວງຫຼາຍ, ແຕ່ຢູ່ ຫວຽດນາມ, ມັນຍັງເປັນປະເພດກິລາທີ່ໃໝ່ໆ. ຕ່າງກັບການຫຼິ້ນລົດຈັກແຂ່ງ, ລົດຈັກກິລາບໍ່ຖືຄວາມໄວເປັນສຳຄັນ, ແຕ່ມັນອີງໃສ່ ຄວາມສາມາດຂອງນັກແຂ່ງ ຜ່ານການຕີລັງກາ ກາງອາກາດ ທີ່ເຕັມໄປດ້ວຍຄວາມສ່ຽງອັນຕະລາຍ.

ເຖິງວ່າ ຫາກໍ່ໄດ້ເຂົ້າມາ ຫວຽດນາມ 2-3 ປີມໍ່ໆ ມານີ້, ແຕ່ປະເພດກິລານີ້ ເລີ່ມມີການພັດທະນາຢ່າງແຮງ.

ໄລຍະທ້າຍປີ 2013, ນັກແຕ້ມ ຫງວຽນເຈື່ອງຖິງ ພ້ອມກັບເພື່ອນໆ ຜູ້ທີ່ມີຄວາມຮັກມັກປະເພດກິລາດັ່ງກ່າວ ໄດ້ຮ່ວມກັນ ກໍ່ສ້າງສະໜາມຝຶກຊ້ອມລົດຈັກກິລາແຫ່ງໜຶ່ງ ທີ່ເຂດດິນເປົ່າວ່າງຢູ່ກາງແມ່ນ້ຳແດງ. ຫຼັງຈາກຈ້າງຄົນມາຖົມດິນ, ຊາຍເຮັດສະໜາມແລ້ວໆ, ເຂົາເຈົ້າຈຶ່ງລົງມືອອກແບບເສັ້ນທາງແຂ່ງ, ສ້າງຕັ້ງ ເຂດທົດສອບ ແລະ ພາຫະນະຕ່າງໆ ໂດຍຕົນເອງ.

ໄລຍະທຳອິດ, ມີພຽງສິບກວ່າຄົນ ມາເຂົ້າຮ່ວມໃນການຝຶກຊ້ອມລົດຈັກກິລາເທົ່ານັ້ນ ແຕ່ຫຼັງຈາກໜຶ່ງເດືອນ ໄດ້ມີສາມ ສິບກວ່າຄົນ ມາຂໍຫຼິ້ນນຳຄະນະ. ພິເສດ, ປະຈຸບັນ ຍັງມີຊາວຕ່າງປະເທດຈຳນວນໜຶ່ງ ທີ່ພວມເຮັດວຽກ ແລະ ດຳລົງ ຊີວິດຢູ່ ຫວຽດນາມ ກໍ່ມາເຂົ້າຮ່ວມໃນທິມລົດຈັກກິລາດັ່ງກ່າວ.
 

ສະມາຊິກຈຳນວນໜຶ່ງ ຂອງທິມລົດຈັກກິລາ ຮ່າໂນ້ຍ. ພາບ: ເຕິດເຊີນ/VNP

ສ້າງເຂດກີດຂວາງ ເພື່ອການຝຶກຊ້ອມໂດຍຕົນເອງ. ພາບ: ເຕິດເຊີນ/VNP

ແນະນຳວິທີຂ້າມຜ່ານສິ່ງກີດຂວາງ. ພາບ: ເຕິດເຊີນ/VNP

ພ້ອມກັນແລກປ່ຽນບົດຮຽນ ແລະ ເຕັກນິກການຫຼິ້ນລົດຈັກກິລາ. ພາບ: ເຕິດເຊີນ/VNP

ແນະນຳວິທີຂ້າມຜ່ານສິ່ງກີດຂວ້າງໃຫ້ແກ່ສະມາຊິກໃໝ່. ພາບ: ເຕິດເຊີນ/VNP

ອອກຈາກຈຸດເລີ່ມຕົ້ນ, ຄະນະຕ້ອງຂ້າມຜ່ານຄ້ອຍສູງບ່ອນໜຶ່ງ. ພາບ: ເຕິດເຊີນ/VNP

ທາງໂຄ້ງບ່ອນໜຶ່ງໃນສະໜາມຝຶກຊ້ອມລົດຈັກກິລາ. ພາບ: ເຕິດເຊີນ/VNP

ນັກແຂ່ງຄົນໜຶ່ງ ໃນທ່າຂ້າມຄ້ອຍສູງ. ພາບ: ເຕິດເຊີນ/VNP

ຫຼັງຈາກຂ້າມຜ່ານຄ້ອຍສູງ, ຄະນະຈະເລີ່ມເຂົ້າເສັ້ນທາງຂີ້ຊາຍ. ພາບ: ເຕິດເຊີນ/VNP

ທາງໂຄ້ງຈະສ້າງຄວາມຫຍຸ້ງຍາກຂຶ້ນໃຫ້ບັນດານັກແຂ່ງ. ພາບ: ເຕິດເຊີນ/VNP

ຖືກລົ້ມໃນການຫຼິ້ນລົດຈັກກິລາແມ່ນເລື່ອງທຳມະດາ. ພາບ: ເຕິດເຊີນ/VNP

ສະໜາມຝຶກຊ້ອມຍັງດຶງດູດການເຂົ້າຮ່ວມຂອງຄົນຕ່າງປະເທດນັບເປັນຈຳນວນຫຼວງຫຼາຍ. ພາບ: ເຕິດເຊີນ/VNP

ທ້າວ William, ຊາວ ອີຕາລີ ເອົາຊະນະສິ່ງກີດຂວ້າງບໍ່ໄດ້. ພາບ: ເຕິດເຊີນ/VNP

ນັກແຂ່ງຄົນໜຶ່ງ ໃນທ່າຂ້າມສິ່ງກີດຂວ້າງທີ່ເຮັດດ້ວຍຢາງນອກຂອງລົດໂອໂຕ. ພາບ: ເຕິດເຊີນ/VNP

ທ່າໜຶ່ງຂ້າມສິ່ງກີດຂວ້າງທີ່ງາມຕາ. ພາບ: ເຕິດເຊີນ/VNP
ທ້າວ ເດວິດ, ຊາວ ອົສຕາລີ ທີ່ທຳອາຊີບຕັດຫຍິບຢູ່ ຮ່າໂນ້ຍ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ກໍ່ເຄີຍຫຼິ້ນລົດຈັກກິລາ ຕອນຍັງຢູ່ ອົສຕາລີ, ແຕ່ສິບກວ່າປີຢູ່ ຫວຽດນາມ ຂ້າພະເຈົ້າບໍ່ໄດ້ຫຼິ້ນລົດຈັກກິລາອີກແລ້ວ. ເພາະສະນັ້ນ ເມື່ອໄດ້ຮູ້ຢູ່ ຮ່າໂນ້ຍ ມີສະໜາມຝຶກຊ້ອມລົດຈັກກິລາ, ຂ້າພະເຈົ້າກໍ່ເລີຍມາຂໍເຂົ້າທິມ. ຂ້າພະເຈົ້າມາທີ່ນີ້ທຸກໆ ວັນເສົາ, ທັງເພື່ອຜ່ອນ ຄາຍອາລົມ, ທັງມີໂອກາດໄດ້ຮູ້ຈັກກັບເພື່ອນໆ ໃນທິມ”.

ໃນຕອນແລງທຸກໆທ້າຍອາທິດ, ຊາວ ຮ່າໂນ້ຍ ກໍ່ໄດ້ເຫັນທິມລົດຈັກກິລາໜຶ່ງ ພາກັນຝຶກຊ້ອມທີ່ເຂດດິນເປົ່າວ່າງ ຢູ່ກາງ ແມ່ນ້ຳແດງ, ສ້າງເປັນສະຖານທີ່ແຫ່ງໜຶ່ງ ຈັບໃຈບັນດາໄວໜຸ່ມນະຄອນຫຼວງ.
ໂດຍ: ເຕິດເຊີນ

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top