• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຊຸກຍູ້ການພົວພັນ ຫວຽດນາມ - ຈີນ ພັດທະນາຢ່າງປອດໃສ, ຕັ້ງໜ້າ ແລະ ໝັ້ນຄົງກ່ວາ

ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່,
ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜີງ
           ການ​ຢ້ຽມ​ຢາມ​ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຈີນ ພັດ​ທະ​ນາ​​ຢ່າງ​ປອດ​ໃສ, ຕັ້ງ​ໜ້າ ແລະ ໝັ້ນ​ຄົງ​ກ່​ວາ - ທ່ານ ຮ່​ວາງ​ບີ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົ​ວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ໄດ້​ຢັ້ງ​ຢືນຄື​ແນວນັ້ນ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນໃນວັນ​ທີ 15/1, ​ກ່ຽວ​ກັບໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ສ​ປ ຈີນ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ. ທ່ານ ຮ່ວາງ​ບີ່ງກວນ ໃຫ້​ຮ​ູ້​ວ່າ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຫວຽດ​ນ​າມ ແລະ ຈີນ ເຫັນ​ດີ​ເປັນ​ເອ​ກະ​ສັນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ມີ 10 ຂໍ້, ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ​ຂັ້ນ​ສູງ, ກາ​ນ​ຮ່ວມ​ມື, ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ 2 ພັກ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ການ​ເຊື່ອມ​ຕໍ່​ກຳ​ລັງ​​ຄວາມ​ສາ​ມາດ​ຜະ​ລິດ, ຊຸກ​ຍູ້​ກາ​ນ​ຄ້າ, ການ​ລົງ​ທຶນ, ເປີດ​ກ້​ວາງ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ, ປັບ​ປຸງ​ພື້ນ​ຖານ​ສັງ​ຄົມ. ໃນ​ການ​ຢ້ຽມ​ຢາມ, ບັນ​ດາ​ອົງ​ການ​ຂອງ 2 ພັກ, 2 ລັດ ໄດ້​ລົງ​ນາມ​ໃນເອ​ກະ​ສານສຳ​ຄັນ 15 ສະ​ບັບ​​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ.
        ທ່ານ ຮ່​ວາງ​ບີ່ງກວນ ກໍ່​ໃຫ້​ຮ​ູ້​ວ່າ: ການ​ຢ້ຽມ​ຢາມ ແມ່ນ​ຂີດ​ໝາຍ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ 2 ພັກ, 2 ປະ​ເທດໃຫ້​ພັດ​ທະ​ນາ​ຢ່າງ​ປ​ອດ​ໃສ, ຕັ້ງ​ໜ້າ ແລະ ໝັ້ນ​ຄົງ​ໜັກ​ແໜ້ນ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ເລື່ອງ​ຜັນ​ຂະ​ຫຍາຍ​​ການປະ​ຕິ​ບັດ​ ສະ​ຕິ​ຄວາມ​ຮັບ​ຮູ້​ລວ​ມ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້​ຢ່າງ​ຄົບ​ຖ້ວນ, ເຂັ້ມ​ງວດນັ້ນ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ, ປັບ​ປຸງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຍ​ູ້​ແຮງ ແລະ ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ກ່​ວາ​ອີກ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ບົນ​ທະ​ເລ​ຕາ​ເວັ​ນ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top