• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ການຟື້ນຊີບຄືນໃໝ່ ຂອງມໍລະດົກພະລາຊະວັງ ເຫວ້

ໄດ້ມີໄລຍະໜ່ຶງທີ່ຍາວນານພໍສົມຄວນ, ບັນດາກິດຈະການ ສະຖາປັດຕະຍະກຳຕ່າງໆ ຂອງພະລາຊະວັງສະໄໝລາຊະວົງ ຫງວຽນ(1802-1945) ທີ່ເມືອງເຫວ້ ໄດ້ຖືກຫລົງລືມ ແລະ ກາຍເປັນບູຮານສະຖານທີ່ຮົກເຮື້ອ ເພພັງ ຍ້ອນໄພທຳມະຊາດ ແລະ ລະເບີດລູກບົ່ມ. ຈົນມາ ຮອດປີ 1993, ເມື່ອກຸ່ມປູສະນີຍະສະຖານ ກຸງເກົ່າເຫວ້ ໄດ້ຖືກຮັບຮອງເປັນມໍລະດົກວັດທະນະທຳໂລກ ຈາກອົງການຢູແນັສໂກ (UNESCO) ວຽກງານອະນຸລັກ ຮັກສາ, ບູລະນະປະຕິສັງຂອນ ຈຶ່ງໄດ້ຮັບຄວາມເອົາໃຈໃສ່ ແລະ ຊຸກຍູ້ຢ່າງແຂງແຮງ. ນັບແຕ່ນັ້ນເປັນຕົ້ນມາ, ດ້ວຍແຫຼ່ງທຶນພາຍໃນ ແລະ ຕ່າງປະເທດ, ຫຼາຍໆກິດຈະການ ໄດ້ຮັບການຟື້ນ ຟູຄືນໃໝ່ ມີຮູບຮ່າງທີ່ສວຍສົດງົດງາມສະຫວ່າງສະໄຫວເໝືອນໃນເມື່ອກ່ອນ. 

ຄວາມເຊື່ອມເສຍຕາມການເວລາ

ເຫວ້ເປັນເຂດແຄ້ວນທີ່ມີແດດກ້າຝົນຕົກຫຼາຍ, ພູມອາກາດ ບໍ່ອໍານວຍ, ໄພທໍາມະຊາດ ນ້ໍາຖ້ວມຊໍ້າຊາກເກືອບວ່າທຸກປີ. ບວກກັບການທຳລາຍມ້າງເພ ສຸດທີ່ດຸເດືອດຮ້າຍແຮງ ຂອງສົງ ຄາມຕໍ່ສູ້ກູ້ຊາດ ຕ້ານຈັກກະພັດ ຝຣັ່ງ ແລະ ອາເມລິກາ ແລະລວມທັງການບໍ່ເອົາຫົວຊາຂອງມະນຸດໃນການດໍາລົງຊີວິດເພື່ອຊອກຢູ່ຫາກິນ ໄດ້ເຮັດໃຫ້ກຸ່ມປູສະນີຍະສະຖານພະລາຊະວັງເກົ່າ ເຫວ້ ຖືກເພພັງ, ເສຍຫາຍບໍ່ຈັກວ່າເທົ່າໃດ.

ການເປ່ເພເສຍຫາຍນັ້ນເກີດຂຶ້ນຢ່າງງຽບໆເປັນແຕ່ລະມື້ ແຕ່ລະວັນ, ເດືອນນີ້ຫາເດືອນໜ້າ ດັ່ງນັກຄົ້ນຄ້ວາກ່ຽວກັບເຫວ້ທ່ານໜຶ່ງໄດ້ປຽບທຽບວ່າ: “ ການກັດຄ້ຽວຂອງການເວລາສາມາດເຮັດໃຫ້ ພະລາຊະວັງເກົ່າເຫວ້ ຖືກລົ້ມລະລາຍທັງໝົດ”.

ຍັງຈຳໄດ້ວ່າ, ໄພທຳມະຊາດນ້ຳຖ້ວມທີ່ໜ້າຢ້ານກົວທີ່ສຸດເມື່ອປີ 1999 ທົ່ວກຳແພງພະລາຊະວັງ ເຫວ້ ຖືກຈົມຢູ່ໃນທະເລນ້ຳໃນຊົ່ວຂະນະ. ບັນດາຫໍໂຮງ, ຫໍບູຊາທັງຫລາຍ ຖືກແຊ່ ຢູ່ໃນນ້ຳເປັນເວລາຫລາຍວັນ ເຮັດໃຫ້ໄມ້, ດິນຂໍ ຖືກເປື່ອຍເຍື່ອຍ, ເພພັງ ຢ່າງຮ້າຍແຮງ. ຍິ່ງກວ່ານັ້ນ, ກຳແພງບາງຊ່ວງ, ຫໍໂຮງບາງຫລັງໄດ້ຖືກກະແສນໍ້າຜັກດັນເຮັດໃຫ້ເພພັງ ຫລື ໂອນອຽງ ຫຼື ລົມພະຍຸ ຄັ້ງປະຫວັດສາດເກີດຂຶ້ນ ໃນເມື່ອປີ 1985 ໄດ້ເຮັດໃຫ້ ນະຄອນເຫວ້ ທົ່ວທຸກແຫ່ງກາຍເປັນສະຫຼັກຫັກພັງ ແລະ ຊຸດໂຊມເໝືອນດັ່ງຢູ່ໃນສະໜາມຮົບ ຊຶ່ງໃນນັ້ນມີຫຼາຍກິດຈະການສະຖາປັດຕະຍະກຳກຸງເກົ່າເຫວ້ ກໍ່ມີໂຊກຊາຕາດຽວກັນ.


ກອງທັບອາກາດອາເມລິກາ ຖິ້ມລະເບີດລົງໃສ່ພາຍໃນເຂດກຳແພງເມືອງເຫວ້ ປີ 1968. ພາບ: ເອກະສານ


ຍ້ອນພູມອາກາດ ບໍ່ອໍານວຍ, ໄພນໍ້າຖ້ວມຊໍ້າຊາກ, ສົງຄາມ ທໍາລາຍ ແລະ ຄວາມເສີຍເມີຍບໍ່ຫົວຊາຂອງມະນຸດ ໄດ້ເຮັດໃຫ້
ກຸ່ມປູສະນີຍະສະຖານເຂດກຸງເກົ່າເຫວ້ຖືກເພພັງ, ເສຍຫາຍບໍ່ຈັກຈະພັນລະນານັບ. ພາບ: ກວກຫວຽດ



ຮ່ອງຮອຍປະຫວັດສາດ ຟູ໋ວັນເລົາ ຖືກນໍ້າຖ້ວມເມື່ອປີ 1999. ພາບ: ກວກຫວຽດ


ໄພນ້ຳຖ້ວມຄັ້ງປະຫວັດສາດເມື່ອປີ 1999 ໄດ້ທໍາລາຍ ຫຼາຍກິດຈະການສະຖາປັດຕະຍະກຳກຸງເກົ່າເຫວ້ຢ່າງຮ້າຍແຮງ.
ໃນພາບ: ປະຕູໂຂງ ຫງໍ້ມົນ ຖືກຈົມຢູ່ໃນນ້ຳມາກ. ພາບ: ກວກຫວຽດ

ກຸ່ມປູສະນີຍະສະຖານກຸງເກົ່າເຫວ້ມີຂະໜາດໃຫຍ່ໂຕກວ່າໝູ່ໃນ ບັນດາຈຳນວນມູນມໍລະດົກວັດທະນະທຳຂອງໂລກ ຢູ່ຫວຽດນາມ ຊຶ່ງປະກອບດ້ວຍ 1400 ກວ່າ ກິດຈະການສະຖາປັດຕະຍະກຳ ຂຶ້ນກັບ 32 ກຸ່ມຮ່ອງຮອຍປະຫວັດສາດ  ຕັ້ງຢັ່ງຢາຍ ໃນເນື້ອທີ່ນັບຫຼາຍສິບລ້ານຕາລາງແມັດ, ປົກຄຸມເນື້ອທີ່ທັງໝົດຂອງ ນະຄອນເຫວ້ ພ້ອມກັບ 2 ເທດສະບານ ແລະ 2 ເມືອງທີ່ໃກ້ຄຽງ. 
ສ່ວນຕົວຂ້າພະເຈົ້າເອງເປັນຊາວເມືອງເຫວ້, ໃນຊຸມປີທີ່ດໍາລົງ ຊີວິດຢູ່ບ້ານເກີດເມືອງນອນ, ເກືອບວ່າ ປີໃດກໍຕ້ອງເຫັນກັບຕາ ໄພນ້ຳຖ້ວມສອງສາມຄັ້ງ. ມີບາງຄັ້ງ, ນ້ຳຂຶ້ນມາຈາກແມ່ນ້ຳດັນ ຂຶ້ນສູງ  ຖ້ວມລົ້ນຜ່ານເຂົ້າປະຕູກຳແພງ ອານຮ່ວາ, ແຈ໋ງໄຕ, ເກື່ອຫືວ, ເກື່ອຍ່າໂດ່… ໄຫຼຫຼັ່ງທັ່ງເທເໝືອນດັ່ງນ້ຳຕົກຕາດ ຄ້າຍກັບວ່າຈະພັດຊຸໄປທັງກຳແພງ ແລະ ເຮືອນຊານບ້ານຊ່ອງ ທຸກຢ່າງ.

ໃນຊຸມປີ 80 ຂອງສະຕະວັດກ່ອນ, ທົ່ວທຸກພື້ນທີ່ກຳແພງ ພະລາຊະວັງເຫວ້ ທັງໝົດເໝືອນກັບວ່າຈົມຢູ່ໃນປ່າຫຍ້າທີ່ຮົກເຮື້ອ. ຄົນທ້ອງຖິ່ນ ເຂົ້າໆອອກໆຊອກຫາຫລົວຫາຟືນ, ຂຸດຄົ້ນຊອກຫາວັດຖຸເສດໂລຫະ ແລະ ປະປ່ອຍງົວຄວາຍເຂົ້າມາຢ່າງຊະຊາຍ. ເຂດເລາະລຽບຕາມຮົ້ວກຳແພງທີ່ກວ້າງໃຫຍ່, ປະຊາຊົນຍຸທ່າງ ປຸກເຮືອນ, ສັບຊ່າວເນື້ອທີ່ເພື່ອປູກຝັງ ແລະ ເຮັດທຸກສິ່ງທຸກຢ່າງເພື່ອຄວາມຢູ່ລອດ. ດ້ວຍເຫດນັ້ນ, ກຸ່ມປູສະນີຍະສະຖານກຸງເກົ່າເຫວ້ ທີ່ເຄີຍຖືກ ຊຸດໂຊມຢູ່ແລ້ວນັ້ນຍິ່ງຊຸດໂຊມ ແລະ ກາຍເປັນຮົກເຮື້ອ ສະຫລັກຫັກພັງລົງຕື່ມອີກ.

ສຸພາສິດຮ້ອຍປີຫີນສີລາກໍ່ຍັງລູ້ຍຫ້ຽນ. ຕາມການເວລາ ກິດຈະ ການ ແລະ ສະຖາປານິກຕ່າງໆ ຖືກທໍາລາຍ ນັບມື້ນັບເປ່ເພຊຳລຸດຊຸດໂຊມ, ຍິ່ງກວ່ານັ້ນຍັງມີໄພອັນຕະລາຍຖືກລົ້ມທະລາຍຢ່າງສິ້ນເຊີງ ຖ້າຫາກວ່າບໍ່ໄດ້ຮັບການປົກປັກຮັກສາຢ່າງທັນການ.

 
ຂະບວນການກອບກູ້ເອົາ ມູນມໍລະດົກ ຂອງຊາວເມືອງເຫວ້

ຫຼັງຈາກອົງການຢູແນັສໂກ(UNESCO) ໄດ້ຮັບຮອງເປັນມໍລະດົກວັດທະນະທຳ ຂອງໂລກບໍ່ດົນ, ຕໍ່ໜ້າການຊຳລຸດຊຸດໂຊມຢ່າງຮ້າຍແຮງຂອງບັນດາກິດຈະການສະຖາປັດຕະຍະກຳພະລາຊະວັງເຫວ້,  ອຳນາດການປົກຄອງແຂວງ ເທື່ອທຽນເຫວ້ ໄດ້ມອບໝາຍໜ້າທີ່ໃຫ້ແກ່ ສູນອະນຸລັກຮັກສາເຂດປູສະນີຍະສະ ຖານກຸງເກົ່າເຫວ້ ຂຶ້ນແຜນການອະນຸລັກຮັກສາ, ເສີມສ້າງ ແລະ ປະຕິສັງຂອນ ແນໃສ່ປົກປັກຮັກສາກຸ່ມມູນມໍລະດົກອັນໃຫຍ່ໂຕມະໂຫຖານນີ້ໄວ້ໃຫ້ໄດ້.

ຕາມຂໍ້ກຳນົດຂອງ ຢູແນັສໂກ, ພາຍຫຼັງໄດ້ຮັບການຮັບຮອງເປັນມໍລະດົກໂລກ, ສອງປີໃດ ອົງການດັ່ງກ່າວຈະດຳເນີນການກວດກາວຽກງານອະນຸລັກຮັກສາ ແລະ ປະຕິສັງຂອນມໍລະດົກເຫວ້ໜຶ່ງຄັ້ງ. ພິເສດ,  ຫົກປີຕໍ່ເນື່ອງກັນນັບແຕ່ປີ 2006-2012, ແຕ່ລະປີເຫວ້ຕ້ອງໄດ້ລາຍງານຊີ້ແຈ້ງ ຕໍ່ຢູແນັສໂກ ກ່ຽວກັບວຽກງານປະຕິສັງຂອນ, ອະນຸລັກຮັກສາ ມູນມໍລະດົກຂອງຕົນ ແລະ ລ້ວນແຕ່ໄດ້ຮັບການຕີລາຄາສູງຈາກຢູແນັສໂກ. ດ້ວຍເຫດນັ້ນ, ມາຮອດປີ 2013 ອົງການຢູແນັສໂກ ໄດ້ເອົາເຫວ້ອອກຈາກບັນຊີລາຍຊື່ ບັນດາມູນມໍລະດົກທີ່ຈໍາເປັນຕ້ອງໄດ້ຕິດຕາມ ແລະ ກ່າວເຕືອນ. ດ້ວຍບັນດາ ຜົນສໍາເລັດອັນໃຫຍ່ຫລວງນັ້ນ, ຢູແນັສໂກ ຫຼາຍຄັ້ງໄດ້ສະເໜີເຫວ້ ແຕ່ງຕັ້ງນັກຊ່ຽວຊານເຂົ້າຮ່ວມ ຄະນະກຳມະການມໍລະດົກໂລກ(ICOMOS) ຂອງຢູແນັສໂກ, ແຕ່ຍ້ອນຫຼາຍເຫດຜົນທີ່ແຕກຕ່າງກັນ, ມາຮອດປະຈຸບັນເຫວ້ກໍ່ຍັງບໍ່ທັນສາມາດແຕ່ງຕັ້ງຜູ້ຊ່ຽວຊານຂອງຕົນເຂົ້າຮ່ວມອົງການຈັດຕັ້ງທີ່ຊົງອິດທິພົນດັ່ງກ່າວໄດ້ເທື່ອ.

ຫວນຄືນຫຼັງ 22 ປີກ່ອນ, ນັບຕັ້ງແຕ່ກຸ່ມປູສະນີຍະສະຖານກຸງເກົ່າເຫວ້ໄດ້ຖືກຮັບຮອງເປັນມໍລະດົກໂລກໂດຍຢູແນັສໂກເປັນຕົ້ນມາ, ສູນອະນຸລັກຮັກສາເຂດປູສະນີຍະສະຖານກຸງເກົ່າເຫວ້ ສາມາດເຮັດໄດ້ຫລາຍຢ່າງດ້ວຍບໍລິມາດວຽກທີ່ໃຫຍ່ຫລວງຢ່າງແທ້ຈິງເຊັ່ນ: ດໍາເນີນການບູລະນະສ້ອມແປງ ແລະ ປະຕິສັງຂອນຫລາຍຮ້ອຍ ກິດຈະການສະຖາປັດຕະຍະກຳທີ່ສຳຄັນຕ່າງໆ. ໃນນັ້ນມີຫຼາຍກິດຈະການທີ່ພົ້ນເດັ່ນທີ່ນອນຢູ່ໃນເຂດຮ່ວາງແທ່ງຄື:  ງໍ້ມົນ, ວັງຖ໋າຍຮ່ວາ, ຫຽນເລີມກາກ, ເທ້ມ້ຽວ, ວັງຢຽນຖໍ້, ຢວຽດທິເດື່ອງ, ວັງເຈື່ອງແຊງ, ຫໍຕື໋ເຟືອງໂວຊື້, ລະບົບເຈື່ອງລາງ (ລະບຽງຍາວໃນ ຕືເກີ໋ມແທ່ງ) ແລະ ອື່ນໆ…


ຜູ້ນຳທ່ຽວແນະນຳໃຫ້ແກ່ນັກທ່ອງທ່ຽວຮູບຈໍາລອງ ຫລື ພາບລວມທັງໝົດຂອງກຸ່ມປູສະນີຍະສະຖານກຸງເກົ່າເຫວ້. ພາບ: ຮ່ວາງຮ່າ/VNP


ສິ້ນສ່ວນຕ່າງໆເປັນຈໍານວນຫລວງຫລາຍ ຂອງສະຖາປັດຕະຍາກໍາວັງເກົ່າເຫວ້
ໄດ້ຮັບການສ້ອມແປງຄືນ ໃຫ້ເໝືອນເດີມ. ພາບ: ຮວ່າງຮ່າ/VNP



ບູຮານສະຖານຈ້ຽວໂຕ໊ມຽວ ໃນໄລຍະປະຕິສັງຂອນ. ພາບ: ຮ່ວາງຮ່າ/VNP


ບັນດານາຍຊ່າງຂອງເຫວ້ພວມບູລະນະສ້ອມແປງຫໍ ຫງູ໊ຟູ້ງ. ພາບ: ຮວ່າງຮ່າ/VNP


ປີ 2015, ສູນອະນຸລັກຮັກສາເຂດປູສະນີຍະສະຖານ ກຸງເກົ່າ ເຫວ້ ໄດ້ລະດົມແຫຼ່ງຊັບພະຍາກອນມະນຸດ, ການເງິນ ແລະ
ຖັນແຖວນັກຊ່ຽວຊານ, ນັກສິລະປະ ແລະ ນາຍຊ່າງຜູ້ມີສີມືດີ ໃນທົ່ວປະເທດ ເພື່ອດຳເນີນການປະຕິສັງຂອນ
ກຸ່ມບູຮານສະຖານປະຫວັດສາດ ປະຕູໂຂງ ຫງໍ້ມົນ ແລະ ຫໍ ຫງູ໊ຟູ້ງ. ພາບ: ຮ່ວາງຮ່າ/VNP



ຫຼັງ  90 ປີກວ່າ ທີ່ໄດ້ຮັບການປະຕິສັງຂອນ ເນື່ອງໃນໂອກາດ ອວຍພອນອາຍຸຂວັນ ຂອງອົງກະສັດຂ່າຍດິ້ງໃນເມື່ອປີ 1923, ມາຮອດປັດຈຸບັນ,
ກິດຈະການປະຕູໂຂງຫງໍ້ມົນ ແລະ ຫໍ ຫງູ໊ຟູ້ງ ຈຶ່ງໄດ້ຮັບການປະຕິສັງຂອນຄືນໃໝ່ອີກຄັ້ງໃຫຍ່. ພາບ: ຮ່ວາງຮ່າ/VNP



ບູຮານສະຖານ ຈ້ຽວໂຕ໊ມຽວ ໄດ້ຮັບການປະຕິສັງຂອນ ດ້ວຍເຕັກໂນໂລຊີທີ່ທັນສະໄໝຂອງຍີ່ປຸ່ນ. ພາບ: ຮ່ວາງຮ່າ/VNP


 ບັນດານາຍຊ່າງຜູ້ມີສີມືດີ ພວມສ້າງແທ່ນບູຊາອັນເກົ່າ ທີ່ເຂດຮ່ອງຮອຍປະຫວັດສາດ ຫຽນເຍີນໃຫ້ຄືນມາດັ້ງເດີມ. ພາບ: ຮ່ວາງຮ່າ/VNP


ພາຍໃນວັງ ເຖ໋ມຽວ, ເປັນສະຖານທີ່ບູຊາບັນດາເຈົ້າຊີວິດ ສະໄໝລາຊະວົງ ຫງວຽນ
ຫຼັງຈາກ ໄດ້ຮັບການບູລະນະ ປະຕິສັງຂອນ.ພາບ: ຮ່ວາງຮ່າ/VNP



ພາຍໃນວັງ ຖ໋າຍຮ່ວາຊຶ່ງເປັນສະຖານທີ່ເຂົ້າເຝົ້າ ອົງກະສັດ ສະໄໝລາຊະວົງ ຫງວຽນ ຫຼັງຈາກ
ໄດ້ຮັບການບູລະນະ ປະຕິສັງຂອນແລ້ວ. ພາບ: ຮ່ວາງຮ່າ/VNP



ບູຮານສະຖານ ບ່ຽວດຶກຢູ່ ສຸສານທຽນຕື້, ເປັນສະຖານທີ່ວາງ ສີລາຈາລຶກຊື່, ອາຍຸ ແລະ ຕຳແໜ່ງ ຂອງອົງກະສັດທ້ຽວຈີ້  
ແລະ ລາຊີນີ ຕື່ຢູ  ຊຶ່ງໄດ້ປົວແປງຄືນສຳເລັດເມື່ອປີ 2011. ພາບ: ຮ່ວາງຮ່າ/VNP



ປະຕູສຸສານເຈົ້າຊີວິດ ຢາລອງ ຊຶ່ງເປັນອົງກະສັດທຳອິດ ຂອງລາຊະວົງ ຫງວຽນ
ໄດ້ຮັບການບູລະນະປະຕິສັງຂອນ ສຳເລັດ. ພາບ: ຮ່ວາງຮ່າ/VNP



ວັງຖ໋າຍຮ່ວາເປັນບ່ອນເຂົ້າເຝົ້າເຈົ້າຊີວິດ ແນມຈາກຫໍ ຫງູ໊ ຟູ້ງ. ພາບ: ຮ່ວາງຮ່າ/VNP
 
 
ນະຄອນຫຼວງເກ່ົາເຫວ້ເປັນບ່ອນທີ່ໂຊກດີຍັງຮັກສາໄວ້ ມູນມໍລະດົກວັດທະນະທຳອັນລ້ຳຄ່າຫຼາຍຢ່າງຂອງຫວຽດນາມ, ໃນນັ້ນມີກຸ່ມສະຖາປັດຕະຍະກຳເມືອງຫຼວງເກົ່າເຫວ້ ກັບຫໍວັງ, ສາລາ, ປ້ອມໝັ້ນ, ກຳແພງ ແລະ ອື່ນໆ ມີລັກສະນະ ເປັນເອກະລັກ ສະຖາປັດຕະຍະກຳລາຊະວັງ ຫງວຽນ ເມື່ອຕົ້ນ ສະຕະວັດທີ XIX. ຄວາມຄົບຖ້ວນບໍລິບູນຂອງແຜນຜັງຕົວເມືອງ ແລະ ການອອກແບບກໍ່ສ້າງ ໄດ້ເຮັດໃຫ້ກຸງເກົ່າເຫວ້ ກາຍເປັນຕົວແບບທີ່ຫາຍາກ ກ່ຽວກັບແຜນຜັງຕົວເມືອງ ໃນທ້າຍສະໄໝສັກດິນາຢູ່ອາຊີຕາເວັນອອກ. 
(ດຣ. ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫວ້)
ພິເສດ, ຫຼັງ 90 ປີ ນັບຕັ້ງແຕ່ ງໍ້ມົນ, ປະຕູໂຂງຂອງຮ່ວາງແທ່ງ, ເປັນກຸ່ມກິດຈະກຳໜຶ່ງທີ່ໃຫຍ່ໂຕ ແລະ ເປັນສັນຍາລັກຂອງເຫວ້ ໂດຍໄດ້ຮັບການປະຕິສັງຂອນຄັ້ງໃຫຍ່ ເມື່ອປີ 1923 ໃນໂອກາດ ອວຍພອນອາຍຸຂວັນຂອງອົງກະສັດ ຂ່າຍດິ້ງ (1916-1925), ມາຮອດປັດຈຸບັນ ທາງສູນອະນຸລັກຮັກສາເຂດປູສະນີຍະສະຖານ ກຸງເກົ່າເຫວ້ ໄດ້ດຳເນີນການປະຕິສັງຂອນຄືນໃໝ່ອີກຄັ້ງໃຫຍ່.

ທ່ານ ດຣ. ຟານແທັງຫາຍ, ຜູ້ອຳນວຍການສູນ ອະນຸລັກຮັກສາ ເຂດປູສະນີຍະສະຖານກຸງເກົ່າເຫວ້ ໃຫ້ຮູ້ວ່າ, ເປັນເວລາເກືອບໜຶ່ງສະຕະວັດ ຜ່ານຜ່າຄວາມໂຫດຮ້າຍຂອງພູມອາກາດ ແລະ ການມ້າງທຳລາຍຂອງລະເບີດລູກບອມ, ມີຫຼາຍກິດຈະການ, ໂດຍສະເພາະຢ່າງຍິ່ງ ແມ່ນບັນດາໂຄງສ້າງທີ່ເປັນສິ້ນສ່ວນໄມ້ ກໍຖືກຕົກຕ່ຳຢ່າງຮ້າຍແຮງ. ດ້ວຍເຫດນັ້ນ, ການປະຕິສັງຂອນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສ້ອມແປງ, ຮັກສາເທົ່ານັ້ນ ຫາກຍັງມີຈຸດປະສົງ ແກ່ຍາວອາຍຸໄຂຂອງກິດຈະການອັນສຳຄັນດັ່ງກ່າວອີກດ້ວຍ.

ດ້ວຍເຫດນັ້ນ, ທາງສູນໄດ້ລະດົມກຳລັງນັກຊ່ຽວຊານ, ນັກສິລະປິນ, ນາຍຊ່າງຜູ້ມີສີມືດີທີ່ສຸດຂອງເຫວ້ ແລະ ທົ່ວປະເທດ, ໃນນັ້ນມີທັງນັກຊ່ຽວຊານຕ່າງປະເທດ, ສົມທົບກັບບັນດາເຕັກໂນໂລຊີ ທີ່ທັນສະໄໝທີ່ສຸດ ເພື່ອດຳເນີນການປະຕິສັງຂອນປະຕູໂຂງງໍ້ມົນ.

ເຫວ້ໄດ້ໝູນໃຊ້ເຕັກໂນໂລຊີປະຕິສັງຂອນທີ່ຖືໄດ້ວ່າດີທີ່ສຸດຂອງໂລກນັ້ນແມ່ນເຕັກໂນໂລຊີຂອງຍີ່ປຸ່ນ ຊຶ່ງເປັນປະເທດ ມີປະສົບການໃນການປະຕິສັງຂອນ ບັນດາກິດຈະການ ສະຖາປັດຕະຍະກຳບູຮານ, ພິເສດແມ່ນກິດຈະກຳດ້ວຍໄມ້ ຄືດັ່ງຢູ່ກຸງເກົ່າເຫວ້. ໂດຍອາໄສເຕັກໂນໂລຊີດັ່ງກ່າວ, ບັນດາ ນັກຊ່ຽວຊານໄດ້ຮື້ຖອນທັງໝົດທຸກສິ້ນສ່ວນທີ່ຕ້ອງການປະຕິສັງຂອນລົງມາ ເພື່ອກວດກາ ແລະ  ກໍານົດ ວິທີການແກ້ໄຂ ຢ່າງຂາດຕົວ ຄວາມເປ່ເພທີ່ບົ່ມຊ້ອນຢູ່ທາງໃນໂຄງສ້າງ ຂອງມັນ.

ທ່ານເຈິ່ນວັນເຮື້ອງ, ຜູ້ຮັບຜິດຊອບດ້ານເຕັກນິກການປະຕິສັງຂອນປະຕູໂຂງງໍ້ມົນ ໃຫ້ຮູ້ວ່າ, ທຸກໆຂັ້ນຕອນ ຂອງການປະຕິສັງຂອນລ້ວນແຕ່ໄດ້ຮັບການ ຄວບຄຸມກວດກາ ຢ່າງລະອຽດເຄັ່ງຄັດຈາກສູນອະນຸລັກຮັກສາເຂດປູຊະນີຍະສະ ຖານກຸງເກົ່າເຫວ້ ເພື່ອຮັບປະກັນ ໃຫ້ທຸກລາຍລະອຽດ ເຖິງວ່າ ນ້ອຍທີ່ສຸດ ກໍຕ້ອງຖືກກັບຕົ້ນສະບັບ. ຖ້າຫາກວ່າມີບາງສິ້ນສ່ວນຄື ຕະປູທອງນຳໃຊ້ເພື່ອເຊື່ອມຕໍ່ ຂາງຂື່ໄມ້ປະກອບບໍ່ຖືກກັບຂັ້ນຕອນເຕັກນິກ, ຜູ້ຄວບຄຸມກໍຮຽກຮ້ອງ ຕ້ອງປະ ກອບຄືນໃໝ່ ເຖິງວ່າ ບັນດາຕະປູນັ້ນຕັ້ງ ຢູ່ບ່ອນປິດບັງກໍຕາມ.

ປີ 2014, ໂດຍຜັນຂະຫຍາຍຈັດຕັ້ງປະຕິບັດ “ແຜນສັງລວມອະ ນຸລັກ ຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ປູຊະນີຍະສະຖານ ກຸງເກົ່າເຫວ້ ໄລຍະ 2010-2020” ຕາມຂໍ້ຕົກລົງສະບັບເລກທີ 1880/ QĐ-TTg ຂອງນາຍົກລັດຖະມົນຕີ, ສູນອະນຸລັກຮັກສາ ເຂດປູຊະນີຍະສະຖານ ກຸງເກົ່າເຫວ້ ໄດ້ລົງທຶນປະຕິສັງຂອນ ກິດຈະການບູຮານສະຖານ 17 ແຫ່ງ ດ້ວຍມູນຄ່າ ທັງໝົດແມ່ນ 90 ຕື້ດົ່ງ.

ຕາມແຜນການທີ່ວາງໄວ້, ປີ 2015 ນີ້ ທາງສູນຈະສືບຕໍ່ ຈັດຕັ້ງປະຕິບັດປະຕິສັງຂອນ ກິດຈະການຮ່ອງຮອຍ ປະຫວັດສາດ ຕື່ມອີກ 22 ແຫ່ງ ລວມມູນຄ່າລົງທຶນທັງໝົດປະມານ 150 ຕື້ດົ່ງ. ໃນນັ້ນໜ້າສົນໃຈແມ່ນບັນດາກິດຈະການ ສະຖານທີ່ ຝັງສົບ ຫລື ສຸສານຂອງກະສັດອົງຕ່າງໆຂອງສະໄໝລາຊະວົງ ຫງວຽນ ເຊັ່ນ: ສຸສານ ຢາລອງ, ມິງມ້າງ, ຖ້ຽວຈີ້ ແລະ ຕື້ດຶກ. ນີ້ແມ່ນ ບັນດາ ກິດຈະການສະຖາປັດຕະຍະກຳໃຫຍ່, ມີຄຸນຄ່າເປັນພິເສດ ດ້ານປະຫວັດສາດ, ສະຖາປັດຕະຍະກຳ, ວິຈິດຕະກຳ ແລະ ຈາລຶກໄວ້ ເອກະລັກສະເພາະຂອງເຈົ້າກະສັດສະໄໝລາຊະວົງ ຫງວຽນ ແຕ່ລະອົງ.

 
ເມື່ອທົ່ວໂລກຮ່ວມໄມ້ຮ່ວມມືກັບເຫວ້

ນັບຕັ້ງແຕ່ຢູແນັສໂກໄດ້ຮັບຮອງເປັນມໍລະດົກວັດທະນະທຳຂອງໂລກມາຮອດປັດຈຸບັນ, ຫຼາຍປະເທດ ແລະ 26 ອົງການຈັດຕັ້ງສາກົນໄດ້ອຸປະຖຳໃຫ້ແກ່ສູນອະນຸລັກຮັກສາເຂດປູສະນີຍະສະຖານກຸງເກົ່າເຫວ້ເກືອບ 10 ລ້ານ USD ເພື່ອຮັບໃຊ້ໃຫ້ແກ່ວຽກງານອະນຸລັກຮັກສາ ແລະ ບູລະນະປະຕິສັງຂອນມໍລະດົກດັ່ງກ່າວນີ້.

ໃນມໍ່ໆມານີ້, ກອງທຶນຊ່ວຍໜູນສາກົນຂອງອົງການຢູແນັສໂກໄດ້ອຸປະຖຳໃຫ້ແກ່ແຜນງານ “ຍົກສູງຄວາມອາດສາມາດ ດ້ານການຄຸ້ມຄອງ ກຸ່ມປູສະນີຍະສະຖານກຸງເກົ່າເຫວ້” ໄລຍະ 2014-2015 ດ້ວຍຈໍານວນເງິນທັງໝົດ 29.930 USD; ກອງທຶນ ເອກອັກຄະລັດຖະທູດ ກ່ຽວກັບການອະນຸລັກຮັກສາ ວັດທະນະ ທຳ ອາເມລິກາ(AFCP) ຂອງກະຊວງການຕ່າງປະເທດ ອາເມລິກາອຸປະຖຳ ໃຫ້ແກ່ 2 ໂຄງການ ທີ່ເຂດຮວ່າງແທ່ງເຫວ້ ດ້ວຍຈຳ ນວນເງິນທັງໝົດ ເກືອບ 730.000 USD; ລັດຖະບານລາວອຸປະຖຳ ໄມ້ດູ່ 400 ແມັດກ້ອນ, ທຽບເທົ່າ 200.000 USD; ແລະ ບໍລິສັດເຄມີ Rhone Polenc (ຝຣັ່ງ) ໄດ້ຊ່ວຍເຫຼືອດ້ານ ການຄຸ້ມຄອງຮັກສາ ແລະ ໃຫ້ຄໍາປຶກສາກ່ຽວກັບ ເຕັກນິກຕ້ານປວກສໍາລັບບັນດາກິດຈະການ ຫຽນເລີມກາກ, ດ້າຍໂນ້ຍ ລວມມູນຄ່າເປັນເງິນທັງໝົດ 1 ລ້ານ USD… ນອກຈາກການຊ່ວຍໜູນດ້ານວັດຖຸແລ້ວ, ມີຫຼາຍປະເທດຄື ໂປໂລຍ, ເຢຍລະມັນ, ຍີ່ປຸ່ນ ໄດ້ສົ່ງນັກຊ່ຽວຊານມາຊ່ວຍເຫວ້ອີກດ້ວຍ.


ພິທີລົງນາມໃນເອກະສານກ່ຽວກັບການຮ່ວມມື ລະຫວ່າງ ສູນອະນຸລັກຮັກສາເຂດປູສະນີຍະສະຖານກຸງເກົ່າເຫວ້
ແລະ ສູນສິລະປະແຫ່ງຊາດ ສ.ເກົາຫຼີ. ພາບ: ກວກຫວຽດ

 

ສູນສິລະປະແຫ່ງຊາດ ສ.ເກົາຫຼີ ມອບຊຸດດົນຕີລະຄັງ ໃນລາຊະວັງ ໃຫ້ແກ່ ສູນອະນຸລັກຮັກສາ
ເຂດປູສະນີຍະສະຖານກຸງເກົ່າເຫວ້ ເພື່ອຕັ້ງຢູ່ເຂດ ເຖ໋ມຽວ. ພາບ: ກວກຫວຽດ



ດຣ.ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາ ເຂດປູສະນີຍະສະຖານກຸງເກົ່າເຫວ້ ແລະ ນັກຊ່ຽວຊານຊາວຝຣັ່ງ
ພວມສຳຫຼວດສະພາບຕົວຈິງທີ່ເຂດກຳແພງພະລາຊະວັງເຫວ້.  ພາບ: ຮ່ວາງຮ່າ/VNP



ພາບລວມທັງໝົດຂອງເຂດ ເຖ໋ມຽວ, ເປັນສະຖານທີ່ສໍາລັບ ສັກກະລະບູຊາ
ບັນດາເຈົ້າຊີວິດສະໄໝລາຊະວົງ ຫງວຽນ. ພາບ: ຮ່ວາງຮ່າ/VNP

 
 
ມາຮອດປັດຈຸບັນ, ສູນອະນຸລັກຮັກສາເຂດປູສະນີຍະສະຖານກຸງເກົ່າເຫວ້ ໄດ້ປະຕິສັງຂອນ, ຟື້ນຟູຄືນໃໝ່ໄດ້ 132 ກິດຈະການທີ່ພົ້ນເດັ່ນ ສັງກັດກຸ່ມບູຮານສະຖານກຸງເກົ່າເຫວ້ ຊຶ່ງຢູແນັສໂກໄດ້ຮັບຮອງເປັນມໍລະດົກໂລກ. ເກືອບທັງໝົດທຸກຮ່ອງຮອຍປະຫວັດສາດລ້ວນແຕ່ໄດ້ຮັບການຄຸ້ມຄອງຮັກສາຢ່າງເໝາະສົມ ດ້ວຍບັນດາວິທີການຕ່າງໆເຊັ່ນ: ຕ້ານຮົ່ວ, ຕ້ານພັງ, ຕ້ານປວກ, ຕ້ານການບຸກລຸກຂອງຕົ້ນໄມ້ໃບຫຍ້າ, ເສີມສ້າງ ແລະ ປ່ຽນແທນບັນດາສິ້ນສ່ວນຖືກເປ່ເພ ແລະ ອື່ນໆ. 
ການຮ່ວມມື, ຊ່ວຍເຫຼືອຂອງລັດຖະບານ ແລະ ອົງການຈັດຕັ້ງ ສາກົນຕ່າງໆ ບໍ່ພຽງແຕ່ຊ່ວຍເຫຼືອເຫວ້ ມີພື້ນຖານດ້ານການເງິນ, ປະສົບການ, ເຕັກນິກ ແລະ ເຕັກໂນໂລຊີເທົ່ານັ້ນ ຫາກສຳຄັນຍິ່ງກວ່ານັ້ນແມ່ນນໍ້າຈິດນໍ້າໃຈພິເສດຂອງເພື່ອນມິດສາກົນ ທີ່ມອບເປັນຂອງຂວັນແດ່ເຫວ້, ຈາກນັ້ນສ້າງເປັນຂົວຕໍ່ ຊ່ວຍເຫວ້ໂຄສະ ນາເຜີຍແຜ່ ພາບພົດຂອງຕົນອອກສູ່ໂລກພາຍນອກຢ່າງມີປະສິດທິຜົນຕື່ມ, ອາໄສສິ່ງດ່ັງກ່າວ ປະລິມານແຂກສາກົນເຂົ້າມາສູ່ເຫວ້ ນັບມື້ນັບໄດ້ເພີ່ມຂຶ້ນ. ຍົກຕົວຢ່າງຄືປີ 2014 ຜ່ານມາ, ເຫວ້ໄດ້ດຶງດູດແຂກທ່ອງທ່ຽວສາກົນເກືອບ 1 ລ້ານເທື່ອຄົນ ມາທັດສະນາຈອນ ແລະ ພັກຜ່ອນບຳລຸງສຸຂະພາບ.

ເພື່ອເຮັດໃຫ້ວຽກງານອະນຸລັກຮັກສາ, ປະຕິສັງຂອນບັນດາຮ່ອງຮອຍປະຫວັດສາດກາຍເປັນແບບແຜນ, ເປັນມືອາຊີບ ແລະ ຍາວນານ, ສູນອະນຸລັກຮັກສາເຂດປູສະນີຍະສະຖານກຸງເກົ່າເຫວ້ ກໍາລັງຂຶ້ນແຜນຊຸກຍູ້ເຊື້ອເຊີນບັນດານັກຊ່ຽວຊານສາກົນ ມາຊ່ວຍເຫຼືອເຫວ້ກໍ່ສ້າງແຜນງານຄຸ້ມຄອງທີ່ມີລັກສະນະຍຸດທະສາດ ແລະ ມີວິໄສທັດເຖິງປີ 2030.

ສາມາດເວົ້າໄດ້ວ່າ, ຊາວເມືອງເຫວ້ມີຈິດສໍານຶກ ແລະ ມີອາລົມຈິດເປັນພິເສດຕໍ່ມູນມັງມໍລະດົກທີ່ປູ່ຍ່າຕາຍາຍຈົ່ງໄວ້ໃຫ້. ອາດ ຍ້ອນແນວນັ້ນແຫຼະ ເຂົາເຈົ້າຈຶ່ງໄດ້ສະແດງຄວາມຕອບບຸນແທນຄຸນຢ່າງເລິກເຊິ່ງ ຕໍ່ບັນດາຜູ້ຄົນທີ່ມີການປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ເມືອງເຫວ້. ເພາະສະນັ້ນ, ຈຶ່ງບໍ່ແປກໃຈທີ່ຊາວເມືອງເຫວ້ໄດ້ຈັດສັນສະຖານທີ່ແຫ່ງໜຶ່ງສຸດທີ່ໂອໂຖງໃນເຂດບູຮານສະຖານເພື່ອຕັ້ງແທ່ນບູຊາ ທ່ານ Kazik ນັກສະຖາປານິກຊາວໂປໂລຍ ເພື່ອຈາລຶກເຖິງຄຸນງາມຄວາມດີຂອງເພິ່ນ, ເພິ່ນ ໄດ້ເຖິງແກ່ກຳ ເມື່ອປີ 1997 ໃນຂະນະທີ່ພວມຕັ້ງໜ້າເອົາໃຈໃສ່ຊ່ວຍເຫຼືອສ້ອມແປງປະຕິສັງຂອນດິນຈີ່ແຕ່ລະກ້ອນຢູ່ດ້າຍໂນ້ຍ.  
ບົດ: ແທງຮ່ວາ, ກວກຫວຽດ - ພາບ: ຮ່ວາງກວາງຮ່າ, ກວກຫວຽດ ແລະ ເອກະສານ

bichlien

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top