• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ການພົວພັນແບບພິເສດ ລາວ-ຫວຽດນາມ ຊັບສົມບັດ ອັນລ້ຳຄ່າ ຂອງ ສອງຊາດ

ສະຫາຍ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ໄດ້ທຳການຢ້ຽມຢາມ ສັນຖະວະ ໄມ ຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງ ການ ແຕ່ວັນທີ 24-26 ພະຈິກ 2016 ແລະ ປະສົບຜົນສຳເລັດ ຢ່າງ ຈົບງາມ. ນີ້ເປັນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດ ຂອງ ສະ ຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຫຼັງຈາກ ກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງ ທີ XII ຂອງພັກກອມມູນິດ ຫວຽດນາມ. ການຢ້ຽມ ຢາມດັ່ງກ່າວສະແດງ ໃຫ້ເຫັນຄວາມຕິດພັນ ຢ່າງສະໜິດແໜ້ນ ລະ ຫວ່າງສອງ ປະເທດ, ສອງຊົນຊາດ ຫວຽດນາມ-ລາວ; ເປັນໂອກາດ ເພື່ອເພີ່ມທະວີ ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນໄລຍະໃໝ່.
ການຢ້ຽມຢາມຄັ້ງນີ້, ສອງຝ່າຍຕ່າງຢືນຢັນເຖິງສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນຊັບ ສົມບັດ ອັນລ້ຳຄ່າ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ພັດທະນາ ຂອງ ແຕ່ລະ ປະເທດ. ດ້ວຍເຫດນັ້ນ, ສອງຝ່າຍ ໄດ້ເນັ້ນໜັກເຖິງ ການປົກປັກ ຮັກສາ, ຮັກສາໄວ້ ແລະ ພັດທະນາ ການພົວພັນມິດຕະພາບ ອັນ ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນພາລະໜ້າທີ່ລວມ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ, ໂດຍສະເພາະ ຢ່າງຍິ່ງແມ່ນໄວໜຸ່ມ ຕໍ່ໜ້າ ປະຫວັດສາດ ຂອງ ສອງປະເທດ, ມີ ຄວາມໝາຍເປັນ ຕາຍ ຮັບປະກັນ ການພັດທະນາແບບຍືນຍົງ ເພື່ອ ອະນາຄົດ ຂອງ ສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ ສັນ ຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວຢູ່ໃນພາກພື້ນ ແລະ ໃນໂລກ.


ພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ຈັດຂຶ້ນ ຢ່າງ ສົມກຽດ ທີ່ທຳນຽບ ປະທານປະເທດ. ພາບ: ຈີຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ຈີຢຸງ/VNA


ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ  ແລະ ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເປັນສັກຂີພິຍານ
ພິທີລົງນາມເອກະສານສຳຄັນຕ່າງໆ ວ່າດ້ວຍການຮ່ວມມືລະຫວ່າງ ສອງປະເທດ. ພາບ: ຈີຢຸງ/VNA



ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະແລກປ່ຽນ ຄຳຄິດເຫັນ ກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ພາບ: ຈີຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທຳການພົບປະແລກປ່ຽນ ຄຳຄິດເຫັນ ກັບທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ. ພາບ: ຈີຢຸງ/VNA


ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໃຫ້ການຕ້ອນຮັບ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການ
ສູນກາງ ແນວ ລາວສ້າງຊາດ. ພາບ: ຈີຢຸງ/VNA



ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢ້ຽມຢາມ ທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກ, ປະທານປະເທດລາວ.         
ພາບ: ຈີຢຸງ/VNA

 
ສອງຝ່າຍໄດ້ເປັນເອກະສັນກັນ ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດ, ວັດທະ ນະທຳ, ການສຶກສາ, ວິທະຍາສາດ-ເຕັກນິກ... ; ອອກແຮງໂຄສະ ນາເຜີຍແຜ່, ສຶກສາກ່ຽວກັບ ສາຍພົວພັນອັນເປັນມູນເຊື້ອ ຄວາມສາ ມັກຄີ ແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຖັນແຖວ ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ທຸກຊັ້ນຄົນ, ໂດຍສະ ເພາະ ຢ່າງຍິ່ງ ແມ່ນໄວໜຸ່ມ ສອງປະເທດ; ປະສານສົມທົບຈັດຕັ້ງ ເປັນຢ່າງດີ ບັນດາກິດຈະກຳການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 55 ປີ ວັນສ້າງຕັ້ງ ສາຍພົວພັນດ້ານການທູດ ແລະ 40 ປີ ວັນເຊັນ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ໃນປີ 2017 ທີ່ຈະມາ ເຖິງ.

ສອງຝ່າຍໄດ້ເປັນເອກະພາບ ໃນການແບ່ງປັນຂໍ້ມູນຂ່າວສານ ຢ່າງ ທັນການ ແລະ ປະສານສົມທົບຢ່າງແໜ້ນແຟ້ນ ໃນເວທີປາໄສ ພາກ ພື້ນ ແລະ ສາກົນ; ເນັ້ນໜັກເຖິງ ລະດັບຄວາມສຳຄັນ ຂອງ ການຮັກ ສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພທາງທະເລ ຕາເວັນອອກ, ເປັນເອກະພາບກັນ ໃນການຊຸກຍູ້ ແກ້ໄຂຂໍ້ຂັດແຍ້ງ ໂດຍສັນຕິວິທີ ບົນພື້ນຖານ ຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນ ຍາ ຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍ ທະເລ (UNCLOS 1982); ພ້ອມກັບຝ່າຍຕ່າງໆ ທີ່ກ່ຽວຂ້ອງ ປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ຖະແຫຼງການ ວ່າດ້ວຍການ ປະພຶດຕໍ່ ຂອງ ຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC) ແລະ ສ້າງໃຫ້ສໍາເລັດ ໂດຍໄວປະມວນກົດລະບຽບ ການປະພຶດຕໍ່ ຢູ່ທະເລຕາເວັນອອກ (COC), ປະກອບສ່ວນຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ ພາກພື້ນ ແລະ ໃນໂລກ. 

ເນື່ອງໃນໂອກາດນີ້, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ມອບ ໃຫ້ພັກ, ລັດ ແລະ ປະຊາຊົນລາວ ໂຄງການກໍ່ສ້າງ ຫໍສະພາແຫ່ງ ຊາດ ທີ່ ສະໜາມຫຼວງ ທາດຫຼວງ ຢູ່ ນະຄອນຫຼວງ ວຽງຈັນ ແລະ ສະ ຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ມອບກິດຈະກຳໂຮງຮຽນ ມັດທະຍົມ ທີ່ແຂວງ ບໍລິຄຳໄຊ. ພ້ອມນີ້ສອງຝ່າຍ ໄດ້ມີການລົງ ນາມ ໃນເອກະສານ 7 ສະບັບ ວ່າດ້ວຍການຮ່ວມມື ໃນຂົງເຂດ ຕ່າງໆ. ເນື່ອງໃນໂອກາດນີ້, ສອງຝ່າຍກໍໄດ້ອອກຖະແຫຼງການຮ່ວມ ລາວ-ຫວຽດນາມ

ສະຫາຍເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ກ່າວປາໄສ ຕໍ່ ພະນັກ ງານ, ນັກສຶກສາ ມະຫາວິທະຍາໄລແຫ່ງຊາດລາວ
ເກືອບ 2000 ຄົນ. ພາບ: ຈີຢຸງ/VNA



ສະຫາຍເລຂາທິການໃຫຍ່ ທຳການຢ້ຽມຢາມແຂວງ ບໍລິຄຳໄຊ.  ພາບ: ຈີຢຸງ/VNA


ສະຫາຍ ເລຂາທິການໃຫຍ່ເຂົ້າຮ່ວມພິທີບາສີ, ຊຶ່ງເປັນຮີດຄອງ ປະ ເພນີ ແລະ ວັດທະນະທຳ ອັນເປັນມູນເຊື້ອ ຂອງ ປະຊາຊົນລາວ ເພື່ອ ອວຍພອນໄຊ
ໃຫ້ສາຍພົວພັນແບບພິເສດ ລາວ - ຫວຽດນາມ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ. ພາບ: ຈີຢຸງ/VNA


 
ໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top