• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ: “ຮອບດ້ານ,ມີປະສິດທິຜົນ,ແທດຈິງແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ”


ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວີ້ງ
      ການ​ພົວ​ພັ​ນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ ຫວຽດ​ນາມ - ຍີ່​ປຸ່ນ ໄດ້ ແລະ ພວມ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ. ສອງ​ຝ່າຍ​ໄດ້​ກໍ່​ສ້າງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ໃນ​ນັ້ນ​ມີ​ການ​​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ. ຜ່ານ​ການ​ເຈ​ລະ​ຈາ 3 ຄັ້ງ, ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ລະ​ຫວ່າງ 2 ປະ​ເທດ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການກໍ່​ສ້າງ​ການ​ພົວ​ພັນ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກ​ັນ. ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວີ້ງ ຢັ້ງ​ຢືນ​ໃນ​ການ​ຕອບ​ສຳ​ພາດ​​ຕໍ່ນັກ​ຂ່າວ VOV ກ່​ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ກັນ​​ຊາດ ຫວຽດ​ນາມ - ຍີ່​ປ​ຸ່ນ ຈັດ​ຂຶ້ນ​ໃນ​ວັນ​ທີ 29/11 ຢູ່ ຍີ່​ປຸ່ນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫງວຽນ​ຈີ໋ວີ້ງ, ເນັ້ນ​ໜັ​ກວ່າ:
        “ນອກ​ຈາກ​ບັນ​ດາ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ​ແລ້ວ, ປີນີ້, ຝ່າຍ ຍີ່​ປຸ່ນ ກໍ່​ຄື ຫວຽດ​ນາມ ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ. ນີ້​ແມ່ນ​ບັນ​ຫາ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ເວ​ລາ​ຜ່ານ​ມາ, ບັນ​ດາ​ກ່ຳ​ປັ່ນ​ສູ້​ຮົບ​ຂອງ ຍີ່​ປຸ່ນ ໄດ້​ມາ​ຢ້ຽມ​ຢາມ ຫວຽດ​ນາມ, ແລກ​ປ່ຽນ​ບັນ​ດາ​ຄວາມ​ຮູ້, ທັກ​ສະ​ກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ ແລະ ບາງ​ບັນ​ຫາ​ອື່ນ​ກັບ ຫວຽດ​ນາມ. ຊຸມ​ປີ​ຈະ​ມາ​ເຖິງ, ບັນ​ດາ​ກ່ຳ​ປັ່ນ​ການ​ທະ​ຫາ​ນ​ຂອງ ຍີ່​ປຸ່ນ ຈະ​ສືບ​ຕໍ່​ຢ້ຽມ​ຢາມ ຫວຽ​ດ​ນາມ ຫຼາຍ​ກ່​ວາ​ປີ​ກ່ອ​ນ​ເທື່ອ​ໜຶ່ງ, ​ໝາຍ​ຄວາມວ່າ ກ່ອນນີ້​ແມ່ນ​ປີ​ລະ​ເທື່ອ, ແຕ່​ມາ​ຮອດ​ປະ​ຈຸ​ບັນ​ສາ​ມາດຫຼາຍ​ກ່​ວາ​ເທື່ອ​ໜຶ່ງ. ອາດ​ສາ​ມາດ​ເວົ້າ​ໄດ້​ວ່າ, ກ​ານ​ພົວ​ພ​ັນ​ນີ້​ຮັບ​ປະ​ກັນ​ໃຫ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ກໍ່​ຄື​ການ​ມີ​ໜ້າ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ ຍີ່​ປຸ່ນ ຢູ່ ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ, ພິ​ເສດ​ແມ່ນຢ​ູ່​ທະ​ເລ​ຕາ​ເວັນ​ອອກ.”
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top