• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ - ກຳປູເຈຍ 50 ປີແຫ່ງວັນສະໜິດຕິດພັນ

      50 ປີບໍ່ຍາວໄກໃນຕະຫລອດໄລຍະປະຫວັດສາດການພົວພັນ 2 ປະເທດເວົ້າລວມ ແຕ່ແມ່ນໄລຍະສຳຄັນທີ່ສຸດ, ສ້າງຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. 

 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ
      ປະຈຸບັນ 2 ປະເທດພວມພັດທະນາການພົວພັນຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”. ດ້ວຍທິດນຳນີ້, ການພົວພັນ 2 ປະເທດສືບຕໍ່ພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ເນັ້ນໜັກຄືດັ່ງກ່າວ ທີ່ການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/06/1967 – 24/06/2017) ແລະ ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2017. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໃຫ້ຮູ້ວ່າ:
        “ຫວຽດນາມ ແລະ ກຳປູເຈຍ ບໍ່ພຽງແຕ່ພັດທະນາການພົວພັນໃນໄລຍະ 2 ປະເທດລ້ວນແຕ່ສູ້ຊົນຍາດເອົາເອກະລາດ ແລະ ປົກປັກຮັກສາເອກະລາດເທົ່ານັ້ນ ຫາກຍັງໃນການພັດທະນາສາຍພົວພັນໃນປະຈຸບັນນັ້ນ 2 ປະເທດໄດ້ພັດທະນາໃນທຸກຂົງເຂດອີກດ້ວຍ. ຫວຽດນາມ ດ້ວຍຖານະເປັນປະເທດບ້ານໃກ້ເຮືອນຄຽງຂອງ ກຳປູເຈຍ, ມີຄວາມຫວັງຢາກ ກຳປູເຈຍ ພັດທະນາສີວິໄລ, ສັນຕິພາບ ແລະ ພິເສດແມ່ນເພີ່ມທະວີການພົວພັນມິດຕະພາບຮອບດ້ານກັບ ຫວຽດນາມ ຍ້ອນການພົວພັນນັ້ນ ຈະຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ ພ້ອມທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ”.
        ເນື່ອງໃນໂອກາດນີ້, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ, ທ່ານ ແທກຢື ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຊີ້ແຈ້ງວ່າ:
        “ບັນດາວິສາຫະກິດ 2 ປະເທດ ຄວນຍູ້ແຮງບັນດາການເຄື່ອນໄຫວ Marketing, ໂຄສະນາເຜີຍແຜຢ່າງກ້ວາງຂວາງກ່ຽວກັບຜະລິດຕະພັນ ແລະ ການບໍລິການ. ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າກ່ວາອີກ. ວາງແຜນ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງ, ຂໍ້ລິເລີ່ມໃຫ້ເໝາະສົມ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ການເຄື່ອນໄຫວດຳເນີນທຸລະກິດຂອງປະຊາຄົມວິສາຫະກິດ 2 ປະເທດ. ເຈລະຈາ ແລະ ເຊັນສັນຍາສະບັບໃໝ່ແທນໃຫ້ສັນຍາກ່ຽວກັບການແລກປ່ຽນສິນຄ້າ ແລະ ການບໍລິການການຄ້າຊາຍແດນໂດຍໄວ ຊຶ່ງ 2 ປະເທດໄດ້ລົງນາມໃນປີ 2001 ຈະປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າລະຫວ່າງ 2 ປະເທດ”.
        ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (24/06/1967 – 24/06/2017), ໜັງສືພິມລາຍວັນ Rasmei Kampuches ສະບັບອອກວັນທີ 24 ມິຖຸນາ ໄດ້ຄັດສະເໜີໃນໜ້າທຳອິດບົດສຳພາດທ່ານ ແທກຢື ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top