• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ການປະກວດພາບຖ່າຍໜັງສືພິມ “ວິນາທີຄຳ” 04 - ສັນລະເສີນ 22 ຊຸດພາບຖ່າຍຫນັງສືພິມທີ່ດີເດັ່ນ

ພາບຖ່າຍຕ່າງໆທີ່ໄດ້ສົ່ງເຂົ້າມາປະກວດໃນງານພາບຖ່າຍໜັງສືພິມ “ວິນາທີຄຳ” 04 ຂອງບັນດານັກຂ່າວ, ນັກຖ່າຍພາບ ໄດ້ສະແດງ ໃຫ້ເຫັນມູມມອງຂອງຕົນໃນການສະທ້ອນບັນຫາຕ່າງໆ ດ້ານສະຖານະການຂອງປະເທດໃນທຸກຂົງເຂດ, ທຸກແຫ່ງຫົນ, ທີ່ມີການແຜ່ຂະຫຍາຍ ແລະ ເກີດຫາງສຽງວິພາກວິຈານ. 
ການຈັດຕັ້ງມອບລາງວັນພາບຖ່າຍໜັງສືພິມວິນາທີຄຳ, ຂ່າວສານ ຫວຽດນາມ ມຸ່ງຫວັງຢາກມີພາບຖ່າຍທີ່ ມີລັກສະນະສື່ຂ່າວຕົວຈິງ, ສ່ອງແສງຄວາມເປັນຈິງ ແລະ ມີຊີວິດຊີວາ ເຫດການຕ່າງໆທີ່ກຳລັງ ເກີດຂຶ້ນຢ່າງເປັນຂະບວນຝົດຝື້ນປະເທດຊາດ ຂອງພວກເຮົາ. ນີ້ເປັນຄັ້ງທີສີ່ໄດ້ຮັບການຈັດຕັ້ງຂຶ້ນ, ລາງວັນ ພາບຖ່າຍໜັງສືພິມ ວິນາທີຄຳໄດ້ເປັນ, ພວມເປັນ ແລະ ຈະເປັນຂີດໝາຍອັນສຳຄັນ ໃນຂະບວນວິວັດການພັດທະນາຂອງພາບຖ່າຍ ໜັງສືພິມຂອງ ບ້ານ ເມືອງ. ໃນຕົວຈິງຍັງມີຫລາກຫຼາຍວຽກ ທີ່ຕ້ອງເຮັດເພື່ອຍົກສູງ ຄຸນນະພາບຂອງພາບຖ່າຍໜັງສືພິມຫວຽດນາມ, ດ້ວຍການຈັດຕັ້ງ ການປະກວດພາບຖ່າຍຄັ້ງນີ້, ຂ່າວສານຫວຽດນາມມຸ່ງປະກອບສ່ວນເຂົ້າໃນພາລະກິດລວມດັ່ງກ່າວ”.
(ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການ ໃຫຍ່ ຂ່າວສານຫວຽດນາມi)
ການປະກວດພາບຖ່າຍໜັງສືພິມທີ່ໃສ່ຊື່ “ວິນາທີຄຳ” ໂດຍສຳນັກ ຂ່າວສານຫວຽດນາມເປັນອົງການຈັດຕັ້ງໄດ້ 4 ຄັ້ງແລ້ວ. ນີ້ແມ່ນ ເຫດການທີ່ສຳຄັນເພື່ອສ້າງເວທີກວ້າງໃຫຍ່ຂຶ້ນ,  ໃຫ້ສົມດຸນກັບລະດັບຂອງວົງການນັກຖ່າຍຮູບໃນທົ່ວປະເທດເວົ້າລວມ ແລະ ເວົ້າສະເພາະ ແມ່ນວົງການນັກຖ່າຍຮູບໜັງສືພິມ.

ດ້ວຍຄວາມເປັນເອກະລັກສະເພາະຂອງປະເພດພາບຖ່າຍໜັງສືພິມ, ບັນດາພາບຖ່າຍທີ່ໄດ້ສົ່ງຮູບເຂົ້າມາປະກວດຄັ້ງນີ້ ແມ່ນຜົນການບັນທຶກວິນາທີທີ່ມີຊີວິດຊີວາ,  ຊຶ່ງຊໍ່ສ່ອງແສງໃຫ້ເຫັນ ທຸກດ້ານໃນຊີວິດ ສັງຄົມ. ເບື້ອງຫຼັງຂອງພາບຖ່າຍຕ່າງໆແມ່ນຊີວິດຈິດໃຈ ຂອງນັກ ຖ່າຍ, ເຂົາເຈົ້າໄປເຖິງທ້ອງຖິ່ນຕ່າງໆ ບ່ອນທີ່ເກີດຂຶ້ນເຫດການ “ເດືອດຮ້ອນ” ໂດຍບໍ່ຄິດຖໍ້ຖອຍຕໍ່ຄວາມຫຍຸ້ງຍາກ ແລະ ຄວາມ ອັນຕະລາຍເຊັ່ນ: ເຂດປະສົບພາຍຸນຳ້, ນ້ຳໄຫລນອງ ຢູ່ແຂວງລາວ ກາຍ, ຝັ່ງທະເລເຊາະເຈື່ອນ, ການທຳລາຍປ່າຢູ່ແຂວງກວາງນາມ, ໄພແຫ້ງແລ້ງຢູ່ພາກກາງຕອນໃຕ້, ໄຕງວຽນ, ໄພແຫ້ງແລ້ງ ແລະ ນຳ້ເຄັມຊືມຢູ່ເຂດທົ່ງພຽງແມ່ນຳ້ຂອງ, ອຸບັດເຫດມົນລະພິດສິ່ງແວດ ລ້ອມທະເລ Formosa  ຢູ່ 4 ແຂວງພາກກາງຫວຽດນາມ... ເພື່ອ ນຳເອົາບັນດາພາບຕ່າງໆເຫລົ່ານັ້ນມາໃຫ້ມວນຊົນໄດ້ ຊົມພາບຕົວຈິງໃນຫນັງສືພິມ.   



ທ່ານ ຫງວຽນດຶກເລີ້ຍ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ ຂ່າວສານຫວຽດນາມ ແລະ ທ່ານ ຟ້າມວັນລີນ, ຮອງຄະນະໂຄສະນາສຶກສາ
ສູນກາງພັກກອມມູນິດຫວຽດນາມ ມອບລາງວັນທີໜຶ່ງໃຫ້ ແກ່ນັກຖ່າຍຮູບ ຟ້າມບັ່ງ (ແຂວງລາວກາຍ). ພາບ: ເຈີ່ນແທງຢາງ



ບັນດາທ່ານຜູ້ແທນຕັດແຖບຜ້າເປີດງານວາງສະແດງພາບຖ່າຍວິນາທີຄຳ 04. ພາບ: ເຈີ່ນແທງຢາງ


ແຂກທີ່ເຂົ້າມາຢ້ຽມຊົມຜົນງານການປະກວດທີ່ໄດ້ຮັບລາງວັນວິນາ ທິຄຳ 04. ພາບ: ເຈີ່ນແທງຢາງ


ວາງສະແດງລາງວັນວິນາທິຄຳ 04 ໄດ້ຈັດຂຶ້ນຢູ່ສູນ ສຳນັກຂ່າວ ສານແຫ່ງຊາດ, ເຮືອນເລກທີ 5, ຖະໜົນຫຼີເຖື່ອງກຽດ, ຮ່າໂນ້ຍ. ພາບ: ຫວຽດເກື່ອງ
 

ຢູ່ໃນງານປະກວດຄັ້ງນີ້, ນັກຂ່າວພາບຖ່າຍປະຈຳຢູ່ບັນດາອົງການ ສຳນັກສື່ຂ່າວທົ່ວປະເທດໄດ້ນຳສົ່ງພາບມາປະກວດ. ເປັນພິເສດ ແລະ ໜ້າສົນໃຈສຸດແມ່ນຈຳນວນນັກຂ່າວເປັນໄວໜຸ່ມ ໄດ້ກວມເອົາເປັນຈຳນວນຫລາຍ. ບັນດານັກຂ່າວພາບ, ນັກຂ່າວມີຄວາມສາມາດ ຖ່າຍພາບໜັງສືພິມໄດ້ເປັນຢ່າງດີທີສຸດ”.
(
ນັກຂ່າວຫງວຽນຖັ໋ງ-ຫົວໜ້າຄະນະບັນນາທິການໃຫຍ່ຂ່າວພາບ ຫວຽດນາມ(ຂ່າວສານຫວຽດນາມ) -ຮອງປະທານຜູ້ປະຈຳການ ຄະນະກວດສອບ)
ຄຽງຄູ່ກັນນັ້ນ, ບັນດາເຫດການທາງການເມືອງ ທີ່ສຳຄັນໆ ຂອງປະເທດ ໃນໄລຍະຜ່ານມາໄດ້ບັນດານັກຂຽນຂ່າວ ກໍເປັນ “ນັກຈົດແຕ້ມເຫດການດ້ວຍແສງສະຫວ່າງ” ສ່ອງແສງຢ່າງມີຊີວິດຊີວາ. ເບິ່ງຕາມເວັບໄຊຂອງການປະກວດຄືດັ່ງນີ້: www.khoanhkhacvang.vnanet.vn, ທ່ານຜູ້ຊົມສາມາດເຫັນ ໄດ້ງ່າຍມີຫລາກຫລາຍຊຸດພາບຖ່າຍທີ່ສະແດງໃຫ້ເຫັນ ເຫດການ ຕ່າງໆທີ່ພົ້ນເດັ່ນເຊັ່ນ: ຄວາມພາກພູມໃຈຂອງປະຊາຊົນ ໃນພິທີ ໂຮມຊຸມນຸມມິດຕີງສະເຫຼີມສະຫຼອງ 70 ປີວັນຊາດ ຫວຽດນາມ, ຮູບພາບທ່ານປະທານາທິບໍດີອາເມລິກາ Obama ສະແດງເຖິງ ຄວາມໃກ້ຊິດສະໜິດສະໜົມກັບຊາວນະຄອນຫຼວງຮ່າໂນ້ຍ,  ປວງ ຊົນນັບແຕ່ເຂດພູສູງເຂດຕາເວັນຕົກສ່ຽງເໜືອ ເຖິງເຂດທະເລເກາະ ເຈື່ອງຊາກຳລັງຟົດຟື້ນມ່ວນຊື່ນໄປເລືອກຕັ້ງ, ກອງທະຫານເຮືອ ຫວຽດນາມເຂົ້າຮ່ວມຝຶກແອບການປົກປັກຮັກສາສັນຕິພາບ ແລະ ຕ້ານການກໍ່ການຮ້າຍ.

ການປະກວດພາບຖ່າຍໜັງສິພິມ ວິນາທີຄຳ 04 ໄດ້ຮັບການ ຕີລາ ຄາວ່າເປັນບ່ອນເກັບຮັກສາ, ໂຄສະນາເຜີຍແຜ່ຫລັກວັດທະນະທຳ ຂອງວົງຄະນາຍາດ 54 ຊົນເຜົ່າຫວຽດນາມ.  ງານບຸນຕ່າງໆ, ຮີດ ຄອງປະເພນີ, ສີສັນວັດທະນະທຳທີ່່ໂດດເດັ່ນ ໄດ້ຖືກບັນດານັກຖ່າຍ ພາບລັ່ນກ້ອງ ແລະ ຝາກມາເຂົ້າປະກວດ, ເມື່ອທ້ອນໂຮມເຂົ້າກັນແລ້ວມັນກາຍເປັນປຶ້ມ “abum” ທີ່ໂດດເດັ່ນທາງດ້ານ ວັດທະນະ ທຳຫວຽດນາມ.
 

ພາບຖ່າຍ “ຫຼັງໄພນຳ້ໄຫລນອງຮ້າຍແຮງ” ຂອງນັກປະພັນ ຟ້າມບັ່ງ (ແຂວງລາວກາຍ), ຫຼຽນຄຳໃນປະເພດພາບເປັນຊຸດ. 


ພາບຖ່າຍ “ທາງລາງ tuynel ຢູ່ໄຕ ແຄ ຊີມ, ນະຄອນ ເກີມຝາ, ແຂງງ ກວາງນິງ” ຂອງນັກປະພັນ ຟ້າມຮວ່າຍນາມ (ແຂວງກວາງນິງ), ຫຼຽນເງິນໃນປະເພດພາບດ່ຽວ. 


ພາບຖ່າຍ “ສາຍຮູບເງົາມາເຖິງເຂດຫ່າງໄກ” ຂອງນັກປະພັນ ຟານຊວນງວຽນ (ແຂວງຢາລາຍ), ຫຼຽນເງິນໃນປະເພດພາບເປັນຊຸດ. 


ພາບຖ່າຍ “Selfie” ໃນງານບຸນສີສັນ "Color my run" 2016" ຂອງນັກປະພັນ ກ່ຽວແອງຢຸງ (ນະຄອນໂຮ່ຈີມິນ), ຫຼຽນເງິນໃນປະເພດພາບເປັນຊຸດ.



ພາບຖ່າຍ “ເພພັງມ້າງຜານເກືອດ້າຍ” ຂອງນັກປະພັນ ເຕິດເຊີນ (ນະຄອນຮ່າໂນ້ຍ), ຫຼຽນເງິນໃນປະເພດພາບເປັນຊຸດ .


ພາບຖ່າຍ “ລາກ່ອນແມ່, ລູກເດີນທາງເຂົ້າຮ່ວມກອງທະຫານ” ຂອງ ນັກປະພັນ ຮີ່ວໝີຖ້ວນ, ຫຼຽນທອງໃນປະເພດພາບດ່ຽວ.


ພາບຖ່າຍ “ໄຕງວຽນໃນລະດູແຫ້ງແລ້ງ” ຂອງນັກປະພັນ ຕ໋ຽນແທ່ງ (ແຂວງແຄ໋ງຮ່ວາ), ຫຼຽນທອງໃນປະເພດພາບເປັນຊຸດ.


ພາບຖ່າຍ “ເທວະດານ້ອຍຕີກອງ “ຈ້ອງເຍີນ” ຂອງນັກປະພັນ ຫງວຽນລີນວິງກວກ (ແຂວງຢາລາຍ), ຫຼຽນທອງໃນປະເພດ ພາບດ່ຽວ.  


ພາບຖ່າຍ “ກໍ່ສ້າງຂົວ” ຂອງນັກປະພັນ ລໍ່ວັນເຮີ້ບ (ແຂວງ ດົ່ງນາຍ), ຫຼຽນທອງໃນປະເພດພາບເປັນຊຸດ.


ພາບຖ່າຍ “ຊ່ວຍປະຊາຊົນຫຼັງໄພນຳ້ຖ້ວມ” ຂອງນັກປະພັນ ຫງວຽນວັນມ່ຽນ (ແຂວງອຽນບ໋າຍ), ຫຼຽນທອງໃນປະເພດພາບດ່ຽວ. 


ພາບຖ່າຍ “ເຈື່ອງຊາຟົດຟື້ນໃນວັນບຸນເລືອກຕັ້ງ” ຂອງນັກປະພັນ ເຈີ່ນເລເລີມ (ນະຄອນດ່າໜັງ), ຫຼຽນທອງໃນປະເພດພາບເປັນຊຸດ.


ພາບຖ່າຍ “ເຮັດເຮືອນຣົງຂອງຊົນເຜົ່າບານາທີກົງຕຸມ” ຂອງ ນັກປະພັນ ຟ້າມຮຸຍດັ່ງ (ແຂວງກອນຕຸມ), ລາງວັນຊົມເຊີຍປະເພດ ພາບດ່ຽວ.


ພາບຖ່າຍ “ກູ້ໄພຄະດີໄຟໄໝ້ປຳ້ນຳ້ມັນ ຊາງມ້ານ” ຂອງຈຸ ນັກປະພັນ ຫງວຽນຢາງນາມ-ຫວູຮວ່າງແອງ, ລາງວັນຊົມເຊີຍ ປະເພດພາບເປັນຊຸດ.


ພາບຖ່າຍ “ສະຫງ່າຜ່າເຜີຍວັນກັບມາ” ຂອງນັກປະພັນ ຫງວຽນກວກແຄ໋ງ (ນະຄອນຮ່າໂນ້ຍ), ລາງວັນຊົມເຊີຍປະເພດ ພາບດ່ຽວ.


ພາບຖ່າຍ “ຊາວປະມົງກີ່ນາມຕໍ່ຫນ້າສະພາບຮັບມົນລະພິດ ສິ່ງແວດ ລ້ອມທາງທະເລ” ຂອງນັກປະພັນ ຮວ່າງອານ
(ແຂວງກວາງບິ່ງ), ລາງວັນຊົມເຊີຍປະເພດພາບເປັນຊຸດ.



ພາບຖ່າຍ “ເຕັກໂນໂລຊີສຸດຍອດກະເສດການລ້ຽງກຸ້ງໃນເຮືອນປິດ” ຂອງນັກປະພັນ ຟານແທງເກື່ອງ (ແຂວງບາກລຽວ), ລາງວັນຊົມເຊີຍ ປະເພດພາບດ່ຽວ.


ພາບຖ່າຍ “ໄຟຟ້າພະລັງລົມຢູ່ໝູ່ບ້ານຊາວປະມົງ” ຂອງນັກປະພັນ ເຈີ່ນກົງດາດ (ນະຄອນຮ່າໂນ້ຍ), ລາງວັນຊົມເຊີຍປະເພດພາບເປັນຊຸດ.


ພາບຖ່າຍ “ລີລາການຟ້ອນຈ່າມຈີມ” ຂອງນັກປະພັນ ຫງວຽນແທ່ງຮືງ (ແຂວງດົ່ງທາບ), ລາງວັນຊົມເຊີຍ ປະເພດພາບດ່ຽວ.


ພາບຖ່າຍ “ຫ້ອງສອນລອຍນຳ້ໃນແມ່ນຳ້” ຂອງນັກປະພັນ ຫງວຽນ ດຶກມິງ (ແຂວງກວາງຫງາຍ), ລາງວັນຊົມເຊີຍປະເພດ ພາບເປັນຊຸດ.


ພາບຖ່າຍ “ສະຖິຕິການຟ້ອນເຢິນຫວູ”  ຂອງນັກປະພັນ ໂດ໊ຕຸ່ງ (ແຂວງ ເກີ່ນເທີ),  ລາງວັນຊົມເຊີຍປະເພດພາບດ່ຽວ.
 



ການປະກວດພາບຖ່າຍໜັງສືພິມວິນາທີຄຳ 04 ໄດ້ຮັບການ ລະດົມເລີ່ມແຕ່ວັນທີ 5 ກໍລະກົດເຖິງວັນທີ 31 ສິງຫາ 2016, ຄະນະ ຈັດຕັ້ງງານໄດ້ຮັບທັງຫມົດ 6.343 ຊຸດ, ຈາກ 624 ນັກປະພັນ ທີ່ມາຈາກ 63 ແຂວງ, ນະຄອນ (ໃນນັ້ນມີ 5.793 ພາບເປັນພາບ ດ່ຽວ ແລະ 550 ພາບເປັນຊຸດ, ພາບປະກອບສາລະຄະດີ). ພາຍຫຼັງ ການກວດ ແລະ ໃຫ້ຄະແນນ, ຄະນະກວດສອບໄດ້ຕົກລົງມອບມີ 1 ຫຼຽນຄຳ, 4 ຫຼຽນເງິນ, 6 ຫຼຽນທອງ ແລະ 11 ລາງວັນຊົມເຊີຍ ໃຫ້ແກ່ບັນດານັກປະພັນທີ່ມີພາບຖ່າຍດີເດັ່ນ ລວມທັງປະເພດ ພາບດ່ຽວ ແລະ ພາບສາລະຄະດີ/ພາບເປັນຊຸດ ແລະ ຄັດເລືອກເອົາ ຈຳນວນ 71 ຊຸດພາບຖ່າຍທີ່ມີເນື້ອໃນ ແລະ ຄຸນນະພາບດີເດັ່ນກວ່າ ໝູ່ ເພື່ອວາງສະແດງ ທີ່ສູນສຳນັກຂ່າວສານແຫ່ງຊາດ, ເຮືອນ ເລກທີ 5, ຖະໜົນຫຼີເຖື່ອງກຽດ, ຮ່າໂນ້ຍ. 


ບົດ: ທົງທ້ຽນ(ຮຽບຮຽງ)
ພາບ: ເຈີ່ນແທງຢາງ -ຫວຽດເກື່ອງ ແລະ ຄະນະຈັດຕັ້ງການປະກວດ ພາບຖ່າຍໜັງສືພິມວິນາທີຄຳ 04

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top