• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳໃຊ້ວິທະຍາສາດເຕັກໂນໂລຢີໃນການອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ່ໄທ

      ໂດຍເປັນຫ່ວງເປັນໃຍຕໍ່ເລື່ອງວັດທະນະທຳຊົນເຜົ່າຈະຖືກເສື່ອມເສຍໄປ, ທ່ານ ກ່າວັນຈູງ, ຮອງຫົວໜ້າອຳນວຍການ ສູນວິທະຍາສາດ ແລະ ເຕັກໂນໂລຢີ ແຂວງ ເຊີນລາ, ໄດ້ມີການສະສົມ, ຄົ້ນຄ້ວາຫຼາຍຢ່າງ, ແລະ ນຳໃຊ້ວິທະຍາສາດ, ເຕັກໂນໂລຢີເຂົ້າໃນການອະນຸລັກຮັກສາວັດທະນະທຳຊົນເຜົ່າຜູ່ໄທ.
      

ການສອນ ແລະ ຮຽນພາສາໄທ, ປະຕິທິນການຜະລິດກະສິກຳທາງເຄືອຂ່າຍອິນເຕີແນດ ແລະ ການຫັນບັນດາບົດປະພັນວັນນະຄະດີຊົນເຜົ່າຜູ່ໄທເປັນດີຈີຕອນຂອງທ່ານ ໄດ້ຊ່ວຍໃຫ້ຊາວເຜົ່າຜູ່ໄທຢູ່ທີ່ນີ້ມີເງື່ອນໄຂຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊົນເຜົ່າຕົນຕື່ມອີກ.

ທ່ານ ກ່າວັນຈູງ ແມ່ນຜູ້ທີ່ໄດ້ນຳເອົາປະຕິທິນຂອງຊາວເຜົ່າຜູ່ໄທເຂົ້າໃນການດຳລົງຊີວິດຂອງເຂົາເຈົ້າ (ພາບ: ອິນເຕີແນັດ)
              ໂດຍໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ຢູ່ບ້ານ ກໍປູກ, ຕາແສງ ຈ່ຽງເງິນ, ນະຄອນ ເຊີນລາ, ແຂວງ ເຊີນລາ, ເຊິ່ງແມ່ນບ້ານເກີດເມືອງນອນຂອງຊາວເຜົ່າຜູ່ໄທ. ຊີວິດຂອງທ່ານ ກ່າວັນຈູງ ແມ່ນເຊື່ອມຊືມດ້ວຍວັດທະນະທຳຂອງຊົນເຜົ່າຜູ່ໄທ. ເມື່ອເຕີບໃຫຍ່, ຍາມໃດທ່ານ ຈູງ ກໍ່ຄິດຫງຳ, ຊອກຫາວິທີປະກອບສ່ວນເຂົ້າໃນການອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າຕົນ. ເມື່ອຍັງຮຽນຢູ່ໂຮງຮຽນກະສິກຳຊັ້ນກາງ ຕະຫຼອດຮອດເວລາຮຽນຈົບ, ແລ້ວອອກຈາກໂຮງຮຽນ ໄປປະຕິບັດງານດ້ວຍຕຳແໜ່ງຕ່າງໆຄື: ເປັນພະນັກງານໄຈ້ແຍກດິນກະສິກຳ ໄຕບັກ (ທາງທິດຕາເວັນຕົກສ່ຽງເໜືອ), ເປັນພະນັກງານວິທະຍາສາດ - ເຕັກນິກ ເຊີນລາ; ເປັນທະຫານອາສາສະໝັກຢູ່ພາກເໜືອຂອງລາວ, ແລະ ປັດຈຸບັນເປັນຮອງຫົວໜ້າອຳນວຍການສູນວິທະຍາສາດ ແລະ ເຕັກໂນໂລຢີແຂວງ ເຊີນລາ, ຍາມໃດທ່ານກໍ່ສະຫງວນເວລາເພື່ອຊອກຫາ, ສະສົມເອກະສານ ວັດທະນະທຳເຜົ່າຜູ່ໄທ. ທ່ານ ແລະ ຜູ້ຮ່ວມງານໄດ້ຕິດຕັ້ງພາສາເຜົ່າຜູ່ໄທເຂົ້າຊອບແວຄອມພີວເຕີ. ແລະ ປັດຈຸບັນ, ຟອນພາສາເຜົ່າຜູ່ໄທພວມໄດ້ຮັບການນຳໃຊ້ໃນການສອນ ແລະ ຮຽນຢູ່ບັນດາສູນສຶກສາປະຈຳໃນແຂວງ ເຊີນລາ. ຊອບແວນີ້ກໍ່ໄດ້ນຳເຂົ້າຊຸດຝຶກອົບຮົມໃຫ້ແກ່ຖັນແຖວຄູອາຈານທີ່ເປັນຄົນຊົນເຜົ່າຜູ່ໄທ, ເພື່ອນຳເຂົ້າຫຼັກສູດຮຽນຢູ່ໂຮງຮຽນປະຖົມຕ່າງໆໃນແຂວງ ເຊີນລາ. ເອື້ອຍຄູ ຮ່າທິແທ່ງ, ຢູ່ໂຮງຮຽນປະຖົມຕາແສງ ເມື່ອງຢົນ, ເມືອງ ກວີ່ນຍາຍ, ໃຫ້ຮູ້ວ່າ:
        “ອາຈານ ຈູງ ເປັນຜູ້ອະນຸລັກຮັກສາວັດທະນະທຳຂອງຊົນເຜົ່າຜູ່ໄທ. ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ອາຈານຍັງຄົງເມົາມົວກັບວຽກງານ ສອນພາສາເຜົ່າຜູ່ໄທໃຫ້ອ້າຍ, ເອື້ອຍ, ນ້ອງພວກເຮົາ. ອາຈານແມ່ນຜູ້ສຸດຈິດສຸດໃຈກັບວັດທະນະທຳຂອງຊົນເຜົ່າຜູ່ໄທ“.
        ຜ່ານສະພາບຕົວຈິງແຫ່ງການສິດສອນ ແລະ ຮຽນພາສາເຜົ່າຜູ່ໄທ ເມື່ອເຫັນໄດ້ຄວາມຫຍຸ້ງຍາກຂອງຜູ້ຮຽນ, ທ່ານ ຈຸງ ໄດ້ຄົ້ນຄ້ວາ, ຕິດຕັ້ງລາຍການຮຽນພາສາເຜົ່າຜູ່ໄທເຂົ້າຄອມພິວເຕີ. ລາຍການນີ້ນຳໃຊ້ສະດວກພໍສົມຄວນ. ທ່ານ ຈູງ ໃຫ້ຮູ້ວ່າ:
        “ຮຽນພາສາເຜົ່າຜູ່ໄທບໍ່ຍາກ, ແຕ່ບໍ່ມີຄູສອນແມ່ນຮຽນບໍ່ໄດ້. ຂ້າພະເຈົ້າຈຶ່ງຕິດຕັ້ງລາຍການຮຽນພາສາເຂົ້າຄອມພິວເຕີ, ແຕ່ບໍ່ແມ່ນວ່າຜູ້ໃດກໍ່ມີຄອມພິວແຕີເພື່ອຮຽນ, ຂ້າພະເຈົ້າຈຶ່ງອັດລາຍການຮຽນພາສາເຜົ່າຜູ່ໄທໃສ່ແຜ່ນຊີດີ. ປັດຈຸບັນ, ຂ້າພະເຈົ້າໄດ້ມອບຜະລິດຕະພັນດັ່ງກ່າວໃຫ້ພະແນກ ວິທະຍາສາດ ແລະ ເຕັກໂນໂລຢີ ຄຸ້ມຄອງ. ຖ້າຜູ້ໃດມີຄວາມຕ້ອງການສາມາດມາຊອກຮູ້ ແລະ ຄົ້ນຄ້ວາ, ຮຳ່ຮຽນຢູ່ແຫ່ງນີ້ໄດ້ “.
        ຊາວເຜົ່າຜູ່ໄທມີວິທີຄິດໄລ່ປະຕິທິນສະເພາະ ແລະ ນຳໃຊ້ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມ. ສຳລັບຊາວເຜົ່າຜູ່ໄທຢູ່ ເຊີນລາ, ທ່ານ ກ່າວັນຈູງ ແມ່ນຜູ້ທີ່ໄດ້ນຳເອົາປະຕິທິນຂອງຊາວເຜົ່າຜູ່ໄທເຂົ້າໃນການດຳລົງຊີວິດຂອງເຂົາເຈົ້າ. ບັນດາກິດຈະກຳຄົ້ນຄ້ວາ, ສະສົມ, ຮຽບຮຽງຂອງທ່ານຖືກນຳເຂົ້າໝູນໃຊ້ໃນການດຳລົງຊີວິດປະຈຳວັນ, ເຊັ່ນ: ປະຕິທິນ Blog ຮັບໃຊ້ຊາວເຜົ່າຜູ່ໄທ; ປະຕິທິນວິທະຍາສາດ ເຊີນລາ; ປະຕິທິນຊີ້ນຳການຜະລິດຂອງຂະແໜງກະສິກຳ ແລະ ພັດທະນາຊົນນະບົດ… ນັບແຕ່ປີ 1990 ມາຮອດປັດຈຸບັນ, ທ່ານເປັນຜູ້ຮັບຜິດຊອບຫົວເລື່ອງຂັ້ນແຂວງກ່ຽວກັບ “ການຄົ້ນຄ້ວາ, ຮຽບຮຽງ ແລະ ນຳເຂົ້າຄອມພິວເຕີ ປະຕິທິນຊົນເຜົ່າຜູ່ໄທ“; ດຳເນີນການຮຽບຮຽງປຶ້ມປະຕິທິນຊົນເຜົ່າຜູ່ໄທ ເຊີນລາ. ທ່ານຍັງສະສົມ, ຮຽບຮຽງ, ຫັນເປັນດີຈີຕອນ ເພງພື້ນເມືອງຂອງຊົນເຜົ່າຜູ່ໄທ200 ບົດ ໃນຫົວເລື່ອງຄົ້ນຄ້ວາວິທະຍາສາດ ຄົ້ນຄ້ວາ, ສ້າງລາຍການໜູນຊ່ວຍຂັບເພງພື້ນເມືອງຊົນເຜົ່າຜູ່ໄທແຂວງ ເຊີນລາ“. ໂດຍເມົາມົວ, ກັບວຽກງານເຫຼົ່ານັ້ນ, ຄວາມປາຖະໜາຂອງທ່ານ ກ່າວັນຈູງ ພຽງແຕ່ແມ່ນບັນຫາຮັກສາວັດທະນະທຳເຜົ່າຜູ່ໄທບໍ່ໃຫ້ເສື່ອມເສຍໄປເທົ່ານັ້ນ:
        “ຂ້າພະເຈົ້າດີໃຈທີ່ສຸດເມື່ອຕົນເອງເຮັດໄດ້ບັນດາວຽກງານທີ່ມີຄວາມໝາຍສຳລັບວັດທະນະທຳເຜົ່າຜູ່ໄທ. ເຖິງຢ່າງໃດກໍ່ຕາມ, ຍັງມີວຽກງານບາງຢ່າງຂ້າພະເຈົ້າບໍ່ທັນເຮັດເທື່ອ, ຄາດວ່າໃນໄລຍະຈະມາເຖິງຂ້າພະເຈົ້າຈະເຮັດວຽກຫຼາຍກວ່າ, ຫວັງວ່າທຸກຄົນຈະພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເຜົ່າເພື່ອບໍ່ໃຫ້ເສື່ອມເສຍໄປ. ຂ້າພະເຈົ້າຫວັງວ່າລຸ້ນໜຸ່ມຈະພະຍາຍາມຮຳ່ຮຽນ ແລະ ສືບຕໍ່ພາລະກິດວັດທະນະທຳຂອງລຸ້ນກ່ອນ“.
        ທ່ານ ກ່າວັນຈູງ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກຄະນະກຳມະການປະຊາຊົນແຂວງ ເຊີນລາ, ຂະແໜງ ວັດທະນະກິລາ ແລະ ທ່ອງທ່ຽວ ຍ້ອນມີຜົນງານດີເດັ່ນໃນການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳຊົນເຜົ່າ. ສະເພາະມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ເຊີດຊູ ແລະ ສະແດງຄວາມຮູ້ບຸນຄູນຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ໃນການອະນຸລັກຮັກສາວັດທະນະທຳເຜົ່າຜູ້ໄທ.
 (ແຫຼ່ງຄັດຈາກ VOV)
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top