• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ, ລັດຖະບານຫວຽດນາມຕ້ອນຮັບທູດພິເສດຂອງປະທານາທິບໍດີ ສ ເກົາຫລີ

      ຕອນບ່າຍວັນທີ 25 ພຶດສະພາ ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Park Won soon, ທູດພິເສດຂອງປະທານາທິບໍດີ ສເກົາຫລີ. 

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Park Won soon
      ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ: ສເກົາຫລີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວຫນ້າກ່ຽວກັບດ້ານເສດຖະກິດ ການຄ້າ ແລະ ການລົງທຶນຂອງຫວຽດນາມ ແລະ ຖືວ່າ ຫວຽດນາມ ແລະ ສເກົາຫລີ ຄວນຊຸກຍູ້ການຮ່ວມມືຢ່າງແຫນ້ນແຟ້ນ, ມີປະສິດທິຜົນກວ່າອີກ. ທູດພິເສດ ຂອງປະທານາທິບໍດີ ສເກົາຫລີ ເນັ້ນຫນັກເຖິງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ ແມ່ນພື້ນຖານໝັ້ນຄົງໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດ. ທ່ານ Park Won soon ຕີລາຄາສູງການພັດທະນາຢ່າງແຮງຂອງການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີໃນທຸກຂົງເຂດໃນໄລຍະຜ່ານມາ ພ້ອມທັງຢືນຢັນຈະສືບຕໍ່ແບ່ງປັນຫລັກໝັ້ນ ແລະ ທັດສະນາກັບຫວຽດນາມ ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກຕ້ອນຮັບທ່ານ Park Won soon, ທູດພິເສດຂອງປະທານາທິບໍດີ ສເກົາຫລີ. 
      ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານ Park Won soon, ທ່ານນາຍົກລັດຖະມົນຕີ  ຫງວຽນຊວນຟຸກ ຢືນຢັນ: ການຮ່ວມມືອັນດີງາມລະຫວ່າງຫວຽດນາມ ແລະ ສເກົາຫລີ ໃນ 25 ປີຜ່ານມາ ບໍ່ພຽງແຕ່ເພື່ອຜົນປະໂຫຍດ, ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນຢູ່ພາກພື້ນ ແລະ ໂລກອີກດ້ວຍ. ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສເກົາຫລີ ມາລົງທຶນຢູ່ຫວຽດນາມ. 
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top