• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ການຄ້າເອເລັກໂຕຣນິກຫວຽດນາມ

ຈາກໜ້າເວັບໄຊການຄ້າເອເລັກຕໂຣນິກເວັບທຳອິດ ທີ່ໃສ່ຊື່ວ່າ: chodientu.vn ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2006, ມາຮອດປັດຈຸບັນນີ້ໄດ້ມີໜ້າເວັບການຄ້າ ເອເລັກຕໂຣນິກໄດ້ມີນັບເປັນຫຼາຍຮ້ອຍໜ້າເວັບ ແລະ ໄດ້ສ້າງໃຫ້ເປັນຄວາມເຄີຍຊິນຊື້ສິນຄ້າແບບໃໝ່ “ທີ່ບໍ່ເປັນແບບມູນເຊື້ອ” ສໍາລັບຜູ້ບໍລິໂພກຫວຽດນາມ. 
ເມື່ອປີ 2006, ໃນຂະນະໄປເຄື່ອນໄຫວວຽກງານຢູ່ປະເທດຍີ່ປຸ່ນ, ທ່ານ ຫງວຽນຮ່ວາບິ່ງ ມີໂອກາດ ໄດ້ເຫັນກັບຕາຜູ້ບໍລິໂພກຍີ່ປຸ່ນນິຍົມກັນຊື້ສິນຄ້າ ຜ່ານທາງອິນເຕີເນັສ. ສັງເກດເຫັນວ່າ, ນີ້ແມ່ນທ່າອຽງ ດຳເນີນທຸລະກິດທີ່ຈຳເປັນໃນອະນາຄົດເຖິງວ່າຄາວນັ້ນຢູ່ຫວຽດນາມຄວາມສຳນຶກກ່ຽວກັບການຄ້າເອເລັກຕໂຣນິກຍັງຄົງບໍ່ແທດເໝາະກັບຄວາມຕ້ອງການຕົວຈິງ, ແຕ່ເມື່ອກັບມາບ້ານເກີດ ທ່ານບິ່ງກໍ່ຕັດສິນໃຈສ້າງຕັ້ງ ໜ້າເວັບການຄ້າເອເລັກຕໂຣນິກຂອງຕົນທີ່ມີຊື່:chodientu.vn.

ຍ້ອນວ່າຄົນຫວຽດນາມມີຄວາມຊິນເຄີຍຊື້ສິນຄ້າຕາມແບບມູນເຊື້ອນັ້ນກໍ່ຄື: ລູກຄ້າຊື້ສິນຄ້າໂດຍກົງຢູ່ຕະຫຼາດ ແລະ ຮ້ານຄ້າ. ຍ້ອນແນວນັ້ນ, ໃນເບື້ອງຕົ້ນເວັບ chodientu.vn ໄດ້ປະສົບກັບຄວາມລຳບາກຫຼາຍ ພໍຄວນໃນການນຳເອົາການຄ້າຂາຍສິນຄ້າຕາມຮູບແບບ ໃໝ່ນີ້ເຂົ້າສູ່ການຊອກຊື້ສິນຄ້າທີ່ເຄີຍຊິນມາແລ້ວ ຂອງຄົນຫວຽດນາມ.

ດ້ວຍຍຸດທະສາດຂັ້ນຕົ້ນ ແມ່ນຊອກຫາ ແລະ ຈ່າວຂາຍ ບັນດາຜະລິດຕະພັນທີ່ແປກໆ ແລະ ມີລັກສະນະ ແສນໂດດເດັ່ນຢູ່ເທິງໜ້າເວັບ, ພ້ອມກັນນັ້ນກໍ່ເປີດ ການຂາຍປະມູນບັນດາຜະລິດຕະພັນທີ່ແປກໆ ແລະ ມີລັກສະນະແສນໂດດເດັ່ນດັ່ງກ່າວດ້ວຍລາຄາເລີ່ມຕົ້ນຕໍ່າ ຍິ່ງກວ່ານັ້ນບາງສິນຄ້າລາຄາພຽງ 1000 ດົ່ງ ຫວຽດນາມ, chodientu.vn ໄດ້ດຶງດູດຄວາມສົນໃຈ ຂອງຜູ້ບໍລິໂພກພາກສ່ວນໜ່ຶງຈຳນວນບໍ່ໜ້ອຍ.  ຈາກນັ້ນຄ່ອຍໆສ້າງຄວາມເຄີຍຊິນໃຫ້ພວກເຂົາເຈົ້າໃນການເຂົ້າໜ້າເວັບເບິ່ງ, ຊອກຫາ ແລະ ຕັດສິນໃຈ ຊື້ສິນຄ້າຜ່ານທາງອິນເຕີເນັສ.

ຫ້ອງການພົວພັນການຄ້າເອເລັກຕໂຣນິກຂອງ chodientu.vn, ສັງກັດບໍລິສັດຢາຍຟາບກົງເງ້ຮວ່າບິ່ງ.


chodientu.vn ແມ່ນບ່ອນພົວພັນຊື້ຂາຍ B2C ນຳໜ້າທຳອິດຢູ່ຫວຽດນາມ, ແລະເປັນໜຶ່ງໃນ 10 ເວບໄຊການຄ້າເອເລັກຕໂຣນິກໃຫຍ່ທີ່ສຸດຫວຽດນາມ. 


ບັນດາວິສາຫະກິດເຄື່ອນໄຫວໃນຂະແໜງການ ການຄ້າເອເລັກຕໂຣນິກຂອງຫວຽດນາມເວົ້າລວມແລະ chodientu.vn ເວົ້າສະເພາະ
ນັບມື້ນັບໄດ້ຮັບການ ຕີລາຄາສູງ ດ້ານລະດັບ ວິຊາສະເພາະ ແລະ ຄວາມໄວ້ເນື້ອເຊື່ອໃຈ. 



ປີ 2008, chodientu.vn ໄດ້ຕົກລົງຮ່ວມມືກັບ ກຸ່ມບໍລິສັດ eBay ຊຶ່ງເປັນກຸ່ມບໍລິສັດການຄ້າ ເອເລັກຕໂຣນິກຢືນຢູ່ລະດັບແຖວໜ້າຂອງໂລກ.  
 
ມາຮອດຕົ້ນປີ 2009, chodientu.vn ໄດ້ຕົກລົງ ຮ່ວມມືຢ່າງເປັນທາງການກັບກຸ່ມບໍລິສັດການຄ້າເອເລັກຕໂຣນິກລະດັບແຖວໜ້າຂອງໂລກ, ນັ້ນກໍ່ຄື Ebay. ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດໃໝ່ໃຫ້ແກ່ການຮ່ວມມື ແລະ ພັດທະນາ ການຄ້າເອເລັກຕໂຣນິກ ຢູ່ຕະຫຼາດຫວຽດນາມ.

ນັບຕັ້ງແຕ່ວັນສ້າງຕັ້ງມາຮອດປັດຈຸບັນ, ໂດຍອີງໃສ່ ການວິເຄາະສັນຍະລັກພິເສດກ່ຽວກັບລາຍຮັບ ຂອງ ຄົນຫວຽດນາມ, chodientu.vn ໄດ້ກຳນົດຕະຫຼາດຂອງຕົນແມ່ນກຸ່ມລູກຄ້າທົ່ວໄປຜູ້ທີ່ມີລາຍຮັບປານກາງ, ອາຍຸແຕ່ 18 ຫາ 24ປີ. ເພາະສະນັ້ນ, ສິນຄ້າສະໜອງ ໃຫ້ແກ່ກຸ່ມເປົ້າໝາຍແມ່ນຊາວໜຸ່ມເປັນຕົ້ນຕໍ ແລະ ຂາຍດ້ວຍລາຄາສາມັນຊົນ.

ດ້ວຍຍຸດທະສາດຕ່າງໆກ່ຽວກັບການແກ່ງແຍ້ງດ້ານລາຄາ, ບວກກັບນະໂຍບາຍຮັບປະກັນສິນຄ້າ ເພື່ອປົກປ້ອງສິດທິຂອງຜູ້ບໍລິໂພກຢ່າງເຕັມທີ່, ມາຮອດ ປັດຈຸບັນເກືອບໜຶ່ງທົດສະວັດ chodientu.vn ໄດ້ກາຍເປັນໜຶ່ງໃນ 10ໜ້າເວັບການຄ້າເອເລັກໂຕຣນິກ ຢືນຢູ່ລະດັບແຖວໜ້າຂອງຫວຽດນາມ, ດ້ວຍການປົກຄຸມພື້ນທີ່ 100% ເມືອງ ແລະ ເທດສະບານ ໃນທົ່ວປະເທດ.

ຍຸດທະສາດຂອງປີ 2016 ນີ້, chodientu.vn ຈະດຳເນີນການເພື່ອສາມາດປົກຄຸມ100% ບໍລິເວນ ພື້ນທີ່ຕາແສງໃນທົ່ວປະເທດ. ປະຈຸບັນ ສະມາຊິກ ຈົດທະບຽນນໍາ chodientu.vn ມີປະມານ 3 ລ້ານກວ່າ ຄົນ, ໃນນັ້ນສະມາຊິກ 600.000 ຄົນທຳການ ເຄື່ອນໄຫວຊື້ຂາຍເປັນປະຈຳ, ພ້ອມກັບວິສາຫະກິດ ຂະໜາດກາງ ແລະ ນ້ອຍກວ່າ 10 ພັນວິສາຫະກິດ ເຂົ້າຮ່ວມການຂາຍສິນຄ້າ.

ປະຈຸບັນ, ຫວຽດນາມມີຜູ້ໃຊ້ອິນເຕີເນັສຈໍານວນເກືອບ 40 ລ້ານຄົນ, ໃນນັ້ນ 60% ທຳການຊື້ຂາຍຜ່ານທາງ ອິນເຕີເນັສເປັນປະຈຳ. ໝາຍຄວາມວ່າ 20 ລ້ານ ກວ່າຄົນເຄີຍພົວພັນແລກປ່ຽນການຄ້າເອເລັກຕໂຣນິກ, ລວມຍອດລາຍຮັບຈາກການຄ້າເອເລັກຕໂຣນິກ B2C (ລະຫວ່າງວິສາຫະກິດກັບລູກຄ້າ) ຢູ່ຫວຽດນາມໃນປີ 2014 ໄດ້ບັນລຸ 2,97 ຕື້ USD, ກວມ 2,12% ຂອງລວມຍອດມູນຄ່າສິນຄ້າຂາຍຍ່ອຍທົ່ວປະເທດ, ເພີ່ມຂຶ້ນ 25% ເມື່ອທຽບກັບປີ 2013.

ໃນແຜນສັງລວມການພັດທະນາການຄ້າເອເລັກຕໂຣນິກໂດຍກະຊວງອຸດສາຫະກຳການຄ້າເປັນຜູ້ຮ່າງ, ຮອດປີ 2020, ຫວຽດນາມສູ້ຊົນບັນລຸ 30% ຈຳນວນ ພົນລະເມືອງ ເຂົ້າຮ່ວມການແລກປ່ຽນຊື້ຂາຍໂດຍກົງ ຜ່ານທາງອິນເຕີເນັສ, ດ້ວຍມູນຄ່າຊື້ສິນຄ້າຜ່ານທາງ ອິນເຕີເນັສບັນລຸສະເລັ່ຍ 350 USD/ຄົນ ແລະ ພັດທະນາເງື່ອນໄຂຂໍ້ສະດວກຕ່າງໆສໍາລັບການຊຳລະຊະສາງການຄ້າເອເລັກຕໂຣນິກ.


ລູກຄ້າກວດກາສິນຄ້າທີ່ສົ່ງມາຈາກຕ່າງປະເທດທີ່ສຳນັກງານຂອງບໍລິສັດ. 


chodientu.vn ຍັງຊ່ວຍໜູນບັນດາບໍລິການ ຂົນສົ່ງ ສິນຄ້າ ຈາກຕ່າງປະເທດມາໃຫ້ລູກຄ້າ
ດ້ວຍການ ຊຳລະຊະສາງຢ່າງວ່ອງໄວແລະກະທັດລັດຢູ່ທີ່ເຮືອນ. 



ທ່າອຽງການຊື້ຂາຍສິນຄ້າຜ່ານທາງການຄ້າ ເອເລັກຕໂຣນິກຂອງຫວຽດນາມໄດ້ຮັບການ ຕີລາຄາວ່າ ເພີ່ມຂຶ້ນຢ່າງວ່ອງໄວໃນຊຸມປີມໍ່ໆມານີ້. 


ການເພີ່ມຈຳນວນຜູ້ນຳໃຊ້ອຸປະກອນໂທລະສັບ, ເຄື່ອງແທັບແລດ(tablet)ຕ່າງໆ ເປັນໜຶ່ງໃນບັນດາ
ແຫຼ່ງກຳລັງໜູນເຮັດໃຫ້ການພົວພັນແລກປ່ຽນ ການຄ້າເອເລັກຕໂຣນິກຂອງຫວຽດນາມເພີ່ມຂຶ້ນສູງ. 
ບົດ: ຖາວວີ - ພາບ: ຈິ້ງວັນໂບ້

 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top