• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ການຄົ້ນຫາທາງໃຕ້ດິນກໍ່ສ້າງດ້ວຍດິນໜຽວຢູ່ດ່າລາດ

ຕັ້ງລຽບຕາມຄວາມຍາວ 1.200 ແມັດຢູ່ລະຫວ່າງກາງຂອງປ່າ ແປກທີ່ຂຽວເຂັ້ມ, ທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວເປັນມໍລະດົກ ທີ່ມະຫັດສະຈັນ ທີ່ໄດ້ຮັບການສ້າງຂຶ້ນຈາກມວນມະນຸດ ຢູ່ນະ ຄອນດ່າລາດ, ແຂວງເລີມດົ່ງ. ເຖິງແມ່ນວ່າຫາກໍໄດ້ເປີດການ ເຄື່ອນໄຫວແຕ່ປີ 2012 ມານີ້ກໍຕາມ ແຕ່ນະແຫ່ງນີ້ ໄດ້ກາຍເປັນ ສະຖານທີ່ດຶງດູດຄວາມສົນໃຈມາທ່ຽວ ຂອງບັນດາບໍລິສັດທ່ອງ ທ່ຽວເປັນຈຳນວນຫຼວງຫຼາຍ. 
ທາງໃຕ້ດິນທີ່ເຮັດດ້ວຍດິນໜຽວມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນ ເຊັ່ນ: ທາງໃຕ້ດິນຄວັດແກະສະຫຼັກ, ທາງໃຕ້ດິນສີແດງ ຫຼື ເອີ້ນວ່າໝູ່ບ້ານດິນໜຽວ ແລະ ອື່ນໆ… ແຕ່ເຖິງຈະເອີ້ນຊື່ໃດກໍຕາມ, ສະຖານທີ່ແຫ່ງນີ້ຍັງເປັນບ່ອນ ກະຕຸ້ນແນວຄວາມຄິດຢາກ ຮູ້ ຢາກເຫັນ ແລະ ຄວາມຄິດມະໂມພາບຂອງນັກທ່ອງທ່ຽວເພື່ອ ມາຊອກພົບ ແລະ ຄົ້ນຫາ. ເຈົ້າຂອງຂອງທາງໃຕ້ດິນທີ່ກໍ່ດ້ວຍ ດິນໜຽວນີ້ແມ່ນທ່ານ ຈິ້ງບ໋າຢຸງ, ຜູ້ທີ່ມີຄວາມມົວເມົາ ແລະ ຫຼົງ ໄຫຼໃຫ່ຍຫຼວງຕໍ່ກິດຈະການສິລະປະສະຖາປັດຕະຍະກຳບູຮານນີ້ ຢູ່ດ່າລາດ.

ພາຍຫຼັງ 4 ປີແຫ່ງການຄົ້ນຄວ້າ, ທ່ານ ຈິ້ງບ໋າຢຸງ ຄົ້ນຫາໄດ້ຕຳ ລາການຫັນດິນໜຽວບາຢານມາເປັນວັດຖຸທາດໃໝ່ທີ່ມີສີສັນ ທີ່ໂດດເດັ່ນ ແລະ ເປັນມິດກັບສິ່ງແວດລ້ອມ. ທາງໃຕ້ດິນທີ່ກໍ່ ດ້ວຍດິນໜຽວແມ່ນບາດກ້າວບຸກທະລຸສູງສຸດດ້ານວັດຖຸທາດ ເມື່ອໄດ້ຖືກນຳມາໃຊ້, ມັນເປັນທາດປະສົມ ທີ່ມີຄວາມຄົງທົນ ເທົ່າທຽມກັບເບຕົງ.

ຕາມທ່ານ ຈິ້ງບ໋າຢຸງໃຫ້ຮູ້ວ່າ, ກິດຈະການການຄວັດແກະສະຫຼັກ ສິລະປະກຳດັ່ງກ່າວໄດ້ຖືກສ້າງຂຶ້ນໂດຍອີງໃສ່ແນວຄວາມຄິດ ສອງປະການຄື: ສ້າງຄືນໃໝ່ພາບດ່າລາດສະໄຫມກ່ອນ ແລະ ສ້າງໃຫ້ ດ່າລາດກາຍເປັນນະຄອນທ່ອງທ່ຽວພັກຜ່ອນທີ່ມີຊື່ ສຽງຂອງຫວຽດນາມ.



ພາບຂອງການດຳລົງຊີວິດໃນສະໄໝດຶກດຳບັນຂອງຈຳພວກ ມະນຸດລີງທີ່ຖືກສ້າງຂຶ້ນດ້ວຍດິນໜຽວ. 


ບັນດາກິດຈະການສິລະປະສະຖາປັດຕະຍະກຳ ແລະ ວັດທະນະທຳທີ່ ເປັນເອກະລັກຂອງດ່າລາດໄດ້ສ້າງຂຶ້ນເຊ່ັນ: ໂບດກອນກ່າ(ໂຕໄກ່)…


… ພາບລວມໝູ່ບ້ານຊົນເຜົ່າປະຈຳທ້ອງຖິ່ນຢູ່ດ່າລາດ…


ດ່າລາດໄດ້ຮັບຮອງວ່າແມ່ນນະຄອນ ກາບກອນ ແລະ ດົນຕີ ກັບຮູບພາບພິນກີກາ ແລະ ສອນແຟດົນຕີ. 


ນັກແຕ້ມຊອກຮູ້ແຮງບັນດານໃຈກັບດ່າລາດ.


… ແລະ ລົດໄຟບູຮານ, ສະຖານີລົດໄຟດ່າລາດ.


ຫຼື ລົດມ້າ, ເປັນສັນຍາລັກແຫ່ງການທ່ອງທ່ຽວຢູ່ດ່າລາດ ໄດ້ຮັບ ການຄວັດແກະສະຫຼັກ
ຢູ່ເທິງຝາຂອງທາງໃຕ້ດິນທີ່ ກໍ່ດ້ວຍດິນ ໜຽວຢູ່ດ່າລາດ. 



ໂຮງແຮມ Palace. 


ທ່ານໝໍ Yersin ຜູ້ທີ່ມີຜົນງານຄົ້ນພົບດ່າລາດ. 


ເຮືອນທີ່ກໍ່ດ້ວຍດິນແດງບາຢານນີ້ໄດ້ຮັບຮອງສອງສະຖິຕິຈາກຫວຽດນາມ. 


ເຮືອນວິນລາບູຮານຫຼັງຕ່າງໆໄດ້ຮັບການສ້າງຂຶ້ນ ໃນທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວຕັ້ງຢູ່ແຄມປ່າແປກດ່າລາດ. 


ໃນຍ່ານບັນຍາກາດທີ່ເປັນເອກະລັກຂອງທາງໃຕ້ດິນທີ່ ກໍ່ດ້ວຍດິນໜຽວ. 


ດອກຊາກຸລະດ່າລາດ…


… ໝາກໄມ້ຈາກດ່າລາດທີ່ໄດ້ສ້າງຂຶ້ນໃນທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວ. 


ທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ທາງໃຕ້ດິນຄວັດແກະສະຫຼັກ,
ທາງໃຕ້ດິນດິນແດງ ຫຼື ໝູ່ບ້ານ ດິນໜຽວ ແລະ ອື່ນໆ…



ນັກທ່ອງທ່ຽວກັບລົດມ້າທີ່ຖືກກໍ່ຂຶ້ນດ້ວຍດິນໜຽວ. 


ພວກນາງສາວມ່ວນຊື່ນຢອກຫຼິ້ນຢູ່ໃຕ້ຕາດກາມລີໃນທາງໃຕ້ດິນທີ່ ກໍ່ດ້ວຍດິນໜຽວ. 
 
ຈຸດເລີ່ມຕົ້ນຂອງທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວແມ່ນໄດ້ເລີ່ມດ້ວຍ ຮູບຫົວມັງກອນ, ເປັນສັນຍາລັກໃຫ້ແກ່ເຜົ່າພົງວົງວານ “ລູກນາກ ຫຼານເທບວະດາ” (ອີງຕາມຕຳນານກ່ຽວກັບກົກເຄົ້າເຫງົ້າກໍ ຂອງ ຊາດຫວຽດນາມ). ຈາກນັ້ນ, ນັກທ່ອງທ່ຽວ ຈະໄດ້ຄົ້ນພົບພາບລວມຂອງດ່າລາດ ໂດຍສັງເຂບດ້ວຍ ວັດຖຸທາດທີ່ເປັນດິນໜຽວ ລ້ວນໆ, ໂດຍສະເພາະແມ່ນຄວາມຮູ້ສຶກກ່ຽວກັບຕົ້ນກຳເນີດ, ປະຫວັດສາດແຫ່ງການກຳເນີດເກີດຂຶ້ນ ແລະ ການພັດທະນາ ຂອງນະຄອນດ່າລາດໄດ້ຢ່າງເດັ່ນຊັດ.

ບັນດາກິດຈະການສະຖາປັດຕະຍະກຳ ແລະ ວັດທະນະທຳທີ່ໂດດເດັ່ນຢູ່ນະແຫ່ງນີ້ຄື: ສະຖານີລົດໄຟ, ທຳນຽບບ່າວດ້າຍ, ສະຖາບັນ Pasteur, ມະຫາວິທະຍາໄລດ່າລາດ, ໂຮງແຮມ Palace, ໂບດກອນກ່າ(ໂຕໄກ່), ວັດລິນເຊີນ, ໜອງຊວນເຮືອງ, ຕະຫຼາດດ່າລາດ, ສະໜາມບິນລຽນເຄືອງ, ໜອງ ຕວ່ຽນເລີມ ແລະ ຮ່ອມພູຕີ່ງອຽວ. ທັງໝົດນັ້ນ ແມ່ນເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງໂດ່ງດັງຂອງດ່າລາດ ແລະ ໄດ້ສ້າງຄືນໃໝ່ຢ່າງພິຖີ ພິຖັນຈາກວັດຖຸທາດດິນໜຽວ.

ທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວໄດ້ຮັບການຮັບຮອງໃນສອງສະຖິຕິໃນປື້ມສະຖິຕິຂອງ ຫວຽດນາມ ດ້ວຍເຮືອນດິນຫນຽວຫຼັງໜຶ່ງ ທີ່ເປັນເອກະລັກ, ມີລວງກວ້າງ ປະມານ 90 ຕາລາງແມັດ. ຊຶ່ງ ເປັນສະຖິຕິກ່ຽວກັບເຮືອນແຫ່ງທຳອິດ ທີ່ເຮັດດ້ວຍດິນແດງບາ ຢານທີ່ບໍ່ເຜົາ, ມີຫຼັງຄາເປັນຮູບແຜນທີ່ຫວຽດນາມ, ມີເນື້ອທີ່ ໃຫຍ່ສຸດ ແລະ ຫຼັງເຮືອນຫລັງດັ່ງກ່າວໄດ້ຮັບການກໍ່ສ້າງດ້ວຍດິນ ແດງມີຄວາມງາມທີ່ເປັນເອກະລັກທີສຸດ. ທ່ານເລແອງຫງອກ, ນັກທ່ອງທ່ຽວມາຈາກ ແຂວງບິ່ງຖ້ວນໄດ້ໃຫ້ຄຳເຫັນວ່າ: “ຂ້າພະ ເຈົ້າເຄີຍໄດ້ມາດ່າລາດ ຫຼາຍເທື່ອ ແລະ ໄດ້ຢ້ຽມຊົມສະຖານທີ່ ທ່ອງທ່ຽວຫຼາຍແຫ່ງ ທີ່ໜ້າດຶງດູດໃຈມາແລ້ວ ແຕ່ສະເພາະທາງໃຕ້ດິນທີ່ກໍ່ດ້ວຍດິນໜຽວນີ້ ເປັນການຊອກຫາປະສົບການຕົວຈິງ ທີ່ຈັບອົກຈັບໃຈທີສຸດຕໍ່ຂ້າພະເຈົ້າເອງ. ບັນດາກິດຈະການສິລະປະສະຖາປັດຍະກຳ,  ທັດສະນີຍະພາບຂອງດ່າລາດທີ່ກໍ່ດ້ວຍ ດິນໜຽວ ນັ້ນ ເໝືອນດັ່ງວ່າໄດ້ພົ້ນເດັ່ນຂຶ້ນໃນຍ່ານບັນຍາກາດ ດັ່ງໃນຝັນຂອງນະຄອນດ່າລາດ…”. 
ບົດ ແລະ ພາບ: ຫງວຽນຫວູແທ່ງດາດ

 

bichlien

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top