• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ກະແສລົມໃໝ່ ໃນພື້ນຖານການສຶກສາ ຊັ້ນສາມັນ ຂອງຮ່າໂນ້ຍ

ດ້ວຍຄວາມຮັກແພງ, ຄວາມມັກ ແລະ ຮັບຜິດຊອບ ຂອງ ຕົນ, Christopher M. McDonald, ຜູ້ອຳນວຍ ການໃຫຍ່ ໂຮງຮຽນ ລະຫວ່າງຊັ້ນ Olympia ໄດ້ນຳ ກະແສ ລົມໃໝ່ ໃຫ້ແກ່ພື້ນຖານ ການສຶກສາ ຊັ້ນສາມັນ ຂອງ ຮ່າໂນ້ຍ ດ້ວຍຈິນຕະນາການ ກ່ຽວກັບ ການສຶກສາ ທີ່ ທັນສະໄໝ, ເປີດອົກເປີດໃຈ ແລະ ເປັນມິດ.
 
ທ່ານ Christopher M. McDonald ເປັນ ຜູ້ອຳນວຍການ ໃຫຍ່ ຂອງໂຮງຮຽນ Olympia.  ນີ້ແມ່ນໂຮງຮຽນ ແຫ່ງທຳ ອິດຢູ່ຮ່າໂນ້ຍ ທີ່ນຳໃຊ້ ຮູບແບບບຳລຸງສ້າງ ຕາມມາດຕະ ຖານ ການສຶກສາ ສະຕະວັດທີ XXI ຂອງອາເມລິກາ ກັບ 3 ຊັ້ນຮຽນຢ່າງຕໍ່ເນື່ອງຄື: ໂຮງຮຽນ ປະຖົມ, ມັດທະຍົມ ຕອນ ຕົ້ນ ແລະ ມັດທະຍົມຕອນປາຍ.

ຢູ່ທີ່ນີ້, ພາຍໃຕ້ການບັນຊາຂອງເພິ່ນ, ນັກຮຽນ ໄດ້ສຳຜັດ ກັບ ບັນດາວິທີການ ແລະ ຮູບແບບການສຶກສາ ໃໝ່ໆ ແລະ ທັນສະໄໝ. ພວກນ້ອງໄດ້ຮັບການ ສິດສອນ ກ່ຽວກັບ ອັດ ຖະຍາໄສ ເພິ່ງຕົນເອງ, ເຊື່ອໝັ້ນຕົນເອງ ແລະ ມີຫົວຄິດ ປະດິດສ້າງ ໃນການຮຳ່ຮຽນກໍຄື ໃນຊີວິດ ປະຈຳວັນ.

ທ່ານ Macdonald ໃຫ້ຮູ້ວ່າ, ນັກຮຽນຫວຽດນາມ ເປັນຄົນ ມັກ ເຄື່ອນໄຫວ ແລະ ມີນິດໄສສ່ວນຕົວຫຼາຍ. ເນື່ອງຈາກ ເປັນໂຮງຮຽນສິດສອນ ບຳລຸງສ້າງນັກຮຽນຕາມມາດຕະ ຖານສາກົນ ວາງຄາດໝາຍ ສ້າງຄົນໃຫ້ທັນກັບ ສະພາບການເຊື່ອມໂຍງກັບພາກພື້ນ ແລະ ໃນໂລກ, ດັ່ງນັ້ນ, ນອກຈາກການສ້າງໃຫ້ພວກນ້ອງນັກຮຽນໃນດ້ານຄວາມຮູ້ດ້ານວິຊາສະເພາະ ແລະ ຄວາມສາມາດແລ້ວ, ທາງໂຮງຮຽນກໍຍັງສິດສອນ ພວກນ້ອງນັກຮຽນຮູ້ຈັກເຄົາລົບນັບ ຖືທຳນຽມດ້ານ ວັດທະນະທຳ ອັນເປັນມູນເຊື້ອ ຂອງຊາວຫວຽດນາມ, ເພື່ອໃຫ້ພວກນ້ອງ ມີຄວາມ ເອກອ້າງທະນົງໃຈວ່າ ຕົວເອງເປັນຊາວຫວຽດນາມ. 

ປະຈຸບັນ, ນາຍຄູ Chistopher M. McDonald ເປັນ ຜູ້ອຳນວຍການໃຫຍ່ ຂອງໂຮງຮຽນ Olympia. ພາບ: ຫວຽດເກື່ອງ/VNP

ນາຍຄູChistopher M. McDonald ໃນເວລາຂຶ້ນຫ້ອງສອນຢູ່ ໂຮງຮຽນ Olympia. ພາບ: ຫວຽດເກື່ອງ/VNP

ນາຍຄູ Chistopher M. McDonald ຍາມໃດກໍສິດ ສອນໃຫ້ ພວກນ້ອງນັກຮຽນ ຕ້ອງມີຄວາມ ໝັ້ນໃຈຕົນເອງ
ແລະ ເຄົາລົບນັບຖືຖະນຸທຳນຽມ ວັດທະນະທຳ ຂອງຊາວ ຫວຽດນາມ. ພາບ: ຫວຽດເກື່ອງ/VNP


ພວກນ້ອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ນຳສະເໜີຕໍ່ອາຈານ McDonald ຜົນການປະດິດແຕ່ງ ຂຽນ ລວດລາຍໜັງສືແບບໂຕຫວຽດ
ໂດຍພວກນ້ອງຂຽນເອງ ເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ. ພາບ: ຫວຽດເກື່ອງ/VNP


ອາຈານ ແລະ ນັກຮຽນ ກັບຜົນການປະດິດແຕ່ງ ຂຽນ ລວດລາຍໜັງສື ແບບໂຕຫວຽດ ທີ່ສັນລະເສີນ ຄວາມຜູກພັນຮັກໄຄ່ລະຫວ່າງອາຈານ
ແລະ ນັກຮຽນ ໂດຍພວກນ້ອງຂຽນເອງ ເພື່ອມອບໃຫ້ບັນດາຄູອາຈານ ເນື່ອງໃນໂອກາດວັນຄູແຫ່ງຊາດຫວຽດນາມ
.

ອາຈານ McDonald ໃນຄະນະກວດສອບ ໃນການເຫດການວັດທະນະທຳອັນໜຶ່ງຂອງໂຮງຮຽນ.

ນັກຮຽນໂຮງຮຽນ Olympia ໄດ້ຊົມໃຊ້ ສະພາບແວດລ້ອມແຫ່ງການຮ່ຳຮຽນ ຕາມ ມາດຕະຖານສາກົນ.

ອາຈານ McDonald ແນະນຳ ຕໍ່ບັນດານັກຮຽນ ກ່ຽວກັບລະບົບໂຮງຮຽນມະຫາວິທະຍາໄລຢູ ອາເມລິກາ.
ທ່ານ McDonald ມີທິດທາງສ້າງ ໂຮງຮຽນ Olympia ເປັນໂຮງຮຽນສຶກສາຂະຫຍັນຂັນແຂງ, ສະໜິດສະໜົມ ແລະ ປອງດອງກັນ. ເປັນຕົ້ນ: ບາງຄັ້ງບາງຄາວ ທາງໂຮງຮຽນ ໄດ້ ຈັດຕັ້ງ ບັນດາກິດຈະກຳ ວັດທະນະທຳ ຫຼື ການແຂ່ງຂັນ Olympia ໂດຍມີການ ເຂົ້າຮ່ວມຂອງນາຍຄູ ແລະ ພວກ ນ້ອງນັກຮຽນ ໝົດທຸກຄົນ.

ຄຽງຄູ່ກັບວິທີການສຶກສາແບບເປີດອົກເປີດໃຈ ແລະ ໃກ້ຊິດ ສະໜິດສະໜົມ, ນາຍຄູ McDonald ກໍຍັງໄດ້ເຊື້ອເຊີນ ສາດສະດາຈານ, ດຣ ຜູ້ມີຊື່ສຽງ ຫຼາຍຄົນຂອງ ສ.ອາເມລິກາ ມາພົບປະແລກປ່ຽນ ທາງດ້ານວິຊາການ ແລະ ຮັບຮູ້ ຮູບແບບການສິດສອນໃໝ່ຫຼ້າສຸດ. ທັງໝົດ ສິ່ງທີ່ກ່າວມາ ຂ້າງເທິງ ໄດ້ຊ່ວຍໃຫ້ Olympia ໄດ້ຮັບຮອງ ເປັນ 1 ໃນ ໂຮງຮຽນ 80 ແຫ່ງ ທີ່ມີຄວາມ ປະດິດສ້າງ ຂອງ Microsoft ໃນທົ່ວໂລກ ແລະ ມີນັກຮຽນຫຼາຍຄົນໃນ ໂຮງຮຽນ ໄດ້ຮັບ ທຶນການສຶກສາ 100 % ຂອງມະຫາ ວິທະຍາໄລ ທີ່ມີຊື່ ສຽງຫຼາຍແຫ່ງຢູ່ອາເມລິກາ.

ເມື່ອເວົ້າກ່ຽວກັບ ນາຍຄູ McDonald, ທ່ານນາງ ຟ້າມ ຖຸ່ຍເຢືອງ, ຮອງປະທານສະມາຄົມ ນັກທຸລະກິດຍິງ ຮ່າ ໂນ້ຍ, ຜູ້ມີລູກຮຽນຢູ່ໂຮງຮຽນ Olympia ໄດ້ເວົ້າວ່າ: “ຂ້າ ພະເຈົ້າ ຕີລາຄາສູງ ຕໍ່ວຽກງານຕ່າງໆທີ່ທ່ານ McDonald ໄດ້ເຄ່ືອນໄຫວຢູ່ໂຮງຮຽນ, ຍ້ອນທ່ານບໍ່ພຽງແຕ່ ເປັນນັກຄຸ້ມຄອງ, ນາຍຄູຜູ້ໜຶ່ງ ທີ່ມີຄວາມສາມາດເທົ່ານັ້ນ, ລາວຫາກຍັງ ເໝືອນດັ່ງ ຜູ້ເປັນພໍ່ຄົນໜ່ຶງ ທີ່ມີຄວາມເຂົ້າໃຈເລິກເຊິ່ງເຖິງ ແນວຄິດຈິດໃຈລູກຫລານ ຂອງຕົນເອງ. 
ບົດ: ບິກເວີນ-ພາບ: ຫວຽດເກື່ອງ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top