• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ກະສິກຳຫວຽດນາມກັບການກະຕຸກຊຸກຍູ້ຕົ້ນປີໃໝ່

ໃນວັນທີ 2 ກຸມພາ, ແມ່ນມື້ເຮັດວຽກທຳອິດຫຼັງປີໃໝ່ ປີລະກາ 2017, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ກໍໄດ້ສົ່ງສານ ເຖິງຂະແໜງການກະສິກຳຫວຽດນາມ ນັ້ນຄື: “ລັດຖະບານຈະ ຮ່ວມທາງພ້ອມກັບວິສາຫະກິດ, ອຳນວຍຄວາມສະດວກໃຫ້ ແກ່ ວິສາຫະກິດ ແລະ ສະຫະກອນ ເຮັດກະສິກຳນຳໃຊ້ເຕັກໂນໂລ ຊີສູງ” ແລະ “ລັດຖະບານ ຈະພ້ອມກັບບັນດາຂະແໜງການ ແນະ ນຳໂດຍກົງ ບັນດາຜະລິດຕະພັນເຕັກໂນໂລຊີສູງ ທີ່ມີຄຸນນະພາບ, ກະສິກຳປອດສານພິດ ຂອງ ຫວຽດນາມ ອອກສູ່ຕະຫຼາດໂລກ”. 
ໃນມື້ເຮັດວຽກທຳອິດ ຂອງ ຕົ້ນປີໃໝ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ກົດປຸ່ມເລີ່ມເຄື່ອນໄຫວ ໂຄງການຜະລິດກະສິກຳ ເຕັກໂນໂລຊີສູງ ໂດຍກຸ່ມບໍລິສັດ ເສດ ຖະກິດເອກະຊົນ ແຖວໜ້າຂອງຫວຽດນາມ ລົງທຶນຜະລິດ ທີ່ ແຂວງ ຮ່ານາມ ຊຶ່ງສະແດງໃຫ້ເຫັນ ການຕັດສິນໃຈ ຢ່າງແຂງ ແຮງ ຂອງຜູ້ເປັນຫົວໜ້າຄະນະລັດຖະບານ ໃນການຍູ້ແຮງ ການ ແກ້ຂອດ, ກໍ່ສ້າງພັດທະນາກະສິກຳ ຕາມທິດພື້ນຖານກະສິກຳ ສະຫຼາດ, ກະສິກຳເຕັກໂນໂລຊີສູງ... ເພື່ອໃຫ້ ກະສິກຳສົມເປັນ “ເສົາຄ້ຳ ຂອງ ພື້ນຖານເສຖະກິດ”.

ໂຄງການຜະລິດກະສິກຳເຕັກໂນໂລຊີສູງ ໂດຍກຸ່ມ Vingroup ລົງທຶນຜະລິດທີ່ຕາແສງ ຊວນເຄ ແລະ ຕາແສງ ເຍິນບິ່ງ, ເມືອງ ຫຼີເຍີນ, ແຂວງ ຮ່ານາມ ມີເນື້ອທີ່ 180 ເຮັກຕາ  ລວມມູນຄ່າ ການ ລົງທຶນທັງໝົດ ເກືອບ 300 ຕື້ດົ່ງ, ໃນນັ້ນເຂດທົ່ງນາ ກວ້າງ ເກືອບ 130 ເຮັກຕາ, ເຂດເຮືອນແກ້ວ Israel ເຕັກໂນໂລຊີສູງ ກວ້າງ 5 ເຮັກຕາ ແລະ ເຂດຊ່ວຍໜູນ ການຜະລິດຫຼາຍແຫ່ງ. ນີ້ ແມ່ນໜຶ່ງໃນນິຄົມ 14 ແຫ່ງ ຂອງ VinEco ສັງກັດ ກຸ່ມ ບໍລິສັດ Vingroup.

ກ່າວປາໄສ ໃນພິທີເລີ່ມປະຕິບັດ ໂຄງການກະສິກຳ ເຕັກໂນໂລຊີ ສູງນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກໃຫ້ເຫັນ ຢ່າງຈະແຈ້ງວ່າ ກະສິກຳຫວຽດນາມ ຍາມໃດ ກໍເປັນເສົາຄ້ຳພື້ນ ຖານເສດຖະກິດ ຂອງປະເທດຊາດ. ໂດຍອາໄສການແກ້ຂອດ ໃຫ້ແກ່ການຜະລິດ, ຈາກປະເທດໜຶ່ງ ທີ່ຢູ່ໃນສະພາບການ ຂາດ ເຂີນ, ອຶດຫີວເປັນປະຈຳ, ແຕ່ລະປີ ຕ້ອງນຳເຂົ້າສະບຽງອາຫານ ນັບຫຼາຍລ້ານໂຕນ, ແຕ່ມາຮອດປັດຈຸບັນ, ຫວຽດນາມບໍ່ພຽງແຕ່ເປັນເຈົ້າຕົນເອງ ໄດ້ດ້ານສະບຽງອາຫານເທົ່ານັ້ນ ຫາກຍັງ ເປັນປະເທດຜູ້ສົ່ງອອກເຂົ້າສານລາຍໃຫຍ່ ອັນດັບສາມ ຂອງໂລກອີກດ້ວຍ.

ແຕ່ວ່າ ກະສິກຳຂອງຫວຽດນາມ ໃນປັດຈຸບັນ ພວມໄດ້ຮັບຜົນ ສະທ້ອນຫຼາຍຢ່າງຈາກການ ປ່ຽນແປງຂອງດິນຟ້າອາກາດ ແລະ ຍັງ ປັນພື້ນຖານກະສິກຳ ມີລາຍຈ່າຍຫຼາຍ, ຊີວິດການເປັນຢູ່ ຂອງຊາວກະສິກອນບໍ່ສູງ, ຍັງຢູ່ໃນສະພາບຂາດຫຼັກອະນາໄມ ດ້ານສະບຽງອາຫານ, ການເພາະປູກຫຼ້າຫຼັງ, ປູກເຂົ້ານາ ເປັນ ຕົ້ນຕໍ; ການສົ່ງອອກເຂົ້າສານ ຍັງປະສົບກັບຄວາມ ຫຍຸ້ງຍາກ ແລະ ປະສິດທິພາບຍັງບໍ່ສູງ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ກະສິກຳ ທີ່ສ້າງຕັ້ງ ຕ້ອງແມ່ນ ກະສິກຳອິນຊີ, ກະສິກຳປອດສານພິດ ຕາມຄວາມຕ້ອງການ ຂອງ ຕະຫຼາດ, ມຸ່ງສູ່ປະຊາຊົນ ແລະ ສົ່ງອອກ, ໂດຍສະເພາະຢ່າງຍິ່ງແມ່ນຜັກ, ໝາກໄມ້ ແລະ ສັດລ້ຽງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີ ເລີ່ມ ເຄື່ອນໄຫວ ການຜະລິດກະສິກຳໝຸນໃຊ້ເຕັກໂນໂລຊີສູງ ທີ່ນິຄົມ VinEco
ຮ່ານາມ ຢູ່ຕາແສງ ຊວນເຄ, ເມືອງ ຫຼີເຍິນ, ແຂວງ ຮ່າ ນາມ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຢ້ຽມຢາມເຂດປູກຜັກເຕັກໂນໂລຊີສູງ ຂອງນິຄົມ VinEco ຮ່ານາມ.  ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຢ້ຽມຢາມບໍລິສັດຫຸ້ນສ່ວນລົງທຶນ ແລະ ພັດທະນາກະສິກຳເຕັກໂນໂລຊີສູງແຂວງ ຮ່ານາມ. ພາບ: ຖົ໋ງເຍິດ/VNA

ເພື່ອແກ້ໄຂບັນຫາກ່ຽວກັບກະສິກຳຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ເຫັນວ່າ ຕ້ອງອີງໃສ່ວິສາຫະກິດເອກະຊົນ ແລະ ສະຫະ ກອນ. ດ້ວຍເຫດນັ້ນ ຕ້ອງລະດົມກຳລັງໃຈຍິ່ງກວ່າອີກ ກ່ຽວກັບ ການເລີ່ມຕົ້ນທຸລະກິດກະສິກຳ, ໝູນໃຊ້ວິທະຍາສາດ cloud computing ໃນການເຮັດກະສິກຳເຕັກໂນໂລຊີສູງ.

ຄຽງຄູ່ກັນນັ້ນແມ່ນເປີດກວ້າງວົງຈຳກັດໃນການມອບທີ່ດິນກະສິກຳ, ເຕົ້າໂຮມທົ່ງນາຢ່າງແຂງແຮງ; ເພີ່ມທະວີການມອບສົ່ງ ວິ ທະຍາສາດ ເຕັກໂນໂລຊີ ແລະ ຕ້ອງມີທຶນໃຫ້ແກ່ ກະສິກຳເຕັກໂນໂລຊີສູງ ຈາກແຫຼ່ງກຳລັງແຮງສັງຄົມ. ທ່ານນາຍົກລັດຖະມົນຕີ ມອບໜ້າທີ່ ໃຫ້ທະນາຄານແຫ່ງລັດ ໃນການຂົນຂວາຍ ທະນາຄານການຄ້າ ຈັດສ້າງການຊ່ວຍເຫຼືອໃນຫຼາຍຮູບແບບ ເພື່ອຍົກ ກ້ອນເງິນຊ່ວຍໜູນ ໃຫ້ແກ່ກະສິກຳເຕັກໂນໂລຊີສູງ ດ້ວຍກົນໄກ ບູລິມະສິດ ແຕ່ 60.000 ເຖິງ 100.000 ຕື້ດົ່ງ.

ນະຄອນ ດ່າລາດ ເປັນໜຶ່ງໃນບັນດາສູນຜະລິດກະສິກຳ ເຕັກ ໂນໂລຊີສູງ ຢືນຢູ່ແຖວໜ້າຂອງຫວຽດນາມ. ພາບ: ຫງວຽນລວນ/VNP


ບັນດານັກຊ່ຽວຊານຍີ່ປຸ່ນ ສຳຫຼວດເຕັກນິກປູກຜັກ ເຕັກໂນໂລຊີ ສູງຢູ່ນະຄອນ ດ່າລາດ. ພາບ: ຫງວຽນລວນ/VNP


ໝູນໃຊ້ເຕັກນິກລ້ຽງເຍື້ອ (invitro) ຮັບໃຊ້ການຜະລິດ ກະສິກຳ ເຕັກໂນໂລຊີສູງ ຢູ່ດ່າລາດ.   ພາບ: ຫງວຽນລວນ/VNP


ເບ້ຍໄມ້ໄດ້ຜະລິດຕາມວິທີປູກດ້ວຍການນຳໃຊ້ນ້ຳທີ່ທັນສະໄໝ. ພາບ: ຫງວຽນລວນ/VNP


ຊາວກະສິກອນຢູ່ດ່າລາດ ໝູນໃຊ້ວິທີປູກດ້ວຍການນຳໃຊ້ນຳ້ ເພື່ອປູກຜັກປອດສານພິດ. ພາບ: ຫງວຽນລວນ/VNP


ສວນຜັກປອດສານພິດຮັບປະກັນຄຸນນະພາບ ຍ້ອນໄດ້ ປູກດ້ວຍ ການນຳໃຊ້ນຳ້. ພາບ: ຫງວຽນລວນ/VNP


ແນວພັນຫົວຜັກກາດຂາວຂອງ ສ.ເກົາຫຼີ ໄດ້ປູກທົດລອງ ຢູ່ ດ່າ ລາດ. ພາບ: ຫງວຽນລວນ/VNP


ໄປພ້ອມໆ ກັບການຜະລິດ, ຫວຽດນາມ ໄດ້ເອົາໃຈໃສ່ເຖິງ ບັນ ຫາການຄຸ້ມຄອງຮັກສາ
ຜະລິດຕະພັນກະເສດ ຫຼັງເກັບກ່ຽວ. ພາບ: ຫງວຽນລວນ/VNP



ການໝູນໃຊ້ເຕັກໂນໂລຊີສູງໃນການຜະລິດ ແລະ ຄຸ້ມຄອງ ກສາ ຊ່ວຍໃຫ້ຜະລິດຕະພັນກະສິກຳ
ຂອງຫວຽດນາມ ນັບມື້ ນັບ ມີຄຸນຄ່າສູງດ້ານເສດຖະກິດ. ພາບ: ຫງວຽນລວນ/VNP

 
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສຸມໃສ່ລົງທຶນພັດທະນາ ແຫຼ່ງ ຊັບພະຍາກອນມະນຸດ ຈາກຊາວກະສິກອນ ຮັບໃຊ້ໃຫ້ແກ່ກະສິກຳເຕັກໂນໂລຊີສູງ; ເປີດກວ້າງຕະຫຼາດ, ຍົກສູງຄຸນນະພາບຖົງ, ກໍ່ສ້າງເຄື່ອງໝາຍການຄ້າເພື່ອຮັບໃຊ້ການສົ່ງອອກ; ຮັບປະກັນ ສົ້ນ ອອກໃຫ້ແກ່ຜະລິດຕະພັນກະສິກຳ.

ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ບັນດາ ທ້ອງຖິ່ນວາງແຜນສັງລວມ ໃນການນຳໃຊ້ທີ່ດິນຕາມທິດເປີດ ກວ້າງ ວົງຈຳກັດໃນການມອບທີ່ດິນ ເຮັດກະສິກຳ, ພ້ອມກັນນັ້ນ ຕ້ອງສ້າງເງື່ອນໄຂທີ່ສະດວກ ຊ່ວຍໜູນກ່ຽວກັບໂຄງລ່າງໄຟຟ້າ, ນ້ຳໃຫ້ແກ່ກະສິກຳເຕັກໂນໂລຊີສູງ; ສົ່ງເສີມໝູນໃຊ້ແນວພັນໃໝ່, ວິທະຍາສາດເຕັກໂນໂລຊີໃໝ່ທີ່ກ້າວໜ້າ ແລະ ບັນລຸປະສິດທິຜົນສູງ.

ພິເສດ, ຕໍ່ໜ້າກະຊວງ, ຂະແໜງການ ແລະ ວິສາຫະກິດ, ຜູ້ເປັນ ຫົວໜ້າລັດຖະບານ ໄດ້ສົ່ງສານຢ່າງຈະແຈ້ງ ແລະ ເດັດຂາດ ນັ້ນ ກໍຄື: “ລັດຖະບານຈະຮ່ວມທາງ ພ້ອມກັບວິສາຫະກິດ, ເພື່ອອຳ ນວຍຄວາມສະດວກໃຫ້ແກ່ ວິສາຫະກິດ ແລະ ສະຫະກອນ ເຮັດ ກະສິກຳເຕັກໂນໂລຊີສູງ”, “ລັດຖະບານຈະປົກປັກຮັກສາ ເຄື່ອງໝາຍການຄ້າ, ສິດຜົນປະໂຫຍດ ອັນສອບທຳ ຂອງບັນດາວິສາ ຫະກິດ, ສະຫະກອນ ເຮັດກະສິກຳເຕັກໂລໂນໂລຊີສູງ ຢ່າງຂ້ຽວຂາດ”. ແລະ  “ຕົວທ່ານນາຍົກລັດຖະມົນຕີພ້ອມກັບບັນດາຂະແໜງການແນະນຳໂດຍກົງບັນດາຜະລິດ ຕະພັນເຕັກໂນໂລຊີ ສູງ, ຄຸນນະພາບສູງ, ກະສິກຳປອດສານພິດ ຂອງຫວຽດນາມ ອອກສູ່ຕະຫຼາດໂລກ.

ດັ່ງທີ່ສາມາດເຫັນໄດ້ວ່າດ້ວຍການກະຕຸກຊຸກຍູ້ດັ່ງກ່າວ, ຂະແໜງການກະສິກຳຫວຽດນາມ ໝັ້ນໝາຍຈະມີການຫັນປ່ຽນໂດຍໄວ ແລະ ຮອບດ້ານໃນຈິນຕະນາການນັບທັງແບບແຜນການຜະລິດອີກດ້ວຍ.
ປະຕິບັດ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top