• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ + 3 ແລະ EAS

      ໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ (SOM) ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 23 ພຶດສະພາ ຢູ່ ມານີລາ ປະເທດ ຟີລີບປີນ ໄດ້ດຳເນີນກອງປະຊຸມ SOM ອາຊຽນ + 3 ລະຫວ່າງ ອາຊຽນ ກັບບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສເກົາຫລີ ແລະ ກອງປະຊຸມ SOM EAS ລະຫວ່າງ ອາຊຽນ ກັບ 8 ປະເທດຄູ່ຮ່ວມມື ລວມມີ: ອົດສະຕາລີ, ຈີນ, ອີນເດຍ, ຍີ່ປຸ່ນ, ນິວເຊີແລນ, ສເກົາຫລີ, ລັດເຊຍ ແລະ ອາເມລິກາ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢູ໋ງ, ຫົວຫນ້າ SOM ອາຊຽນ ຂອງຫວຽດນາມ ນຳຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມ. ທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີຍູ້ແຮງການຜັນຂະຫຍາຍບັນດາຂໍ້ສະເຫນີແນະຂອງກຸ່ມວິໄສທັດ ອາຊີຕາເວັນອອກ ແລະ ປຶກສາຫາລືມາດຕະການລະອຽດ ເພື່ອເພີ່ມທະວີຫັນການຄ້າເປັນເສລີ, ຫລຸດຜ່ອນຮົ້ວກີດຂວາງດ້ານພາສີ, ພັດທະນາເສດຖະກິດຢ່າງມີຫົວຄິດປະດິດສ້າງ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍ, ຄ້ຳປະກັນດ້ານສະບຽງອາຫານ, ພັດທະນາການທ່ອງທ່ຽວແບບຍືນຍົງ, ເຊື່ອມຕໍ່, ພົວພັນແລກປ່ຽນດ້ານວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.
      ທີ່ກອງປະຊຸມ SOM ອາຊຽນ + 3 ແລະ SOM EAS, ບັນດາປະເທດຄູ່ຮ່ວມມືຢືນຢັນ: ສືບຕໍ່ສະຫນັບສະຫນູນວິວັດການສ້າງປະຊາຄົມ ອາຊຽນ, ຄວາມສາມັກຄີໃນອາຊຽນ ແລະ ບົດບາດໃຈກາງຂອງ ອາຊຽນ ສຳລັບສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພາກພື້ນ. ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືກໍໄດ້ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີສະພາບການຢູ່ແຫລມເກົາຫລີ ແລະ ທະເລຕາເວັນອອກ. 
(ແຫຼ່ງຄັດຈາກ VOV)
                                                                                            

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top