• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ກອງປະຊຸມສະໄໝສາມັນຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIII: ເລືອກຕັ້ງບັນດາຕຳແໜ່ງຫຼັກແຫຼ່ງຂອງລັດຖະບານ

ກອງປະຊຸມໄດ້ດຳເນີນມາແຕ່ມື້ວັນທີ 21 ມີນາ ເຖິງວັນທີ 12 ເມສາ 2016, ກອງປະຊຸມສະໄໝສາມັນຄັ້ງທີ 11 ເປັນກອງປະຊຸມຄັ້ງ ສຸດທ້າຍຂອງສະພາແຫ່ງຊາດຊຸດທີ XIII. ສະພາແຫ່ງຊາດ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ບັນດາອົງການລັດຖະບານ, ສະພາແຫ່ງຊາດ ແລະ ລັດຖະບານ; ອະນຸມັດຜ່ານ ຮ່າງກົດໝາຍທີ່ສຳຄັນຈຳນວນໜຶ່ງ.

ພິເສດ, ກອງປະຊຸມໃນຄັ້ງນີ້, ສະພາແຫ່ງຊາດໄດ້ປະຕິບັດການພິຈາລະນາ, ຕັດສິນການໃຫ້ຢຸດເຊົາໜ້າທີ່ຕຳແຫ່ງ, ເລືອກຕັ້ງ ແລະ ແຕ່ງຕັ້ງການນຳຈຳນວນໜຶ່ງໃຫ້ບັນດາອົງການລັດ.

ສະພາແຫ່ງຊາດໄດ້ແຕ່ງຕັ້ງທ່ານນາງ ຫງວຽນທິກິມເງິນ, ຮອງປະທານສະພາແຫ່ງຊາດຂຶ້ນດຳລົງຕຳແໜ່ງ ປະທານສະພາແຫ່ງຊາດ.
ແຕ່ງຕັ້ງທ່ານພົນເອກ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ດຳລົງຕຳແຫ່ງປະທານປະເທດ. ແຕ່ງຕັ້ງທ່ານ ຫງວຽນຊວນຝຸກ, ຮອງນາຍົກລັດຖະມົນຕີ ດຳລົງຕຳແຫ່ງນາຍົກລັດຖະມົນຕີ.

 

ບັນຍາກາດໃນກອງປະຊຸມສະໄໝສາມັນຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIII. ພາບ: ເຟືອງຮວາ/VNA


ບັນດາທ່ານຜູ້ແທນສະພາປະຕິບັດການປ່ອຍບັດເລືອກຕັ້ງບັນດາ
ຕຳແໜ່ງຫຼັກແຫຼ່ງຂອງລັດຖະບານ. ພາບ: ຖົງເຍີດ/VNA


ທ່ານປະທານສະພາແຫ່ງຊາດ ນາງ ຫງວຽນທິກິມເງິນ ກ່າວຄຳປະຕິຍານຕົວຮັບຕຳແໜ່ງ. ພາບ: ຮວ່າງກວາງຮ່າ/VNP
ທ່ານປະທານສະພາແຫ່ງຊາດ ນາງ ຫງວຽນທິກິມເງິນ
ວັນເດືອນປີເກີດ: 12/4/1954
ບ້ານເກີດ: ເບັນແຈ
ລະດັບທິດສະດີການເມືອງ: ປະລິນຍາຕີຂະແໜງການເມືອງ
ລະດັບການສຶກສາ: ປະລິນຍາໂທຂະແໜງເສດຖະກິດ
ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ IX, X,XI,XII
ເລຂາທິການສູນກາງພັກຊຸດທີ XI
ກຳມະການກົມການເມືອງຊຸດທີ XI, XII 
ສະມາຊິກສະພາແຫ່ງຊາດຊຸດທີ່ XII, XIII


ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳປະຕິຍານຕົວຮັບຕຳແໜ່ງ. ພາບ: ຮວ່າງກວາງຮ່າ/VNP

ທ່ານປະທານປະເທດ ເຈີ່ນດ້າຍກວາງ
ວັນເດືອນປີເກີດ: 12/10/1956
ບ້ານເກີດ: ນິງບິ່ງ
ລະດັບທິດສະດີການເມືອງ: ຊັ້ນສູງ
ລະດັບການສຶກສາ: ສຈ, ດຣ ກົດໝາຍ
ພາສາຕ່າງປະເທດ: ພາສາ ຈີນ
ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ່ X, XI, XII
ກຳມະການກົມການເມືອງຊຸດທີ XI, XII
ສະມາຊິກສະພາແຫ່ງຊາດຊຸດທີ່ XIII


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກ່າວຄຳປະຕິຍານຕົວຮັບຕຳແໜ່ງ. ພາບ: ຮວ່າງກວາງຮ່າ/VNP
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ
ວັນເດືອນປີເກີດ: 20/07/1954
ບ້ານເກີດ: ກວາງນາມ
ລະດັບທິດສະດີການເມືອງ: ຊັ້ນສູງ
ລະດັບການສຶກສາ: ປະລິນຍາຕີຂະແໜງເສດຖະກິດ
ກຳມະການຄະນະບໍລິຫານງານສູນກາງພັກຊຸດທີ່ X, XI, XII
ກຳມະການກົມການເມືອງຊຸດທີ XI, XII
ສະມາຊິກສະພາແຫ່ງຊາດຊຸດທີ່ XI, XIII

ປະຕິບັດໂດຍ: VNA/VNP

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top