• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2

      ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງວຽງຈັນ ປະເທດລາວ, ໄດ້ດຳເນີນກອງປະຊຸມສະມາຄົມມິດຕະພາບ ລາວ - ຫວຽດນາມ ທົ່ວປະເທດຄັ້ງທີ 2. 
(ກອງປະຊຸມສະມາຄົມມິດຕະພາບລາວ-ຫວຽດນາມທົ່ວປະເທດຄັ້ງທີ 2)
      ທ່ານ ຮວ່າງຊວນເລືອງ, ອະດີດຮອງລັດຖະມົນຕີ, ຮອງຫົວໜ້າຄະນະກຳມະການຊົນເຜົ່າ, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງສະມາຄົມມິດຕະພາບ ລາວ - ຫວຽດນາມ ຍາດມາໄດ້ໃນຊຸມປີຜ່ານມາ ກໍ່ຄືການສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ 2 ສະມາຄົມ ໃນການຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ. ທ່ານ
ຮວ່າງຊວນເລືອງ ຢືນຢັນວ່າ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ກັບ ສະມາຄົມມິດຕະພາບ ລາວ - ຫວຽດນາມ ໃນການຜັນຂະຫຍາຍບັນດາການເຄື່ອນໄຫວມິດຕະພາບປະຊາຊົນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນຄວາມເຂົ້າອົກເຂົ້າໃຈ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top