• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

TH True Milk - ເຄື່ອງໝາຍການຄ້ານຳ້ນົມສົດ ທີ່ນຳໜ້າ ຢູ່ຕະຫຼາດຫວຽດນາມ

ທ່ານນາງ ຖ້າຍເຮືອງ, ປະທານສະພາບໍລິຫານກຸ່ມບໍລິສັດ TH ໃຫ້ຮູ້ວ່າ: “ຖ້າຄົນ ເຢຍລະມັນ ເອກອ້າງທະນົງໃຈທີ່ມີ BMW, ຍີ່ປຸ່ນ ມີ Sony, ລະແມ່ນຄົນ ຫວຽດນາມ ກໍ່ມີສິດເອກອ້າງ ທະນົງໃຈຕໍ່ເຄື່ອງໝາຍການຄ້ານຳ້ນົມສົດTH True Milk ຂອງຕົນ”. 
ສະ​ນັ້ນ, ຍ້ອນຫຍັງຈຶ່ງເຮັດໃຫ້ TH True Milk ມີຊື່ສຽງໃນຕະຫຼາດ ນຳ້ນົມ ຫວຽດນາມ ຄືແນວນັ້ນ? ອີງຕາມການຢັ້ງ​ຢືນຂອງບັນດາ ນັກຊ່ຽວຊານ, ແມ່ນຍ້ອນ TH ໄດ້ສ້າງພື້ນ​ຖານ​ອຸດ​ສາ​ຫະ​ກຳ​ນົ​ມ​ສົດ ສະ​ອາດ​ຢູ່​ທີ່​ຫວຽດ​ນາມ, ແລະ ກໍ່ດ້ວຍ​ເຂົາ​ເຈົ້າ​ເອງ​ ໄດ້​ຈັດ​ຕັ້ງ ການປະຕິວັດ ນຳ້ນົມສົດສະອາດ ຢູ່ ຫວຽດນາມ. 
 
ເພື່ອ​​ເຮັດໃຫ້ໄດ້ນຳ້ນົມ​ທີ່ສົດ ແລະ ສະອາດ, ກຸ່ມບໍ​ລິ​ສັດ TH ໄດ້ລົງທຶນຊື້ທຸກໆ     ເ​ຂັດ​ລັບຂອງເຕັກໂນໂລຊີ ແລະ ເຕັກນິກການລ້ຽງງົວນົມຈາກ ປະເທດ ອິສຣາແອນ ແລະ ຂັ້ນຕອນການປຸງແຕ່ງນຳ້ນົມແຖວໜ້າ ຂອງໂລກ. ແລະເພື່ອຜະລິດນຳ້ນົມ​ທີ່ສະອາດ,  ກຸ່ມບໍ​ລິ​ສັດ TH ໄດ້ປະ​ດິດສ້າງລະບົບການເຮັດວຽກທີ່ເປັນແບບອາຊີບ ພາຍໃຕ້ການຄຸ້ມ ຄອງໂດຍກົງຈາກ​ສອງ​ບໍ​ລິ​ສັດ​ລະ​ດັບ​ຊາດ​ຄື: ບໍລິສັດ Afikim ຂອງ ອິສຣາແອນ ຄຸ້ມຄອງໃນ​ດ້ານຝຸງງົວແມ່ນົມ ແລະ ​ບໍ​ລິ​ສັດTotally Vets ຂອງ ນິວຊີແລນ ​ບໍ​ລິ​ຫານ​ຄຸ້ມ​ຄອງໃນດ້ານປົວພະຍາດສັດ. ເວົ້າ​ໂດຍ​ຫຍໍ້ແລ້ວ, ມັນ​ເປັນ​ວົງ​ຈອນ​ໜຶ່ງ​ທີ່ລະອຽດ ແລະ ໄດ້ຮັບ​ການ​ຂຶ້ນແຜນການຢ່າງມີແບບແຜນ ຢູ່ພາຍໃຕ້ການຕິດຕາມກວດກາຂອງບັນດານັກຄຸ້ມຄອງ ແລະ ນັກຊ່ຽວຊານຂອງກຸ່ມບໍລິສັດ TH. 

ບັນຊາຕ່ອງໂສ້ຫຸ້ມຫໍ່ຜະລິດຕະພັນນຳ້ນົມ ທີ່ໂຮງງານຜະລິດ ນຳ້ນົມ TH True Milk. ພາບ: ຈ້ອງຈິ໋ງ/VNP

ຫຸ້ມຫໍ່ຜະລິດຕະພັນນຳ້ນົມ TH True Milk. ພາບ: ຫວຽດເກື່ອງ/VNP

ສາງເກັບຮັກສາຜະລິດຕະພັນນຳ້ນົມ TH True Milk. ພາບ: ຫວຽດເກື່ອງ/VNP
 
TH True Milk ເປັນວິສາຫະກິດລ້ຽງງົວແມ່ນົມ ແລະ ປຸງແຕ່ງ ນຳ້ນົມສົດສະອາດແຫ່ງດຽວໃນຂະແໜງນຳ້ນົມ ຫວຽດ ນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ມອບໃບຢັ້ນຢືນ ​ເປັນ ວິສາຫະກິດກະສິກຳນຳໃຊ້ເຕັກໂນໂລຊີສູງ.
ແຕ່ກ່ອນນີ້, ພູພຽງ ຝູ​ກຸ່ຍ ຂຶ້ນກັບເມືອງ ເຫງ້ຍດ່ານ, ແຂວງ ເງະອານ ​ເປັນ​ເຂດ​ດິນ​ທີ່​ມີ​ອາ​ກາດ​ຮ້ອນ​​ອົບເອົ້າ ແລະ ເປັນ​ເຂດທີ່ທຸກຍາກຮົກເຮື້ອເປົ່າວ່າງ. ແຕ່ເຖິງ​ຢ່າງ​ໃດ​ກໍ່​ຕາມເລີ່ມ​ແຕ່​ປີ 2009 ມາເຖິງປະຈຸບັນນີ້, ສ່ວນ​ຫຼວງຫຼາຍຜູ້​ຄົນ​ທີ່ເດີນ​ທາງຕາມ ເສັ້ນທາງ ໂຮ່ຈີມິນ, ​ຜ່ານ​ຂົງເຂດດັ່ງກ່າວທຸກ​ຄົນ​ມີ​ຄວາມ​ຕົກ​ຕະ​ລຶງ​ໃຈທີ່​ເຫັນ ທົ່ງຫຍ້າສີຂຽວກວ້າງໃຫຍ່ໄພສານ ​ເໝືອນ​ກັບວ່າ “ ທົ່ງຫຍ້າເຂດ ເອີຣົບຢູ່ໃນດິນແດນ​ແຂວງເງະອານ”. ຕາມ​ທີ່ໄດ້ຮູ້ວ່າ​ເຂດ ນີ້ເປັນເຂດວັດຖຸດິບຮັບໃຊ້ໃຫ້ແກ່ນິຄົມລ້ຽງງົວແມ່ນົມຂອງ​ບໍ​ລິ​ສັດ TH True Milk.
 
ອ້າຍ ຫງວຽນກວັກຮຸ່ງ, ພະນັກງານຂອງໂຮງງານ TH True Milk ພາພວກຂ້າພະເຈົ້າໄປຢາມທົ່ງຫຍ້າດ້ວຍ​ລົດ ກວ້າງປະ​ມານ  4.000 ເຮັກຕາ. ອ້າຍຮຸ່ງໃຫ້ຮູ້ວ່າ ເຖິງລະດູເກັບກ່ຽວ, ທຸກໆ ຂັ້ນຕອນການ​ເກັບແມ່ນໄດ້​ນຳ​ໃຊ້​ເຄື່ອງຈັກ. ທີ່ນີ້ ມີເຄື່ອງຈັກ​ຂະ​ໜາດໃຫຍ່2 ໃນ 1ຫຼາຍຄັນ ໝາຍວ່າ​ເປັນ​ເຄື່ອງ​ຈັກທັງຕັດ ທັງບົດຫຍ້າໃນທົ່ງຫຍ້າກັບທີ່. ເຄື່ອງຈັກດັ່ງ​ກ່າວ​ເຄື່ອນ​ໄປຮອດໃສ ກໍ່ຈະມີລົດຂົນສົ່ງຫຍ້າໄປຮອດນັ້ນ ເພື່ອສົ່ງຫຍ້າໄປ​ຫານິຄົມ. ທຸກໆ ຂັ້ນຕອນ​ແມ່ນໄດ້ປະຕິບັດແບບຄົບວົງຈອນ​ດ້ວຍ​ເຄື່ອງ​ຈັກ, ປາ​ສະ​ຈາກ​ການ​ນຳ​ໃຊ້​ມື​ຂອງ​ຄົນ. ເບິ່ງລະບົບເຄື່ອງຈັກທີ່ກຳ​ລັງເຄື່ອນໄຫວແບບອັດຕະໂນມັດຢູ່ເທິງທົ່ງຫຍ້າຂຽວງາມ, ພວກຂ້າພະເຈົ້າ​ມີ​ຄວາມ​ຮູ້​ສຶກ​ຄື​ກັບ​ວ່າ​ຕົນເອງກຳ​ລັງຢືນກາງ ທ່ົງຫຍ້າເຂດເອີຣົບ. ອ້າຍ ຮຸ່ງ ໃຫ້ຮູ້ຕື່ມອີກວ່າ ຫຍ້າ ທຸກຊະນິດ ທີ່ໄດ້ປູກຢູ່ທີ່ນີ້ ລ້ວນແຕ່ໄດ້ນຳເຂົ້າມາແຕ່ປະ​ເທດ ອົສຕາລີ ແລະ ໄດ້ປູກຕາມເຕັກໂນໂລຊີ ແລະ ​ໄດ້​ຄຸນນະພາບຕາມ ມາດຕະຖານ ຂອງ ເອີຣົບ.
 
ອອກຈາກທົ່ງຫຍ້າທີ່ກວ້າງ​ໃຫ່​ຍຫຼາຍພັນເຮັກຕາ, ພວກຂ້າພະເຈົ້າ ສືບຕໍ່ເດີນ​ທາງໄປຫານິຄົມລ້ຽງງົວແມ່ນົມ ​ທີ່ມີເນື້ອທີ່ກວ້າງ​ປະ​ມານ 8.000 ກວ່າເຮັກຕາຂອງກຸ່ມບໍ​ລິ​ສັດ TH. ນິຄົມແຫ່ງນີ້ ໄດ້ຖືກອົງການສະຖິຕິ ອາຊຽນ ຮັບຮອງເປັນ ນິຄົມລ້ຽງງົວແມ່ນົມ​ທີ່ ນຳໃຊ້ເຕັກໂນໂລຊີສູງ ຂະໜາດໃຫຍ່ທີ່ສຸດໃນ ອາຊີ

ເມື່ອພວກຂ້າພະເຈົ້າມາເຖິງກໍ່​ພໍ​ດີຖືກກັບ​ເວ​ລາຮີດນຳ້ນົມງົວ​ຄັ້ງທີ ສອງຂອງມື້ນັ້ນ. ອ້າຍ ໂຮ່ກວາງ ຕວັນ, ຜູ້ຄຸ້ມຄອງເຂດ​ຮີດນຳ້ນົມ ໃຫ້ຮູ້ວ່າ ລະບົບຮີດນຳ້ນົມຂອງ TH True Milk ລ້ວນ​ໄດ້ສ້າງ ມາດຕະຖານດ້ານຄຸນນະພາບ. ດັ່ງນັ້ນ, ເມື່ອນຳ້ນົມສົດຕອບສະໜອງບໍ່ພຽງ​ພໍ​ກັບ​ເງື່ອນ​ໄຂ​ທີ່​ສ້າງ​ໄວ້ ເວ​ລານັ້ນລະບົບການ​ຜະ​ລິດຈະມີສັນ​ຍານປ່າວເຕືອນ ແລະ ຕ້ອງມີ​ການປັບປຸງພາກສ່ວນ ອາຫານໃຫ້ງົວ​ຄືນ ເພື່ອຮັບປະກັນໃຫ້້ນົມງົວໄດ້ຕາມມາດຕະ ຖານ. ໃນ​ຂະ​ບວນ​ການຮີດນຳ້ນົມ, ງົວຈະໄດ້ຟັງເພງ ໂດຍຈຸດປະ ສົງສ້າງຄວາມຮູ້ສຶກ ສະບາຍຜ່ອນ​ຄາຍ​ອາ​ລົມ ເພື່ອໃຫ້ນຳ້ນົມ ທີ່ອອກ​ມາມີຄຸນນະພາບດີທີ່ສຸດ. ແຕ່ລະມື້, ງົວໜຶ່ງໂຕສາມາດຜະ ລິດນຳ້ນົມໄດ້ປະ​ມານ 30-40 ລິດ.
 
ງົວແມ່ນົມຢູ່ທີ່ນີ້ ໄດ້ຕິດລະບົບເຕືອນພະຍາດອັກເສບນົມ, ເມື່ອງົວມີ​ອາ​ການ​ຕິດພະຍາດ​ອັກ​ເສບ​ນົມ, ​ເຄື່ອງ​ຈັກ​ຮີດນຳ້ນົມ ຈະປະຕິເສດ​ການ​ຮີດນຳ້ນົມ. ສະນັ້ນ, ແຫຼ່ງນຳ້ນົມທີ່ຜະລິດ​ໄດ້ ຈະຮັບປະກັນຕໍ່ຄວາມສະອາດ, ບໍ່ຕິດເຊື້ອພະຍາດ.
 
ຫຼັງຈາກ​ຮີດນຳ້ນົມອອກໄດ້​ແລ້ວ​ຈະ​ໄດ້​ຜ່ານ​​ລະ​ບົບກັ່ນ​ຕອງ​ ອີກເທື່ອໜຶ່ງເພື່ອ​​ຕອງ​ສິ່ງ​ທີ່​ຕາບໍ່​ສາ​ມາດມອງ​ເຫັນ​ອອກ​ໃຫ້ໝົດ. ຫຼັງຈາກນັ້ນ, ນຳ້ນົມດັ່ງ​ກ່າວ​ຈະໄດ້ສູບເຂົ້າ ອ່າງເກັບຮັກສາທີ່ມີ ຄວາມເຢັນແຕ່ 3-4 ອົງສາ, ແລະ ​ເທ​ໃສ່ລົດ​ບັນ​ທຸກຂົນນຳ້ນົມສົ່ງ​ເຂົ້າໂຮງງານປຸງແຕ່ງ.
 
ໄປພ້ອມ​ກັບ​ຂະ​ບວນລົດຂົນສົ່ງນຳ້ນົມ, ພວກຂ້າພະເຈົ້າໄດ້​ໄປ​ພ້ອມ​ກັບອ້າຍ ຫງວຽນກວັກຕວ້ານ, ຫົວໜ້າຫ້ອງຮັບປະກັນ ຄວາມປອດໄພດ້ານອອກແຮງງານ ໄປຢ້ຽມຢາມໂຮງງານປຸງ​ແຕ່ງຜະລິດ​ຕະ​ພັນ​ຈາກນຳ້ນົມ. ຢູ່ທີ່ນີ້, ລະບົບຕ່ອງໂສ້ ຜະລິດ ທັນສະໄໝທີ່ສຸດ, ນຳເຂົ້າມາຈາກ​ປະ​ເທດ ເຢຍລະມັນ, ອີຕາລີ ແລະ ຊູແອດ ຕາມມາດຕະຖານຂອງກຸ່ມ G7. ຕາມ​ທີ່ຮູ້ ໂຮງງານ ຜະລິດ ນຳ້ນົມສົດສະອາດຂອງ ກຸ່ມບໍ​ລິ​ສັດ TH ໄດ້​ຖືກສະຖິຕິເປັນໂຮງງານ ປຸງແຕ່ງ ນຳ້ນົມທີ່ໃຫຍ່ທີ່ສຸດຢູ່ຂົງເຂດອາຊີຕາເວັນອອກສຽງໃຕ້. ເພາະສະນັ້ນ, ອ້າຍ ຕວ້ານ ຈຶ່ງໃຫ້ຮູ້​ຕື່ມ​ອີກວ່າ ເມື່ອບັນດານັກ ຊ່ຽວຊານ ເອີຣົບ ມາຢ້ຽມຢາມໂຮງງານ, ເຂົາເຈົ້າກໍ່ຢັ້ງ​ຢືນວ່າ ນຳ້ນົມຂອງ TH True Milk ບັນລຸໄດ້ຕາມມາດຕະຖານ ເອີຣົບ.
 
ດ້ວຍຂອບຂະໜາດ​ຂຶ້ນເຖິງ 37.000 ເຮັກຕາ, ຍອດເງິນລົງທຶນ 1,2 ຕື້ USD, ໂຄງການຂອງ TH True Milk ອາດສາມາດຖື ໄດ້ວ່າ ເປັນໂຄງການໃຫຍ່ທີ່ສຸດຂອງຂະແໜງກະສິກຳ ຫວຽດນາມ ນັບຕັ້ງແຕ່ເມື່ອກ່ອນມາ​ເຖິງ​ປະ​ຈຸ​ບັນ. ການລົງທຶນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ເລີ່ມແຕ່ຂັ້ນຕອນລ້ຽງງົວ, ປູກຫຍ້າເຖິງຂັ້ນຕອນການປຸງແຕ່ງ ນຳ້ນົມ ໄດ້ເນ​ລະ​ມິດ ໃຫ້ກຸ່ມບໍ​ລິ​ສັດ TH ກາຍເປັນວິສາຫະກິດ ແຫ່ງທຳ ອິດຢູ່ ຫວຽດນາມ ເປັນເຈົ້າຕົນ​ເອງ​ໃນການ​ສະ​ໜອງ ແຫຼ່ງວັດ​ຖຸ​ດິບນຳ້ນົມສົດ ໂດຍປະ​ສະ​ຈາກ​ການນຳເຂົ້າ. 

ລະບົບຮົດນຳ້ທັນສະໄໝ ຮັບໃຊ້ໃຫ້ການປູກຫຍ້າໃຫ້ງົວເທິງ ພູພຽງ ຝູກຸ່ຍ. ພາບ: ຈ້ອງຈິ໋ງ/VNP



ບັນດາທົ່ງຫຍ້າຢູ່ເມືອງ ເຫງ້ຍດ່ານ, ແຂວງ ເຫງ້ອານ ໄດ້ປູກເປັນແຫຼ່ງອາຫານໃຫ້ງົວແມ່ນົມ. ພາບ: ສີມິນ

ຝຸງງົວແມ່ນົມລ້ຽງໃນນິຄົມຢູ່ ເຫງ້ຍດ່ານ. ພາບ: ຫວຽດເກື່ອງ/VNP

ໃຫ້ງົວກິນຫ້ຽາ
ຢູ່ນິຄົມລ້ຽງງົວແມ່ນົມ. ພາບ: ຫວຽດເກື່ອງ/VNP

ອະນາໄມ​ແມ່ງົວກ່ອນທີ່ຈະຮີດນຳ້ນົມ ທີ່ນິຄົມລ້ຽງງົວຢູ່ ເຫງ້ຍດ່ານ. ພາບ: ສີມິນ

ແນວພັນງົວແມ່ນົມ HF ທີ່ນຳເຂົ້າມາຈາກ ນິວຊີແລນ ແລະ ອົສຕາລີ ໄດ້ລ້ຽງຢູ່ນິຄົມຫຼາຍແຫ່ງ ແລະ
ໂຕໜຶ່ງຈະໃຫ້ນຳ້ນົມ ປະມານ 30-40 ລິດຕໍ່ມື້, ເນ​ລະ​ມິດ​ເຂດດິນ​ຮ້ອນ​ອົບ​ເອົ້າພາກຕາເວັນຕົກຂອງ
ເຫງ້ອານ ກາຍເປັນ “ເມືອງເອກ” ງົວແມ່ນົມໃຫຍ່ທີ່ສຸດຂອງ ອາຊີ. ພາບ: ສີມິນ


ທ່ານນາງ ຖ໋າຍເຮືອງ-ປະທານສະພາບໍລິຫານກຸ່ມບໍລິສັດ TH True Milk ມີກຽດໄດ້ຮັບໃບຮັບຮອງສະຖິຕິ
ນິຄົມງົວແມ່ນົມ ທີ່ນຳໃຊ້ເຕັກໂນໂລຊີສູງໃຫຍ່ທີ່ສຸດຂອງ ອາຊີ ໂດຍອົງການ

ສະຖິຕິ ອາຊີ ມອບໃຫ້. ພາບ: ຫວຽດຕວັນ


ຜູ້ຕ່າງໜ້າຂອງ TH True Milk ມອບນ້ຳນົມໃຫ້ໂຮງໝໍແຂວງ ຊຽງຂວາງ (ລາວ). ພາບ: ສີມິນ

ປີ 2010, ລາຍຮັບຂອງກຸ່ມບໍລິສັດແຫ່ງນີ້ ບັນລຸໄດ້​ປະ​ມານ        6.000 ຕື້ດົ່ງ. ຄາດໝາຍໃນປີ 2015 ແມ່ນ​ປະ​ມານ 15.000 ຕື້ດົ່ງ. ຕາມແຜນການ ກຸ່ມບໍ​ລິ​ສັດ TH ຈະບັນລຸລາຍຮັບ​ປະ​ມານ 23.000 ຕື້ດົ່ງ(ເກືອບ 1 ຕື້ USD)ໃນປີ 2017 ແລະ ກວມ 50%   ຂອງ​ອັດຕະສ່ວນຕະຫຼາດ ນຳ້ນົມ ໃນຫວຽດນາມ. ຜະລິດຕະພັນ TH True Milk ໄດ້ຈົດທະບຽນຢູ່ 60 ກວ່າປະເທດ ໃນໂລກ. 

ໃນ​ກອງ​ປະ​ຊຸມສຳມະນາສາກົນ​ວ່າ​ດ້ວຍ​ການນຳໃຊ້ເຕັກໂນໂລຊີ ສູງ ແລະ ພັດທະນາແບບຍືນຍົງແຫຼ່ງນຳ້ນົມສົດສະອາດ ທີ່ ຫວຽດນາມ​ໄດ້​ສະ​ຖິ​ຕິ​ວ່າເປັ​ນ ຜົນ​ສຳ​ເລັດ​ຄັ້ງທຳອິດໃນ “​ຂະ​ບວນ​ການປະຕິວັດ ທີ່ກຸ່ມບໍລິສັດ TH ເຮັດໄດ້ ນັ້ນແມ່ນການຫຼຸດຜ່ອນ ປະ​ລິ​ມານ​ການນຳເຂົ້ານຳ້ນົມຈາກຕ່າງປະເທດຂອງ ຫວຽດນາມ ຈາກ 92% (ກ່ອນປີ 2009) ຫຼຸດລົງຍັງ 70% (​ໃນ​ປີ 2014), ນັບຕັ້ງແຕ່ TH True Milk  ເຄື່ອນ​ໄຫວເຂົ້າໃນຕະຫຼາດນຳ້ນົມ. 

 
ບົດ: ວີຖາວ - ພາບ: ຫວຽດເກື່ອງ

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top