• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Startup ແລະ ລົງທຶນກະສິກຳເຕັກໂນໂລຢີສູງແມ່ນທິດທາງການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ ອິດສະຣາແອນ

      ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ອິດ​ສະ​ຣາ​ແອນ, ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ ອິ​ດ​ສະ​ຣາ​ແອນ Reuven Ruvi Rivlin, ດຳ​ເນີນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/3, ຢູ່​ຮ່າ​ໂນ້ຍ. ເວ​ທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ, ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ພ້ອມ​ກັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ປະ​ມານ 300 ແຫ່ງ​.
 
      ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສະ​ຣາ​ແອນ Reuven Ruvi Rivlin ກ່າວ​ຄຳ​ເຫັນ​ທີ່ ເວ​ທີ​ປາ​ໄສ
        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ ຫວູ​ຕ໋ຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໃຫ້​ຮູ້​ວ່າ:
        “ຫວຽດ​ນາມ ກໍ່​ພວມ​ສຸມ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຂົນ​ຂວາຍ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ເຂົ້າ​ກະ​ສິ​ກຳ.  Startup ແລະ ລົງ​ທຶນ​ເຂົ້າ​ກະ​ສິ​ກຳ​ໄດ້​ຮັບ​ຖື​ວ່າ​ແມ່ນ 2 ຂົງ​ເຂດ​ບຸກ​ທະ​ລຸ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສ​ດ​ຖະ​ກິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ໃນ 2 ທິດ​ທາງນັ້ນ, ຊຸກ​ຍູ້​ການ​ເລີ່​ມ​ທຸ​ລະ​ກິດ ແລະ ພັດ​ທະ​ນາ​ກະ​ສິ​ກຳ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເຫັນ​ວ່າ ອິດ​ສະ​ຣາ​ແອນ ແມ່ນ​ແບບ​ຢ່າງ​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ໂລກ ແລະ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ສຳ​ລັບ​ພວກ​ຂ້າ​ພະ​ເຈົ້າ”
        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອິ​ດ​ສະ​ຣາ​ແອນ Reuven Ruvi Rivlin ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ມີຫຼາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ:
        “ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​​ກິດ​ການ​ຕະຫຼາດ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ. ໃນຫຼາຍ​ປີ​ມາ​ນີ້, ການ​ຮ່ວມ​ມື ຫວຽດ​ນາມ - ອິດ​ສະ​ຣາ​ແອນ ນັບ​ມື້​ນັບຫຼາຍ​ຮູບ​ແບບ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ນັບ​ມື້​ນັບ​ມີຫຼາຍ​ບໍ​ລິ​ສັດ 2 ປະ​ເທດ​ຮ່ວມ​ມື​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລວມ. ພວກ​ຂ້າ​ພະ​ເຈົ້າ​ມີ​ໜ້າ​ໃນ​ມື້ນີ້, ພ້ອມ​ກັບ​ການ​ນຳ​ບັນ​ດາ​ວິ​ສ​າ​ຫະ​ກິດ​ແຖວ​ໜ້າ​ຂອງ ອິດ​ສະ​ຣາ​ແອນ ໃນ​ທ​ຸກໆ​ຂົງ​ເຂດ ຢາກ​ສົ່ງ​ສານ​ທີ່​ຈະ​ແຈ້ງວ່າ: ອິດ​ສະ​ຣາ​ແອນ ປາດ​ຖະ​ໜາຢາ​ກ​ຮ່ວມ​​ແຮງ​ຮ່ວມ​ໃຈກັບ ຫວຽດ​ນາມ ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ປ່ຽນ​ໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ”
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top