• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Slovakia ຖືການພັດທະນາການພົວພັນຮ່ວມມືກັບຫວຽດນາມເປັນສຳຄັນ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Slovakia  ​ຕ້ອນ​ຮັບ​ທ່ານ ເຈືອງ​ມີງ​ຕວນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ

​          ວັນ​ທີ 30/11, ທີ່​ການ​ຕ້ອນ​ຮັບ​ທ່ານ ເຈືອງ​ມີງ​ຕວນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Slovakia, Robert Fico ຢືນ​ຢັນ​ວ່າ  Slovakia ປາດ​ຖະ​ຫນາ​ຢາກ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ກັບ​ຫວຽດ​ນາມ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ມິດ​ຕະ​ພາບ​ອັນ​ດີດ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Fico ໃຫ້​ຮູ້​ວ່າ: Slovakia ພວມ​ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ​ຫວຽດ​ນາມ ໃນ​ເຄິ່ງ​ປີ 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Slovakia ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Slovakia ແລະ ມີ​ຄຳ​ໝັ້​ນ​ສັນ​ຍາ​ຈະ​ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ Slovakia ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ ເຈືອງ​ມີງ​ຕວນ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ Slovakia.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top