ດ້ວຍນຳ້ໃຈ ແລະ ຈິງໃຈຂອງຕົນ, ອ້າຍ Kitaguchi Haruki, ຄູຝຶກບານເຕະທີ່ມີອາຍຸ 31 ປີ ຄົນ ຍີ່ປຸ່ນ ໄດ້ເລືອກເອົານະຄອນ
ໂຮ່ຈີມິນ ເພື່ອຈັດຕັ້ງປະຕິບັດໂຄງການ ສິດສອນເຕະບານໃຫ້ແກ່ ເດັກນ້ອຍ.ສິ່ງພິເສດແມ່ນຜ່ານການເຕະບານ, ລາວໄດ້ຊ່ວຍໃຫ້ ບັນດານ້ອງນ້ອຍພັດທະນາຄຸນສົມບັດເພື່ອກາຍ ເປັນ ພົນລະ ເມືອງ ດີ, ມີຄວາມ ຄິດເພື່ອເພື່ອນມິດທຸກຄົນ ແລະ ເພື່ອວົງຄະນະຍາດ.
ອ້າຍ Kitaguchi Haruki ຮຽນຈົບມະຫາວິທະຍາໄລ ກາຍະບໍລິ ຫານ ກິລາ Osaka (ຍີ່ປຸ່ນ) ແລະ ເຮັດວຽກຢູ່ສະໂມສອນບານ ເຕະ Amitie ເປັນເວລາ 6 ປີ. ສະໂມສອນດັ່ງກ່າວ ມີພາກສ່ວນ ໜຶ່ງທີ່ພັດທະນາສະເພາະແຕ່ເຕະບານຂອງວົງຄະນະຍາດໂດຍບໍ່ຫວັງຜົນກຳ ໄລ.
ກ່ອນຫນ້ານີ້, ອ້າຍ Kitaguchi Haruki ໄດ້ຮັບໜ້າທີ່ໄປສັງເກດການບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອເປີດໂຄງ ການໃຫ້ແກ່ສະໂມສອນບານເຕະ Amitie ແລະ ລາວໄດ້ເລືອກ ເອົາ ນະ ຄອນໂຮ່ຈີມິນ.
ໂຄງການຂອງອ້າຍ Kitaguchi Haruki ແມ່ນຈັດຕັ້ງການສິດ ສອນບານເຕະໃຫ້ແກ່ເດັກນ້ອຍລຸ້ນກຳລັງໄປຮຽນຢູ່ເຮືອນລ້ຽງເດັກ ອານຸບານ. ກ່ອນຈະລິເລີ່ມປະຕິບັດໂຄງການຂອງຕົນ, ອ້າຍ Kitaguchi Haruki ໄດ້ໄປຫາບັນດາເຮືອນລ້ຽງເດັກທີ່ ສັງກັດຢູ່ ນະຄອນໂຮ່ຈີມິນ ເພື່ອຂໍໄດ້ສິດສອນ ເຕະບານໃຫ້ພວກນ້ອງ ນ້ອຍ ໂດຍບໍ່ເສຍຄ່າ. ຫຼັງຈາກນັ້ນ, ຈິ່ງມີຊົ່ວໂມງຮຽນເກັບຄ່າຮຽນນຳພໍ່ແມ່ນັກຮຽນທີ່ມາຂຶ້ນທະບຽນ. ປະ ຈຸບັນ, ໂຄງການຂອງ ອ້າຍ Kitaguchi Haruki ສ້າງຕັ້ງຫ້ອງຮຽນສິດສອນ ເຕະບານ ໄດ້ 13 ແຫ່ງມີຈຳນວນນັກຮຽນຮຽນເຖິງ 365 ຄົນ. ນອກຈາກນັ້ນ, ໂຄງ ການຂອງລາວກໍ່ໄດ້ດຶງດູດອາສາສະໝັກຫຼາຍຄົນມາແຕ່ຍິ່ປຸ່ນ ເພື່ອຊ່ວຍເຫຼືອລາວສິດສອນເຕະບານຢູ່ ຫວຽດນາມ.
ຄູຝຶກ Kitaguchi Haruki ໄດ້ເຮັດວຽກ ຢູ່ສະໂມສອນບານເຕະ Amitie ຂອງຍີ່ປຸ່ນເປັນເວລາ 6 ປີ.
ພວກນ້ອງນ້ອຍກຳລັງເອົາໃຈໃສ່ຝັງອາສາສະໝັກ ຍີ່ປຸ່ນ ແນະນຳ ກ່ຽວກັບຄວາມອາດສາມາດການຫຼິ້ນບານເຕະ.
ບັນດານ້ອງນ້ອຍມີຄວາມກະຕືລືລົ້ນທີ່ຄູຝຶກ Kitaguchi Haruki ສິດສອນໃຫ້ຮູ້ວິທີການຫຼິ້ນບານເຕະ.
ອ້າຍ Kitaguchi Haruki ກຳລັງແນະນຳເຕັກນິກພື້ນຖານ ຂອງການຫຼິ້ນບານເຕະໃຫ້ແກ່ພວກນ້ອງນ້ອຍ.
ບັນດາອາສາສະໝັກມາແຕ່ ຍີ່ປຸ່ນ ເປັນຜູ້ຊ່ວຍຂອງອ້າຍ Kitaguchi Haruki.
ທັງຄູຝຶກ ແລະ ນັກຮຽນຫມົດຈິດຫມົດໃຈກັບການຝຶກເຕະບານ.
ການຝຶກຊ້ອມໄດ້ຈັດຂຶ້ນຢ່າງຟົດຟຶ້ນໂດຍຮຽນການລໍ້ບານ, ການຍິງປະຕູ...
ດ້ວຍການເຕະບານ, ອ້າຍ Kitaguchi Haruki ຕ້ອງການສອນໃຫ້
ພວກນ້ອງນ້ອຍຮູ້ຈັກຄວາມຫຼົງໄຫຼ ແລະ ລວມທັງຈິດສຳນຶກຕໍ່ສັງ ຄົມ.
ສິ່ງທີ່ສາມາດເຫັນໄດ້ຊັດເຈນຈາກພວກເດັກນ້ອຍແມ່ນຄວາມ ເປັນເຈົ້າຕົນເອງ,
ຄວາມເປັນເຈົ້າການ ແລະ ຄວາມເຂັ້ມງວດຕໍ່ວິໃນ ແມ່ນເຫັນໄດ້ຢ່າງຈະແຈ້ງ
ໃນເວລາເຂົ້າຮ່ວມຫ້ອງຮຽນຂອງ ຄູຝຶກ Kitaguchi Haruki.
ສະມາຊິກຂອງຫ້ອງຮຽນກຳລັງຝຶກຊ້ອມກັບໝາກບານ.
ນຳ້ໃຈຮັກແພງລະຫວ່າງຄູຝຶກ ແລະ ນັກຮຽນ.
ຄູຝຶກ Kitaguchi Haruki ສອນໃຫ້ພວກນ້ອງນ້ອຍຮູ້ເຖິງຄວາມ
ເຂັ້ມງວດດ້ານລະບຽບການ, ນັ້ນແມ່ນການບໍ່ຍາດຊີງກັນ
ແລະ ການເຂົ້າແຖວລຽນຄີວລໍຖ້າໃຫ້ແມ່ນທີ່ຕົນເອງຈຶ່ງໄດ້ແຂ່ງຂັນ. |
ສິ່ງທີ່ປະທັບໃຈໃນວິທີການສິດສອນເຕະບານຂອງອ້າຍ Kitaguchi Haruki ບໍ່ແມ່ນເຕັກນິກການເຕະບານ, ມັນແມ່ນວິທີ ການສອນໃຫ້ພວກນ້ອງນ້ອຍຮູ້ເຖິງບັນດາບົດຮຽນກ່ຽວ ກັບຄວາມຄິດລະບຽບວິໃນ, ຄວາມເປັນເຈົ້າຕົນເອງ, ວິທີການປະພຶດຕໍ່ຜູ້ ໃຫຍ່, ຕໍ່ການຈັດຕັ້ງ ແລະ ກັບສິ່ງເລັກໆນ້ອຍໆໃນຊີວິດປະຈຳວັນ.
ຕົວຢ່າງເຊັ່ນ: ວິທີການສອນພວກນ້ອງນ້ອຍສະບາຍດີຄູຝຶກດ້ວຍ ສຽງດັງໆກ່ອນ ແລະ ຫຼັງຊົ່ວໂມງຮຽນ; ຫລື ການຮຽນຮູ້ຄວາມອົດ ທົນ, ບໍ່ຍາດຊີງກັນ ແລະ ເຂົ້າແຖວລໍຖ້າເຖິງທີຕົນເອງຈື່ງໄດ້ເຂົ້າແຂ່ງຂັນ; ຫຼືຖ້າໃນກໍລະນີລົ້ມຕ້ອງລຸກຂຶ້ນດ້ວຍຕົນເອງໄດ້, ບໍ່ຮ້ອງ ໃຫ້ງ່າຍ ແລະ ບໍ່ຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນ, ຈາກຄູຝຶກ ຫຼື ຈາກພໍ່ແມ່ ແລະ ອື່ນໆ.
ອ້າຍ Kitaguchi Haruki ໃຫ້ຮູ້ວ່າ ບານເຕະແມ່ນ ກິລາປະເພດ ລວມຫມູ່ ສະນັ້ນ ຈຳເປັນຕ້ອງມີຄວາມສະໜິດ ຕິດພັນ ແລະ ການແບ່ງປັນ. ດ້ວຍເຫດນັ້ນ, ຜ່ານການຫຼິ້ນບານເຕະ, ຂ້າພະເຈົ້າ ຢາກພວກນ້ອງນ້ອຍຮຽນຄຸນ ສົມບັດ ຕັ້ງແຕ່ເວລາຍັງນ້ອຍ ເພື່ອ ສາມາດກາຍເປັນຄົນດີ, ຮູ້ຈັກຄິດເຖິງຜູ້ ອື່ນ, ຄິດເຖິງວົງຄະນະຍາດສະເຫມີ.
ບົດ: ຫງວຽນແອງ - ພາບ: ທົງຫາຍ
bdLao