• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Keep Hanoi Clean - ທຳເພື່ອຮ່າໂນ້ຍ ສະອາດ

ຮັກສາໃຫ້ຮ່າໂນ້ຍມີສີຂຽວ, ສະອາດ ແລະ ສວຍງາມ ແມ່ນເປົ້າ ໝາຍ ຕົ້ນຕໍ ຊຶ່ງປະຊາຊົນຮ່າໂນ້ຍ ແລະ ອຳນາດການປົກຄອງ ໄດ້ພ້ອມກັນປະຕິບັດ ເຂົ້າໃນການເຄື່ອນໄຫວຕົວຈິງ. "Keep Hanoi Clean" (ຮັກສາຮ່າໂນ້ຍ ໃຫ້ສະອາດ) ເປັນໜຶ່ງໃນບັນ ດາກຸ່ມອາສາສະໝັກ ທີ່ມີຄວາມຕັ້ງໜ້າ ເຂົ້າໃນການເກັບມ້ຽນ ຂີ້ເຫຍື້ອໃນຊີວິດປະຈຳວັນ, ປະກອບສ່ວນເຮັດໃຫ້ ຮ່າໂນ້ຍມີ ຄວາມສະອາດສວຍງາມກວ່າເກົ່າ. 
ພວກຂ້າພະເຈົ້າມີໜ້າຢູ່ຖະໜົນ ໂຕງອກເວິນ, ໃກ້ໆ ໜອງ ໄຕ ໃນຕອນເຊົ້າທ້າຍສັບປະດາ. ເລີ່ມແຕ່ 8 ໂມງເຊົ້າ, ບັນດາ ສະ ມາຊິກ ຂອງກຸ່ມ "Keep Hanoi Clean" ໄດ້ເລີ່ມຕົ້ນ ການເກັບ ແລະ ມ້ຽນມັດຂີ້ເຫຍື້ອ ດ້ວຍບັນຍາກາດທີ່ຮີບຮ້ອນ ເພື່ອໃຫ້ທັນ ການປູກດອກໄມ້ ຢູ່ທີ່ນີ້ ໃນຕອນແລງ. ໃນຈຳນວນສະມາຊິກ  ໄດ້ມີການເຂົ້າຮ່ວມ ຂອງພວກນ້ອງນັກຮຽນໂຮງຮຽນມັດທະ ຍົມຕອນຕົ້ນ ຮົ່ງຮ່າ, ຮ່າໂນ້ຍ.

ເຂົາເຈົ້າແບ່ງເປັນກຸ່ມໆ ເພື່ອເກັບຂີ້ເຫຍື້ອ ແລະ ເຮັດອະນາໄມ ຢູ່ແຕ່ລະຈອກ ແຕ່ລະມູມ ຂອງພື້ນທີ່, ເພາະສະນັ້ນ ຈຶ່ງເຮັດໃຫ້ ເຂດຮ່ອມຢູ່ຖະໜົນໂຕງອກເວິນ ມີບັນຍາກາດ ຄຶກຄັກຂຶ້ນ. ບັນ ດາຜູ້ບ່າວ, ຜູ້ສາວ ຂອງ ກຸ່ມ "Keep Hanoi Clean" ແລະ ພວກນ້ອງນັກຮຽນ ໄດ້ພ້ອມກັນຫາມຖົງຂີ້ເຫຍື້ອ ໄປກອງໄວ້ ບ່ອນລວມສູນ ແລ້ວຍົກຂຶ້ນໃສ່ລົດ ຂອງບໍລິສັດອະນາໄມ ສິ່ງແວດລ້ອມ. ໜຶ່ງໃນຈຳນວນສະມາຊິກທີ່ຫ້າວຫັນກວ່າໝູ່ ກໍຄື ທ້າວ James Joseph Kendall ທີ່ມາຈາກ ສ. ອາເມລິກາ, ຊຶ່ງເປັນ ຜູ້ກໍ່ຕັ້ງກຸ່ມ "Keep Hanoi Clean".



James Joseph Kendall, ຜູ້ກໍ່ຕັ້ງກຸ່ມ "Keep Hanoi Clean".


ຂະບວນການເກັບ ແລະ ຈັດມ້ຽນຂີ້ເຫຍື້ອ ຢູ່ຕາມຖະໜົນ ຟ້າມ ວັນດົ່ງ ໄດ້ຮັບການຕອບສະໜອງຈາກເພື່ອນຊາວໜຸ່ມ ເປັນຈຳ ນວນຫຼວງຫຼາຍ. 


ເຄື່ອງມືໃນການປ້ອງກັນເວລາອອກແຮງງານ ເຊັ່ນ ຖົງມື ໄດ້ ເບີກ ໃຫ້ສະມາຊິກ. 


James Joseph Kendall ພ້ອມກັບພວກນ້ອງນັກຮຽນ ໂຮງ ຮຽນມັດທະຍົມຕອນຕົ້ນຮົ່ງຮ່າ
ເກັບ ແລະ ຈັດມ້ຽນຂີ້ເຫຍື້ອ ຢູ່ ຖະໜົນໂຕງອກເວິນ, ໄຕໂຮ່. 



ເຂົາເຈົ້າແບ່ງເປັນແຕ່ລະກຸ່ມ ເພື່ອເກັບ ແລະ ຈັດມ້ຽນຂີ້ເຫຍື້ອ ຢູ່ບັນດາພື້ນທີ່ຕ່າງກັນ. 


ບັນດາສະມາຊິກ ຂອງ ກຸ່ມ "Keep Hanoi Clean" ພ້ອມກັນ ຕົບແຕ່ງພື້ນທີ່ໃຫ້ພຽງຫຼັງຈາກຂີ້ເຫຍື້ອຖືກນຳອອກໄປ. 


James Joseph Kendall (ເສື້ອສີຟ້າ) ສົນທະນາກັນກັບ ບັນ ດາສະມາຊິກ ຂອງ ຄະນະຄຸ້ມຄອງໂຄງການ ເມືອງ ນາມຕື່ ລຽມ
ໃນເວລາເກັບ ແລະ ຈັດມ້ຽນຂີ້ເຫຍື້ອຢູ່ຖະໜົນ ຟ້າມວັນ ດົ່ງ. 



James Joseph Kendall ພ້ອມກັບບັນດາສະມາຊິກ ຂອງ ຄະນະຄຸ້ມຄອງ
ໂຄງການ ເມືອງ ນາມຕື່ລຽມ ເກັບ ແລະ ຈັດມ້ຽນຂີ້ເຫຍື້ອ.



ພ້ອມໃຈກັນຍົກເປົາຂີ້ເຫຍື້ອຂຶ້ນໃສ່ລົດ ເພື່ອສົ່ງໄປບ່ອນກຳຈັດ.


ທົດແທນໃສ່ເດີ່ນຂີ້ເຫຍື້ອແມ່ນບັນດາຕົ້ນໄມ້ສີຂຽວ.


ມີຕົ້ນໄມ້ຫຼາຍປະເພດໄດ້ປູກຢູ່ເທິງພື້ນທີ່ດິນທີ່ເຕັມແຕ່ຂີ້ເຫຍື້ອ ໃນກ່ອນໜ້ານັ້ນ. 


James Joseph Kendall ກັບ ບັນດາສະມາຊິກ ຂອງ ຄະນະຄຸ້ມຄອງໂຄງການ ເມືອງ ນາມຕື່ລຽມໃນເວລາພັກຜ່ອນ. 


ກຸ່ມ"Keep Hanoi Clean" ມີການແລກປ່ຽນບົດຮຽນຮ່ວມກັນ ກ່ອນເຂົ້າສູ່ໜ້າວຽກ. 

ໃນເບື້ອງຕົ້ນ, ການເຄື່ອນໄຫວເຮັດອະນາໄມຂອງ James Joseph Kendall ແລະ ໝູ່ເພື່ອນ ໄດ້ປະສົບກັບສິ່ງກີດຂວາງ ຍ້ອນຄວາມເຂົ້າໃຈຜິດຂອງເຈົ້າໜ້າທີ່ທ້ອງຖິ່ນ. ແຕ່ຫຼັງຈາກ ຮູ້ ໄດ້ເຈດຕະນາດີຂອງ James ແລະ ໝູ່ເພື່ອນຂອງລາວ, ອຳ ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນໃນພື້ນທີ່ ໄດ້ໃຫ້ ກຳລັງໃຈ ແລະ ຊ່ວຍເຫຼືອເຂົາເຈົ້າໃນການສືບຕໍ່ປະຕິບັດ ວຽກງານ. ການເຮັດອະນາໄມ ຂອງ James ໄດ້ ດຳເນີນໄປ ໃນແຕ່ລະ ທ້າຍສັບປະດາ, ເລີ່ມມີເພື່ອນຊາວໜຸ່ມຫວຽດນາມ  ແລະ ຕ່າງ ປະເທດທີ່ໃຊ້ຊີວິດຢູ່ຮ່າໂນ້ຍ ຄ່ອຍຮູ້ຈັກ. ເຂົາເຈົ້າ ໄດ້ຕິດຕໍ່ກັບ  James ແລະ ສະເໜີໃຫ້ຄວາມຊ່ວຍເຫຼືອໃນການເຮັດອະນາ ໄມ.

ຈາກຈຳນວນສະມາຊິກທີ່ເພີ່ມຂຶ້ນ ເພື່ອເຂົ້າຮ່ວມເຮັດອະນາໄມ ໃນທ້າຍສັບປະດາ ໄດ້ເຮັດໃຫ້ James Joseph Kendall ເກີດມີແນວຄິດສ້າງຕັ້ງກຸ່ມ "Keep Hanoi Clean" ໃນເດືອນ ພຶດສະພາ 2016. ນັບແຕ່ມື້ສ້າງຕັ້ງ ມາຮອດປັດຈຸບັນ, ແຕ່ລະ ທ້າຍສັບປະດາ, ກຸ່ມໄດ້ທຳຄວາມສະອາດ ຢູ່ຫຼາຍບ່ອນ ໃນນະ ຄອນຫຼວງຮ່າໂນ້ຍ. ການເຄື່ອນໄຫວຂອງກຸ່ມ ໄດ້ຮັບການ ສະ ໜັບສະໜຸນ ຢ່າງເຕັມທີ່ຈາກອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ. ເຂົາເຈົ້າບໍ່ພຽງແຕ່ ເຂົ້າຮ່ວມການເຮັດ ອະນາ ໄມເທົ່ານັ້ນ, ແຕ່ຍັງສະໜອງ ພາຫະນະອຸະປະກອນໃຫ້ກຸ່ມ ເພື່ອອຳນວຍຄວາມສະດວກໃນການປະຕິບັດວຽກງານອີກ ດ້ວຍ.

ອ້າຍຄູ ຫງວຽນແອງຕ໋ວນ, ຮອງຜູ້ອຳນວຍການໂຮງຮຽນມັດທະ ຍົມຕອນຕົ້ນຮົ່ງຮ່າໃຫ້ຮູ້ວ່າ: “ຜ່ານໜ້າເວັບ, ທາງໂຮງຮຽນ ຂ້າ ພະເຈົ້າຮູ້ແລ້ວວ່າ ການເຄື່ອນໄຫວຂອງ  "Keep Hanoi Clean" ໄດ້ປະກອບສ່ວນ ສ້າງຄວາມສະອາດສວຍງາມໃຫ້ ແກ່ນະຄອນຫຼວງ. ການເຊື່ອມຕໍ່ລະຫວ່າງໂຮງຮຽນ ແລະ ກຸ່ມ "Keep Hanoi Clean" ຈະຊ່ວຍໃຫ້ພວກນ້ອງ ນັກຮຽນມີສະຕິ ໃນການຮັກສາສິ່ງແວດລ້ອມ  ແລະ ພາບພົດລວມ ຂອງຕົວ ເມືອງ. ຂ້າພະເຈົ້າຫວັງວ່າ ບັນດາການເຄື່ອນໄຫວສຸດທີ່ມີ ຄວາມໝາຍນີ້ ຈະໄດ້ປະຕິບັດ ຢ່າງກວ້າງຂວາງ ຢູ່ໃນຫຼາຍ ພື້ນທີ່ຂອງ ຮ່າໂນ້ຍ.
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top