29/07/2017 15:21 GMT+7 Email Print Like 0

"I, Me, Mine” ຄວາມມຸ້ງຫວັງ ເພື່ອເຂົ້າໃຈຕົນເອງ

“I, Me, Mine - ໃນຕົວຂ້າພະເຈົ້າ, ຂອງຂ້າພະເຈົ້າ” ເປັນຊື່ຂອງງານວາງສະແດງ ຊຶ່ງສະແດງໃຫ້ເຫັນ ບັນດາຊາຕາກຳ ແລະ ຈິດວິນຍານ ທີ່ແຝງໄວ້ເຕັມແຕ່ ຄວາມຮູ້ສຶກໃນໃຈ  ແລະ ຄວາມກະໂຫຍ ເຂົາໃຈໄດ້ຕົວເອງແມ່ນໃຜ. 
ງານວາງສະແດງດັ່ງກ່າວໄດ້ຈັດຂຶ້ນ ໂດຍກຸ່ມ ນັກສິລະປິນ ໜຸ່ມ ຫ້າຄົນເຊັ່ນ ໂດ໊ກິມທວາ, ໂດ໊ຫງວຽນເລີບຊວນ, ຮວ່າງ ນາມຫວຽດ, ຊວນຮ້າ (Grandmadeadxh) ແລະ ອາວ ກິມເງິນ (Yaten der), ງານວາງສະແດງ ຖືວ່າ ເປັນການ ຫວນຄືນໃຫ້ເຫັນ ກ່ຽວກັບ “ອັນທີ່ເປັນຂອງເຮົາ”, ຄວາມສຳ ນຶກ ທີ່ມີແຕ່ສະໄໝດຶກດຳບັນ ເມື່ອມະນຸດປະກົດຕົວຂຶ້ນ ແລະ ສ້າງໄວ້ ລາຍແຕ້ມທີ່ ປະຖົມປະຖານ ຢູ່ເທິງຫີນ.

ຢູ່ທີ່ນີ້, ການ “ແຕ້ມຕົນເອງ” (self-portraiture) ແມ່ນ ວິທີ ທົ່ວໄປ ເພື່ອໃຫ້ບັນດານັກສິລະປິນ ສະແດງອອກວ່າ ຕົນ ເອງແມ່ນໃຜ. ເມື່ອມາສະຖານທີ່ ຈັດງານວາງສະແດງ, ຜູ້ ຊົມຄືດັ່ງ ຖືກແນະນຳຈາກບັນດາສິລະປິນ ໃນການຄົ້ນຫາ ຄຳວ່າ “ຕົວເອງ”- ສະຖານທີ່, ການເຊື່ອມຕໍ່, ຮູບຊົງພາຍ ນອກ ແລະ ຄວາມຮັບຮູ້-ບັນດາປັດໄຈ ທີ່ສະຫຼັບຊັບຊ້ອນ ຢ່າງຕໍ່ເນື່ອງຊຶ່ງກໍ່ຕົວນິດໄສມະນຸດ.

ການພົບ ປະແລກປ່ຽນ ກັບບັນດາ ນັກສິລະປິນ ແມ່ນນຳມາ ຊຶ່ງຄວາມຮັບຮູ້ລວມຄື ຄວາມຫຼົງໄຫຼ ກັບການຂຸດຄົ້ນ ແລະ ຜ່ານປະສົບການຕົວຈິງໃນ “ຕົວຂອງເຂົາເຈົ້າເອງ”. ຕົວລະຄອນ, ຜົນງານການປະດິດແຕ່ງ, ຜູ້ແຕ່ງ ເໝືອນດັ່ງແຝງຕົວ ເຂົ້າຫາກັນ, ເພື່ອໃຫ້ ຜູ້ຊົມໄດ້ຮັບຮູ້ເອງ ແລະ ບາງເທື່ອ ອາດຈະເຫັນສ່ວນໜຶ່ງຂອງຕົວເອງໃນນັ້ນ.



ສະຖານທີ່ຈັດງານວາງສະແດງທີ່ໃສ່ຊື່ “I, Me, Mine-ຂ້າ ພະເຈົ້າ, ຕົວຂ້າພະເຈົ້າ, ຂອງຂ້າພະເຈົ້າ” ຢູ່ສູນ ສິລະປະ ຍຸກສະໄໝ The Factory,
ເມືອງ 2, ນະຄອນ ໂຮ່ຈີມິນ.



ມວນຊົນເຂົ້າຊົມງານວາງສະແດງ.


ແລ້ວແຕ່ເປົ້າໝາຍ ທີ່ເຂົ້າຊົມ ຈະມີຄວາມຮູ້ສຶກ ທີ່ແຕກ ຕ່າງກັນ. 


ງານວາງສະແດງ “I, Me, Mine-ຂ້າພະເຈົ້າ, ຕົວຂ້າພະ ເຈົ້າ, ຂອງ ຂ້າພະເຈົ້າ” ເປັນພຶດຕິກຳຕົວຈິງ ທີ່ພິເສດ
ສະ ຫງວນ ໃຫ້ແກ່ມວນຊົນ ທີ່ຮັກມັກ ສິລະປະ ຍຸກໃໝ່.

ນັກສິລະປິນ ເຈິ່ນກິມຮວາ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ແຕ້ມຕາມ ອາລົມຈິດຂອງຕົວເອງ, ໄປຕາມທ່າອຽງສະແດງອອກ, ມີສີ ສັນງ່າຍໆ ເພື່ອເຮັດໃຫ້ວາດພາບເຫັນຕົວລະຄອນ. ຕົວລະ ຄອນ ຂອງ ຂ້າພະເຈົ້າ ແມ່ນແນວຄວາມຄິດກ່ຽວກັບ ຊະຕາ ກຳ ຂອງແມ່ຍິງ ຫຼາຍຄົນ ໃນສັງຄົມຫວຽດນາມ”.

ໃນສັງຄົມໜຶ່ງ ທີ່ໄດ້ມີການຜັນແປ ແລະ ເຄື່ອນໄຫວ ຢ່າງບໍ່ ຢຸດຢັ້ງ ຂອງ ຫຼາຍກະແສ ວັດທະນະທຳ ຄື ຢູ່ຫວຽດນາມ, ນັກສິລະປິນ ເຈິ່ນກິມຮວາ ມີຄວາມຮູ້ສຶກວ່າ ແມ່ຍິງຫວຽດ ນາມ ໃນເມື່ອກ່ອນ ຍັງມີຄວາມ ເຄັ່ງຄັດດ້ານ ຄວາມຄິດ ແລະ ຜົນສະທ້ອນກໍ່ແມ່ນ “ເຮັດລຳບາກ ໃສ່ຕົນເອງ”.

ແຕ່ຢ່າງໃດກໍດີ, ບັນດາຄຸນຄ່າແບບເດີມ ແລະ ທັນສະໄໝ ເຖິງວ່າມີຄວາມຂັດແຍ່ງ ແຕ່ນັ້ນກໍແມ່ນກຳລັງໜູນ ແຫ່ງ ການພັດທະນາ, ຍ້ອນກົດເກນແຫ່ງການ ຂະຫຍາຍຕົວ ແມ່ນລົບລ້າງ ສິ່ງຫຍໍ້ທໍ້ ເພື່ອສ້າງເງື່ອນໄຂ ໃຫ້ສິ່ງທີ່ຕັ້ງໜ້າ ແລະ ຈົບງາມ ໄດ້ເສີມຂະຫຍາຍ.

ນັກສິລະປິນ ກິມຮວາ ໄດ້ເຈາະຈີ້ມວ່າ ສົມຄວນບໍ່ ຈະຕ້ອງ ມີຄວາມປະສົມກົມກຽວກັນ, ຖ້າບໍ່ມີ, ຄວາມເຄ່ັງຄັັດໃນ ການນຶກຄິດ ຂອງ ຜູ້ຍິງຍຸກໃໝ່ຫຼາຍຄົນ  ອາດຈະເຮັດໃຫ້ ກີດຂວາງ ການຮັບເອົາ ຄວາມກ້າວໜ້າ ສິວິໄລ. ສຳລັບ ເຈິ່ນກິມຮວາ,  ຄວາມເຄັ່ງຄັດ ຫຼື ເປີດອົກເປີດໃຈ ແມ່ນ ການເລືອກເຟັ້ນເຖິງຄວາມສຸກ, ຊຶ່ງຜູ້ຍິງເປັນຜູ້ຕັດສິນໃຈ ໃຫ້ຊີວິດຂອງຕົນເອງ.

ສຳລັບນັກສິລະປິນ ຮວ່າງນາມຫວຽດ, ຕົວລະຄອນ ໃນ ພາບແຕ້ມຂອງລາວ ແມ່ນສະແດງຄວາມໃນໃຈອອກມາ ໂດຍຜ່ານສາຍເຊືອກ ຊຶ່ງ ເຊື່ອມຕໍ່ພາຍໃນ ກັບໂລກ ພາຍ ນອກ”. ນັກສິລະປິນ ຮວ່າງນາມ ເຫັນວ່າ: “ແນວຄວາມຄິດ ສ້າງສັນ ແມ່ນມີຄວາມໝາຍສຳຄັນທີສຸດ ໃນການປະດິດ ແຕ່ງ. ບັນດາບົດຮຽນໃນການໃຊ້ຊີວິດ, ປະສົບການຕົວຈິງ, ຄວາມຕຶກຕອງ... ລ້ວນແຕ່ຖືກສ່ອງແສງເຂົ້າໃນພາບແຕ້ມ”.

ສຳລັບນັກສິລະປິນ ອາວກິມເງິນ, ຜົນງານການຈັດວາງ ທີ່ ໃສ່ຊື່ “2-1” ຂອງລາວ ໄດ້ຮັບການວາງສະແດງ ຢູ່ເຂດໜຶ່ງ ຕ່າງຫາກ. ທັງໝົດໄດ້ສະແດງອອກມາ ຜ່ານຟີມຮູບເງົາ ແລະ ພາບຖ່າຍ ຊຶ່ງໄດ້ເກັບຮັກສາໄວ້ ເຫດການທີ່ເກີດຂຶ້ນ ໂດຍບັງເອີນ ພ້ອມກັບ ຄວາມມຸ່ງຫວັງ ຫຼຸດພົ້ນອອກຈາກ ໂລກກະທັດຮັດ ທີ່ຄັບແຄບຂອງຕົນ ແລະ ຜ່ານຜ່າ ໄລຍະ ຫ່າງ ທີ່ກວ້າງໄກ ເພື່ອຕ້ອງເຖິງ ສິ່ງໃດໜຶ່ງທີ່ມີຈິງ.






ບັນດາພາບແຕ້ມຂອງ ນັກສິລະປິນ ເຈິ່ນກິມຮວາ ແມ່ນມີ ທ່າອຽງສະແດງອອກ, ມີສີສັນງ່າຍໆ
ເພື່ອເຮັດໃຫ້ ນຶກ ເຖິງ ອາການຂອງຕົວລະຄອນ.



ຜົນງານການປະດິດແຕ່ງ ຂອງ ນັກສິລະປິນ ເຈິ່ນກິມຮວາ ສ້າງຄວາມປະທັບໃຈ ໃຫ້ຜູ້ຊົມ ຜ່ານພາບແຕ້ມ
ທີ່ສະແດງ ເຖິງ ຊະຕາກຳ ທີ່ແຕກຕ່າງກັນຂອງແມ່ຍິງ ຫວຽດນາມ.







ບັນດາຜົນການປະດິດແຕ່ງ ຂອງນັກສິລະປິນ ຮວ່າງນາມ ຫວຽດ ແມ່ນສະແດງຄວາມໃນໃຈອອກມາ
ໂດຍຜ່ານສາຍ ເຊືອກ ຊຶ່ງ ເຊື່ອມຕໍ່ພາຍໃນ ກັບໂລກພາຍນອກ.



ສະຖານທີ່ວາງສະແດງພາບແຕ້ມຂອງນັກສິລະປິນ ຮວ່າງ ນາມຫວຽດ. 


ພາບແຕ້ມຂອງນັກສິລະປິນ ຊວນຮ້າ.


ຜົນສິະລະປະການຈັດວາງຂອງ ນັກສິລະປິນ ຊວນຮ້າ.


ສະຖານທີ່ວາງສະແດງພາບແຕ້ມຂອງນັກສິລະປິນ ຊວນ ຮ້າ.


ຜົນການປະດິດແຕ່ງ ຂອງນັກສິລະປິນຫງວຽນເລີບຊວນ. 


ສະຖານທີ່ສະແດງສິລະປະການຊັບຊ້ອນຈັດວາງ ຂອງ ນັກ ສິລະປິນຫງວຽນເລີບຊວນ.

ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ບັນດາບົດທີ່ຖືກນຳສະເໜີ