• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

FTA ຫວຽດນາມ - EAEU, ຫຼາຍກາລະໂອກາດກຳລັງ ຄອຍຖ້າຢູ່ຕໍ່ໜ້າ

ວັນທີ 5 ຕຸລາ 2016, ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ-ເອີຣົບ (FTA ຫວຽດນາມ - EAEU) ມີຜົນສັກສິດຢ່າງເປັນທາງການ, ສ້າງແງ່ຫວັງທີ່ ຍິ່ງໃຫຍ່ໃຫ້ແກ່ການສົ່ງອອກຂອງ ຫວຽດນາມ ເຂົ້າສູ່ໜຶ່ງໃນບັນດາຕະຫຼາດໃຫຍ່ ແລະ ເຕັມໄປດ້ວຍທ່າແຮງບົ່ມຊ້ອນໃນໂລກ ດ້ວຍພົນລະເມືອງກວ່າ 180 ລ້ານຄົນ ແລະ ມີຕົວເລກຈີດີປີ ບັນລຸໄດ້ກວ່າ 2.000 ຕື້ໂດລາສະຫະລັດ, ພ້ອມກັບ ມູນຄ່າການຄ້າບັນລຸປະມານ 1.000 ຕື້ໂດລາສະຫະລັດ.
ນີ້ແມ່ນສັນຍາການຄ້າເສລີສະບັນທຳອິດທີ່ສະຫະພັນ ເສດຖະກິດ ອາຊີ-ເອີຣົບ (ລວມມີ: ລັດເຊຍ, ອາກເມນີ, ເບລາຣຸດ, ກາຊັກສະຖານ ແລະ ກຽກກິດສະຖານ)​ ລົງນາມກັບປະເທດທີສາມ, ແລະ ກໍ່ເປັນສັນຍາສັນບັບທຳອິດທີ່ຫວຽດນາມໄດ້ລົງນາມກັບບັນດາຄູ່ຄ້າເຈລະຈາມູນເຊື້ອ.FTA ຫວຽດນາມ - EAEU ແມ່ນສັນຍາການຄ້າເສລີລຸ້ນໃໝ່, ຮອບດ້ານ, ກວມເອົາທຸກຂົງເຂດການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ ແລະ EAEU.
 
ຄຽງຂ້າງກັບການສ້າງຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກສິນຄ້າຜ່ານການຫຼຸດຜ່ອນພາສີ, ສັນຍາລວມມີຄຳໝັ້ນສັນຍາຂອງທຸກຝ່າຍຕໍ່ການປົກປັກຮັກສາກຳມະສິດທາງປັນຍາ,ພັດທະນາແບບຍືນຍົງຄົງຕົວ, ການຄ້າເອເລັກໂຕນິກ, ການຊື້
ຂາຍລັດຖະບານ ແລະ ຄວາມແກ່ງແຍ້ງກັນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມໃນພິທີໄຂ
ສາຂາທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາ
ຫວຽດນາມ (BIDV) ທີ່ ສະຫະພັນ ລັດ​ເຊຍ. ພາບ: ຖົ໋ງ​ເຍີ​ດ/ VNA



ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ-​ສະຫະພັນ​ເສດຖະກິດ
ອາຊີ-​ເອີຣົບ ທີ່​ໄດ້​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ​ເມື່ອ​ປີ 2015. ພາບ: ຕວ໋ນ​ແອ​ງ/VNA



ກຸ່ມ​ບໍລິສັດ TH True Milk ຂອງ ຫວຽດນາມ ຫາ​ກໍ່​ເປີດ​ການ
​ເຄື່ອນ​ໄຫວ​ກໍ່ສ້າງ​ໂຄງການ​​ລ້ຽງ​ງົວ​ແມ່ນົມ ​ແລະ ປຸງ​ແຕ່ງ​ນຳ້ນົມ​
​ແຫ່ງ​ທີ 2 ຢູ່ສະຫະພັນ ລັດ​ເຊຍ. ພາບ: ​ເຢືອງຈີ໋/VNA

ຕາມຄຳໝັ້ນໃນສັນຍາ, EAEU ໄດ້ສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ສິນຄ້າຂອງ ຫວຽດນາມ ຫຼາຍປະເພດທີ່ມີທ່າແຮງບົ່ມຊ້ອນຄື: ກະສິກຳ, ສິນໃນນຳ້ ແລະ ຜະລິດຕະພັນອຸດສາຫະກຳຄືຕຳ່ແຜ່ນຕັດຫຍິບ, ໜັງເກີບ, ເຄື່ອງໄມ້ ແລະ ອື່ນໆ.
ສະຫະພັນເສດຖະກິດ ອາຊີ-ເອີຣົບ ແມ່ນຕະຫຼາດໃຫຍ່ດ້ວຍພົນລະເມືອງກວ່າ 180 ລ້ານຄົນ, ມີແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ລວມຕົວເລກ ຈີດີປີ ບັນລຸໄດ້ກວ່າ 2.000 ຕື້ໂດລາສະຫະລັດ, ວົງເງິນການຄ້າບັນລຸໄດ້ປະມານ 1.000 ຕື້ໂດລາສະຫະລັດ. ຫວຽດນາມ ສົ່ງອອກເຂົ້າສູ່ຕະຫຼາດແຫ່ງນີ້ ບັນດາປະເພດສິນຄ້າຕົ້ນຕໍ່ຄື: ໂທລະສັບ, ເຄື່ອງຄອມຜິວເຕີ, ເຄື່ອງຕຳ່ແຜ່ນຕັດຫຍິບ, ເກີບ, ສິນໃນນຳ້, ກາເຟ, ເຂົ້າສານ, ໝາກໄມ້… ແລະ ນຳເຂົ້າຈາກ EAEU ບັນດາປະເພດສິນຄ້າຄື: ນຳ້ມັນອາຍແກັດ, ເຫຼັກກ້າ, ເຄື່ອງຈັກ ແລະ ອຸປະກອນຕ່າງ.

ພ້ອມກັບການຍົກເລີກພາສີ, ສອງຝ່ານຈະຜັນຂະຫຍາຍບັນດາມາດຕາກ່ຽວກັບສັດຕະວະແພດ ແລະ ກັກກັນພະຍາດສັດ ແລະ ພືດ (SPS); ຊຸກຍູ້ການຮ່ວມມື, ຜັນຂະຫຍາຍບັນດາຫົວຄິດປະດິດສ້າງເພື່ອຫັນເປັນຄວາມສະດວກການຄ້າ, ຊ່ວຍເຫຼືອເຕັກນິກ ແລະ ກໍ່ສ້າງກົນໄກທີ່ປຶກສາຢ່າງມີປະສິດທິຜົນ ລະຫວ່າງສອງຝ່າຍ.
 
ຝ່າຍ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປີດປະຕູການຕະຫຼາດໃຫ້ EAEU ສຳລັບຜະລິດຕະພັນຮັບໃຊ້ການລ້ຽງສັດຈຳນວນ ໜຶ່ງ, ສິນຄ້າອຸດສາຫະກິດຈຳນວນໜຶ່ງຄື: ເຄື່ອງຈັກ, ອຸປະກອນ, ພາຫະນະຂົນສົ່ງ… ເບິ່ງລວມແລ້ວ, ບັນດາສິນຄ້າປະເພດນີ້ບໍ່ຕ້ອງແກ່ງແຍ້ງກັບສິນຄ້າ ຫວຽດນາມ, ມັນຍັງປະກອບສ່ວນເຮັດໃຫ້ຕະຫຼາດສິນຄ້າໃຊ້ສອຍພາຍໃນມີຫຼາຍຮູບແບບກວ່າ.
  
ສັງລວມແລ້ວ, ມີ 90% ປະເພດສິນຄ້າໄດ້ຮັບການເປີດປະຕູ,ເທົ່າກັບປະມານກວ່າ 90% ວົງເງິນການຄ້າສອງຝ່າຍ.
 
ນອກຈາກນັ້ນ, FTA ສະບັບນີ້ ກໍ່ກຳນົດບັນດາວິທີແກ້ໄຂເພື່ອເພີ່ມຄວາມຈະແຈ້ງຂອງບັນດາການເຄື່ອນໄຫວຄຸ້ມຄອງລັດໃນການຄ້າ, ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການ ຄຸ້ມຄອງລັດຂອງສອງຝ່າຍກ່ຽວກັບດ່ານພາສີຊາຍແດນ, ຄຸ້ມຄອງຄຸນນະພາບ, ກັກກັນພະຍາດສັດ ແລະ ພືດ, ຄວາມສະອາດປອດໄພດ້ານສະບຽງອາຫານ. ຄຽງຂ້າງນັ້ນ, ສັນຍາກໍ່ມີມາດຕາໜຶ່ງກຳກົດກ່ຽວກັບການຄ້າບໍລິການ, ການລົງທຶນ ແລະ ຍົກຍ້າຍຜູ້ອອກແຮງງານ. 

ການ​ຮ່ວມ​ທຸລະ​ກິດ ຫວຽດນາມ-​ລັດ​ເຊຍ (Vietsovpetro),
ສັນຍະລັກ​ແຫ່ງ​ຜົນສຳ​ເລັດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ຫວຽດນາມ-​ລັດ​ເຊຍ. ​
ໃນ​ພາບ: ຖານ​​ເຕັກ​ໂນ​ໂລ​ຊີ​ໃຈກາງ ​ເລກ 2 ຢູ່​ບໍ່​ນຳ້ມັນອາຍ​ແກັດ,
ໜຶ່ງ​ໃນ 40 ກິດຈະການ​ກໍ່ສ້າງ​ເທິງ​ທະ​ເລ​ຂອງ Vietsovpetro. ພາບ: ຮຸຍ​ຮຸ່ງ/VNA



ຂະ​ແໜງ​ສິນ​ໃນ​ນຳ້ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ
ຈະ​ມີ​ໂອກາດ​ເພີ່ມ​ວົງ​ເງິນ​ການ​ຄ້າ​ເຂົ້າ​ສູ່​ຕະຫຼາດ EAEU. ພາບ: ກິມ​ເຟືອງ/VNP



ຕະຫຼາດ EAEU ​ໄດ້ນຳ​ເຂົ້າ​ສິນຄ້າ​ກະສິກຳ​ຂອງ​ ຫວຽດນາມ ດ້ວຍຈຳນວນ​ຫຼວງ​ຫຼາຍ.​ ພາບ: ​ແທງ​ຮ່າ/VNA


ຂະ​ແໜງ​ຕຳ່​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ​ ຈະ​​ໄດ້​ຮັບ​ຄວາມ
ສະດວກ​ຫຼາຍ​ຢ່າງ​ເມື່ອ FTA ຫວຽດນາມ -EAEU ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ. ພາບ: ກິມ​ເຟືອງ/VNP


ຄາດ​ຄະ​ເນ​ວ່າ ບັນດາ​ປະ​ເພດ​ສິນຄ້າ​ຄື: ກາ​ເຟ, ​ເຂົ້າສານ, ຜັກ, ໝາກ​ໄມ້…
ຈະ​ມີ​ການປ່ຽນ​ແປງ​ໃໝ່ ​ເມື່ອ​​ໄດ້​ເຂົ້າຮ່ວມ​ໃນ​ຕະຫຼາດ EAEU. ພາບ: ກວາງ​ຮຸຍ/VNA

ຕາມທ່ານ ເຢືອງຮວ່າງມິນ, ທູດການຄ້າ ຫວຽດນາມ ປະຈຳສະຫະພາບ ລັດເຊຍ ແລ້ວ, FTA ຫວຽດນາມ - EAEU ຈະສ້າງກາລະໂອກາດທີ່ສະດວກໃຫ້ແກ່ການສົ່ງອອກ, ກໍ່ຄືການຮ່ວມມືດ້ານເສດຖະກິດການຄ້າໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. ແຕ່ວ່າ ເພື່ອໄດ້ຮັບຜົນປະໂຫຍດຈາກສັນຍາ ດັ່ງກ່າວ, ບັນດາວິສາຫະກິດ ຫວຽດນາມ ຕ້ອງຄົ້ນຄວ້າຢ່າງ ລະອຽດບັນຫາຈຳນວນໜຶ່ງຄື: ເຄີຍໃຊ້ຈ່າຍ, ຄວາມນິຍົມຊົມຊອບກ່ຽວກັບຄຸນນະພາບ, ແບບແຜນຜະລິດຕະພັນຂອງຊາວ ລັດເຊຍ ແລະ ບັນດາປະເທດໃນ EAEU;​ ຄວາມຕ້ອງການ ທາງດ້ານກົດໝາຍ; ລະບົບມາດຕະຖານເຕັກນິກ, ຄວາມສະອາດປອດໄພດ້ານສະບຽງອາຫານສະເພາະ ຂອງຕະຫຼາດແຫ່ງນີ້ ແລະ ບັນຫາກ່ຽວກັບພາສາ ລັດເຊຍ ທີ່ໄດ້ນຳໃຊ້ແບບທົ່ວໄປທີ່ຕະຫຼາດແຫ່ງນີ້ ອີກດ້ວຍ.
 
ເວົ້າເຖິງແງ່ຫວັງຂອງ FTA ຫວຽດນາມ-EAEU, ທ່ານ Popov Aleksei, ກົງສູນໃຫຍ່ສະຫະພາບ ລັດເຊຍ ປະຈຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ເລື່ອງສ້າງຕັ້ງຂົງເຂດການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ-ເອີຣົບ ຈະຊຸກຍູ້ເພີ່ມທະວີວົງເງິນການຄ້າແຕ່ 4 ຕື້ໂດລາສະຫະລັດຄືປະຈຸບັນຂຶ້ນ 8-10 ຕື້ໂດລາສະຫະລັດໃນ 2-3 ປີຈະມາເຖິງ. ສິນຄ້າທີ່ມີທ່າແຮງຈຳນວນໜຶ່ງຂອງ ຫວຽດນາມ ຄື: ສິນໃນນຳ້, ຕຳ່ແຜ່ນຕັດຫຍິບ… ຈະມີໂອກາດເພີ່ມປະລິມານ ການສົ່ງອອກ. ກົງກັນຂ້າມ, ຂະແໜງຜະລິດລົດໃຫຍ່ຂອງລັດເຊຍ ກໍ່ມີໂອກາດຢ່າງຍິ່ງໃຫຍ່ ເມື່ອເຂົ້າຮ່ວມໃນຕະຫຼາດ ຫວຽດນາມ.
 
ຕາມທ່ານສາດສະດາຈານ Nikolay Nikolayevych, ສະຖາປັນຄົ້ນຄວ້າເສດຖະກິດມະຫາພາກຂອງ ລັດເຊຍ, EAEU ມີທ່າແຮງບົ່ມຊ້ອນຢ່າງຍິ່ງໃຫຍ່ ຍ້ອນທີ່ນີ້ ແມ່ນອົງການເຊື່ອມໂຍງໃຫຍ່ທີ່ສຸດຂອງທະວີບ ອາຊີ-ເອີຣົບ. ເພາະສະນັ້ນ, ຫວຽດນາມ ເຊັນສັນຍາການຄ້າເສລີກັບ EAEU ຈະອະນຸຍາດໃຫ້ເພີ່ມວົງເງິນສິນຄ້າ, ຈາກນັ້ນ ຈະເພີ່ມລາຍຮັບຈາກການຄ້າຕ່າງປະເທດ ແລະ ສ້າງວຽກເຮັດໃໝ່ໃຫ້ແກ່ຜູ້ອອກແຮງງານ.


ຕາມການຄິດໄລ່ຂອງຄະນະກຳມະການເສດຖະກິດ ອາຊີ-ເອີຣົບ, ການສ້າງຕັ້ງເຂດການຄ້າເສລີ ລະຫວ່າງ EAEU ກັບ ຫວຽດນາມ ອາດສາມາດຍົກວົງເງິນການຄ້າສອງຝ່າຍແຕ່ 4 ຕື້ ໂດລາສະຫະລັດ ຂຶ້ນເປັນ 8-10 ຕື້ໂດລາສະຫະລັດ. ໃນປີ ທຳອິດເມື່ອສັນຍາສະບັບນີ້ ມີຜົນສັກສິດ, ບັນດາວິສາຫະກິດ ສົ່ງອອກຂອງ EAEU ຈະປະຢັດເງິນໃຊ້ຈ່າຍພາສີອາກອນໄດ້ ປະມານ 40 ລ້ານໂດລາສະຫະລັດ. ຕາມສັນຍາ, ຫວຽດນາມຈະຍົກເລີກພາສີໃຫ້ແກ່ 59% ປະເພດສິນຄ້າທີ່ນຳເຂົ້າມາຈາກ EAEU, ໃນນັ້ນ ມີຜະລິດຕະພັນຄື: ຊີ້ນ, ແປ້ງເຂົ້າ, ເຫຼົ້າ, ເຫຼັກກ້າ… ພາສີສຳລັບ 30% ປະເພດສິນຄ້າຕ່າງໆ ຈະໄດ້ຫຼຸດລົງສູ່ລະດັບ 0% ໃນໄລຍະຍາວເກີນໄປ.​

ຈັດທຳໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top