• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Cofidec ຢືນຢັນເຄື່ອງໝາຍການຄ້າໃນຕະຫຼາດ ສົ່ງອອກຊັບພະຍາກອນນຳ້

ເປັນໜຶ່ງໃນບັນດາບໍລິສັດຜະລິດ ແລະ ສົ່ງອອກຊັບພະຍາກອນນຳ້ແຫ່ງທຳອິດຢູ່ ນະຄອນ ໂຮ່ຈີມິນ, ມາຮອດປະຈຸ ບັນ, ຜະລິດຕະພັນຂອງບໍລິສັດພັດທະນາເສດຖະກິດ ຢວຽນຫາຍ (Cofidec¬) ໄດ້ມີໜ້າໃນຕະຫຼາດຫຼາຍແຫ່ງຢູ່ ໂລກຄື: ຍີ່ປຸ່ນ, ສ. ເກົາຫຼີ, ອາເມລິກາ, ເອີຣົບ ແລະ ອື່ນໆ. 
ບໍ​ລິ​ສັດ Cofidec ຖືກສ້າງຕັ້ງຂຶ້ນເດືອນ ກໍລະກົດ 1987. ເກີດຈາກບໍລິສັດຮ່ວມທຸລະກິດຊັບ​ພະ​ຍາ​ກອນນຳ້ ຢວຽນ ຫາຍ​,  ໄລຍະເລີ່ມ​ຕົ້ນ, ບໍລິສັດເຄື່ອນໄຫວໃນສອງຂົງເຂດ​ທຸ​ລະ​ກິດຕົ້ນຕໍ່​ຄື: ນຳເຂົ້າ, ສົ່ງອອກ ແລະ ເຜາະລ້ຽງຊັບ​ພະ​ຍາ​ກອນນຳ້. ແຕ່ປີ 1993 ມາເຖິງປະຈຸບັນ, Cofidec ໄດ້ຫັນ ປ່ຽນ ກົນ​ໄກການເຄື່ອນໄຫວກາຍເປັນ​ລັດວິສາຫະກິດ 100%, ຂຶ້ນກັບສະຫະບໍລິສັດການຄ້າ ໄຊງ່ອນ (Satra group). ນອກຈາກດຳ​ເນີນ​ການສົ່ງອອກ, Cofidec ຍັງຍູ້ ແຮງການ ຈໍ​ລະ​ຈອນຈຳ​ໜ່າຍ​ສິນ​ຄ້າຢູ່ພາຍໃນປະ​ເທດ​ໂດຍຜ່ານບັນດາລະບົບຮ້ານຂາຍ ເຄື່ອງ ຕ່າງໆ, ຮ້ານຊັບ ພະສິນຄ້າຄື: BigC, Maximark, ເຄືອ​ຂ່າຍ​ຮ້ານ​ສະ​ດວກ​ຊື້ Satrafoods, ສູນການຄ້າ AEON ຫວຽດນາມ ແລະອື່ນໆ.
 
ຫວ່າງມໍ່ໆ​ມານີ້, Cofidec ໄດ້ຂະ​ຫຍາຍ​ກິດ​ຈະການ​ດຳ​ເນີນ​ການ​ໃນຂົງເຂດຄ້າຂາຍສິນຄ້າກະສິກຳຕື່ມ​ອີກຄື: ຜະລິດ ຕະພັນໝາກເຂືອຫຳມ້ານຳ​ມາປຸງແຕ່ງປະ​ເພດ ປີ້ງ, ລວກ, ຍັດກຸ້ງ, ຈຸ່ມແປ້ງ​ທອດ; ຜະລິດຕະພັນໝາກຖົ່ວເມືອກລວກ, ​ແຊ່​ແຂງ, ຈ​ຸ່ມແປ້ງ, ກຸ້ງຍັດໃຊ້ ແລະ ອື່ນໆ.

ຍ້ອນໄດ້ຮັບການຊ່ວຍເຫຼືອຈາກ Satra,  Cofidec ມີການ ຕິດຕໍ່ພົວ​ພັນ​ເປັນ​ປະ​ຈຳກັບບັນດາແຂວງ,​ ນະຄອນ​ຕ່າງໆ ເລື້ອຍໆ ເພື່ອສຸມໃສ່ພັດທະນາການຮ່ວມມືກັບຊາວກະສິ ກອນ ແລະ ທ້ອງຖິ່ນສ້າງເຂດສະໜອງແຫຼ່ງວັດຖຸດິບທີ່ໝັ້ນ ຄົງສະ​ຫນອງໃຫ້ແກ່ການຜະລິດ, ການປຸງແຕ່ງ ແລະ ​ການ ສົ່ງອອກ. 

Cofidec ເປັນວິສາຫະກິດມີທ່າແຮງໃນຂົງເຂດສົ່ງອອກຊັບ​ພະ​ຍາ​ກອນນຳ້ ດ້ວຍສິນຄ້າຫຼາຍຊະນິດທີ່ມີໜ້າ
ຢູ່ຕະຫຼາດ ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ເອີຣົບ ແລະ ອື່ນໆ. 


ຂັ້ນຕອນການປຸງແຕ່ງກຸ້ງທີ່ໂຮງງານປຸງແຕ່ງຂອງ Cofidec.

ຜະລິດຕະພັນກຸ້ງລອກເປືອກ ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​ພາບ​ເພື່ອນຳໄປປຸງແຕ່ງອາ​ຫານ​ຕ່າງໆແຕກຕ່າງກັນ.

ຂັ້ນຕອນການປຸງແຕ່ງຜະລິດຕະພັນຂັ້ນ​ຕົ້ນ ກຸ້ງຈຸ່ມແປ້ງເພື່ອ ສົ່ງອອກ.

ການປຸງແຕ່ງໄດ້ຮັບການຄິດໄລ່, ຊັ່ງ​ນ້ຳ​ໜັກລະ​ອຽດເພື່ອ
ຮັບປະກັນດ້ານຄຸນນະພາບໃຫ້​ແກ່ລູກຄ້າ.


 ພາຍຫຼັງປຸງແຕ່ງຂັ້ນ​ຕົ້ນແລ້ວ, ​ຜະ​ລິດ​ຕະ​ພັນ​ກຸ້ງຈຸ່ມແປ້ງ ຈະໄດ້ເອົາໄປ ​ຜ່ານ​ຂັ້ນ​ຕອນຂ້າເຊື້ອ.

ຫຼັງຈາກນັ້ນ ນຳ​ຜ່ານ​ຂັ້ນ​ຕອນຫຸ້ມຫໍ່ ແລະ ສຳເລັດການ​ຜະ​ລິດ​ເປັນຕ່ອງໂສ້.

ຜະລິດຕະພັນກຸ້ງຈຸ່ມແປ້ງ ທີ່ສົ່ງອອກໄປ ສ.ເກົາຫຼີ ຖົງ​ຫູ້ມຫໍ່ໄດ້ລະ​ບຸ​ເປັນພາສາ ສ.ເກົາຫຼີ. 

ຍ້ອນຜະ​ລິດ​ຕະ​ພັນຜະລິດ​ຈາກແຫຼ່ງວັດຖຸດິບທີ່ມີຄຸນນະ ພາບ ແລະ ເຕັກໂນໂລຊີທັນສະໄໝ, ສະນັ້ນ
ຜະລິດຕະພັນ ຂອງ Cofidec ຈຶ່ງຮັບປະກັນດ້ານຄຸນນະພາບ​ຄວາມ​ສົດ ແລະ ​ຮັບ​ປະ​ກັນສຸຂະອາ​ນາ​ໄມ.


ນອກຈາກຕະຫຼາດສົ່ງອອກ, Cofidec ຍັງເປີດກວ້າງລະບົບ ການ​ຈໍ​ລະ​ຈອນ​ຈຳ​ໜ່າຍສິນ​ຄ້າ​ຢູ່​ພາຍໃນ​ປະ​ເທດ​
ໂດຍ​ຜ່ານຮ້ານຊັບພະສິນຄ້າ ແລະ ສູນການຄ້າໃຫຍ່ໃນທົ່ວ ປະເທດອີກດ້ວຍ.

ເຂດສະໜອງແຫຼ່ງວັດຖຸດິບຂອງ Cofidec ມີຢູ່ຫຼາຍທ້ອງ ຖິ່ນຄື: ເກັບຊື້ກຸ້ງຈາກແຂວງ ແຄງ ຮວ່າ, ນີງຖ້ວນ, ບິ່ງຖ້ວນ,​ ບ່າເຣ້ຍ - ຫວຸງເຕົ່າ, ຈ່າວິງ, ຊອກຈັງ, ບາກລຽວ; ເກັບຊື້ ໝາກເຂືອຫຳມ້າຈາກແຂວງເລີມດົ່ງ, ດົ່ງນາຍ, ບິ່ງເຟຶອກ, ໄຕນິງ, ດັກນົງ; ​ຊື້ໝາກມ່ວງຈາກແຂວງດົ່ງທາບ; ຊື້ໝາກ ເມືອກຈາກແຂວງ ບິ່ງເຢືອງ, ລອງອານ, ອານຢາງ ແລະ ອື່ນໆ.  
ບໍລິສັດພັດທະນາເສດຖະກິດ ຢວຽນຫາຍ (Cofidec)
 
- ເລກ​ທີ່ 177 ຖະໜົນ ດິງຕຽນຮວ່າງ, ບ້ານ ດາກາວ, ເມືອງ 1, ນະຄອນ ໂຮ່ຈີມິນ, ຫວຽດນາມ.
-  ໂທລະສັບ: (84.8) 37174305 - (84.8) 37174730
- ແຟັກ: (84.8) 37174305   
- ອີເມວ: imex@cofidec.com.vn 
ເວັບໄຊ: http://www.cofidec.com.vn   

ໃນຂະ​ບວນການຮ່ວມມືກັບຊາວກະສິກອນ, Cofidec ໄດ້ສົ່ງ ນັກວິສາວະກອນ ລົງໄປເຖິງເຂດສະໜອງແຫຼ່ງວັດ ຖຸດິບເພື່ອແນະນຳ, ຊ່ວຍເຫຼືອຊາວກະສິກອນເລີ່ມແຕ່ຂັ້ນ ຕອນການຜະລິດຮອດ​ຂອດສັນຍາ​ການເກັບຊື້ວັດຖຸດິບ ທັງໝົດດ້ວຍລາຄາທີ່ປົກ​ກະ​ຕິ. ພ້ອມກັນນັ້ນ, Cofidec ຍັງໄດ້ສ້າງຕັ້ງຫ້ອງການ ຄຸ້ມຄອງດ້ານຄຸນນະພາບ ເພື່ອຮັບ ປະກັນໃຫ້ແຫຼ່ງວັດຖຸດິບດີຕະ​ຫລອດ ແລະ ມີ​ຄວາມປອດ ໄພ.
 
Cofidec ບໍ່ຢຸດຢັ້ງໃນການປັບ​ປຸງ​ ແລະ ຍົກ​ລະ​ດັບເຄື່ອງ​ໃຊ້​ໃນໂຮງງານ, ກໍ່​ສ້າງ​ໂຮງ​ງານ​ປຸງແຕ່ງວັດ​ຖຸ​ດິບ​ຂັ້ນ​ຕົ້ນ​ເຄິ່ງ​ສຳ​ເລັດ​ຮູບພະລິດຕະພັນກະສິກຳ, ລົງທຶນກໍ່ສ້າງໂຮງງານ ປຸງແຕ່ງຜະລິດຕະພັນກະສິກຳ ແລະ ຊັບ​ພະ​ຍາ​ກອນນຳ ້ສົ່ງອອກ.​ ພ້ອມກັນ ນັ້ນ, Cofidec ຍັງເປັນເຈົ້າການໃນການ​ຈັດຊື້ ເຄື່ອງຈັກໃໝ່ຄື: ເຄື່ອງຈັກຕັດ, ​ເຄື່ອງຈັກອົບ, ​ເຄື່ອງຈັກແຊ່​ແຂງ​ທັນ ສະ​ໄໝ IQF… ເພື່ອສາມາດ​ນຳ​ໃຊ້ກຳລັງກາ​ຜະ​ລິດ​ສູງ​ສຸດຕາມ​ຄວາມຄວາມຮຽກຮ້ອງຕ້ອງ​ການ​ຂອງ​ລູກ​ຄ້າ​​ປະ​ຈຳ ແລະ ລູກ​ຄ້າ​ໃໝ່ໄດ້​ທ່ວງທັນ​ເວ​ລາ   
 
ນອກຈາກການຈໍ​ລະ​ຈອນຈຳໜ່າຍໃຫ້ຕະຫຼາດປະ​ຈ​ຳນັບ​ມື້​ເພີ່ມ​ຂຶ້ນ​ແລ້ວ, Cofidec ຍັງໄດ້ ຮັບການຊ່ວຍ ເຫຼືອຈາກ ຫ້ອງການຜູ້ຕາງໜ້າຂອງ Satra ຢູ່ຕ່າງປະເທດສືບຕໍ່ເປີດ ກວ້າງຕະຫຼາດຈຳ​ໜ່າຍໃໝ່, ສະນັ້ນ​ມີ​ຫຼາຍຜະລິດຕະ ພັນໃໝ່ຄື: ຢໍ່,​ ໝາກເຜັດຫວານແຊ່​ແຂງ, ... ໄດ້ຮັບ​ການ ສົ່ງອອກໄປຕະຫຼາດ ຍີ່ປຸ່ນ,​ ໂຮງກົງ (ຈີນ),​ ການາດາ  ແລະ ອື່ນໆ. ປີ 2013, Cofidec ໄດ້ມີບາດກ້າວ​ອັນໃໝ່ໃນການ ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມືໂດຍກົງກັບຮ້ານຊັບພະສິນຄ້າທີ່ ຍີ່ປຸ່ນ, ດ້ວຍ​ເຫດນັ້ນ, ໃນປີ 2014, ເຖິງວ່າ ເສດຖະກິດໂລກ ຈະປະສົບບັນ​ຫາຫຍຸ້ງຍາກ​ຫລາຍ​ດ້ານ, ແຕ່ລາຍຮັບຂອງ ບໍລິສັດຍັງ​ຈະ​ເລີນ​ເຕີບ​ໂຕສູງຂຶ້ນ, ບັນລຸ​ການ​ສົ່ງ​ອອກໃນລະ ດັບ 18 ລ້ານ USD.
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top