• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

Calisthenics - ວາດຟ້ອນຢູ່ຕາມທ້ອງຖະໜົນ

ວິຊາຫັດກາຍຢູ່ທ້ອງຖະໜົນ ທີ່ໄດ້ເອີ້ນວ່າ Calisthenics ສາມາດ ຝຶກຊ້ອມ ຢູ່ບໍ່ວ່າຢູ່ໃສ ແລະ ບໍ່ຕ້ອງການເຄື່ອງມື ຝຶກຊ້ອມແບບອາຊີບ ພວມດຶງດຸດ ໄວໜຸ່ມ ຮ່າໂນ້ຍ ມາເຂົ້າຮ່ວມໃນການຝຶກແອບ ເພື່ອເພີ່ມພະລັງແຮງຂອງ ຕົນ ນັບເປັນຈຳນວນຫຼວງຫຼາຍ.

 

Calisthenics ເປັນວິຊາກາຍະບໍລິຫານ ກຳເນີດຈາກບັນດານັກກິລາກາຍຍະກຳຢູ່ເຂດເອີຣົບຕາເວັນອອກຄື: ລັດເຊຍ, ອູແກຼນ… ຫຼັງຈາກ ເລີກຈາກອາຊີບແລ້ວ, ບັນດານັກກິລາດັ່ງກ່າວ ໄດ້ກັບຄືນຊີວິດປະຈຳວັນ ແລະ ປະດິດຫຼາຍຈັງຫວະ ທີ່ສວຍງາມ . ໄປພ້ອມໆກັບວັນເວລາ, ວິຊາຫັດກາຍນີ້ ໄດ້ແຜ່ອອກສູ່ທະວີບອາເມລິກາ, ເອີຣົບ ແລະ ອາຊີ. ຢູ່ ຫວຽດນາມ, Calisthenics ເລີ່ມມີການ ຂະຫຍາຍຕົວ ທີ່ບັນດານະຄອນໃຫຍ່ ໃນ 2 ປີຜ່ານມາ.

ທ້າວ ຫງວຽນງອກແຄ໋ງ, ຫົວໜ້າທິມ Brother TN Calisthenics ໃຫ້ຮູ້ວ່າ ລາວ ແລະ ບັນດາໝູ່ເພື່ອນຂອງ ລາວ ຮູ້ຈັກເຖິງ Calisthenics ຜ່ານບັນດາວີດີໂອ ກລິບເທິງອິນເຕີເນັດ. ທຳອິດ, ເຂົາເຈົ້າພຽງຊ້ອມບັນດາຈັງຫວະພື້ນຖານຄື: ໂປ້ມດິນ, ຂຶ້ນຮາວ ແລະ ແລ່ນ, ແຕ່ນັບມື້ນັບມີຄົນມາຝຶກຊ້ອມວິຊາຫັດກາຍນີ້ຫຼາຍຂຶ້ນ, ດັ່ງນັ້ນ ເຂົາເຈົ້າຈຶ່ງຕັດສິນໃຈ ສ້າງຕັ້ງທິມ Brother TN Calisthenics ແລະ ເລີ່ມຄົ້ນຄວ້າຫຼາຍຈັງຫວະໃໝ່ທີ່ຍາກ ແລະ ງາມກວ່າ. 

ເຄື່ອງມືທີ່ໄດ້ນຳໃຊ້ເພື່ອຝຶກແອບ Calisthenics ອາດຈະແມ່ນຮາວລະບຽງຢູ່ແຄມຖະໜົນ ຮ່າໂນ້ຍ. ພາບ: ວັນກວ່ຽນ/VNP

ມູມໜຶ່ງເທິງຖະໜົນ ເລຢວນ, ດ້າຍໂກວຽດ ກໍ່ກາຍເປັນສະຖານທີ່ ເພື່ອໃຫ້ຜູ້ມີຄວາມຮັກມັກກັບ
Calisthenics ສະແດງບັນດາທ່າທາງເຕັກນິກ.ພາບ: ວັນກວ່ຽນ/VNP

ເສົາດອກໄຟໂຄສະນາເທິງຖະໜົນ ກໍ່ໄດ້ນຳໃຊ້ກາຍເປັນເຄື່ອງມືຝືກແອບ Calisthenics. ພາບ: ວັນກວ່ຽນ/VNP

  ແລະ ຝາກັບເຕັກນິກເທິງຖະໜົນ ກໍ່ກາຍເປັນບ່ອນເພື່ອໃຫ້ຜູ້ມີຄວາມຮັກມັກ Calisthenics ປະຕິບັດການຝຶກສອບ. ພາບ: ວັນກວ່ຽນ/VNP

ໃນການ ຫັດກາຍຢູ່ທ້ອງຖະໜົນ Calisthenics ຕ້ອງການ ຄວາມຊ່ວຍເຫຼືອຄ້ຳຊູເຊິ່ງກັນ
ແລະ ກັນສູງ ລະຫວ່າງ ຜູ້ຝຶກສອບ Calisthenics ຕໍ່ບັນດາຈັງຫວະຍາກ. ພາບ: ວັນກວ່ຽນ/VNP


ຈັງຫວະກົ້ມດິນ ປະສານສົມທົບກັນກາຍເປັນວົງມົນ, ໜຶ່ງໃນບັນດາຈັງຫວະທີ່ສວຍງາມ ແລະ ຕ້ອງການ
ຄວາມຊ່ວຍເຫຼືອຄ້ຳຊູເຊິ່ງກັນ ແລະ ກັນສູງ ລະຫວ່າງ ຜູ້ຝຶກສອບ Calisthenics. ພາບ: ວັນກວ່ຽນ/VNP

ຈັງຫວະກົ້ມດິນ ດ້ວຍທ່າທາງຮ່າງກາຍນອນຄູ່ຄຽງກັນກັບໜ້າດິນ
ຮຽກຮ້ອງໃຫ້ຜູ້ຝຶກຕ້ອງມີຄວາມຕັ້ງໝັ້ນ ແລະ ທົນທານ ໜຽວແໜ້ນ. ພາບ: ວັນກວ່ຽນ/VNP


Back lever ເປັນຈັງຫວະຮັກສາຄວາມດຸນດຽງ ດ້ວຍທ່າທາງ ກົ້ມດິນ ແຕ່ຕີນບໍ່ແປະໜ້າດິນ ໄດ້ຖືວ່າ
ເປັນຈັງຫວະຍາກ, ມີແຕ່ 1-2% ຄົນຝຶກເທົ່ານັ້ນ. ພາບ: ວັນກວ່ຽນ/VNP


ບັນດາຈັງຫວະຂຶ້ນຮາວຄີກ ທີ່ໄດ້ສະແດງຈາກບັນດາສະມາຊິກໃນທີມ
ຄືດັ່ງວ່າ ກາຍເປັນ ທັກສະຄວາມສາມາດດ້ານສິລະປະ ຂອງບັນດານັກສິລະປິນແທ້ຈິງ. ພາບ: ວັນກວ່ຽນ/VNP

ໃນການ ຫັດກາຍຢູ່ທ້ອງຖະໜົນ Calisthenics ຕ້ອງການ ຄວາມຊ່ວຍເຫຼືອຄ້ຳຊູເຊິ່ງກັນ ແລະ ກັນສູງ
ລະຫວ່າງ ຜູ້ຝຶກສອບ Calisthenics ຕໍ່ບັນດາຈັງຫວະຍາກ. ພາບ: ວັນກວ່ຽນ/VNP

ເວລາຜ່ອນຄາຍອາລົມຫຼັງຈາກການຝຶກສອບຂອງສະມາຊິກ ຄົນໜຶ່ງໃນສະໂມສອນ Brother TN Calisthenics. ພາບ: ວັນກວ່ຽນ/VNP

ການ ຫັດກາຍຢູ່ທ້ອງຖະໜົນ Calisthenics ດຶງດຸດ ຄວາມສົນໃຈ ຂອງຜູ້ໄປອອກກຳລັງກາຍ
ໃນສວນສາທາລະນະ ເລນິນ ຢ່າງຫຼວງຫຼາຍ. ພາບ: ວັນກວ່ຽນ/VNP
ເມື່ອໄດ້ເຫັນປະຈັກຕາ ການຝຶກຊ້ອມຂອງທິມ Brother TN Calisthenics ພວກຂ້າພະເຈົ້າ ຈຶ່ງຮັບຮູ້ ໄດ້ໝົດຄວາມ ຫຼົງໄຫຼ ເມົາມົວຕໍ່ Calisthenics ຂອງບັນດາ ສະມາຊິກໃນທິມ. ບັນດາຈັງຫວະຂຶ້ນຮາວຄີກ, ຮາວຄູ່, ໂປ້ມດິນ ທີ່ໄດ້ ສະແດງຈາກບັນດາສະມາຊິກໃນທີມ ຄືດັ່ງວ່າ ກາຍເປັນ ທັກສະຄວາມສາມາດດ້ານສິລະປະ ຂອງບັນດາ ນັກສິລະປິນ ແທ້ຈິງ ຄື ຮັກສາຄວາມດຸ່ນດ່ຽງ ແລະ ຫ້ອຍໂຕຢູ່ເທິງຮາວດ້ວຍງ່ອນດົ້ນ . ສອງຈັງຫວະທີ່ ຜູ້ຫຼິ້ນ Calisthenics ຕີລາຄາ ວ່າ ຍາກກວ່າໝູ່, ມີພຽງ 1-2% ຜູ້ຫຼິ້ນສາມາດເຮັດໄດ້ເທົ່ານັ້ນ, ນັ້ນແມ່ນຈັງຫວະ ຮັກສາຄວາມດຸ່ນດ່ຽງຢູ່ເທິງອາກາດ ດ້ວຍທ່າທາງ ຮ່າງກາຍນອນຄູ່ຄຽງກັນກັບໜ້າດິນ, ມືຈັບຄານ ສ້າງມູມໜຶ່ງປະມານ 45 ອົງສາ ແລະ ຈັງຫວະ ຮັກສາ ຄວາມດຸ່ນດ່ຽງດ້ວຍທ່າທາງໂປ້ມດິນແຕ່ຕີນບໍ່ແປະໜ້າດິນ.

ເພື່ອເຮັດໄດ້ຄືແນວນັ້ນ, ວິຊາຫັດກາຍຢູ່ທ້ອງຖະໜົນ Calisthenics ຮຽກຮ້ອງໃຫ້ຜູ້ຝຶກສອບຕ້ອງມີຄວາມຕັ້ງໝັ້ນ ໃນການຊ້ອມ. ຍິ່ງກວ່ານັ້ນ Calisthenics ເປັນກິລາປະເພດໜຶ່ງ ທີ່ຊ່ວຍເຮັດໃຫ້ຜູ້ຫຼິ້ນ ຂະຫຍາຍກ້າມເນື້ອດ້ວຍນ້ຳໜັກຂ ອງຮ່າງກາຍ ແທນໃຫ້ໝາກນ້ຳໜັກ, ສະນັ້ນ ການຝຶກແອບ ຮຽກຮ້ອງຕ້ອງການຄວາມສົມດຸນ ລະຫວ່າງ ຄວາມທົນທານ ໜຽວແໜ້ນ, ຄວາມດຸ່ນດ່ຽງ, ຄວາມຕັ້ງໝັ້ນ ເພື່ອສາມາດ ບັນຊານ້ຳໜັກ ຂອງຮ່າງກາຍໄດ້ ຢ່າງງ່າຍດາຍ ແລະ ຄ່ອງຕົວ.Calisthenics ບໍ່ພຽງແຕ່ໄດ້ຮັບການຂະຫຍາຍຕົວຢູ່ ນະຄອນຫຼວງຮ່າໂນ້ຍເທົ່ານັ້ນ ຫາກຍັງກໍ່ແຜ່ລາມໄປເຖິງ ແຂວງ, ນະຄອນຕ່າງໆຄື: ກວ່າງນິງ, ຫາຍຟ່ອງ, ດານັງ ແລະ ນະຄອນໂຮ່ຈີມິນ ຊຶ່ງດຶງດູດຈັບໃຈ ຊາວໜູ່ມ ຜູ້ເຂົ້າຮ່ວມນັບມື້ ນັບຫຼາຍ.

ເດືອນພະຈິກ 2014 ຈະມາເຖິງນີ້, ບັນດາສະມາຊິກຂອງທິມ Brother TN Calisthenics ຈະຈັດຕັ້ງການແຂ່ງຂັນ ລະຫວ່າງບັນດາທິມ Calisthenics ຂອງພາກເໜືອ, ພາກກາງ ແລະ ພາກໃຕ້ ເພື່ອເຜີຍແຜ່ວິຊາດັ່ງກ່າວຢ່າງກວ້າງຂວາງ ແລະ ຊ່ວຍເຮັດໃຫ້ການຫັດກາຍຢູ່ທ້ອງຖະໜົນ ນັບມື້ນັບກາຍເປັນມືອາຊີບກວ່າເກົ່າໃນອະນາຄົດ.
ບົດ: ເງິນຮ່າ - ພາບ: ວັນກວ່ຽນ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top