• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APA-9 ຮັບຮອງເອົາຖະແຫຼງການ Siem Reap


ຄະ​ນະ​ປະ​ທານ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ

​​      ພາຍຫຼັງ​ການ​ເຮັດ​ວຽກ​ຢ່າງ​ຕັ້ງ​ໜ້າ ແລະ ຮີບ​ດ່ວນ, ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 9 ຂອງ​ສ​ະ​ມັດ​ຊາ​ລັດ​ຖະ​ສະ​ພາ ອາ​ຊີ (APA – 9) ຖືກ​ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 1/12, ຢູ່​ນະ​ຄອນ Siem Reap, ປະ​ເທ​ດ ກຳ​ປູ​ເຈຍ. ວາ​ລະ​ປະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ Siem Reap, ພ​້ອມ​ກັບມະ​ຕິ 19 ສະ​ບັບກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເມືອງ, ເສດ​ຖະ​ກິດ, ພັດ​ທະ​ນາ​ແບບ​ຍືນ​ຍົງ, ວັດ​ທະ​ນະ​ທຳ​ສັງ​ຄົມ ແລະ ປະ​ກາດ​ປະ​ທານ APA ​ຄົນ​ໃໝ່. ດ້ວຍ​ຫົວ​ຂໍ້​ວ່າ “ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ອາ​ຊີ”, APA -9 ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ, ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະ​ສະ​ພາ 23 ປະ​ເທດສະ​ມາ​ຊິກ, ຜູ້​ສັງ​ເກດ​ການ ແລະ ບັນ​ດາອ​ົງ​ການ​ສາ​ກົນ​ທີ່​ເປັນຄູ່​ຮ່ວມ​ມື​ຂອງ APA. ຖະ​ແຫຼງ​ການ Siem Reap ໄດ້​ຊີ້​ແຈ້ງວ່າ: APA ໄດ້ຕີ​ລາ​ຄາ ອາ​ຊີ, ​ເຊິ່ງ​ແມ່ນເຂດ​ດິນ​ແດນ​ຂອງ​ບັນ​ດາ​ພື້ນ​ຖານ​ອະ​ລິ​ຍາ​ທຳ​ອັນ​ຍາວ​ນານດ້ວຍ​ຄວາມເປັນຫຼາຍ​ຮູບຫຼາຍ​ແບບ​​ດ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ສາ​ສະ​ໜາ, ພວມ​ສືບ​ຕໍ່​ບັນ​ລຸ​ຜົນ​ງານຫຼາຍ​ຢ່າງ​ສຳ​ຄັນ​ໃນ​ບັນ​ດາ​ຂົງ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ. ໄປ​ຄຽງ​ຄູ່​ກັນ​ນັ້ນ, APA ກໍ່​ສະ​ແດ​ງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຄື: ລັດ​ທິກໍ່​ການ​ຮ້າຍ, ລັດ​ທິ​ຫົວ​ຮຸນ​ແຮງ​ພວກກໍ່​​ໃຫ້​ເກີດ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ, ສັນ​ຕິ​ພາບ - ພື້ນ​ຖານ​ຂອງ​ການ​ພັດ​ທະ​ນາ​ແບບຍ​ືນ​ຍົງ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ກອງ​ປະ​ຊຸມກໍ່​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​​ໃນ​ຂໍ້​ຕົກ​ລົງ ປາ​ຣີ ຂອງກອງ​ປະ​ຊຸມ COP – 21 ປີ 2015. ຖະ​ແຫຼງ​ການກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສະ​ເໜີ​ບັນ​ດາ​ປະ​ເທດ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ 2030 ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ, ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ.
        ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ໄດ້​ເຂົ້າ​ຮ່ວມ​​ຢ່າງຕັ້ງ​ໜ້າ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ, ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ບົດ​ປາ​ໄສ​ເລິກ​ເຊິ່ງ, ຮອບ​ດ້ານ​ຂອງ​ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ແລະ ບັນ​ດາ​ບົດ​ທາບ​ທາມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ທີ່​ວາ​ລະ​ປະ​ຊຸ​ມ​ຂອງ​​ຄະ​ນະກຳ​ມາ​ທິ​ການ​ປະ​ຈຳ​ການ​ຂອງ APA ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ເມືອງ, ເສດ​ຖະ​ກິດ ແລະ​ ພັດ​ທະ​ນາ​ແບບ​ຍືນ​ຍົງ, ວັດ​ທະ​ນະ​ທຳ - ສັງ​ຄົ​ມ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top