• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

80%ຈຳນວນພົນລະເມືອງມີຄວາມຕ້ອງການເຮືອນຢູ່ລ້ວນແຕ່ຢາກຊື້ເຮືອນຢູ່ສັງຄົມ

ທ່ານ​ນາຍົກລັດ​ຖຸະມົນຕີ ຫງວຽນ​ຊວນ​ຟຸກ 
ໄດ້​ເປັນ​ປະທານ​ກອງ​ປະຊຸມ
        80% ຈຳນວນ​ພົນລະ​ເມືອງມີ​ຄວາມ​ຕ້ອງການ​ເຮື​ອນຢູ່​ລ້ວນ​ແຕ່​ຢາກ​ຊື້​ເຮືອນຢູ່​ສັງ​ຄົມ ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​ໂດ​ຍທ່ານ​ຮອງ​ລັດຖະມົນຕີ ຈິ້ງ​ດີງຢຸງ ຍົກ​ອອກ​ທີ່​ການ​ປະຊຸມ​ຜ່ານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ເຮືອນ​ຢູ່​ສັງຄົ​ມ ຊຶ່ງ​​ໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/12 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດ​ຖຸະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ ພ້ອມກັບບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ, ທ່ານ ຫວູດຶກ​ດາມ, ບາງ​ການ​ນຳ​ກະຊວງ, ຂະ​​ແໜງການ ​ແລະ 63 ​ແຂວງ, ນະຄອນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ກອງ​ປະຊຸມ​ຕີ​ລາຄາ​ສູງ​ບັນດາ​ວຽກ​ງານ​ທີ່​ປະຕິບັດ​ໄດ້​ໃນ​ການ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ​ໃນ​​ໄລຍະ​ຜ່ານ​ມາ, ຍົກ​ອອກ​ບັນດາ​ຮູບ​ແບບ​ທີ່​ປະຕິບັດ​ໄດ້​ເປັນ​ຢ່າງ​ດີ ​ເພື່ອ​​ທະວີ​ຄູນໃນ​ຂອບ​ເຂດ​ທົ່າປະ​ເທດ, ​ແລະ ພິ​ເສດ​ມີ​ກົນ​ໄກ​ນະ​ໂຍບາຍ ​ເພື່ອ​ໃຫ້​ບັນດາ​ຫົວໜ່ວຍ​ທີ່​ກ່ຽວຂ້ອງ ສາມາດ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົ​ມ, ຮັບ​ໃຊ້​ໃຫ້​ຕະຫລາດ​ສຳຄັນ ​ເຊິ່ງປະຊາຊົນ​ມີ​ຄວາມ​ຕ້ອງກາ​ນສູງ. ​ເປັນ​ຕົ້ນ​ແມ່ນ ສຳລັບ​ຜູ້​ທຸກ​ຍາກ, ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ, ກຳມະກອນ. ທ່ານ​ນາຍົກລັດຖະມົນຕີ​ຖື​ວ່າ: ຖ້າ​ຫາກ​ບັນດາ​ທ້ອງ​ຖິ່ນ​ມີ​ຄວາມ​ສົນ​ໃຈ, ມີ​ກົນ​ໄກ​ນະ​ໂຍບາຍ​ເໝາະ​ສົມ ອາດ​ສາມາດ​ປະຕິບັດ​ວຽກ​ງານ​ພັດທະນາ​ເຮືອນ​ຢູ່​ສັງຄົມ​ໄດ້​ເປັນ​ຢ່າງ​ດີ.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top