26/04/2015 22:12 GMT+7 Email Print Like 0

40 ປີ: ໄຊງ່ອນ - ນະຄອນໂຮ່ຈີມິນ

ຫຼັງ 40 ປີ ນັບຕັ້ງແຕ່ວັນປະເທດຊາດທ້ອນໂຮມ ເປັນ ເອກະພາບ, ນະຄອນໂຮ່ຈີມິນໄດ້ມີຫຼາຍບາດກ້າວ ຂະຫຍາຍຕົວ ຢ່າງເປັນໜ້າຊື່ນຊົມ. “ແກ້ວມະນີ ແຫ່ງ ຕາເວັນອອກໄກ” ຂອງ 40 ປີກ່ອນ ມາບັດນີ້ ພວມບືນຕົວຂຶ້ນ ກາຍເປັນເໜືອມະຫານະຄອນຂອງຍຸກທັນສະໄໝ. ເພາະວ່າ ຢູ່ທີ່ນັ້ນ ບໍ່ມີພຽງແຕ່ບັນດາຕຶກອາຄານສູງທຽບຟ້າ, ຖະໜົນຫົນທາງ ທີ່ກວ້າງໃຫຍ່ ແລະ ກິດຈະການ ສະຖາ ປັດຕະຍະກຳ ທີ່ມີຄວາມຍິ່ງໃຫຍ່ແຫ່ງສະຕະວັດເທົ່ານັ້ນ ຫາກຍັງມີ ພື້ນຖານ ຊີວິດການເປັນຢູ່, ເສດຖະກິດ, ວັດທະນະທຳ ທີ່ແໜ້ນໜາ, ຂະຫຍັນຂັນເຄື່ອນ ແລະ ພ້ອມທີ່ຈະເຊື່ອມໂຍງ ຢ່າງກວ້າງຂວາງ ເລິກເຊິ່ງ ກັບໂລກ ພາຍນອກອີກດ້ວຍ. 
“ເໜືອມະຫານະຄອນ” ຕັ້ງຢູ່ແຄມຝັ່ງແມ່ນ້ຳໄຊງ່ອນ

40 ປີກ່ອນໜ້ານີ້, ໄຊງ່ອນເຄີຍໄດ້ຮັບການຂະໜານນາມວ່າ ແມ່ນ “ແກ້ວມະນີແຫ່ງຕາເວັນອອກໄກ” ຍ້ອນວ່າ ຊາວອາເມລິກາ ໄດ້ທຸ້ມເທເງິນທຶນນັບລ້ານໆໂດລາ ເຂົ້າແຜ່ນດິນ ແຫ່ງນີ້ ເພື່ອ ສ້າງ “ຈັກກະພົບ” ຫລິ້ນກິນທີ່ມີການຄິດໄລ່ຢ່າງຮອບຄອບເພື່ອຮັບໃຊ້ ກົງຈັກສົງຄາມມະຫຶມາຂອງເຂົາເຈົ້າຢູ່ທີ່ນັ້ນ. ເຖິງຢ່າງໃດກໍ່ຕາມ, ມີໜ້ອຍຄົນທີ່ຈະຮູ້ໄດ້ວ່າ, ຄຽງຄູ່ກັບເບື້ອງຫຼັງ ຂອງ ຄວາມສີວິໄລ, ແສງໄຟລະຍິບລະຍັບຂອງ ບັນດາໂຮງ ເຕັ້ນລຳ, ຮ້ານອາຫານ, ໂຮງແຮມ, ຫໍພັກທີ່ຍາມໃດກໍໜາແໜ້ນໄປດ້ວຍ ພວກທະຫານຫວຽດນາມ ສາທາລະນະລັດ ແລະ ທີ່ປຶກສາທະຫານອາເມລິການັ້ນ, ປະຊາຊົນຊາວໄຊງ່ອນ ສ່ວນຫຼາຍ ຍັງຄົງຕ້ອງໃຊ້ຊີວິດຢູ່ພາຍໃຕ້ບັນຍາກາດທີ່ອຶດອັດຂອງສົງຄາມ, ດໍາລົງຊີວິດຢູ່ໃນເຂດຊະລໍາຄືຮັງໜູ ຕັ້ງຍາວຢຽດ ຢູ່ແຄມຝັ່ງ ແມ່ນ້ຳໄຊງ່ອນ ແລະ ບັນດາເຂດຊຸມຊົນ “ຄຸ້ມນ້ຳດຳ” ຢູ່ຕາມສອງຝັ່ງສາຍນ້ຳ ລຳຄອງຕ່າງໆທີ່ເປີະເປື້ອນ ສົກກະປົກ ຍາມໃດກໍເຕັມໄປດ້ວຍຂີ້ເຫຍື້ອ, ຍຸງ ແລະ ແມງໄມ້. ດ້ວຍເຫດນັ້ນ, ຄຳສັບທີ່ງົດງາມ: “ແກ້ວມະນີ ແຫ່ງຕາເວັນອອກໄກ” ຄ້າຍ ຄືວ່າເປັນ ພຽງຄວາມຝັນສໍາລັບປະຊາຊົນສ່ວນໃຫຍ່ຢູ່ ໄຊງ່ອນ  ກ່ອນປີ 1975.

40 ປີຫຼັງ, ເລື່ອງລາວກ່ຽວກັບ “ແກ້ວມະນີແຫ່ງຕາເວັນອອກໄກ” ປາກົດວ່າຄ່ອຍໆຈາງຫາຍໄປເປັນອະດີດຕະການ. ເຖິງວ່າບາງ ຄັ້ງຄາວຍັງ ມີຜູ້ເຕື້ອງເຖິງ ແຕ່ມັນກໍຖືກລືມໄປຢ່າງໄວວາ ຍ້ອນ ທຽບກັບໄຊງ່ອນໃນອະດີດ, ນະຄອນໂຮ່ຈີມິນ ທຸກວັນນີ້ ພວມເປັນ “ດິນແດນແຫ່ງຄວາມໝັ້ນໝາຍ”, ເປັນນະຄອນແຫ່ງໜຶ່ງ ທີ່ໜ້າຢູ່, ໜ້າປັກຫລັກທໍາມາຫາກິນ ແລະ ເສລີສູບດົມເອົາອາ ກາດທີ່ເຕັມໄປດ້ວຍພະລັງງານ ແລະ ມີຊີວິດໃໝ່.


ຫຼັງ 40 ປີ, ນະຄອນໂຮ່ຈີມິນ ປະຈຸບັນໄດ້ມີການພັດທະນາ ກາຍເປັນນະຄອນກວ້າງໃຫຍ່ງາມຕາ,
ທັນສະໄໝ ລະດັບ ພາກພື້ນ. ພາບ: ຫງວຽນມິນເຕິນ. 



40 ປີຫຼັງຈາກປົດປ່ອຍ, ນະຄອນໂຮ່ຈີມິນ ໄດ້ມີບາດກ້າວ ພັດທະນາຢ່າງຫ້າວຫັນແຕ່ຍັງຄົງຮັກສາໄວ້ໄດ້
ຄຸນຄ່າ ວັດທະນະທຳທີ່ໝັ້ນຄົງ. ພາບ: ດັ້ງກິມເຟືອງ/VNP



ນະຄອນ ໂຮ່ຈີມິນ ມີການປ່ຽນແປງຢ່າງແຂງແຮງຊຶ່ງປະກອບມີບັນດາ ກິດຈະການສະຖາປັດຕະຍະກຳທີ່ທັນສະໄໝ
ແຫ່ງສັດຕະວັດ ຢູ່ແຄມຝັ່ງ ແມ່ນ້ຳ ໄຊງ່ອນ. ພາບ: ເລມິນ/VNP



ຈາກບ່ອນທີ່ເປັນ ບວກຕົມ, ຄອງເໝືອງທີ່ມືດມົນສົກກະປົກໃນເມື່ອກອ່ນ, ປະຈຸບັນ
ໄດ້ກາຍເປັນເຂດຕົວເມືອງໃໝ່ ແລະ ທັນສະໄໝ. ພາບ: ກິມຈີ



ເຂດຄອງເໝືອງໃນຍາມລາຕີ. ພາບ: ກິມຈີ


ລະບົບຄົມມະນາຄົມໄດ້ເປີດກວ້າງລຸລ່ວງ ຊຶ່ງປະກອບມີບັນດາເສັ້ນທາງດ່ວນ, ຂົວ, ອຸໂມງໃຕ້ດິນຂ້າມທາງ ທີ່ ທັນສະໄໝ…
ກາຍເປັນລະບົບຄົມມະນາຄົມຕິດຕໍ່, ເຊື່ອມຕໍ່ ນະຄອນກັບບັນດາພື້ນທີ່ໃກ້ຄຽງ. ພາບ: ດັ້ງກິມເຟືອງ/VNP



ອຸໂມງໃຕ້ດິນ ຖຸທຽມ ໄດ້ຈັດພິທີເປິດໃຫ້ລົດແລ່ນຜ່ານ ຢ່າງເປັນທາງການ ໃນເມື່ອເດືອນ ພະຈິກ ປີ 2011,ເປັນກິດຈະ ການ ໜ່ຶງ
ທີ່ທັນສະໄໝທີ່ສຸດ ໃນອາຊີຕາເວັນອອກສຽງໃຕ້ໃນປະຈຸບັນ. ພາບ: ຫງວຽນລວນ/VNP



ການວາງແຜນສັງລວມ ແລະ ພັດທະນານະຄອນໂຮ່ຈີມິນ ໃຫ້ກາຍເປັນນະຄອນແຫ່ງໜຶ່ງ ທີ່ທັນສະໄໝດ້ວຍວິໄສທັດທີ່ກວ້າງໄກ
ກຳລັງເປັນໜ້າທີ່ບຸລິມະສິດອັນດັບໜຶ່ງ ຂອງອຳນາດການປົກຄອງນະຄອນ. ພາບ: ຫງວຽນຖັ໋ງ/VNP



ມູມໜຶ່ງຂອງສະໜາມບິນສາກົນ ເຕິນເຊີນເຍິດ -  ປະຕູໂຂງ ຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ
ມາຢ້ຽມຢາມ ແລະ ເຮັດວຽກທີ່ນະຄອນ. ພາບ: ດັ້ງກິມເຟືອງ/VNP

 
 

(ທ່ານ ເລຮວ່າງກວນ, ປະທານ ຄະນະ ກຳມະການ ປະຊາຊົນ ນະຄອນ       ໂຮ່ຈີມິນ)
ຈຸດໝາຍພັດທະນາເສດຖະກິດ-ສັງຄົມ ຂອງນະຄອນໂຮ່ຈີມິນແມ່ນຮອດ ປີ 2020 ແລະ ວິໄສທັດຮອດປີ 2025 ຈະສ້າງນະຄອນໂຮ່ຈີມິນໃຫ້ເປັນນະຄອນສີວິໄລ, ທັນສະໄໝ, ມີ ບົດບາດຂອງນະຄອນພິເສດ, ນຳໜ້າ ໃນພາລະກິດ ຫັນເປັນອຸດສາຫະກຳ,  ທັນສະໄໝ, ປະກອບສ່ວນ ນັບມື້ນັບຫຼາຍ ຕໍ່ພາກພື້ນ ແລະ ທັງຊາດ; ເປັນຈຸດໃຈ ກາງ ດ້ານເສດຖະກິດ, ການເງິນ, ການຄ້າ, ວິທະຍາສາດ-ເຕັກໂນໂລຊີທີ່ໃຫຍ່ ຂອງປະເທດ ແລະ ຂອງພາກພື້ນ ອາຊີຕາເວັນອອກສຽງໃຕ້ ເທື່ອລະກ້າວ. 
ຍ່າງເລາະຫລິ້ນສູບອາກາດຢູ່ເທິງຂົວ ແຄັງໂຮ້ຍ, ຂົວທີ່ເຊື່ອມຕໍ່ ເມືອງ 1 ແລະ ເມືອງ 4, ທ່ານ ດິງ ວຽດ ຕູ້, ຊາວຫວຽດນາມ ທີ່ ອາໄສຢູ່ອາເມລິກາ ມີໂອກາດກັບມາບ້ານເກີດເມືອງນອນເພື່ອສະຫລອງບຸນປີ ໃໝ່ ປະຈຳຊາດ ປີມະແມ 2015 ຢູ່ຫວຽດນາມ, ສາຍຕາລາວພວມຈ້ອງມອງເບິ່ງເຮືອແພນາວາຊະນິດຕ່າງໆພວມລ່ອງລອຍໄປມາ ຢ່າງຄຶກຄັກ ຢູ່ເທິງ ແມ່ນ້ຳໄຊງ່ອນ ແລະ ແນມເບິ່ງ ບັນດາ ຕຶກອາຄານທີ່ໃຫຍ່ສູງຕັ້ງສະຫງ່າງາມ ຢູ່ຕາມ ສອງຝັ່ງແມ່ນ້ຳ.

ທ່ານຕູ້ເວົ້າດ້ວຍຄວາມປຶ້ມໃຈວ່າ “ຂ້າພະເຈົ້າຫ່າງຈາກ ບ້ານເກີດໄປໄດ້ 23 ປີແລ້ວ, ແຕ່ລະເທື່ອກັບມາ ທີ່ນີ້ກໍມີຄວາມ ຮູ້ສຶກທີ່ບໍ່ອາດພັນລະນາໄດ້. ໄຊງ່ອນປ່ຽນແປງ ໄວແທ້!  ນະຄອນໃນປັດຈຸບັນສຸດທີ່ໃຫຍ່ໂຕ ແລະ ທັນທະໄໝແທ້”.

ເໝືອນວ່າ ເພື່ອພິສູດໃຫ້ແກ່ຄຳເວົ້າຂອງຕົນ, ທ່ານ ຕູ້ ໄດ້ກ່າວເຖິງກິດຈະການທັນສະໄໝຈຳນວນໜຶ່ງ ທີ່ຕົວເອງທ່ານຫາກໍຮູ້ຈັກໂດຍຜ່ານການທ່ຽວເລາະຫຼິ້ນຢູ່ອ້ອມແອ້ມນະຄອນເຊັ່ນ: ອຸໂມງໃຕ້ດິນ ຖຸ ທຽມ, ຂົວ ຟູ້ ໝີ, ຖະໜົນຫຼວງ ຫວໍ ວັນ ກຽດ, ຖະໜົນຫຼວງ ຟ້າມວັນໂດ່ງ, ເສັ້ນທາງສາຍດ່ວນ ນະຄອນໂຮ່ຈີມິນ-ຈຸງເລືອງ, ເຂດເມືອງໃຫຍ່ ຟູ້ ໝີ ຮຶງ ແລະ ອື່ນໆ…

ໃນໂອກາດຟັງທ່ານຕູ້ລົມເລື່ອງຢູ່ນັ້ນ, ບັງເອີນ ຂ້າພະເຈົ້າຄິດເຖິງ ບັນດາຕົວເລກສະຖິຕິ ຂອງອົງການສະຫະປະຊາຊາດ ໃນມໍ່ໆນີ້ວ່າ. ປະຊາກອນຢູ່ບ່ອນອື່ນເຂົ້າມາຕັ້ງຖິ່ນຖານກວມເອົາ ໜຶ່ງສ່ວນສາມ ຂອງຈຳນວນພົນລະເມືອງທັງໝົດ ຢູ່ນະຄອນໂຮ່ຈີມິນ ແລະ ຕົວເລກດັ່ງກ່າວຍັງຈະສືບຕໍ່ເພີ່ມຂຶ້ນ. ບັນດານັກຊ່ຽວຊານໄດ້ຄາດຄະເນວ່າ, ຮອດປີ 2020, ນະຄອນໂຮ່ຈີມິນຈະເປັນ “ເໜືອມະຫານະຄອນ” ດ້ວຍພົນລະເມືອງປະມານ 10 ລ້ານຄົນ. ດ້ວຍເຫດນັ້ນ, ການວາງແຜນຜັງພັດທະນານະຄອນ ໂຮ່ຈີມິນ ໃຫ້ເປັນນະຄອນ ທີ່ທັນສະໄໝ, ມີວິໄສທັດກວ້າງໄກແມ່ນ ບຸລິມະສິດອັນດັບໜຶ່ງຂອງອຳນາດການປົກຄອງ.

ຍ້ອນແນວນັ້ນ, ໃນຊຸມປີມໍ່ໆນີ້, ໂສມໜ້າໂຄງລ່າງພື້ນຖານ ສະຖາປັດຕະຍະກຳຂອງນະຄອນຈຶ່ງ ໄດ້ມີການປ່ຽນແປງໄວແບບບໍ່ເຄີຍເຫັນມາກ່ອນ. ບັນດາເຂດພື້ນທີ່ທີ່ເປັນບວກຕົມ, ຄອງເໝືອງທີ່ເປີະເປື້ອນ ສົກກະປົກ ແລະ ມືດມົນ ໃນປາງກ່ອນນັ້ນ ມາຮອດປັດຈຸບັນ ໄດ້ກາຍເປັນ ເຂດຕົວເມືອງໃໝ່ທີ່ທັນສະໄໝເຊັ່ນ: ເຂດຕົວເມືອງຟູ້ ໝີ ຮຶງ, ຖຸ ທຽມ, ດ້າຍ ກວາງ ມິນ, ເຂດຄອງເໝືອງ ຍຽວລົກ-ທິແງ່ ແລະ ອື່ນໆ. ປີ 1997, ສະຖາບັນສະຖາປານິກ ອາເມລິກາ ໄດ້ເລືອກເອົາແຜນສັງລວມ ຕົວເມືອງໃໝ່ ຟູ້ ໝີ ຮຶງ ເປັນແຜນສັງລວມດີເດັ່ນທີ່ສຸດຢູ່ພາກພື້ນອາຊີ.

ຄຽງຄູ່ກັບບັນດາເຂດຕົວເມືອງໃໝ່, ລະບົບພື້ນຖານໂຄງລ່າງຄົມມະນາຄົມ ກໍໄດ້ຮັບການຂະຫຍາຍກວ້າງ ທະລຸລ່ວງດີ. ເສັ້ນທາງໃໝ່, ທັນສະໄໝຫຼາຍສາຍຄື:  ທາງ ຮວ່າງ ຊາ, ທາງ ເຈື່ອງ ຊາ, ຖະໜົນຫຼວງ ຫວໍ ວັນກຽດ, ຖະໜົນຫຼວງ ຟ້າມວັນດົ່ງ, ຖະໜົນຫຼວງ ຫງວຽນ ວັນ ລິນ, ເສັ້ນທາງດ່ວນ ນະຄອນ ໂຮ່ຈີມິນ-ຈຸງເລືອງ, ເສັ້ນທາງດ່ວນນະຄອນ ໂຮ່ຈີມິນ-ລອງແທ່ງ-ເຢົ່າໄຢ, ອຸໂມງໃຕ້ດິນຂ້າມແມ່ນ້ຳຖຸທຽມ ແລະ ສາຍທາງລົດໄຟໃຕ້ດິນ ເບ້ນແທ່ັງ-ຊ້ວຍຕຽນ ແລະ ອື່ນໆ ໄດ້ ແລະ ກຳລັງໄດ້ຮັບການກໍ່ສ້າງເປັນລະບົບຄົມມະນາຄົມທີ່ຕິດຕໍ່ກັນ ແລະ ເຊື່ອມຕໍ່ ເຂດພາຍໃນເມືອງ ກັບເຂດຕ່າງໆຢູ່ໃກ້ຄຽງ, ກໍຄືກັບທົ່ວທຸກ ເຂດພາກຕາເວັນຕົກ, ພາກຕາເວັນອອກສຽງໃຕ້ ແລະ ໄຕງວຽນ.

ອີກໜຶ່ງໃນບັນດາຜົນສໍາເລັດອັນໃຫຍ່ຫລວງ ຂອງນະຄອນໂຮ່ຈີມິນນັ້ນແມ່ນການສ້າງໄດ້ ຄວາມປະສົມກົມກຽວກັນ ລະຫວ່າງ ພາບສະຖາປັດຕະຍະກຳເກົ່າ ແລະ ໃໝ່. ເມື່ອໄຊງ່ອນ ອາຍຸ ຄົບ317 ປີ ກໍ່ພໍດີນະຄອນໂຮ່ຈີມິນ ກ້າວເຂົ້າສູ່ອາຍຸ 40 ປີ.ຄຽງຄູ່ກັບການປ່ຽນແປງຢ່າງແຂງແຮງ ຂອງໂສມໜ້າຕົວເມືອງ, ແຕ່ກໍ່ຍັງຄົງອະນຸລັກຮັກສາໄວ້ໄດ້ ມູນມໍລະດົກດ້ານສະຖາປັດຕະຍະກຳລືຊື່ຫຼາຍແຫ່ງ ທີ່ຕິດພັນກັບປະຫວັດຄວາມເປັນມາ ແລະ ການຂະຫຍາຍຕົວຂອງນະຄອນເຊັ່ນ: ໂບດ ດຶກ ບ່າ(ກໍ່ສ້າງປີ 1877), ໂຮງໄປສະນີໄຊງ່ອນ (1891), ໂຮງມະຫໍລະສົບ (1900), ສຳນັກງານເທດສະບານນະຄອນ-ປະຈຸບັນແມ່ນ ຄະນະກຳມະການ ນະຄອນໂຮ່ຈີມິນ(1907), ຕະຫຼາດ ເບ້ນແທ່ັງ(1914) ແລະ ອື່ນໆ… ທັງໝົດສິ່ງເຫຼົ່ານັ້ນແມ່ນຈຸດພິເສດ, ແມ່ນສັງລວມຄວາມປະສານກົມກືນກັນຂອງນະຄອນທັນສະໄໝ, ຂະຫຍັນຂັນແຂງ, ແຕ່ຍັງຄົງອະນຸລັກຮັກສາໄດ້ຄຸນຄ່າປະຫວັດສາດທີ່ມີລັກສະນະສືບທອດ.  


ນະຄອນນັບມື້ນັບມີຫລາຍໂຄງການພັດທະນາ ບັນດາ ເຂດ ຕົວເມືອງໃໝ່ ແລະ ທັນສະໄໝ, ເຮັດໃຫ້ປ່ຽນແປງ ຢ່າງຕັ້ງໜ້າ
ກ່ຽວກັບເງື່ອນໄຂ ແລະ ສະພາບແວດລ້ອມການດຳລົງຊີວິດ ຂອງປະຊາຊົນນັບຫຼາຍລ້ານຄົນ. ພາບ: ກິມຈີ



ໂຄງການເຂດຊຸມຊົນຊັ້ນສູງ ທີ່ Saigon Peal ຊຶ່ງນອນຢູ່ໃນທິດພັດທະນາຕົວເມືອງ ດ້ານທິດຕາເວັນຕົກສຽງເໜືອ
ນະຄອນ ໂຮ່ຈີມິນ. ພາບ: ດັ້ງກິມເຟືອງ/VNP



ໂຄງການເຂດຊຸມຊົນຊັ້ນສູງ ທີ່ Saigon Peal ຊຶ່ງນອນຢູ່ໃນທິດພັດທະນາຕົວເມືອງ ດ້ານທິດຕາເວັນຕົກສຽງເໜືອ
ນະຄອນ ໂຮ່ຈີມິນ. ພາບ: ດັ້ງກິມເຟືອງ/VNP



ມູມໜຶ່ງຂອງເຂດຕົວເມືອງໃໝ່ ຟູ້ ໝີ ຮຶງ ຊຶ່ງເປັນບ່ອນ ເຄີຍໄດ້ຮັບການເລືອກເຟັ້ນເປັນ ແຜນສັງລວມດີເດັ່ນທີ່ສຸດ
ໃນພາກພື້ນອາຊີ ຂອງສະຖາບັນສະຖາປານິກ ອາເມລິກາ ປີ 1997. ພາບ: ຫງວຽນຖັ໋ງ/VNP

 

ຕາມແຜນສັງລວມຮອດປີ 2025, ນະຄອນໂຮ່ຈີມິນ ຈະຂະ ຫຍາຍຕົວ ຕາມສີ່ທິດ: ເໜືອ, ຕາເວັນອອກ, ຕາເວັນຕົກ ແລະ  ໃຕ້. ຕົວເມືອງໃໝ່ຈຳນວນໜຶ່ງໄດ້ ແລະ ພວມກໍາເນີດເກີດຂຶ້ນຄື: ນາມໄຊງ່ອນ(ເມືອງ 7), ຖຸທຽມ(ເມືອງ 2), ໄຕບັກ(ເມືອງ ກູ່ຈີ), ຮຽບເຟືອກ, ເຟືອກກ່ຽງ(ເມືອງ ຍ່າແບ່), ຊິງວຽດ(ເມືອງ ບິ່ງແຈັງ) ແລະ  ອານຟູ້ຮຶງ(ເມືອງ ຮ໋ອກໂມນ).  
ໃນຖານະເປັນນະຄອນ “ຫົວລົດໄຟ” ຂອງເຂດພາກໃຕ້ ທັງແມ່ນ ໃຈກາງເສດຖະກິດໃຫຍ່ຂອງທົ່ວປະເທດ, ນະຄອນ ໂຮ່ຈີມິນ ບໍ່ ພຽງແຕ່ຖືສຳຄັນການພັດທະນາ ລະບົບ ພື້ນຖານ ໂຄງລ່າງ ຄົມມະນາຄົມ ແລະ ບັນດາຕົວເມືອງໃໝ່ ເທົ່ານັ້ນ ຫາກຍັງ ລົງທຶນຢ່າງແຂງແຮງ ເຂົ້າໃນບັນດາ ເຂດຜະລິດ ເພື່ອສົ່ງອອກ, ເຂດອຸດສາຫະກຳ ແນໃສ່ດຶງດູດການລົງທຶນ ແລະ   ພັດທະນາ ເສດຖະກິດອີກດ້ວຍ.

ປະຈຸບັນ, ນະຄອນໂຮ່ຈີມິນໄດ້ສ້າງສຳເລັດ ເຂດຜະລິດເພື່ອສົ່ງ ອອກ ແລະ ເຂດອຸດສາຫະກຳ 15 ແຫ່ງ ລວມເນື້ອທີ່ທັງໝົດ 2.500 ເຮັກຕາ, ຕັ້ງຢູ່ພື້ນທີ່ຕ່າງໆຂອງ 9 ເມືອງ. ການສ້າງສໍາເລັດເຂດຜະລິດເພື່ອສົ່ງອອກ ແລະ ເຂດອຸດສາຫະກໍາດັ່ງກ່າວນີ້, ບໍ່ພຽງແຕ່ສາມາດດຶງດູດເອົາທຶນຮອນຈາກຕ່າງປະເທດຢ່າງວ່ອງໄວເທົ່ານັ້ນ, ຫາກຍັງເປັນການແກ້ໄຂວຽກເຮັດງານທໍາໃຫ້ແຮງງານຊົນນະບົດນັບແສນຄົນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາ ເສດຖະກິດ ຂອງນະຄອນ ຕາມທິດ ຫັນ ເປັນອຸດສາຫະກຳ, ທັນສະໄໝ ແລະ ສ້າງປະຖົມ ປັດໃຈ ອັນສຳ ຄັນ ໃຫ້ແກ່ຂະບວນວິວັດແຫ່ງການ ຫັນບັນດາບໍລິເວນ ພື້ນທີ່ຢູ່ ອ້ອມຂ້າງເປັນຕົວເມືອງ ອີກດ້ວຍ.


ພະລັງຊີວິດຂອງນະຄອນໜຸ່ມ

ຫຼັງວັນປົດປ່ອຍ ທີ 30 ເມສາ 1975, ໜຶ່ງໃນບັນດາ ໜ້າທີ່ສຳ ຄັນຂອງ ອຳນາດການປົກຄອງ ນະຄອນ ໂຮ່ຈີມິນ ທຸກຂັ້ນແມ່ນ ຮັກສາຄວາມສະຫງົບເປັນປົກກະຕິ ແລະ ຍົກສູງ ຊີວິດການ ເປັນຢູ່ຂອງປະຊາຊົນ. ໃນຊຸມປີມໍ່ໆນີ້, ພ້ອມໆກັບການ ພັດ ທະນາຢ່າງວ່ອງໄວດ້ານພື້ນຖານໂຄງລ່າງຕົວເມືອງ; ຊີວິດການເປັນຢູ່ ດ້ານເສດຖະກິດ, ວັດທະນະທຳ, ສັງຄົມ ຂອງ ປະຊາຊົນ ກໍໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງ ແລະ ນອນຢູ່ໃນກຸ່ມ ນຳໜ້າຂອງທົ່ວປະເທດຢູ່ສະເໝີ.

ດ້ວຍຄຳຂວັນ: “ສີວິໄລ, ທັນສະໄໝ ແລະ ຜູກພັນຮັກໄຄ່”, ນະຄອນໂຮ່ຈີມິນ ຖືສຳຄັນທີສຸດການ ເບິ່ງແຍງດູແລ, ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍຫຼາຍວິທີ ທີ່ແທດເໝາະ ກັບຄວາມເປັນຈິງ ແລະ ມີປະສິດທິຜົນຄື: ພັດທະນາລະບົບ ປະກັນໄພສັງຄົມ, ປະຕິບັດ ປະກັນໄພ ສາທາລະນະສຸກ ທົ່ວ ປວງຊົນ; ຍູ້ແຮງແຜນງານ ຫຼຸດຜ່ອນຄວາມທຸກຍາກ, ເພີ່ມ ຄອບຄົວພໍຢູ່ພໍກິນ  ເພື່ອລົດໄລຍະຫ່າງ ລະຫວ່າງ ບັນດາຊັ້ນຄົນ ແລະ ບັນດາກຸ່ມຊຸມຊົນໃນສັງຄົມ, ລະຫວ່າງ ຕົວເມືອງ ແລະ ຊົນນະບົດ, ຄ່ອຍໆຍົກມາດຕະຖານ ສະຫວັດດີການສັງຄົມ ຂອງນະຄອນໃຫ້ທຽມທັນກັບພາກພື້ນ ອາຊີຕາເວັນອອກ ແລະ ສາກົນ.

ຄຳຂວັນ: “ສີວິໄລ ແລະ ຜູກພັນຮັກໄຄ່” ຍັງໄດ້ສະແດງ ອອກ ຢ່າງເດັ່ນຊັດ ໂດຍຜ່ານບັນດາການເຄື່ອນໄຫວ ດ້ານວັດທະນະ ທຳ, ທ່ອງທ່ຽວ ທີ່ອຸດົມສົມບູນ, ຫຼາຍຮູບແບບ ແລະ ຈັບອົກ ຈັບ ໃຈ; ດຶງດູດໝູ່ມະຫາຊົນທັງເປັນຈໍານວນຫລວງຫລາຍ ທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມເຊ່ັນ: ລາຍການ ສິລະ ປະຂຳ່ນັບຮັບຕ້ອນປີໃໝ່; ງານບຸນຢູ່ຕາມຖະໜົນ, ງານບຸນ ທ່ອງທ່ຽວນະຄອນໂຮ່ຈີມິນ; ງານເທດສະການອາຫານ ເຍື່ອງ ແຊບໆຂອງປະເທດຕ່າງໆ… ຫຼືວ່າງານເທດສະການ ວັດທະນະ ທຳພື້ນເມືອງທີ່ພິເສດຄື: ບຸນ ງວຽນຕຽວ, ບຸນວັດ ນາງ ທຽນ ເຮົ້າ… ບັນດາລາຍການດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ຊີວິດ ດ້ານ ວັດທະນະທໍາ ຂອງຊາວນະຄອນ ໄດ້ຮັບການ ຍົກສູງຂຶ້ນເທົ່າ ນັ້ນ ຫາກຍັງມີລັກສະນະໂຄສະນາພື້ນຖານວັດທະນະທຳ ທີ່ອຸ ດົມຮັ່ງມີດ້ານສີສັນເອກະລັກ ຂອງຊາວນະຄອນໂຮ່ຈີມິນໃຫ້ແກ່ ເພື່ອນມິດສາກົນອີກດ້ວຍ.

ຕາມປະເພນີທົ່ວໄປ, ທຸກໆປີພໍມາຮອດມື້ທຳອິດຂອງປີໃໝ່ຄື: ວັນທີ 1 ເດືອນ 1 (ຕາມສຸລິຍະ ປະຕິທິນ), ຂະແໜງການທ່ອງທ່ຽວ ນະຄອນ ໂຮ່ຈີມິນ ແມ່ນໄດ້ຈັດງານຕ້ອນຮັບຄະນະ ນັກທ່ອງ ທ່ຽວສາກົນຄະນະທຳອິດ ທີ່ມາຢ້ຽມຢາມ ທ້ອງຖິ່ນ ດ້ວຍບັນດາ ລາຍການດົນຕີພື້ນເມືອງ ໃນບັນຍາກາດ ມ່ວນຊື່ນ ແລະ ອົບອຸ່ນ.


ແຕ່ລະປີ ນະຄອນໂຮ່ຈີມິນໄດ້ຕ້ອນຮັບ ນັກທ່ອງທ່ຽວ ສາກົນ 4,5 ລ້ານເທື່ອຄົນ ມາຢ້ຽມຢາມ, ກວມ 55% ຈຳນວນ
ນັກທ່ອງທ່ຽວສາກົນທັງໝົດທີ່ມາຫວຽດນາມ. ພາບ: ເອກະສານ VNP



ນັກທ່ອງທ່ຽວສາກົນມາຢ້ຽມຢາມ ຫໍຖົ໋ງ ເຍິດ(ທໍານຽບ ລັດຖະບານເກົ່າ), ຊຶ່ງເປັນສູນກາງຫົວສະໝອງຂອງອຳນາດ
ການປົກຄອງໄຊງ່ອນ ກ່ອນປີ 1975. ພາບ: ຫງວຽນລວນ/VNP



ຄູ່ບ່າວສາວຖ່າຍຮູບແຕ່ງງານ ຢູ່ຕໍ່ໜ້າໂບດ ດຶກບ່າ. ພາບ: ເອກະສານ VNP


ປະຈຸບັນ, ນະຄອນໂຮ່ຈີມິນພວມມີຮູບຊົງຂອງນະຄອນໜຶ່ງທີ່ທັນສະໄໝ, ເຂັ້ມແຂງ ແລະ ພ້ອມເຊື່ອມໂຍງ
ຢ່າງກວ້າງຂວາງ ເລິກເຊິ່ງ ເຂົ້າກັບສາກົນ. ພາບ: ເອກະສານ VNP



ສະແດງການເຊີດມັງກອນໃນທ້ອງຖະໜົນ ນະຄອນໂຮ່ຈີມິນ. ພາບ: ເອກະສານ VNP


ລະດູບານໃໝ່ຢູ່ທີ່ຖະໜົນດອກໄມ້ ຫງວຽນເຫວ້. ພາບ: ເອກະສານ VNP


ສວນສາທາລະນະ ຍີ່ປຸ່ນທີ່ ນະຄອນໂຮ່ຈີມິນ. ພາບ: ເລມິນ/VNP


ເຂດທ່ອງທ່ຽວ ຊ໋ວຍຕຽນ ດຶງດູດໃຈນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ເລມິນ/VNP


ການສະແດງສິລະປະວັດທະນະທຳຊົນເຜົ່າ ທີ່ງານ ເທດສະການໝາກໄມ້ ຊຶ່ງໄດ້ຮັບການຈັດຕັ້ງເປັນປະຈຳປີ
ທີ່ເຂດທ່ອງທ່ຽວ ຊ໋ວຍຕຽນ. ພາບ: ເລມິນ/VNP

 
ທ່ານ Jack Kelly, ນັກທ່ອງທ່ຽວຊາວອັງກິດໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ກັບພູມອາກາດ ແລະ ຜູ້ຄົນ ນະຄອນໂຮ່ຈີມິນ, ດັ່ງນັ້ນ ນີ້ແມ່ນເທື່ອທີສອງ ຂ້າພະເຈົ້າ ແລະ ຄອບຄົວມາທີ່ນີ້ ເພື່ອການຢ້ຽມຢາມ ແລະ ພັກຜ່ອນ ຢ່ອນໃຈ. ທັດສະນີຍະພາບ ໂດຍສະເພາະ ຢ່າງຍິ່ງ ແມ່ນປະ ຫວັດສາດຂອງເຂດດິນແດນແຫ່ງນິ້ ມີຫຼາຍສິ່ງຫຼາຍຢ່າງ ທີ່ໜ້າ ຈັບໃຈ ເພື່ອໃຫ້ພວກຂ້າພະເຈົ້າ ຄົ້ນພົບ…”.

ໄດ້ຊາບວ່າ, ປີ 2014, ນະຄອນໂຮ່ຈີມິນ ໄດ້ຕ້ອນຮັບ ນັກທ່ອງ ທ່ຽວ ສາກົນ 4,5 ລ້ານເທື່ອຄົນ, ກວມ 55% ຈຳນວນ ແຂກ ສາກົນທັງໝົດ ທີ່ເຂົ້າມາຫວຽດນາມ. ໂອກາດ ຕ້ອນຮັບປີໃໝ່ ປະຈຳຊາດ ປີມະແມຜ່ານມາ, ພາຍໃຕ້ແສງແດດແຫ່ງທິດໃຕ້ເມື່ອລະດູບານໃໝ່ມາເຖິງ, ນັກທ່ອງທ່ຽວ ແລະ ປະຊາຊົນ ນັບຫຼາຍລ້ານເທື່ອຄົນ ໄດ້ຫຼັ່ງໄຫຼກັນມາສູ່ ນະຄອນ ໂຮ່ຈີມິນ ເພື່ອການຢ້ຽມຊົມ, ລະຫຼິ້ນ ຢູ່ຕາມ ບັນດາສະຖານທີ່ ທ່ອງທ່ຽວ ທີ່ມີຊື່ສຽງໂດ່ງດັງຄື: ເຂດທ່ອງທ່ຽວ ວັດທະນະທຳ ຊ໋ວຍຕຽນ, ເດິ່ມແຊນ, ຖາວເກີ່ມວຽນ(ສວນສັດ), ຖະໜົນ ດອກໄມ້ ຮ່າມງີ, ງານບຸນດອກໄມ້ລະດູບານໃໝ່ ຢູ່ສວນ ສາທາລະນະ ຕາວດ່ານ ແລະ ອື່ນໆ…

ພິເສດ,ປີ 2014, ພ້ອມກັບ 20 ແຂວງ, ນະຄອນຕ່າງໆທົ່ວພາກ ໃຕ້, ນະຄອນໂຮ່ຈີມິນໄດ້ຮັບຂ່າວດີເມື່ອ “ເດີ່ນກາຕ່າຍຕື” ຊຶ່ງ ແມ່ນຮູບແບບສິລະປະການຮ້ອງຂັບລຳໜຶ່ງ ຂອງວັດທະນະທຳ ພາກໃຕ້ ເປັນກຽດໄດ້ຮັບໃບຮັບຮອງຈາກ ຢູແນັສໂກ ຮັບຮອງ ເປັນມູນມໍລະດົກວັດທະນະທຳ ຂອງໂລກ. ອາດສາມາດ ເວົ້າໄດ້ວ່າ, ໄຊງ່ອນ-ນະຄອນ ໂຮ່ຈີມິນ ເປັນໜຶ່ງໃນບັນດາບໍ່ເກີດ ຂອງປະເພດດົນຕີພື້ນເມືອງ ທີ່ເປັນເອກະລັກສະເພາະນີ້. ສາມາດເວົ້າໄດ້ວ່າ, ຕໍ່ໜ້າບາດກ້າວເດີນຂອງຍຸກສະໄໝ ແລະ ການເຊື່ອມໂຍງວັດທະນະທຳ ນັບມື້ນັບແຂງແຮງ, ດ້ວຍ ກຳລັງພາຍໃນ ແລະ ຄວາມຮັກຫອມບ້ານເກີດເມືອງນອນ, ຜູ້ຄົນນະຄອນໂຮ່ຈີມິນກໍ່ຍັງຄົງຮັກສາໄວ້ໄດ້ສີສັນວັດທະນະທຳ ສະເພາະຂອງຕົນ. ເພາະສະນັ້ນ, ຖ້າຫາກວ່າເພື່ອນ ມີໂອກາດ ມາຢ້ຽມຢາມ ເຂດດິນແດນແຫ່ງນີ້ ແລະ ໄປຍັງເຂດຊານເມືອງ ຂອງນະຄອນເຊັ່ນ: ເກີ່ນເຢີ່, ບິ່ງແຈ໋ງ, ຍ່າແບ່, ຮ໋ອກໂມນ ແລະ ກູ່ຈີ, ເພື່ອນຈະສາມາດຮູ້ສຶກໄດ້ກຳລັງແຜ່ລາມ ຂອງຮູບແບບ ສິລະປະພິເສດນີ້ ໃນຊີວິດການເປັນຢູ່ຂອງປະຊາຊົນ. ບາງທີ, ນັ້ນກໍແມ່ນວັດທະນະທຳພິເສດ ອັນໄດ້ສ້າງເປັນ ສີສັນວັດທະນະ ທຳ ທີ່ສະຫວາດສະເຫວີຍ, ໃກ້ຊິດ ແລະ ຮັກແຂກແພງຄົນ ຂອງ ຊາວນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຊາວພາກໃຕ້ ເວົ້າລວມ.

ສຳລັບຊີວິດການເປັນຢູ່ດ້ານເສດຖະກິດ, ແຕ່ປີ 2002, ນະຄອນ ໂຮ່ຈີມິນ ເປັນທ້ອງຖິ່ນທຳອິດໃນທົ່ວປະເທດ ປະຕິບັດແຜນງານຂາຍສິນຄ້າລາຄາໝັ້ນທ່ຽງ . ຍ້ອນມີແຜນງານດັ່ງກ່າວ, ລາຄາ ຢູ່ທ້ອງຕະຫຼາດ ຈຶ່ງມີຄວາມສະຫງົບບໍ່ເໜັງຕີງຫລາຍ, ປະກອບສ່ວນ ຢ່າງໃຫຍ່ຫຼວງ ໃນການຮັບປະກັນ ດ້ານຊີວິດການເປັນຢູ່ ຂອງປະຊາຊົນ. ສາມາດກ່າວເຖິງບັນດາວິສາຫະກິດທີ່ພົ້ນເດັ່ນໃນການເຂົ້າຮ່ວມຢ່າງຕັ້ງໜ້າແຜນງານດັ່ງກ່າວຄື:  Saigon     Co.op, ບາຮວນ, Vissan, ສະຫະບໍລິສັດກະສິກຳ ໄຊງ່ອນ, ບໍລິສັດ ຊານຮ່າ ແລະ ອື່ນໆ… ເພື່ອເຮັດໃຫ້ແຜນງານດັ່ງກ່າວ ນັບມື້ນັບບັນລຸ ປະສິດທິຜົນສູງ, ນະຄອນໂຮ່ຈີມິນ ໄດ້ຜັນຂະຫຍາຍ ຫຼາຍໂຄງການຄື: ຂະຫຍາຍການລ້ຽງສັດເພື່ອ ສ້າງແຫລ່ງສິນຄ້າໝັ້ນທ່ຽງ; ຂະຫຍາຍກວ້າງລະບົບຂາຍຍົກ, ຂາຍຍ່ອຍ, ປະຕິບັດຂະບວນການ ປຸກລະດົມຂົນຂວາຍ “ຊາວຫວຽດນາມ ບຸລິມະສິດໃຊ້ສິນຄ້າຫວຽດນາມ”; ເພີ່ມທະວີ ການຮ່ວມມືດ້ານການຄ້າກັບແຂວງຕ່າງໆຢູ່ພາກໃຕ້ ເພື່ອສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ບັນດາ ວິສາຫະກິດ ຜູກພັນກັນ ສະໜອງສິນຄ້າ, ຈຳໜ່າຍ ຜະລິດຕະພັນ, ເປີດກວ້າງຕະຫຼາດ…

ປະຈຸບັນ, ນອກຈາກ ເກືອບ 9.000 ຮ້ານຂາຍສິນຄ້າລາຄາໝັ້ນທ່ຽງທີ່ປະກອບດ້ວຍ 350 ກວ່າປະເພດສິນຄ້າ ທີ່ແຕກຕ່າງກັນແລ້ວ, ນະຄອນໂຮ່ຈີມິນ ຍັງໄດ້ຈັດຕັ້ງ 1.000 ກວ່າ ຖ້ຽວຂາຍ ສິນຄ້າເຄື່ອນທີ່ ໄປຍັງບັນດາເຂດຫ່າງໄກສອກຫຼີກ, ບັນດາເຂດຜະລິດເພື່ອສົ່ງອອກ ແລະ ເຂດອຸດສາຫະກຳ ເພື່ອຮັບໃຊ້ ຢ່າງທ່ວງທັນຄວາມຕ້ອງການໃນດ້ານຊີວິດການເປັນຢູ່ ຂອງຊາວຜູ້ອອກແຮງງານຜູ້ທຸກຍາກ.


ພາຍໃນ Robins - ເຂດຊື້ເຄື່ອງຄຸນນະພາບສູງ ຂອງ ນະຄອນ. ພາບ: ເລມິນ/VNP


Vietnam Motorshow - ໜຶ່ງໃນບັນດາເຫດການ ມີຄວາມໄວ້ເນື້ອເຊື່ອໃຈ ທີ່ໄດ້ຮັບການຈັດຕັ້ງເປັນປະຈຳ ຢູ່ນະຄອນໂຮ່ຈີມິນ
ໄດ້ດຶງດູດການເຂົ້າຮ່ວມ ຂອງບັນດາ ຍີ່ຫໍ້ລົດໃຫຍ່ ທີ່ມີຊື່ສຽງໃນໂລກ. ພາບ: ຫງວຽນລວນ/VNP



ລະບົບຂົວທ່າກຳປັ່ນຂອງນະຄອນໂຮ່ຈີມິນ  ນັບມື້ ນັບໄດ້ຮັບການປົວແປງໃຫ້ສຳເລັດສົມບູນດີ. ພາບ: ດັ້ງກິມເຟືອງ/VNP


ບັນດາບໍລິສັດຕັດຫຍິບລາຍໃຫຍ່ຂອງນະຄອນຄື: ສະຫະບໍລິສັດຕັດຫຍິບ ຍ່າແບ່ ໄດ້ຜະລິດ ບັນດາ ຜະລິດຕະພັນຂັ້ນສູງອອກມາເຊັ່ນ:
ຊຸດແວດ, ເສື້ອເຊີດຊັ້ນສູງ… ທີ່ມີກຳລັງ ແກ່ງແຍ້ງສູງ ຢູ່ໃນຕະຫຼາດສາກົນ. ພາບ: ດັ້ງກິມເຟືອງ/VNP



ໂຮງງານຜະລິດໄຂ່ສະອາດ ຂອງບໍລິສັດ ບາ ຮວນ ຈຳກັດ ຢູ່ນະຄອນໂຮ່ຈີມິນ. ພາບ: ດັ້ງກິມເຟືອງ/VNP
 

ປີ 2014, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ນະຄອນກວມ 20% ຂອງທົ່ວປະເທດ, ເກັບລາຍຮັບເຂົ້າ ງົບປະມານ ແລະ ມູນຄ່າການສົ່ງອອກກວມ 30% ທົ່ວປະເທດ; ລາຍຮັບໄລ່ສະເລັ່ຍບັນລຸ 5.131 USD ຕໍ່ຄົນ, ຄາດວ່າ ທ້າຍປີ 2015 ບັນລຸ 5.826 USD ຕໍ່ຄົນ. 
ເນື່ອງຈາກນະຄອນ ໂຮ່ຈີມິນ ເປັນທ້ອງຖິ່ນໜຶ່ງທີ່ ມີຈຳນວນພົນ ລະເມືອງ ຫຼາຍທີ່ສຸດໃນທົ່ວປະເທດ. ດັ່ງນັ້ນ, ບັນຫາທີ່ດິນ ແລະ ເຮືອນຢູ່ກໍ່ເປັນບັນຫາໜຶ່ງທີ່ ອຳນາດການປົກຄອງນະຄອນໄດ້ເອົາໃຈໃສ່ທີ່ສຸດ. ເພື່ອຮັບປະກັນ ເງື່ອນໄຂ ການດໍາລົງຊີວິດທີ່ດີທີ່ສຸດໃຫ້ແກ່ປະຊາຊົນ, ໂດຍສະເພາະຢ່າງຍິ່ງແມ່ນ ຜູ້ມີລາຍຮັບຕຳ່; ດ້ວຍແຫຼ່ງທຶນພາຍໃນ ແລະ ຄວາມຊ່ວຍໜູນ ຈາກ ສາກົນ, ນະຄອນໂຮ່ຈີມິນ ໄດ້ຜັນຂະຫຍາຍ ປະຕິບັດຫລາຍໆ ໂຄງການກໍ່ສ້າງເຮືອນຢູ່, ເຂດຄອນໂດມີນຽມ ດ້ວຍລາຄາຖືກ. ປະຈຸບັນ, ທົ່ວບໍ ລິເວນພື້ນທີ່ນະຄອນ ມີ 62 ໂຄງການສາມາດບັນຈຸໄດ້ເກືອບ 70.000 ຄອບຄົວ ໄວ້ສະເພາະໃຫ້ເປົ້າໝາຍຕ່າງໆຊຶ່ງປະກອບມີກໍາມະກອນ, ພະນັກງານ-ພາລະກອນ ແລະ ອື່ນໆເຊົ່າ ຫລື ຊື້. ໃນນັ້ນມີ 14 ໂຄງການເຮືອນຢູ່ສໍາລັບກໍາມະກອນປະກອບດ້ວຍ 10.000 ຫ້ອງເຮືອນເປັນຊຸດ ; 46 ໂຄງການເຮືອນຢູ່ ສໍາລັບພະນັກງານ-ພາລະກອນ ປະກອບດ້ວຍ 8.000 ຫ້ອງເຮືອນເປັນຊຸດ; ສ່ວນຍັງເຫຼືອແມ່ນໂຄງການ ກໍ່ສ້າງຫໍພັກໃຫ້ແກ່ ນັກສຶກສາ ແລະ ເຮືອນ(ບ້ານ)ຈັດສັນໃໝ່.

ອາດສາມາດເວົ້າໄດ້ວ່າ ຫຼັງ 40 ປີ, ຈາກ “ແກ້ວມະນີ ແຫ່ງຕາເວັນອອກໄກ”, ເຖິງ "ເໜືອມະຫານະຄອນ" ໜຶ່ງທີ່ທັນສະໄໝຊຶ່ງປະກອບດ້ວຍພື້ນຖານການດໍາລົງຊີວິດ, ເສດຖະກິດ, ວັດທະນະທໍາ, ສັງຄົມທີ່ແໜ້ນໜາ ແລະ ພັດທະນາທຽບລະດັບພາກພື້ນ ແລະ ສາກົນນັ້ນ ນັບມື້ນັບປະກົດຂຶ້ນຢ່າງຈະແຈ້ງທີ່ນະຄອນໂຮ່ຈີມິນ, ດິນແດນທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມຂອງເຂດທິດໃຕ້ທີ່ສວຍງາມ ແລະ  ຮັກແຂກແພງຄົນ.  

ບົດ: ຫງວຽນຫວູແທ່ງດາດ, ຫງວຽນແອວງ
ພາບ: ຫງວຽນຖັ໋ງ, ເລມິນ, ດັ້ງກິມເຟືອງ, ຫງວຽນລວນ, ຫງວຽນມິນເຕິນ, ກິມຈີ ແລະ ເອກະສານ VNP

ບັນດາບົດທີ່ຖືກນຳສະເໜີ