• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

“40 ປີ ແຫ່ງອາພອນສະໄໝດ້ວຍແລນ”

ງານສະແດງທີ່ມີຫົວຂໍ້ “40 ປີ ແຫ່ງອາພອນ ສະໄໝດ້ວຍແລນ” ຖືກຈັດຂຶ້ນ ໃນສອງຄືນ ທີ່ສູນປະຊຸມ White Place (ນະຄອນໂຮ່ຈີມິນ) ແລະ ໂຮງແຮມ Daewoo (ຮ່າໂນ້ຍ) ໃນທ້າຍປີ 2013 ຜ່ານມາໄດ້ ນຳສະເໜີ ການອອກແບບ ອາພອນສະໄໝດ້ວຍ ແລນທີ່ເປັນຕົວຢ່າງ 40 ແບບ.

 

ນີ້ແມ່ນການເຄື່ອນໄຫວວັດທະນະທຳອັນໜຶ່ງ ທີ່ນອນໃນ ບັນດາລາຍການ ສະເຫຼີມສະຫຼອງ ການພົວພັນ ດ້ານ ການທູດລະຫວ່າງຫວຽດນາມ-ອົດສຕາລີ ຄົບຮອບ 40 ປີ ໂດຍບໍລິສັດຍັກໃຫຍ່ໃນໂລກ ກ່ຽວກັບ ເຄື່ອງແລນຂອງ ອົດສຕາລີ Woolmark ເປັນຜູ້ຈັດຕັ້ງ. ລາຍການ “40ປີແຫ່ງອາພອນສະໄໝດ້ວຍແລນ” ດັ່ງກ່າວ ໄດ້ວາງສະແດງຜະລິດຕະພັນຕ່າງໆ ຈາກວັດຖຸດິບ ທີ່ພິເສດນີ້ ໃນຕະຫຼອດ 40 ປີຜ່ານມາ ພ້ອມກັນ ນັ້ນກ່ໍ ເຊີດຊູນັກອອກແບບ ແຟຊັ່ນຈຳນວນໜຶ່ງທີ່ມີອິດທິພົນ ໃນໂລກ.

ງານວາງສະແດງຜະລິດຕະພັນເຄື່ອງແລນຕ່າງໆ ຈາກ ຂົນແກະໃສ່ຊື່ວ່າ “ປູກຢູ່ອົສຕາລີ, ຜະລິດຢູ່ຫວຽດ ນາມ”

ວັດຖຸທາດແລນກ່ອນການວາງສະແດງ.


ເຫດການ “40ປີແຫ່ງອາພອນສະໄໝດ້ວຍແລນ” ໄດ້ ສ້າງຄວາມສົນໃຈເປັນພິເສດສຳລັບຜູ້ຮັກມັກເຄື່ອງແລນ ອັນເປັນການປະກອບສ່ວນສຳຄັນຊຸກຍູ້ສາຍພົວພັນຕິດຕ່ໍ ກັນໃນຂະແໜງການຕັດຫຍິບ ລະຫວ່າງຫວຽດນາມ-ອົດສຕາລີ ນັບມື້ນັບຂະຫຍາຍຕົວ.
ຊຸດສະສົມ Darnell ຂອງນາງ Doris Darnell ຜູ້ຫຼົງ ໄຫຼເມົາມົວກັບແຟຊັ່ນມາແຕ່ ອົດສຕາລີ ໄດ້ເປັນການ ສະແດງໃຫ້ເຫັນເຖິງວິວັດການພັດທະນາຂອງແລນ ໃນ ຂະແໜງການແຟຊັ່ນຕະຫຼອດເວລາ 40 ປີຜ່ານມາ. ຢູ່ໃນ ແຕ່ລະໄລຍະ, ອາພອນສະໄໝດ້ວຍແລນພັດມີຮູບຊົງ ແລະ ແບບລີລາແຕກຕ່າງກັນ. ຖ້າຢູ່ໃນ ທົດສະວັດ ທີ 70, ການອອກແບບມັກມີລາຍດອກຕາມລີລາ ແນວໂນ້ມ Vintage ຂອງ Yves Saint Laurent (ຝະຣັ່ຼງ) ແລະ Emilio Pucci (ອີຕາລີ) ນັ້ນ, ມາໃນ ທົດສະວັດທີ 80, ແຟຊັ່ນແລນມີການ ປ່ຽນແປງໄປໃນລັກສະນະ ທີ່ສະຫວາດສະເຫວີຍ ແລະ ທຽບເທົ່າກັບຕົວແບບຕ່າງໆ ໂດຍ Missoni (ອີຕາລີ) Zandra Rhodes(ອັງກິດ) ເປັນຜູ້ອອກແບບ. ລັກສະນະທ່າທາງເຂັ້ມແຂງ, ແຫວກແນວໄດ້ ປະກົດຕົວຂຶ້ນໃນຊຸມປີ 90 ໂດຍ Sonia Rykiel ແລະ Comme des Garcons (ຝຣັ່ງ)ເປັນຜູ້ລີເລີ່ມ. ຮອດ ຊຸມປີ 2000, ລະຫວ່າງທ່າ ອຽງແຟຊັ່ນຕ່າງໆ ບ່ໍມີ ພົມແດນອີກ, ຫາກມີການສັບປົນຈາກຫຼາຍແນວໂນ້ມ ຢ່າງຄ່ອງຕົວ ເຊິ່ງໄດ້ສະແດງໃຫ້ ເຫັນໂດຍຜ່ານການ ອອກແບບທີ່ມີການປະສານສົມທົບຄ່ານິຍົມຫຼາຍຢ່າງ ເຂົ້າກັນຂອງ Rena Lange (ອີຕາລີ).

ເລື່ອງນັກອອກແບບຜູ້ໜຸ່ມແໜ້ນ ຮ່ວາງມິງຮ່າ (ຫວຽດນາມ)ໄດ້ຮັບລາງ ວັນອັນດັບໜຶ່ງ ຂອງການ ກວດສອບ ນັກອອກແບບແຟຊັ່ນຫວຽດນາມ (Project Runway Vietnam) ຄັ້ງປະຖົມມະເລີກ ໄດ້ສ້າງ ຄວາມປະທັບໃຈເມື່ອນຳສະເໜີຊຸດສະສົມໃສ່ຊ່ືວ່າ “Wool”. ມິງຮ່າໄດ້ຟິຊີດຈິດໃຈຜູ້ຊົມດ້ວຍເຕັກນິກ ການສ້າງຮູບແບບ, ວາດຊົງທີ່ມີຄວາມສະບາຍ, ເປັນກັນເອງ ແຕ່ພັດແຝງລັກສະນະອັນສະເພາະ ຂອງຜູ້ນຸ່ງ. ການອອກແບບຂອງຊຸດສະສົມເຫຼົ່ານີ້ມີທັງ ວາດຊົງຂອງສະໄໝບູຮານ ທັງມີຄວາມທັນສະໄໝ ແລະ ລັກສະນະປະຍຸກຢ່າງສູງ. ນອກຈາກນັ້ນ, ການສົມທົບ ສີສັນລະຫວ່າງສີດຳ, ສີໝົ່ນ, ສີແດງ ແລະ ຂາວຢ່າງ ຄ່ອງແຄ່ວໄດ້ສ້າງເປັນຄວາມກົມກຽວກັນໃຫ້ແກ່ຊຸດອາ ພອນທັງຂອງຜູ້ຊາຍ ແລະ ຜູ້ຍິງ.

ໄປພ້ອມໆ ກັບລາຍການສະແດງແຟຊັ່ນຍັງມີການວາງ ສະແດງຜະລິດຕະພັນແລນຕ່າງໆ ດ້ວຍຂົນແກະ ໂດຍໃສ່ ຊື່ວ່າ “ເຕີບໂຕຢູ່ອົສຕາລີ, ຜະລິດຢູ່ຫວຽດນາມ ”ເຊິ່ງນີ້ ກ່ໍແມ່ນກິດຈະກຳໜຶ່ງຂອງໂຄງການ “ຫວຽດ ນາມບົນເສັ້ນ ທາງເຊື່ອມໂຍງກັບໂລກ”. ນີ້ແມ່ນ ໂຄງການ ສະແດງໃຫ້ເຫັນ ວິໄສທັດທີ່ມີລັກສະນະ ຍຸດທະ ສາດ ແນໃສ່ກ່ໍ ສ້າງຫວຽດນາມໃຫ້ກາຍເປັນຕ່ອງໂສ້ ອັນໜຶ່ງໃນສາຍໂສ້ການສະໜອງ ວັດຖຸທາດ ແລນ ຂອງທົ່ວໂລກ ຢ່າງຍືນຍົງ. ດ້ວຍການສະເໜີເຄື່ອງແລນຈາກຂົນແກະ ຂອງອົສຕາລີ ເຂົ້າສູ່ລະບົບ, ຫວັງວ່າ ໂຄງການຈະຊ່ວຍ ໃຫ້ຕະຫຼາດການຜະລິດປັດຈຸບັນຢູ່ຫວຽດນາມຈະນັບມື້ ນັບໄດ້ຮັບການເປີດ ກວ້າງ ແລະ ພັດທະນາຍິ່ງໆຂຶ້ນ.

 

ລາຍດອກທີ່ໂດດເດັ່ນຂອງຊຸດອາພອນແລນສີຂຽວໃນ ພື້ນແພສີດຳ.

ວັດຖຸທາດແລນໄດ້ຊ່ວຍເຮັດໃຫ້ຊຸດສາກົນ ມີລັກສະນະລະມຸນລະໄມກວ່າ.

ການອອກແບບຢ່າງໜຶ່ງ ທີ່ມີການສົມທົບ ລະຫວ່າງວັດຖຸ ທາດແລນກັບເຄື່ອງປະກອບດ້ວຍໜັງຢ່າງກົມກຽວກັນ.

ເສື້ອຄຸມທີ່ໄດ້ອອກແບບດ້ວຍການປະດັບເອ້ລວດລາຍ ເຄີຍໄດ້ເຫັນຢູ່ໃນພາບສີຂັດມັນ.

ຊຸດສະສົມຕ່າງໆ ທີ່ໄດ້ນຳມາສະເໜີໃນຄັ້ງນີ້ ມີຢູ່ຢ່າງ ຫຼາກຫຼາຍຮູບແບບໃຫ້ແກ່ທັງຍິງ ແລະ ຊາຍ.

ການ ສັບປົນກັນຂອງຫຼາຍທ່າອຽງຢ່າງອ່ອນໄຫວ ໄດ້ພາໃຫ້
ແຟຊັ່ນດ້ວຍເຄື່ອງແລນບ່ໍມີຂີດຂັ້ນແດນອີກແລ້ວ.

ການນຳໃຊ້ແຕ່ສີກະເປົາລ້ວນໆ ສະແດງໃຫ້ເຫັນລັກສະນະລະອຽດ
ແນບນຽນໃນການອອກແບບ ອັນໄດ້ເຮັດໃຫ້ ຜູ້ນຸ່ງຖືມີຄວາມສຸພາບຮຽບຮ້ອຍເປັນໜ້ານັບຖື.

ດ້ວຍການອອກແບບຢ່າງໜຸ່ມແໜ້ນ,
ວັດຖຸທາດແລນບ່ໍ ພຽງແຕ່ມີບົດບາດຮັກສາຄວາມອົບອຸ່ນ
ໃຫ້ຮ່າງກາຍແຕ່ ຢ່າງດຽວອີກ.

ປີ 2012, ການພົວພັນການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະ ອົສຕາລີບັນລຸ 6,6 ຕື້ໂດລາສະຫະລັດ. ໂຄງການ “ຫວຽດນາມບົນ ເສັ້ນທາງເຊື່ອມໂຍງກັບໂລກ” ພວມໃຫ້ ຄວາມຫວັງດີວ່າ ຈະປະກອບສ່ວນຊຸກຍູ້ ຂະແໜງການຕັດຫຍິບຫວຽດນາມ ແລະ ອົສຕາລີຈະມີ ຈັງຫວະການ ພັດທະນາ ນັບມື້ນັບແຂງແຮງຍິ່ງໆຂຶ້ນ.
 
ບົດ: ຫງວຽນແອວງ - ພາບ: ຫງວຽນລວນ

bichlien

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top