• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

22 ປີ ຫວຽດນາມ ຮ່ວມເດີນທາງພ້ອມກັບບັນດາປະເທດໃນຊາຍຄາລວມ ອາຊຽນ

      ວັນທີ 28 ກໍລະກົດ, ເປັນຂີດໝາຍ 22 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກຂອງສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ). 22 ປີທີ່ຜ່ານມາ, ຍາມໃດ ຫວຽດນາມ ກໍ່ຖື ອາຊຽນ ແມ່ນພື້ນຖານ ແລະ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາບພົວພັນຕ່າງປະເທດຂອງ ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍເພື່ອ, ຮ່ວມມືແໜ້ນແຟ້ນພ້ອມກັບບັນດາປະເທດຊຸກຍູ້ການເຊື່ອມໂຍງເລິກເຊິ່ງ, ກ້ວາງຂວາງ, ສາມັກຄີ, ເປັນເອກະພາບພາຍໃນກຸ່ມ. 22 ປີຮ່ວມເດີນທາງພ້ອມກັບ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ອາຊຽນ, ບັນດາຂີດໝາຍອັນດີງາມ, ບັນດາການປະກອບສ່ວນ, ບັນດາຂໍ້ລິເລີ່ມ ຂອງ ຫວຽດນາມ ໄດ້ສ້າງຂີດໝາຍຢ່າງຈະແຈ້ງໃນອາຊຽນ. ເນື່ອງໃນໂອກາດນີ້, ບັນນາທິການ ແອ໋ງຮ່ວຽນ, ນັກຂ່າວVOV ມີບົດຂຽນທົບທວນຄືນຂີດໝາຍຂອງ ຫວຽດນາມ ໃນ ອາຊຽນ ໃນໄລຍະ 22 ປີຜ່ານມາ.

ພາບປະກອບ
      50 ປີນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ຈາກອົງການພາກພື້ນ, ອາຊຽນ ໄດ້ກາຍເປັນປະຊາຄົມໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງ ແລະ ບົດບາດນັບມື້ນັບສູງບົນເວທີສາກົນ. ເຂົ້າເປັນສະມາຊິກ ອາຊຽນນັບແຕ່ປີ 1995, ບັນດາຜົນງານຂອງ ອາຊຽນ ລ້ວນແຕ່ມີການປະກອບສ່ວນຂອງ ຫວຽດນາມ. ນັ້ນແມ່ນ, ຫວຽດນາມ ໄດ້ພ້ອມກັບ ອາຊຽນ ຊຸກຍູ້ການສ້າງຕັ້ງບັນດາລັດຖະນະໂຍບາຍໃຫຍ່ຂອງສະຫະສະມາຄົມຄື ກົດບັດ ອາຊຽນ (2007), ຖະແຫຼງການຮ່າໂນ້ຍກ່ຽວກັບວິໄສທັດ ອາຊຽນ 2020, ວິໄສທັດປະຊາຄົມ ອາຊຽນ 2025, ບັນດາແຜນການຜັນຂະຫຍາຍໃນແຕ່ລະເສົາຄ້ຳ ແລະ ຫຼາຍຂໍ້ຕົກລົງສຳຄັນອື່ນໆອີກ.
 
ເຂົ້າເປັນສະມາຊິກ ອາຊຽນ ແມ່ນຄວາມການຕັດສິນທີ່ມີຄວາມໝາຍປະຫວັດສາດ
       ເລື່ອງເຂົ້າເປັນສະມາຊິກອາຊຽນ ໄດ້ສະແດງໃຫ້ເຫັນແຈ້ງນະໂຍບາຍເປັນເຈົ້າການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຂອງ ຫວຽດນາມ, ເປີດໄລຍະເຊື່ອມໂຍງຢ່າງເລິກເຂົ້າພາກພື້ນຂອງ ຫວຽດນາມ ໃນທຸກໆຂົງເຂດ. ທ່ານ ເລຮ່ວາມຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:
        ຂໍ້ຕົກລົງເຂົ້າຮ່ວມ ອາຊຽນ ແມ່ນຖືກຕ້ອງທີ່ສຸດ. ປີ 1995, ສະພາບການເວລານັ້ນໄດ້ຕິດພັນກັບຄວາມຕ້ອງການຂອງພວກເຮົາກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ກ່ຽວກັບການເຊື່ອມໂຍງ ແລະ ການເປີດກ້ວາງການພົວພັນກັບປະເທດຕ່າງໆ. ໃນຈຸດເວລານັ້ນ, ການເຂົ້າເປັນສະມາຊິກ ອາຊຽນ ໄດ້ຊ່ວຍໃຫ້ ຫວຽດນາມ ສ້າງການພົວພັນ ອີຢູ, ສ້າງການພົວພັນເປັນປົກກະຕິກັບ ອາເມລິກາ, ຈີນ. ໃນວິວັດການເຂົ້າຮ່ວມ, ພວກເຮົາເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສ້າງຫຼາຍຂີດໝາຍ, ຮັບໃຊ້ການປະຕິບັດນະໂຍບາຍເຊື່ອມໂຍງຂອງ ຫວຽດນາມ
        ເຂົ້າເປັນສະມາຊິກ ອາຊຽນ ໄດ້ນຳມາໃຫ້ ຫວຽດນາມ ບັນດາຜົນງານຫຼາຍຢ່າງ. ສຳລັບຄວາມໝັ້ນຄົງ - ການເມືອງ, ອາຊຽນສ້າງສະພາບແວດລ້ອມ ແລະ ບັນຍາກາດສະດວກເພື່ອໃຫ້ ຫວຽດນາມ ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງກັບບັນດາປະເທດໃນພາກພື້ນ, ແກ້ໄຂບັນດາບັນຫາໃນການພົວພັນ 2 ຝ່າຍ ໂດຍປະຫວັດສາດປະໄວ້. ໂດຍແມ່ນສະມາຊິກ ອາຊຽນ, ຫວຽດນາມ ກໍ່ໄດ້ປະກອບສ່ວນສ້າງສາ ແລະ ຊຸກຍູ້ບັນດາກົນໄກ, ວິວັດການຮ່ວມມືພາກພື້ນພັດທະນາຖືກທິດ, ເໝາະສົມກັບຜົນປະໂຫຍດແຫ່ງຊາດ. ໃນການພົວພັນຕ່າງປະເທດ, ອາຊຽນ ໄດ້ຊ່ວຍເພີ່ມທະວີທີ່ຕັ້ງບົດບາດ ແລະ ທັດສະນະຂອງ ຫວຽດນາມ ບົນເວທີສາກົນ, ໜູນຊ່ວຍ ຫວຽດນາມ ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື. ພິເສດແມ່ນເມື່ອເຂົ້າເປັນສະມາຊິກ ອາຊຽນ ໄດ້ສ້າງຫຼາຍຂອບເຂດ, ກົນໄກຮ່ວມມືໃຫ້ແກ່ ຫວຽດນາມ ໃນບັນດາຂົງເຂດ, ນຳມາເຊິ່ງຜົນປະໂຫຍດແທ້ດຈິງ. ທ່ານເລເລືອງມີງ, ເລຂາທິການໃຫຍ່ ອາຊຽນ, ໃຫ້ຂໍ້ສັງເກດວ່າ:
        ເລື່ອງ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ ໄດ້ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາເສດຖະກິດ. ພາຍຫຼັງເຂົ້າຮ່ວມເປັນເວລາ 10 ປີ ແຕ່ປີ 2006 – 2016 ອັດຕາ GDP ຫວຽດນາມ ໃນ ອາຊຽນ ໄດ້ເພີ່ມຂຶ້ນທົບ 2 ເທົ່າ ແຕ່ 3,5% ຂຶ້ນເປັນ 7%. ອັດຕາການຄ້າຂາຍພາຍໃນກຸ່ມ ອາຊຽນ - ຫວຽດນາມ ກໍ່ເພີ່ມຂຶ້ນ 1000%, ການລົງທຶນພາຍໃນກຸ່ມອາຊຽນ ເຂົ້າ ຫວຽດນາມ ເພີ່ມຂຶ້ນກ່ວາ 120%. ການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບ ອາຊຽນ ແໜ້ນແຟ້ນກ່ວາ ບໍ່ພຽງແຕ່ເຊື່ອມຕໍ່ພື້ນຖານໂຄງລ່າງເທົ່ານັ້ນ ຫາກຍັງກ່ຽວກັບລະບອບ, ມະນຸດອີກດ້ວຍ. ບັນດາປັດໄຈສຳຄັນເຮັດໃຫ້ວິສາຫະກິດ ຫວຽດນາມ ໝູນໃຊ້ກາລະໂອກາດເຊິ່ງປະຊາຄົມ ອາຊຽນ ສ້າງຂຶ້ນໄດ້ດີກ່ວາ
ພາບປະກອບ 
ຫວຽດນາມ ພ້ອມກັບ ອາຊຽນ ມຸ່ງໄປເຖິງການພັດທະນາຢ່າງສະໝ່ຳສະເໝີ, ໝັ້ນຄົງເຂັ້ມແຂງ
        ປີ 2017, ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ປີທີ່ສອງແຫ່ງການສ້າງຕັ້ງປະຊາຄົມ ອາຊຽນ ດ້ວຍບັນດາໝາກຜົນຕັ້ງໜ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາແຜນການສັງລວມໃນທັງ 3 ເສົ້າຄ້ຳ: ປະຊາຄົມການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງຄົມ. ເມື່ອຕີລາຄາກ່ຽວກັບປະຊາຄົມ ອາຊຽນ ພາຍຫຼັງສ້າງຕັ້ງເປັນເວລາ 1 ປີ, ທ່ານ ຫງວຽນແຮ່ວງນຳ, ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ຢືນຢັນວ່າ:
        ເມື່ອທຽບໃສ່ໄລຍະກ່ອນ, ວຽກງານຜັນຂະຫຍາຍຂອງ ອາຊຽນ ໃນກ່ວາ 1 ປີຜ່ານມາໄດ້ຮັບການປະຕິບັດດີກ່ວາ, ຜ່ານການແບ່ງງານຢ່າງລະອຽດ. ປະຈຸບັນ, ອາຊຽນ ພວມແລກປ່ຽນ, ເພື່ອຊອກຫາບັນດາມາດຕະການໃນນັ້ນມີການປັບປຸງລະບຽບການ, ວິທີການເຄື່ອນໄຫວ, ຍົກສູງກຳລັງຄວາມສາມາດຂອງກົງຈັກ, ພ້ອມທັງສ້າງກົນໄກຮ່ວມສຳພັນພາຍໃນກຸ່ມໃຫ້ສະດວກກ່ວາ
        ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງ, ອາຊຽນ ພວມຢືນຕໍ່ໜ້າບັນດາກາລະໂອກາດອັນໃຫຍ່ຫຼວງກ່ວາ ແຕ່ກໍ່ມີສິ່ງທ້າທາຍຫຼາຍຢ່າງ. ເພື່ອຜ່ານຜ່າສິ່ງທ້າທາຍ, ໝູນໃຊ້ບັນດາກາລະໂອກາດອັນໃຫຍ່ຫຼວງທີ່ປະຊາຄົມນຳມາໃຫ້ນັ້ນ, ຮຽກຮ້ອງໃຫ້ແຕ່ລະປະເທດສະມາຊິກ ອາຊຽນ ຕ້ອງຮັກສາຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີພາຍໃນກຸ່ມ.
        ສຳລັບ ຫວຽດນາມ, ຍາມໃດ ກໍ່ກຳນົດວ່າກຸ່ມ ອາຊຽນ ຮ່ວມສຳພັກນຢ່າງແໜ້ນແຟ້ນ, ສາມັກຄີ ແລະ ເປັນເອກະພາບ, ມີບົດບາດ ແລະ ທີ່ຕັ້ງສາກົນສຳຄັນແມ່ນເໝາະສົມກັບຜົນປະໂຫຍດພື້ນຖານ ແລະ ຍາວນານຂອງ ຫວຽດນາມ. ຍ້ອນເຫດນັ້ນ, 22 ປີທີ່ຜ່ານມາ, ພ້ອມກັບບັນດາປະເທດສະມາຊິກອື່ນ, ຫວຽດນາມ ພ້ອມກັບ ອາຊຽນຜ່ານຜ່າບັນດາຄວາມແຕກຕ່າງກັນ ແລະ  ສິ່ງຄົງຄ້າງໂດຍປະຫວັດສາດປະໄວ້, ຍູ້ແຮງການຮ່ວມມືຮອບດ້ານບົນຈິດໃຈມິດຕະພາບ ແລະ ສາມັກຄີ. 22 ປີ, ໄລຍະທາງແຫ່ງການເຊື່ອມໂຍງເຂົ້າພາກພື້ນ, ຫວຽດນາມ ມີບັນດາການປະກອບສ່ວນໃດໜຶ່ງໃຫ້ແກ່ການຄົງຕົວ, ພັດທະນາຂອງ ອາຊຽນ ແລະ ກໍ່ບັນລຸໄດ້ບັນດາຜົນງານໃນເບື້ອງຕົ້ນ. ເຖິງວ່າ, ໄລຍະທາງຕໍ່ໜ້າຂອງ ອາຊຽນ ຍັງມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ, ແຕ່ກໍ່ມີສິ່ງທ້າທາຍບໍ່ແມ່ນໜ້ອຍ ຮຽກຮ້ອງໃຫ້ ຫວຽດນາມ ກໍ່ຄືບັນດາປະເທດສະມາຊິກອື່ນໆໃນກຸ່ມ ອາຊຽນ ຕ້ອງເພີ່ມທະວີການຮ່ວມມື, ຮ່ວມສຳພັນແໜ້ນແຟ້ນກ່ວາອີກ, ພ້ອມກັນຍົກອອກບັນດາແນວຄວາມຄິດໃໝ່ ແລະ ບັນດາມາດຕະການປະຕິບັດບັນດາແນວຄວາມຄິດນັ້ນ ເພື່ອອາດສາມາດຫັນແນວຄວາມຄິດຂອງ “ວິໄສທັດ 2025” ໃຫ້ປະກົດຜົນເປັນຈິງ, ນຳ ອາຊຽນ ກາຍເປັນປັດໄຈຫຼັກແຫຼ່ງຂອງປະຊາຄົມ ອາຊີ.
 (ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top