03/09/2017 14:20 GMT+7 Email Print Like 0

ໝາກໄມ້ ຈາກ ລະດູການປູກຝັງໃໝ່

ກ່ອນໜ້ານີ້ ສິບກວ່າປີ, ເມືອງ ບາວີ່ (ຮ່າໂນ້ຍ) ເປັນພຽງ ເຂດ ໂນນພູ ທີ່ແຫ້ງແລ້ງ, ແມ່ນແຕ່ຫຍ້າກໍຍັງຍາກທີ່ຈະປົ່ງຂຶ້ນໄດ້. ແຕ່ວ່າ, ນັບແຕ່ ປະຕິບັດ ນະໂຍບາຍຫັນປ່ຽນ ໂຄງປະກອບ ກະສິກຳ ຈາກໂຄງການ ຊົນນະບົດໃໝ່, ບາວີ່ ໄດ້ເປັນທີ່ຮູ້ຈັກ ວ່າ ເປັນໜຶ່ງໃນບັນດາເຂດປູກ ຕົ້ນໄມ້ກິນໝາກ ທີ່ມີປະສິດທິ ຜົນສູງ ຂອງ ຮ່າໂນ້ຍ. 
ມາຍັງ ບາວີ່ ໃນຊຸມມື້ ເມືອງກຳລັງປຸກລະດົມບັ້ນຮົບ ກໍ່ສ້າງ ຊົນນະບົດໃໝ່ ປີ 2017, ພວກຂ້າພະເຈົ້າປາສະຈາກບໍ່ໄດ້ ຄວາມປະຫຼາດໃຈ ຕໍ່ສີຂຽວອຸ່ມທຸ່ມ ຂອງ ຕົ້ນໄມ້ກິນໝາກ.

ຢືນຕໍ່ໜ້າສວນຕົ້ນໄມ້ກິນໝາກ ທີ່ໃຫ້ໝາກດົກ ກວ້າງກວ່າ 12 ເຮັກຕາ ກຳລັງລໍຖ້າວັນເກັບກ່ຽວ ຂອງຄອບຄົວທ່ານ ຈູຈ້ອງ ຍຸງ ແລະ ນາງ ປຸ່ງທິເທີ ຢູ່ບ້ານ ເວີດລ້າຍ, ຕາແສງ ເວີດລ້າຍ, ພວກຂ້າພະເຈົ້າ ຄືຫຼົງທາງເຂົ້າສູ່ ເຂດສວນ ປູກຕົ້ນໄມ້ກິນ ໝາກ ອັນກວ້າງໃຫຍ່ຢູ່ເຂດຕາເວັນຕົກຂອງ ພາກໃຕ້ຫວຽດ ນາມ. ນຶກເຖິງມື້ທຳອິດ ທີ່ຫາກໍສ້າງຕັ້ງ ນິຄົມ ທ່ານ ນາງ ເທີ ໃຫ້ຮູ້ວ່າ ເມື່ອທ້ອງຖິ່ນມີນະໂຍບາຍ ສົ່ງເສີມພັດທະນາ ເສດ ຖະກິດຄອບຄົວ, ຄອບຄົວຂອງລາວ ໄດ້ກ້າຕັດສິນໃຈຮັບ ເໝົາ 12 ເຮັກຕາ ໂນນພູ ທີ່ເປົ່າວ່າງແຫ້ງແລ້ງ ໃນເວລາ 50 ປີ. ຈາກນັ້ນ, ຄູ່ຜົວເມຍ ໄດ້ຕັດສິນໃຈລົງມືເອງ ແລະ ເພື່ອ ຄົ້ນຄວ້າ, ຊອກຮູ້ບົດຮຽນ ຈາກບັນດາຕົວແບບເສດຖະກິດ ນິ ຄົມ ທີ່ພົ້ນເດັ່ນອື່ນໆ ໃນເມືອງ.

ທ່ານ ຍຸງ ໃຫ້ຮູ້ວ່າ: “ໃນເບື້ອງຕົ້ນ, ຄອບຄົວຂອງຂ້າພະເຈົ້າ ປູກ ໝາກຖົ່ວຂຽວ ແລະ ມັນເພົາ ເພື່ອເອົາເງິນເບີກຈ່າຍ ໃຫ້ ກຳມະກອນ ແລະ ເພື່ອການບົດລະບັດ ຕົ້ນໝາກສົ້ມໂອ, ຕົ້ນ ໝາກລຳໄຍ... ເທື່ອເລັກເທື່ອໜ້ອຍ, ພວກຂ້າພະເຈົ້າ ຈຶ່ງ ເປີດກວ້າງໄດ້ສວນໝາກໄມ້ບັນລຸມາດຕະຖານ VietGAP ຄືດັ່ງປັດຈຸບັນ”. 


ມູມໜຶ່ງຂອງສວນຕົ້ນໄມ້ກິນໝາກ ຢູ່ຕາແສງ ເວີດລ້າຍ, ເມືອງ ບາວີ່, ຮ່າໂນ້ຍ ກັບຕົ້ນສົ້ມໂອ ກວ່າ 5000 ຕົ້ນ. 


ຊາວກະສິກອນຢູ່ເວີດລ້າຍ ນຳໃຊ້ ລະບົບຫົດນຳ້ ແບບອັດ ຕະໂນມັດ ເພື່ອຫຼຸດຜ່ອນກຳລັງແຮງງານ.


ເຈົ້າຂອງສວນໝາກໄມ້ຫຼາຍແຫ່ງໄດ້ໝູນໃຊ້ມາດຕະຖານ VietGAP ໃນການປູກຝັງເພື່ອຜະລິດ ບັນດາຜະລິດຕະພັນ
ໝາກ ໄມ້ ທີ່ປອດສານພິດ ແລະ ປອດໄພ. 



ຊາວກະສິກອນ ເວີດລ້າຍ ປູກຝັງຕົ້ນໄມ້ກິນໝາກຫຼາຍຊະນິດ ໃນດິນຕອນດຽວກັນ. 


ຊາວກະສິກອນ ບົວລະບັດຮັກສາສວນຕົ້ນໄມ້ກິນໝາກ ຢ່າງຮອບຄອບ ເພື່ອໃຫ້ຜະລິດຕະພັນອອກມາດີທີ່ສຸດ. 


ທົ່ງປູກຕົ້ນໝາກນັດຢູ່ເວີດລ້າຍ. ຍ້ອນມີສະພາບດິນຟ້າອາກາດ ທີ່ເໝາະສົມ ຈິ່ງເຮັດໃຫ້ໝາກນັດທີ່ນີ້ ມີຊື່ສຽງດ້ານລົດຊາດ.


ເວີດລ້າຍ ມີສວນປູກຕົ້ນໄມ້ກິນໝາກຫຼາຍແຫ່ງ. 


ທ່ານ ບຸ່ຍວັນງຽບ (ອາຍຸ 62 ປີ) ກຳລັງເກັບກ່ຽວໝາກລຳໄຍ. 


ໝາກລຳໄຍຢູ່ເວີດລ້າຍ ໝາກໃຫຍ່ ແລະ ຫອມແຊບ. 


ຄວາມມ່ວນຊື່ນຂອງຊາວກະສິກອນ ບາວີ່ ເມື່ອລະດູການ ຜະລິດ ໄດ້ຮັບຜົນດີ. 

ປັດຈຸບັນ, ສວນຕົ້ນໄມ້ຂອງທ່ານ ຍຸງ ມີຕົ້ນສົ້ມໂອ 1000 ຕົ້ນ, ລຳໄຍ 1000 ຕົ້ນ, ໝາກມີ້ 600 ຕົ້ນ, ໝາກນັດ 3000 ຕົ້ນ ແລະ ມີພື້ນທີ່ 1000 ຕາລະລາງແມັດ ສະຫງວນໃຫ້ແກ່ ການ ລ້ຽງໝູປ່າ ແລະ ໄກ່ໂນນ 800 ໂຕ. ຜະລິດຕະພັນ ທັງໝົດນີ້ ໄດ້ສະໜອງໃຫ້ແກ່ ຕະຫຼາດຢູ່ຮ່າໂນ້ຍ ແລະ ບັນດາວິສາຫະ ກິດ ຂາຍຍ່ອຍເຊັ່ນ Vinmart (ກຸ່ມ ບໍລິສັດ VINGROUP) ເພື່ອ ຈຳໜ່າຍໃຫ້ແກ່ຕະຫຼາດ ໃນ ທົ່ວປະເທດ. ແຕ່ລະປີ, ນິ ຄົມຂອງລາວ ເກັບລາຍຮັບໄດ້ທັງໝົດປະມານ 4,5-5 ຕື້ດົ່ງ/ ປີ, ຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆ ອອກ, ຄອບຄົວ ຂອງ ເພິ່ນ ຈະມີລາຍຮັບ ກວ່າ 2 ຕື້ດົ່ງ/ປີ. 

“ຕົວແບບປູກຕົ້ນໄມ້ກິນໝາກຢູ່ເທິງໂນນພູ ຂອງຄອບຄົວ ທ່ານ ຈູຈ້ອງຍຸງ ແລະ ນາງ ຟຸ່ງທິເທີ ປະສົບຜົນສຳເລັດ ຊຶ່ງມີ ຫຼາຍຄອບຄົວ ຢູ່ໃນເມືອງ ໄດ້ຮຽນຮູ້ ແລະ ເປີດກວ້າງການ ເພາະ ປູກ ຕົ້ນໄມ້ກິນໝາກຢູ່ກັບສວນ, ໃຫ້ລາຍຮັບສູງ”. 
(ທ່ານ ໂງວຽດຮ່າ, ປະທານສະມາຄົມກະສິກຳຕາແສງ ເວີດລ້າຍ)
ຄຽງຂ້າງບັນດາປະເພດແນວປູກໃໝ່ເຊັ່ນ ໝາກສົ້ມໂອ, ໝາກ ລຳໄຍ,  ໝາກສີດາ ໄຕ້ຫວັນ... ຊາວທ້ອງຖິ່ນ ຍັງຖືສຳຄັນ ການປູກຕົ້ນໄມ້ທີ່ເປັນມູນເຊື້ອເຊັ່ນ: ໝາກນັດ, ໝາກກ້ວຍ, ໝາກກະທັນ ຊຶ່ງນຳມາລາຍຮັບ ທີ່ໝັ້ນຄົງ ໃຫ້ແກ່ ຊາວກະສິກອນ.

ປະຈຸບັນ, ທົ່ວເມືອງ ບາວີ່ ມີເນື້ອທີ່ປູກໝາກນັດ ທັງໝົດ 100 ເຮັກຕາ, ໃນນັ້ນໂຮງງານ ຊ໋ວຍຮາຍ ມີປະມານ 30 ເຮັກຕາ, ສ່ວນທີ່ເຫຼືອ ໄດ້ປູກຢູ່ພື້ນທີ່ຕ່າງໆ ຂອງຕາແສງ ເວີດລ້າຍ, ເກີ່ມຫຼີງ... ໝາກນັດ ເວີດລ້າຍ ມີຈຸດເດັ່ນຄື ໜາກແໜ້ນ, ຕາ ໃຫຍ່ ແລະ ລົດຫອມຫວານ. ເພາະສະນັ້ນ ໝາກນັດ ໜ່ວຍ ໜຶ່ງມີລາຄາ ຂາຍຍ່ອຍສູງເຖິງ  9.000 ດົ່ງ. ແຕ່ລະປີ ຊາວກະ ສິກອນ ປູກໝາກນັດ ໄດ້ສອງລະດູ, ສ້າງລາຍຮັບປະມານ 200 ລ້ານດົ່ງ/ເຮັກຕາ.

ສຳລັບ ໝາກະທັນ ແລະ ໝາກກ້ວຍ ຊຶ່ງເປັນເຄື່ອງປູກທີ່ເປັນ ມູນເຊື້ອ ຢູ່ເມືອງ ບາວີ່ ສ່ວນຫຼາຍແມ່ນປູກຕາມແຄມແມ່ນຳ້ ຄືຢູ່ສະຫະກອນ ກະສິກຳ ຖ່ວນໝີ໊. ສະເພາະຢູ່ ຖ່ວນໝີ໊ ປັດຈຸ ບັນມີປະມານ 40 ເຮັກຕາ ປູກກ້ວຍງ້າວ ແລະ ກະທັນ.

ໄດ້ຮູ້ວ່າ ຖ່ວນໝີ໊ ເປັນໜຶ່ງ ໃນບັນດາຕາແສງ ນຳໜ້າ ໃນການ ປະຕິບັດວຽກງານ ເຕົ້າໂຮມເນື້ອທີ່ເພາະປູກຍ່ອຍ ໂຮມເຂົ້າ ກັນໃຫ້ເປັນທົ່ງໃຫຍ່. ປັດຈຸບັນ, ບັນດາເຂດດິນ ທີ່ແຫ້ງແລ້ງ, ຂາດນ້ຳ ຢູ່ກະຈັດກະຈາຍ ໃນເມື່ອກ່ອນ ໄດ້ປ່ຽນແທນດ້ວຍ ສວນປູກ ຕົ້ນໄມ້ກິນໝາກ ຊະນິດຕ່າງໆ ເຊັ່ນ: ໝາກນາວ, ໝາກສີດາ, ໝາກລຳໄຍ... ຊຶ່ງເຮັດໃຫ້ລາຍຮັບ ຂອງ ຊາວ ກະສິກອນ ຢູ່ທີ່ນີ້ ສະເລ່ຍບັນລຸ 26-32 ລ້ານດົ່ງ/ຄົນ/ປີ. 

ພິເສດ, ບໍ່ພຽງແຕ່ເຮັດໃຫ້ລາຍຮັບຂຶ້ນເທົ່ານັ້ນ, ທີ່ສຳຄັນສຸດ ໃນການເຕົ້າໂຮມການຜະລິດນ້ອຍ ເຂົ້າເປັນການຜະລິດໃຫຍ່  ແລະ ສ້າງຊົນນະບົດໃໝ່ ຢູ່ ຖວ໊ນໝີ໋ ໄດ້ກາຍເປັນຕົວແບບ ການຜະລິດໃໝ່ ໃຫ້ແກ່ຊາວກະສິກອນ ເພື່ອກ້າວສູ່ຊົນນະບົດໃໝ່ ທີ່ໝັ້ນຄົງ. 
 
ບົດ: ຖຸກຮ່ຽນ - ພາບ: ຫວຽດເກື່ອງ

 
ບັນດາບົດທີ່ຖືກນຳສະເໜີ