31/12/2014 11:17 GMT+7 Email Print Like 0

ໄຟຟ້າຢູ່ເກາະ ຫຼີເຊີນ

ຫ່າງຈາກນີ້ ກວ່າ 4 ສະຕະວັດ, ບັນດາວິລະຊົນຂອງ ກອງ ທະຫານເຮືອຮວ່າງຊາ ຢູ່ ໝູ່ເກາະຫຼີເຊີນ ໄດ້ໃຊ້ຕະກຽງ ເປັນ ພາຫະນະສ່ອງແສງສະຫວ່າງໃນເວລາເດີນເຮືອ ຂ້າມຜ່ານ ຄື້ນຟອງທະເລ ຕາເວັນອອກ ມຸ່ງສູ່ເກາະຮວ່າງຊາ ເພື່ອທຳໜ້າທີ່ ປັກຫຼັກໝາຍ ອະທິປະໄຕ ຂອງປະເທດຊາດ. ຫຼາຍສະຕະວັດ ຜ່ານມາ, ບັນດາ ໜ່ວຍຕະກຽງດັ່ງກ່າວ ໄດ້ມີຄວາມ ສະໜິດຕິດພັນ ກັບຊີວິດການເປັນຢູ່ຂອງ ຊາວປະມົງ ຢູ່ເທິງເກາະ. ແຕ່ມາຮອດປັດຈຸບັນ, ມີລະບົບສາຍກາບໜຶ່ງຢູ່ໃຕ້ທະເລ ໄດ້ຮັບການຕິດຕັ້ງສຳເລັດຜົນ, ສ່ົງໄຟຟ້າຈາກດິນຕໍ່ແຜ່ນ ມາເຖິງເກາະຫຼີເຊີນ, ນຳມາເຊີ່ງຄວາມເຊື່ອໝັ້ນ ຕໍ່ອະນະຄົດອັນໄສແຈ້ງ ຢູ່ເທິງເກາະ ດ່ານໜ້າ ຂອງປິຕຸພູມ.
 
ກະແສໄຟຟ້າທະລຸຜ່ານທ້ອງທະເລ
ໃນຮອບເວລາສີ່ ປີ ໃກ້ໆນີ້, ຂ້າພະເຈົ້າໄດ້ມີການປະຕິບັດງານ ສີ່ຖ້ຽວ ເຖິງເມືອງເກາະຫຼີເຊີນ, ຂຶ້ນກັບແຂວງກວ່າງຫງາຍ. ກ່ອນນີ້ ຂ້າພະເຈົ້າເຄີຍຖືວ່າ, ປະຊາຊົນຢູ່ເມືອງເກາະ ທີ່ມີເນື້ອທີ່ກວ້າງ ບໍ່ຮອດ 5 ຕາລາງກິໂລແມັດນີ້ ມີການຫາລ້ຽງຊີບພຽງດ້ວຍສອງອາຊີບ ຕົ້ນຕໍຄື: ຫາປາ ແລະ ປູກຜັກບົ່ວ, ຜັກທຽມເທົ່ານັ້ນ. ແຕ່ໃນຄັ້ງ ໄປປະຕິບັດງານເຖິງເກາະຫຼີເຊີນ ຊຶ່ງເປັນບ່ອນຈັດຕັ້ງພິທີ “ລ້ຽງດວງວິນຍານທະຫານ ຮວ່າງຊາ” ໃນເມື່ອປີ 2013, ຂ້າພະເຈົ້າຈຶ່ງໄດ້ຮູ້ວ່າ, ຢູ່ເມືອງເກາະແຫ່ງນີ້ ຍັງມີອີກອາຊີບໜຶ່ງ ທີ່ແປກໆ, ນັ້ນແມ່ນຕິດເຄື່ອງຈັກກາຊວນ ເພື່ອຜະລິດໄຟຟ້າ. ອາຊີບດັ່ງກ່າວໄດ້ເຮັດດ້ວຍຄອບຄົວຂອງ ທ່ານ ຫວໍຫຽນລິນ ຢູ່ຕາແສງອານຫາຍ ແລະ ໂດຍອາໄສ ເຄື່ອງຈັກດັ່ງກ່າວ ຂອງ ພໍ່ເຖົ້າເອງ, ໄຟຟ້າໄດ້ເຍືອງແສງ ແຈ້ງສະຫວ່າງ ຕະຫຼອດສາມຄືນ ທີ່ຈັດຕັ້ງພິທີ “ລ້ຽງ ດວງວິນຍານທະຫານຮວ່າງຊາ” ໃນປີນັ້ນ.

ຜ່ານການຊອກຮູ້, ຂ້າພະເຈົ້າຈຶ່ງໄດ້ຊາບວ່າ, ອາຊີບຕິດເຄື່ອງຈັກ ກາຊວນ ແມ່ນສຸດທີ່ສຳຄັນ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ເທິງເກາະ. ທ່ານລິນໄດ້ເວົ້າວ່າ: “ຂ້ອຍຢຶດໝັ້ນກັບອາຊີບ ຕິດເຄື່ອງຈັກກາຊວນ ໄດ້ 27 ປີແລ້ວ. ເຄື່ອງຈັກດັ່ງກ່າວ ໄດ້ສະໜອງໄຟຟ້າໃຫ້ແກ່ການປະຊຸມ, ງານດອງ, ງານສົ່ງສະການ… ບໍ່ວ່າຢູ່ໃສ ມີຈັດພິທີ ແລະ ງານຊຸມແຊວ ຢູ່ເທິງເກາະ, ຂ້ອຍກໍເປັນຄົນທຳອິດທີ່ເຂົ້າເຈົ້າຄຳນຶງເຖິງ”. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ຄວາມໝາຍສຳຄັນຍິ່ງ ຂອງໄຟຟ້າ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບ່ອນເມືອງເກາະ ທີ່ໄກແສນໄກນີ້.

ເມື່ອເດືອນກັນຍາ ປີ 2014 ນີ້, ຂ້າພະເຈົ້າມີໂອກາດ ກັບຄືນມາເກາະຫຼີເຊີນ ແລະ ໄດ້ຮັບຟັງປະຊາຊົນເລົ່າເລື່ອງ ເກາະໃກ້ຈະໄດ້ ຮັບການສະໜອງໄຟຟ້າ ຈາກຕາໜ່າງໄຟຟ້າແຫ່ງຊາດ ດ້ວຍຄວາມ ກະຕືລືລົ້ນ ແລະ ເບີກບານສຳລານໃຈ. ຕິດຕາມນຳເຮືອຫາປາ ຂອງຊາວປະມົງຜູ້ໜຶ່ງ ເພື່ອອອກສູ່ທະເລ ເບິ່ງໜ່ວຍປະຕິບັດການຕິດຕັ້ງສາຍກາບໄຟຟ້າພວມເຮັດວຽກ ຢູ່ທ້ອງທະເລ. ກຸ່ມຕິດຕັ້ງສາຍກາບນີ້ ລວມມີ ເຮືອ ບັນທຸກລຳໜຶ່ງ ທຳໜ້າທີ່ວາງສາຍກາບ ແລະ ເຮືອໃຫຍ່ສອງລຳ ເພື່ອກຳນົດທີ່ຕັ້ງ ຂອງສາຍກາບຢູ່ທ້ອງທະເລ. 
 

ໂຄງການວາງສາຍກາບຢູ່ໃຕ້ນ້ຳທະເລ ເພື່ອສະໜອງໄຟຟ້າ ຈາກດິນຕໍ່ແຜ່ນ ອອກສູ່ເກາະຫຼີເຊີນ ໄດ້ຮັບການປະຕິບັດດ້ວຍ ບໍລິສັດຮ່ວມທຸລະກິດ
Prysmian-ຖ໋າຍເຢືອງ ໂດຍມີການ ເຂົ້າຮ່ວມຂອງ ນັກວິສະວະກອນ, ກຳມະກອນ 80 ຄົນ. ພາບ: ທົງທ້ຽນ/VNP


ຜູ້ຮັບເໝົາໄດ້ນຳເຮືອບັນທຸກຍາວ 72 ແມັດ, ກວ້າງ 21 ແມັດ, ມີນ້ຳໜັກບັນທຸກກວ່າ 5.000 ໂຕນ ຈາກສິງກະໂປ ມາຫວຽດນາມ
ຮັບໃຊ້ວຽກງານວາງສາຍກາບ ທະລຸຜ່ານທ້ອງທະເລ ອອກສູ່ ເມືອງເກາະຫຼີເຊີນ. ພາບ: ທົງທ້ຽນ/VNP


ສາຍກາບໃຕ້ນ້ຳ ທີ່ນຳໃຊ້ເພື່ອສົ່ງໄຟຟ້າອອກສູ່ ເກາະຫຼີເຊີນ ແມ່ນໄດ້ນຳເຂົ້າມາຈາກປະເທດອີຕາລີ. ພາບ: ທົງທ້ຽນ/VNP

ນັກດຳນ້ຳກວດກາສາຍກາບຢູ່ໃຕ້ນ້ຳທີ່ເຂດທະເລ ໃກ້ຝັ່ງເກາະ ຫຼີເຊີນ. ພາບ: ທົງທ້ຽນ/VNP

ສາຍກາບໃຕ້ນ້ຳໄດ້ຊູນໃສ່ເດີ່ນຫຍ້າ ຢູ່ເກາະຫຼີເຊີນ ພາຍຫຼັງ ທະລຸຜ່ານ 26 ກິໂລແມັດ
ຢູ່ທ້ອງທະເລ. ພາບ: ທົງທ້ຽນ/VNP


ບັນດາສາຍກາບ ແມັດສຸດທ້າຍກໍໄດ້ມາຮອດເກາະຫຼີເຊີນ. ພາບ: ທົງທ້ຽນ/VNP

ເກືອບ 3 ກິໂລແມັດ ສາຍກາບບົນສູງ ແລະ ກົງເຕີ້ໄຟຟ້າກວ່າ 4.200 ໜ່ວຍ ໄດ້ຮັບການຕິດຕັ້ງຢູ່ເທິງເກາະຫຼີເຊີນ
ເພື່ອຮັບໃຊ້ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ. ພາບ: ທົງທ້ຽນ/VNP
 
«
      ໂຄງການສະໜອງໄຟຟ້າ ຈາກລະບົບ ຕາໜ່າງ ໄຟຟ້າ ແຫ່ງຊາດ ໃຫ້ແກ່ ເມືອງ ເກາະ ຫຼີເຊີນ ມີຍອດເງິນລົງທຶນ 652 ຕື້ດົ່ງ. ຂອບຂະໜາດ ໂຄງການ ລວມມີ 2 ສ່ວນ: ຕອນສາຍກາບ 22 ກິໂລວົນ ຢູ່ບົນສູງ ຂຶ້ນກັບເມືອງ ບິ່ງເຊີນ ຍາວ 8,7 ກິໂລແມັດ ແລະ ໄດ້ເຊື່ອມຕໍ່ ເຂົ້າສະຖານີໝໍ້ແປງໄຟ 110 ກິໂລວົນ E 17 ຢຸງກວັດ, ແລະ ຕອນສາຍກາບ ຢູ່ໃຕ້ນຳ້ທະເລ ຈາກດິນ ຕໍ່ແຜ່ນ ອອກສູ່ ເກາະຫຼີເຊີນ ຍາວ 26,6 ກິໂລແມັດ. ເດີນຄຽງຄູ່ກັບ ກະແສໄຟຟ້າ ທະລຸຜ່ານທ້ອງທະເລ, ກຸ່ມບໍລິສັດໄຟຟ້າ ຫວຽດນາມ ໄດ້ແກ່ຕື່ມສາຍກາບໃຍແກ້ວ ອິນເຕີເນັສ ມີຄວາມໄວສູງ(high speed broadband) ແລະ ປະລິມານການ ສະໜອງຫຼາຍ(bandwidth) ເຖິງເກາະ ຫຼີເຊີນ ມາພ້ອມອີກດ້ວຍ.
»
ດັ່ງທີ່ຮູ້ແລ້ວວ່າ, ກິດຈະການດັ່ງກ່າວ ໄດ້ຮັບການປະຕິບັດດ້ວຍ ການຮ່ວມທຸລະກິດ ຂອງຜູ້ຮັບເໝົາສອງຄົນ ຖ໋າຍເຢືອງ-Prysimian. ບັນດານັກວິສະວະກອນ ແລະ ກຳມະກອນ ທີ່ເຂົ້າຮ່ວມກິດຈະການດັ່ງກ່າວ ລ້ວນແຕ່ເປັນຜູ້ຊຳນານງານ, ມາຈາກປະເທດຕ່າງໆ ທີ່ປະກອບດ້ວຍເກາະຄື: ອິນໂດເນເຊຍ ແລະ ຟີລິບປິນ.

ຢູ່ທີ່ນີ້, ຂ້າພະເຈົ້າໄດ້ພົບປະກັບ ອ້າຍ Ronald Dolocsaribu, ນັກວິສະວະກອນໄຟຟ້າ ຊາວອິນໂດເນເຊຍ. ລາວເປັນ ນັກຊ່ຽວຊານແຖວໜ້າ ຂອງ ອິນໂດ ເນເຊຍ ກ່ຽວກັບດ້ານ ວາງສາຍກາບຢູ່ໃຕ້ນ້ຳທະເລ ແລະ ລາວກໍເຄີຍເປັນ ຜູ້ເຂົ້າຮ່ວມໂດຍກົງ ໃນກິດຈະການ ວາງສາຍກາບຢູ່ທ້ອງທະເລ ຈາກດິນຕໍ່ແຜ່ນ ອອກສູ່ ເກາະ ໂກໂຕ ທີ່ຂຶ້ນກັບແຂວງກວ່າງນິງ ໃນກ່ອນໜ້ານີ້.

Ronald Dolocsaribu ສາມາດເວົ້າພາສາຫວຽດນາມ. ລາວ ເວົ້າດ້ວຍຄວາມຊື່ນບານວ່າ: “ຂ້ອຍໄດ້ຮັບຟັງຈາກແຫຼ່ງສື່ຕ່າງໆ ຂອງໂລກ ເວົ້າກ່ຽວກັບເກາະ ຫຼີເຊີນ ຢ່າງຫຼວງຫຼາຍ ແລະ ເລື່ອງລາວຕ່າງໆ ກ່ຽວກັບບັນດາວິລະຊົນຂອງກອງທະຫານເຮືອ ຢູ່ເກາະຫຼີເຊີນ ໃນຊຸມປີກ່ອນໆນີ້ ໄດ້ໃຊ້ເຮືອລຳນ້ອຍ ຜ່ານຜ່າຄື້ນຟອງ ທະເລ ອອກສູ່ໝູ່ເກາະ ຮວ່າງຊາ ເພື່ອຫາປາ, ທຳມາຫາກິນ ທັງປົກປັກຮັກສາ ອຳນາດອະທິປະໄຕ ຂອງ ປະເທດຊາດ ບ້ານເມືອງ. ດ້ວຍເຫດນັ້ນ, ຂ້ອຍໄດ້ມີ ຄວາມຮູ້ສຶກ ຢາກຮູ້ຢາກເຫັນ ທັງກະຕືລືລົ້ນ ເມື່ອຮັບໜ້າທີ່ ປະຕິບັດວຽກງານວາງສາຍກາບ ຢູ່ໃຕ້ທະເລ ອອກສູ່ໜ່ວຍເກາະທີ່ຕ່າງປະຫຼາດນີ້”.

ເມື່ອໂອ້ລົມກ່ຽວກັບວຽກງານວາງສາຍກາບດັ່ງກ່າວ, ລາວ ໃຫ້ຮູ້ວ່າ, ທ້າຍ ເດືອນກັນຍາ ແມ່ນໃກ້ຈະຮອດ ລະດູຝົນຕົກ, ລົມພາຍຸ, ທະເລມີຟອງໃຫຍ່ ຕະຫຼອດ ເວລາ, ດັ່ງນັ້ນ ປະຕິບັດ ວຽກງານກໍ່ສ້າງ ຍິ່ງໄກຝັ່ງທະເລ, ຄວາມເລິກກໍຍິ່ງເພີ່ມຂຶ້ນ ແລະ ພູມສັນຖານຢູ່ທ້ອງທະເລ ກໍຍິ່ງສັບສົນຂຶ້ນຕື່ມ. ທະເລ ບາງບ່ອນ ມີ ຄວາມເລິກ ເຖິງກວ່າ 100 ແມັດ ກໍ່ຄວາມຫຍຸ້ງຍາກ ທີ່ສຸດ ໃຫ້ແກ່ບັນດານັກດຳນ້ຳ ໃນການກຳນົດຈຸດທີ່ຕັ້ງຂອງ ສາຍກາບ. ແຕ່ວ່າ, ດ້ວຍຄວາມຕັດສິນໃຈ ຂອງ ບໍລິສັດຮ່ວມທຸລະກິດ ນັກຮັບເໝົາ ຖ໋າຍເຢືອງ-Prysimian ແລະ ຄວາມຊຳນານງານ ຂອງນັກວິສະວະກອນຊາວ ອິນໂດເນເຊຍ ຫຼາຍຄົນ, ດັ້ງນັ້ນວຽກງານ ໄດ້ຮັບການປະຕິບັດ ຖືກກັບແຜນການທີ່ວາງອອກ.

ຄະນະທີ່ບັນດາສາຍກາບແມັດທຳອິດ ຊູນຮອດເດີ່ນຫຍ້າ ຢູ່ເທິງເກາະຫຼີເຊີນແລ້ວ, ທ່ານ ຫງວຽນຮົ່ງຖ໋າຍ, ຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຸລະກິດນັກຮັບເໝົາ ຖ໋າຍເຢືອງ-Prysimian ຈຶ່ງຫັນໃຈລ່ວງ ບັນເທົາ ຄວາມເປັນຫ່ວງເປັນໃຍ. ທ່ານໃຫ້ຮູ້ວ່າ: “ຕາມແຜນການ, ຜູ້ຮັບເໝົາພວກຂ້ອຍ ຈະເຊື່ອມຕໍ່ໄຟຟ້າ ຢູ່ຫຼີເຊີນ ໃນທ້າຍເດືອນ ກັນຍາ, ກ່ອນລະດູຝົນຂອງປີນີ້. ມາຮອດຈຸດເວລານີ້, ພວກຂ້ອຍ ສາມາດແຈ້ງຂ່າວ ກັບນັກຂ່າວວ່າ, ກິດຈະການຕິດຕັ້ງສາຍກາບ ຢູ່ໃຕ້ນ້ຳທະເລ ອອກສູ່ເກາະຫຼີເຊີນ ໄດ້ສຳເລັດ 99% ແລ້ວ.

ຫຼີເຊີນ ພວມ ເຄື່ອນຍ້າຍ
1% ທີ່ຍັງເຫຼືອ ຄືດັ່ງຄຳເວົ້າຂອງທ່ານ ຫງວຽນຮົ່ງຖ໋າຍ ໄດ້ ສຳເລັດເສັດສິ້ນ ໃນເມື່ອວັນທີ 28 ກັນຍາແລ້ວ. ຕໍ່ໜ້າການເປັນ ສັກຂີພິຍານ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ, ບໍລິສັດໃຫຍ່ໄຟຟ້າ ພາກກາງ(EVNCPC-ເຈົ້າຂອງການລົງທຶນ) ປະສານສົມທົບກັບ ຄະນະກຳມະການປະຊາຊົນ ແຂວງ ກວ່າງຫງາຍ ໄດ້ຈັດພິທີເປີດນຳໃຊ້ ໂຄງການສະໜອງໄຟຟ້າ ໃຫ້ແກ່ເມືອງເກາະຫຼີເຊີນ ຜ່ານສາຍກາບ ຢູ່ ທ້ອງທະເລ ຢ່າງເປັນທາງການ.

“ໄຟຟ້າມາຮອດແລ້ວ” ແມ່ນສຳນວນຄຳສັບທີ່ປະຊາຊົນກວ່າ 2,2 ໝື່ນຄົນ ໃນເກາະຫຼີເຊີນ ໄດ້ກ່າວເຖິງຫຼາຍທີ່ສຸດໃນຊຸມມື້ນັ້ນ. ຊາວເກາະຕ່າງກໍດີອົກດີໃຈ ແລະ ໃຜກໍມີແຜນການສະເພາະ ຂອງເຂົາເຈົ້າເອງ. ທ່ານນາງ ຟ້າມທິເຮືອງ, ຮອງປະທານ ຄະນະກຳມະການປະຊາຊົນເມືອງເກາະຫຼີເຊີນ ໃຫ້ຮູ້ວ່າ: “ກ່ອນນີ້ໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດບໍ່ທັນມາ, ຊາວເກາະຫຼີເຊີນ ພວກຂ້າພະເຈົ້າ “ຂາດແຄນ” ຫຼາຍ ຢ່າງໄດ໋! ຊາວປະມົງ “ຂາດ” ບ່ອນປຸງແຕ່ງສິນໃນນ້ຳຂັ້ນຕົ້ນ, ຊາວກະສິກອນກໍ “ຂາດແຄນ” ນ້ຳ ແລະ ລະບົບຫົດນ້ຳໃຫ້ແກ່ຕົ້ນຜັກບົ່ວ, ຜັກທຽມ. ນັກຮຽນ “ຂາດ” ເຕັກໂນໂລຢີຂ່າວສານ, ພະນັກງານ ລັດຖະກອນ “ບໍ່ມີ” ອິນເຕີເນັສ ເພື່ອຮັບໃຊ້ການງານ. ສ່ວນປະຊາຊົນໝົດທຸກຄົນ ຂອງເມືອງເກາະກໍ “ຂາດ” ນ້ຳໃນລະດູແລ້ງ. ເລື່ອງໄຟຟ້າມາຮອດ ເໝືອນຄືວ່າ ພວກຂ້າພະເຈົ້າແກ້ໄດ້ບົດເລກ “ຂາດແຄນ” ຂອງເມືອງເກາະແລ້ວ”.

ທ່ານ ເຈີ່ນຟຸກຊິງ, ຫົວໜ້າຫ້ອງການສຶກສາ ແລະ ກໍ່ສ້າງ ເມືອງຫຼີເຊີນ ໃຫ້ຮູ້ວ່າ, ເລື່ອງຂາດໄຟຟ້າ ໄດ້ສ້າງຜົນສະທ້ອນ ເຖິງການສິດສອນ ແລະ ຮຳ່ຮຽນຂອງຄູສອນ ແລະ ນັກຮຽນ ຢ່າງຫຼວງຫຼາຍ, ພິເສດແມ່ນ ວິຊາເຕັກໂນໂລຢີຂ່າວສານ. ນັບແຕ່ ກ່ອນມາຮອດປັດຈຸບັນ, ນັກຮຽນຢູ່ເມືອງເກາະ ໄດ້ຮຽນແຕ່ ທິດສະດີ ຫາກບໍ່ໄດ້ປະຕິບັດຕົວຈິງຢູ່ໃນຄອມພິວເຕີ. ມາດຽວນີ້ ມີໄຟ້ຟ້າ ມາຈາກຕາໜ່າງໄຟຟ້າແຫ່ງຊາດແລ້ວ, ຂະແໜງການ ສຶກສາ ເມືອງຫຼີເຊີນ ຈະຜັນຂະຫຍາຍ ແລະ ໜູນໃຊ້ ເຕັກໂນໂລຢີຂ່າວສານໃນໂຮງຮຽນ ຢ່າງກວ້າງຂວາງ. 

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເຂົ້າຮ່ວມພິທີເປີດ ໂຄງການສະໜອງໄຟຟ້າ ຈາກລະບົບໄຟຟ້າແຫ່ງຊາດ ໃຫ້ແກ່ ເມືອງເກາະຫຼີເຊີນ
ຜ່ານສາຍກາບທະລຸຜ່ານທ້ອງທະເລ. ພາບ: ດັງເລີມ/VNA


ເກາະຫຼີເຊີນສະຫວ່າງສະໄຫວໃນແສງໂຄມໄຟ. ພາບ: ທົງທ້ຽນ/VNP


ກຳປັ່ນດ່ວນ ສົ່ງນັກທ່ອງທ່ຽວ ເຖິງເມືອງເກາະຫຼີເຊີນ. ພາບ: ທົງທ້ຽນ/VNP

ເຄື່ອງຈັກໄຟຟ້າໃຊ້ໃນຄອບຄົວຄື ໂທລະພາບ, ຕູ້ເຢັນ ແລະ ແອເຢັນ ໄດ້ຂົນສົ່ງ ຈາກດິນຕໍ່ແຜ່ນ ອອກເກາະຫຼີເຊີນ
ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ພາບ: ຫງອກຮ່າ/VNA


ຊາວເກາະຢູ່ ຫຼີເຊີນ ຊື້ພາຫະນະອຸປະກອນກ່ຽວກັບໄຟຟ້າມາ ເປັນຈຳນວນຫຼາຍ
ເພື່ອຮັບໃຊ້ໃນຊີວິດປະຈຳວັນ. ພາບ: ຫງອກຮ່າ/VNA


ນັບຕັ້ງແຕ່ເມື່ອມີໄຟຟ້າ, ຫຼີເຊີນໄດ້ມີການເຄື່ອນໄຫວລະຫຼິ້ນ ບັນເທີງຫຼາຍກວ່າ ໃນຍາມລາຕີ. ພາບ: ຫງອກຮ່າ/VNA

ສາຍໄຟຟ້າໄດ້ແກ່ດຶງເຖິງທ່າກຳປັ່ນ ອານຫາຍ ເພື່ອຮັບໃຊ້ ອາຊີບຫາປາຢູ່ໄກຝັ່ງທະເລ
ຂອງຊາວປະມົງ. ພາບ: ທົງທ້ຽນ/VNP


ຂະນະທີ່ແຂວງກວ່າງຫງາຍ ລົງທຶນ ແກ່ສາຍກາບໃຕ້ນ້ຳ ຈາກ ເກາະຫຼີເຊີນ ໄປຮອດເກາະ ແບ໋ ຊຶ່ງຫ່າງຈາກ ເກາະຫຼີເຊີນ 5 ກິໂລແມັດ,
ລາຄາຜະລິດນ້ຳຈືດຂອງ ໂຮງງານຜະລິດນ້ຳທະເລ ເປັນນ້ຳຈືດ ຈະໄດ້ຫຼຸດລົງຫຼາຍພໍຄວນ. ພາບ: ທົງທ້ຽນ/VNP


ເລື່ອງໄຟຟ້າມາ ໄດ້ຊ່ວຍ ສ້າງຄວາມສະດວກສະບາຍ ໃນການ ຫົດນ້ຳ ໃຫ້ແກ່ ຜັກບົ່ວ ແ
ລະ ຜັກທຽມ300 ເຮັກຕາ ຢູ່ເທິງເກາະ. ພາບ: ທົງທ້ຽນ/VNP


ເມື່ອໄດ້ເຊື່ອມຕໍ່ໄຟຟ້າ ຈາກ ຕາໜ່າງໄຟຟ້າແຫ່ງຊາດແລ້ວ, ລະບົບພື້ນຖານໂຄງລ່າງການຄົມມະນາຄົມຢູ່ເກາະຫຼີເຊີນ
ກໍຈະໄດ້ຮັບການລົງທຶນຢ່າງຄົບຊຸດ. ພາບ: ທົງທ້ຽນ/VNP
 
ທ້າຍມື້, ທ່ານຫວໍຫຽນລິນ ໄດ້ໂທເຂົ້າມືຖື ເຊີນພວກຂ້າພະເຈົ້າ ມາເຂົ້າຮ່ວມພິທີໜຶ່ງທີ່ສຳຄັນ ຢູ່ເຮືອນຂອງເພິ່ນເອງ. ທັງນີ້ກໍຍ້ອນວ່າ, ລາຕີວັນນີ້, ຄອບຄົວເພິ່ນມີພິທີ ໄຕ້ທູບທຽນຖະຫວາຍ ເຄື່ອງໄຊຍະທານ ຂຶ້ນສູ່ຫໍບູຊາ ຕະກູນ ຫວໍ ເພື່ອ ລາຍງານກັບບັນພະບຸລຸດ ຈະປະຕິບັດການເດີນທະເລ ພາຍຫຼັງ 27 ປີ ເຮັດອາຊີບຕິດເຄື່ອງຈັກກາຊວນ. ພໍ່ເຖົ້າລິນໄດ້ ເປີດ ຄວາມໃນໃຈອອກມາ ດ້ວຍຄວາມມ່ວນຊື່ນວ່າ: “ບັນພະບຸລຸດ ຂອງຕະກູນຂ້ອຍ ແມ່ນພໍ່ຕູ້ ຫວໍວັນຄ໋ຽດ-ຫົວໜ້າກອງທະຫານເຮືອ ຮວ່າງຊາ ປະຕິບັດຕາມຄຳສັ່ງຂອງລາຊະວັງ ນຳທະຫານເດີນທາງໄປປັກຫຼັກໝາຍ, ປົກປັກຮັກສາ ແລະ ຢືນຢັນອະທິປະໄຕ ຢູ່ເຂດໝູ່ເກາະຮວ່າງຊາ ໃນເມື່ອປີ 1786. ມາບັດນີ້, ໄຟຟ້າມາເຖິງເກາະແລ້ວ ຂ້ອຍກໍປະອາຊີບ ຕິດເຄື່ອງຈັກກາຊວນ ເພື່ອກັບຄືນມາປະກອບອາຊີບຫາປາ ຂອງປູ່ຍ່າຕາຍາຍ”.

ໃນເວລາຈັດພິທີຢູ່ຫໍບູຊາຂອງຕະກູນ ຫວໍ, ໂດຍບັງເອີນ, ພວກຂ້າພະເຈົ້າ ພົບປະກັບທ້າວ ຫວໍວັນອຸດ, ຫຼານຊາຍກົກຂອງປູ່ຍ່າ ຂອງຕະກູນ ຫວໍ ຢູ່ຫຼີເຊີນ ທີ່ຂ້າພະເຈົ້າເຄີຍມີໂອກາດເວົ້າລົມ ໃນເວລາອອກສູ່ ເກາະຫຼີເຊີນ ຄັ້ງກ່ອນ. ລົມກັນກ່ຽວກັບ ອາຊີບຫາປາ, ທ້າວອຸດໄດ້ເວົ້າວ່າ: “ໄຟຟ້າມາຮອດແລ້ວ, ຊາວປະມົງ ຄືພວກຂ້ອຍ ສະໜຸກສະໜານໃຈຫຼາຍ. ມາບັດນີ້ ບໍ່ຕ້ອງເປັນຫ່ວງ ກັບເລື່ອງຂາດໄຟຟ້າ ເພື່ອສາກ ເຂົ້າໝໍ້ໄຟ ສຳຮອງ, ກໍບໍ່ຕ້ອງ ເປັນຫ່ວງກັບເລື່ອງ ສິນທະເລຖືກຕົກລາຄາ ຫຼືກົດລາຄາ ຍ້ອນ ຂາດເງື່ອນໄຂຮັກສາ. ດີກວ່າໝູ່ນັ້ນແມ່ນ ລາຄານ້ຳກ້ອນ ຊຶ່ງເປັນ ວັດຖຸດິບທີ່ສຳຄັນແຖວໜ້າ ເພື່ອການ ຮັກສາປາ ໄດ້ ຫຼຸດລົງຍັງພຽງ 1/3 ເມື່ອທຽບກັບອະດີດ”.

ດັ່ງທີ່ຮູ້ແລ້ວວ່າ, ໃນກ່ອນນີ້, ນ້ຳກ້ອນທ່ອນໜຶ່ງ ເພື່ອການຮັກສາສິນທະເລ ຢູ່ເທິງເຮືອຫາປາ ໃນຕະຫຼອດຫຼາຍວັນ ໄດ້ຂາຍຢູ່ເກາະ ຫຼີເຊີນ ດ້ວຍລາຄາ 30.000 ດົ່ງ. ນັບຕັ້ງແຕ່ເມື່ອໄຟຟ້າ ໄດ້ສະໜອງເຖິງເກາະ ແລະ ມີໂຮງງານນ້ຳແຂງໄດ້ຮັບການກໍ່ສ້າງ, ລາຄາຂາຍນ້ຳກ້ອນຍັງພຽງ 8.000 ດົ່ງ. ສິ່ງດັ່ງກ່າວ ໄດ້ເຮັດໃຫ້ ລາຍຈ່າຍ ໃຫ້ແກ່ກຳປັ່ນ ທີ່ມີກຳລັງການຜະລິດສູງ ກວ່າ 400 ລຳ ຂອງເມືອງເກາະ ລົດລົງ ຫຼາຍພໍຄວນ, ປະກອບສ່ວນເພີ່ມລາຍຮັບ ໃຫ້ແກ່ພໍ່ແມ່ຊາວປະມົງ.

ເລື່ອງລາວກ່ຽວກັບໄຟຟ້າທີ່ຫໍບູຊາ ຕະກູນ ຫວໍ ໄດ້ຕໍ່ເນື່ອງກັນ ໃນເມື່ອ ທ່ານນາງ ລືວທິບິ່ງ, ເມຍຂອງ ທ່ານ ຫວໍຫຽນລິນ ເວົ້າຢອກເຍີ້ຍວ່າ: “ຢ່າສູ່ຄິດວ່າເລື່ອງມີໄຟຟ້າແລ້ວ ຊິມີແຕ່ ພວກເຈົ້າໄດ້ຜົນປະໂຫຍດ ຜູ້ດຽວເທົ່ານັ້ນເດີ້, ມັນກໍຊ່ວຍໃຫ້ຫຼຸດຜ່ອນ ຄວາມລຳບາກ ໃນການປູກຜັກບົ່ວ, ຜັກທຽມ ຂອງຊຸມຜູ້ຍິງ ພວກຂ້ອຍຢ່າງຫຼວງຫຼາຍໄດ໋”. ລາວກໍອວດຕື່ມອີກວ່າ, ນັບແຕ່ ເມື່ອໄຟຟ້າມາຮອດ, ຄອບຄົວຂອງລາວ ໄດ້ຊື້ລະບົບເຄື່ອງຈັກ ຫົດນ້ຳ ໂດຍອັດຕະໂນມັດມາ ເພື່ອຮັບໃຊ້ໃຫ້ແກ່ການປູກຜັກບົ່ວ ແລະ ຜັກທຽມ.

ໄຟຟ້າມາເຖິງເກາະຫຼີເຊີນ ໄດ້ຊ່ວຍຮັບປະກັນເງື່ອນໄຂຫົດນ້ຳ ໃຫ້ແກ່ ກວ່າ ຜັກບ່ົວ, ຜັກທຽມ 300 ເຮັກຕາ ແລະ ອົບແຫ້ງ ພາຍຫຼັງການເກັບກ່ຽວ ຊຶ່ງຊຸກຍູ້ການຂະຫຍາຍຕົວ ຂອງອາຊີບປູກ ຜັກບົ່ວ, ຜັກທຽມ ທີ່ເຄີຍຂຶ້ນຊື່ລືສຽງໃນທົ່ວປະເທດ.

ມື້ຕໍ່ມາ, ຂະນະທີ່ຂ້າພະເຈົ້າພວມກຽມເຄື່ອງກຽມຂອງ ເພື່ອ ລາຈາກ ເກາະຫຼີເຊີນ ພາຍຫຼັງໄດ້ສຳເລັດວຽກງານ, ທ່ານ ຫງວຽນເຖີ໋ຍ, ເຈົ້າຂອງບ້ານພັກ ບິ່ງອຽນ(ສະຫງົບສຸກ) ຢູ່ບ້ານ ໄຕ, ຕາແສງອານຫວີງ ໄດ້ປະກາດ ກັບຂ້າພະເຈົ້າ ດ້ວຍໃບໜ້າ ຊື່ນບານວ່າ: “ເນື່ອງໃນໂອກາດໄຟຟ້າໄດ້ມາເຖິງເກາະ, ຂ້ອຍຫຼຸດ 1/3 ລາຄາເຊົ່າບ້ານພັກ ໃຫ້ແກ່ນັກຂ່າວ ທີ່ເປັນຂາປະຈຳເດີ!”. ທ່ານ ເຖີ໋ຍ ກໍໃຫ້ຮູ້ຕື່ມອີກວ່າ, ໃນ ບໍ່ດົນນີ້, ບ້ານພັກຂອງລາວ ຈະໄດ້ຍົກລະດັບເປັນໂຮງແຮມ ກັບບັນດາເຄື່ອງໃຊ້ທີ່ສະດວກ ຢ່າງຄົບຊຸດຄື: ແອເຢັນ, ເຄື່ອງຈັກເຮັດຄວາມຮ້ອນແລະ wifi ໂດຍບໍ່ຄິດຄ່າ.

ເລື່ອງລົມກັນກັບລາວ ເຮັດໃຫ້ຂ້າພະເຈົ້ານຶກເຖິງ ການ ສົນທະນາກັບ ທ່ານນາງ ຫງວຽນທິເຮືອງ, ຮອງເຈົ້າເມືອງ. ທ່ານນາງເຮືອງໃຫ້ຮູ້ວ່າ: ຫຼັງຈາກໄຟຟ້າມາເຖິງເກາະ, ໄດ້ມີ ວິສາຫະກິດທ່ອງທ່ຽວຫຼາຍແຫ່ງ ຕິດຕໍ່ ຂໍມາລົງທຶນຢູ່ເມືອງເກາະ ຫຼີເຊີນ. ໃນໄລຍະຈະມາເຖິງ, ເກາະຈະມີໂຮງແຮມ, ເຂດ ທ່ອງທ່ຽວອີກຫຼາຍແຫ່ງ ເພື່ອຮັບໃຊ້ການບໍລິການທ່ອງທ່ຽວ ແບບອາຊີບຍິ່ງກວ່າອີກ. ຄາດວ່າ, ທ້າຍປີ 2014 ນີ້, ເກາະຈະມີ ໂຮງແຮມ 3 ດາວ ອີກ 2 ແຫ່ງໄດ້ຮັບການກໍ່ສ້າງສຳເລັດ ເພື່ອການບໍລິການ ແຂກທ່ອງທ່ຽວ.

ກັບຄືນມາຮ່າໂນ້ຍ ໃນຂະນະທີ່ຖະໜົນຫົນທາງ ນະຄອນຫຼວງ ສະຫວ່າງສະໄຫວ ສີສັນຂອງແສງໂຄມໄຟ, ດອກໄມ້ ແລະ ທຸງຊາດ ກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງວັນປົດປ່ອຍ ນະຄອນຫຼວງ ຄົບຮອບ 60 ປີ, ພາໃຫ້ຂ້າພະເຈົ້າເຕື້ອງເຖິງ ບັນຍາກາດ ອັນຄຶກຄັກ ຂະມັກຂະເມັ້ນຢູ່ ຫຼີເຊີນ. ຢູ່ທີ່ນັ້ນ, ຊີວິດໃໝ່ທີ່ປ່ຽມລົ້ນໄປດ້ວຍພະລັງແຮງ ທີ່ພວມປຸກຕື່ນຂຶ້ນ, ໝັ້ນໝາຍອານາຄົດໜຶ່ງທີ່ໃສແຈ້ງ ຢູ່ເຂດດິນຕຳລັບ ຂອງບັນດາ ວິລະຊົນ ກອງທະຫານເຮືອຮວ່າງຊາ.
ບົດ: ທົງທ້ຽນ - ພາບ: ທົງທ້ຽນ, ດັງເລີມ ແລະ ຫງອກຮ່າ
ບັນດາບົດທີ່ຖືກນຳສະເໜີ