27/01/2017 00:01 GMT+7 Email Print Like 0

ໄກ່ໂຮ່ ບ້ານ ລາກໂຖ

ບ້ານ ລາກໂຖ ຂຶ້ນກັບເທດສະບານ ໂຮ່, ເມືອງ ຖ້ວນແທ່ງ, ແຂວງ ບັກໜິງ ເປັນສະຖານທີ່ມີຊື່ສຽງໃນການລ້ຽວໄກ່ໂຮ່. ໃນສະໄໝສັກດີນາ, ໄກ່ໂຮ່ ໄດ້ເລືອກເຟັ້ນເປັນເຄື່ອງ ຖະຫວາຍໃຫ້ແກ່ເຈົ້າຊີວິດ. ປະຈຸບັນ, ການຄູນເຊື້ອ ແລະ ແຜ່ຂະຫຍາຍການລ້ຽງໄກ່ໂຮ່ ຢູ່ບ້ານ ລາກໂຖ ໄດ້ນຳ ປະສິດທິຜົນດ້ານເສດຖະກິດສູງມາໃຫ້ແກ່ຊາວທ້ອງຖິ່ນ. 
ຢູ່ ລາກໂຖ, ຊາວບ້ານໄດ້ຖືໄກ່ໂຮ່ ເປັນສັດປະເພດໜຶ່ງ ທີ່ສັກສິດຂອງບ້ານ. ໃນໄລຍະງານບຸນ ຫຼື ປີໃໝ່, ໄກ່ໂຮ່ ເປັນເຄື່ອງຖະຫວາຍທີ່ຂາດບໍ່ໄດ້ເທິງພາເຂົ້າຂອງ ແຕ່ລະຄອບຄົວ.
ກວ່າ 600 ປີຜ່ານມາ, ໄກ່ໂຮ່ ໄດ້ມີຊື່ສຽງໂດງດັ່ງທົ່ວບັນດາແຂວງພາກເໜືອ ຍ້ອນມັນມີຫຼາຍລັກສະນະທີ່ໂດດເດັ່ນ ເຊິ່ງໄກ່ປະເພດຕ່າງໆ ບໍ່ມີຄື: ຮູບຊົງສູງ, ຫົວໃຫຍ່, ໜັງຄໍ ມີສີແດງ, ປີກມີຮູບເປືອກຫອຍກວ້າງ, ເກັດຕີນມີສີຂາວ, ຫຼັງຍາວ, ຂົນຫາງແໜ້ນໜາດີ…
 
ພິເສດ, ຕາມທ່ານ ຫງວຽນດັງຈຸງ, ປະທານສະໂມສອນໄກ່ ໂຮ່ ລາກໂຖ໋ ແລ້ວ, ໄກ່ໂຮ່ ມີຄ່າທີ່ສຸດແມ່ນມີຊຸດຂົນສີດຳ ຫຼື ສີໝາກໝັ້ນສຸກ. ນອກຈາກນັ້ນ, ໄກ່ໂຮ່ ຍ່າງແບບມີທາມີພູມ, ສຽງຂັນກ້ອງສະໜັ່ນ, ເນື້ອຊີ້ນຫອມແຊບ, ດີຕໍ່ສຸຂະພາບ. ເພາະສະນັ້ນ, ແຕ່ໃດໆ ມາ, ໄກ່ໂຮ່ ໄດ້ຖືເປັນສັນຍາລັກຂອງຜູ້ສຸພາບບຸລຸດ.



ປີ 2010, ໂຄງການກອງທຶນສິ່ງແວດລ້ອມໂລກ - ແຜນການສິ່ງແວດລ້ອມສະຫະປະຊາຊາດ-ສະຖາບັນຄົ້ນຄວ້າ
ການລ້ຽງສັດສາກົນ (GEF-UNEP-ILRI) ໄດ້ມີການສຳຫຼວດກວດກາ ແລະ ຊ່ວຍເຫຼືອ ສະໂມສອນໄກ່ໂຮ່ ລາກໂຖ
ໃນດ້ານເຕັກນິກ, ລະບົບລ້ຽງ
ໄກ່ຕາມມາດຕະຖານ ເພື່ອປົກປັກຮັກສາປະເພດ ໄກ່ໂຮ່ ລາກໂຖ. 



ປີ 2012, ມະຫາວິທະຍາໄລກະສີກຳ 1 ຮ່າໂນ້ຍ ກໍ່ໄດ້ ຜັນຂະຫຍາຍໂຄງການພັດທະນາ ແລະ ປົກປັກຮັກສາ
ປະເພດໄກ່ໂຮ່, ມີການຊ່ວຍເຫຼືອກໍ່ສ້າງລະບົບລ້ຽງໄກ່ ໃຫ້ແກ່ບັນດາຄອບຄົວຜູ້ລ້ຽງໄກ່ໂຮ່ ລາກໂຖ.



ການຄູນເຊື້ອໄກ່ໂຮ່ ຕ້ອງຜ່ານຜ່າຫຼາຍຂັ້ນຕອນ ແລະ ຮຽກຮ້ອງໃຫ້ຜູ້ລ້ຽງໄກ່ ຕ້ອງມີການຕິດຕາມຢ່າງ ລະມັດລະວັງ. 


ລົກໄກ່ລ້ຽງໄກ່ນ້ອຍ ຕ້ອງໄດ້ຈັດຢູ່ບ່ອນສູງ, ສະອາດ, ມີຄວາມປອດໂປ່ງໃນລະດູຮ້ອນ ແລະ ອົບອຸ່ນໃນລະດູ ໜາວ.


ອາຫານຂອງໄກ່ໂຮ່ ກໍ່ຕ້ອງມີການຄັດເລືອກຢ່າງລະອຽດ,
ສ່ວນຫຼາຍຈະແມ່ນເຂົ້າເປືອກ, ສາລີ, ຮຳເຂົ້າ, ຜັກ… ຫ້າມບໍ່ໄດ້ນຳໃຊ້ອາຫານອຸດສາຫະກຳຢ່າງເດັດຂາດ.



ໄກ່ໂຮ່ ໄດ້ລ້ຽງຢູ່ໃນສວນ, ພາຍໃຕ້ຮົ່ມໄມ້ເພື່ອຫຼີກລ້ຽງແດດຝົນ. 


ປີກໄກ່ມີຮູບເປືອກຫອຍກວ້າງ ແລະ ຂົນຫາງໜາແໜ້ນຄື
ສຸ່ມແມ່ນສັນຍາລັກພິເສດຂອງໄກ່ໄຮ່ ລາກໂຖ. 



ເພື່ອຕ້ານພະຍາດໃຫ້ໄກ່ໂຮ່, ຜູ້ລ້ຽງໄກ່ ຕ້ອງມີວິທີກັນຕ້ານ
ພະຍາດ ແລະ ສັກຢາຖືກຕາມກຳນົດເວລາ. 



ໄກ່ໂຮ່ ໄດ້ມີຊື່ສຽງໂດງດັ່ງທົ່ວບັນດາແຂວງພາກເໜືອ ຍ້ອນມັນມີຫຼາຍລັກສະນະທີ່ໂດດເດັ່ນ ເຊິ່ງໄກ່ປະເພດ ຕ່າງໆ ບໍ່ມີຄື:
ຮູບຊົງສູງ, ຫົວໃຫຍ່, ໜັງຄໍ ມີສີແດງ, ປີກມີຮູບເປືອກຫອຍກວ້າງ, ເກັດຕີນມີສີຂາວ, ຫຼັງຍາວ, ຂົນຫາງແໜ້ນໜາດີ…



ໄກ່ຜູ້ຈະໄດ້ຂາຍອອກ ຫຼັງຈາກໄດ້ລ້ຽງໃນເວລາ 12-13 ເດືອນ, ມີນຳ້ໜັ້ກປະມານ 5-6 ກິໂລກຣາມ,
ດ້ວຍລາຄາ 500.000-600.000 ດົ່ງຕໍ່ກິໂລກຣາມໜຶ່ງ. 



ອາຊີບລ້ຽງ ໄກ່ໂຮ່ ຢູ່ບ້ານ ລາກໂຖ ໄດ້ຮັກສາມາໄດ້ກວ່າ 600 ປີແລ້ວ, ການລ້ຽງໄກ່ໂຮ່ ໄດ້ຖືວ່າ
ເປັນທິດທາງ ພັດທະນາດ້ານເສດຖະກິດທີ່ນຳລາຍຮັບສູງມາໃຫ້ແກ່ຊາວ
ບ້ານ ລາກໂຖ.

ເທດສະບານ ໂຮ່ ໄດ້ສຳເລັດການລົງທະບຽນເຄື່ອງໝາຍ
ການຄ້າ ໄກ່ໂຮ່ ລາກໂຖ ເມື່ອຕົ້ນປີ 2016, ພ້ອມນັ້ນ ຈະຕິດສະແຕມໃຫ້ໄກ່ໂຮ່ແຕ່ລະໂຕ ກ່ອນທີ່ຈະຂາຍໃຫ້ລູກຄ້າ, ປະກອບສ່ວນປົກປ້ອງເຄື່ອງໝາຍການຄ້າ ໄກ່ໂຮ່ ລາກໂຖ. 
ມາຍັງບ້ານ ລາກໂຖ ໃນໄລຍະທ້າຍປີ, ພວກຂ້າພະເຈົ້າໄດ້ເຫັນກັບຕາບັນຍາກາດທີ່ຟົດຟື້ນເພື່ອກະກຽມໃຫ້ປີໃໝ່ປີລະກາ 2017 ຂອງຊາວບ້ານ ລາກໂຖ. ທ່ານ ຫງວຽນດັງຈຸງໃຫ້ຮູ້ວ່າ ປະຈຸບັນ, ທົ່ວບ້ານ ລາກໂຖ ມີປະຊາຊົນກວ່າ 100 ຄອບຄົວໄດ້ທຳອາຊີບລ້ຽງໄກ່ໂຮ່ ດ້ວຍຈຳນວນ ທັງໝົດ 1.500-2.000 ໂຕ.​ ອ້າຍ ຫງວຽນວັນເຈື່ອງ, ຜູ້ລ້ຽງໄກ່ໂຮ່ ຢູ່ບ້ານ ລາກໂຖ ໃຫ້ຮູ້ວ່າ: “ໄກ່ໂຮ່ ໄດ້ປ່ອຍລ້ຽງຢູ່ ໃນສວນ, ອາຫານສ່ວນຫຼາຍຈະແມ່ນເຂົ້າເປືອກ, ສາລີ, ຮຳເຂົ້າ, ຜັກ…ຫ້າມບໍ່ໄດ້ນຳໃຊ້ອາຫານອຸດສາຫະກຳ ຢ່າງເດັດຂາດ. ເພາະສະນັ້ນ, ເນື້ອຊີ້ນໄກ່ຈຶ່ງແໜ້ນ, ຫວານ ແລະ ຫອມແຊບ”.
 
ຄຽງຂ້າງນັ້ນ, ລະບົບລົກລ້ຽງໄກ່ໂຮ່ ກໍ່ໄດ້ຊາວບ້ານກໍ່ສ້າງຕາມແບບວິທະຍາສາດ. ລົກໄກ່ມີຄວາມສະອາດ, ສູງແຕ່2,5-3,5 ແມັດ, ພື້ນລົກສູງປະມານ 30-50 ຊັງຕີແມັດ ເພື່ອຮັກສາຄວາມອຸ່ນໃນລະດູໜາວ ແລະ ຄວາມປອດໂປ່ງ ໃນລະດູຮ້ອນ.. ນອກຈາກນັ້ນ, ໃນລົກໄກ່ກໍ່ໄດ້ຕິດຕັ້ງ ລະບົບດອກໄຟເພື່ອໃຫ້ໄກ່ນ້ອຍຝີງໄຟໃນຍາມໜາວ. ໄກ່ໂຮ່ ມີຄ່າແຕ່ຜະລິດຜົນບໍ່ສູງ, ຍ້ອນມັນຕີນສູງຟັກໄຂ່ ບໍ່ໄດ້, ເພາະສະນັ້ນ ຜູ້ລ້ຽງໄກ່ຕ້ອງຕິດຕັ້ງຈັກຟັກໄຂ່.​ ການປະສົມພັນໃຫ້ໄກ່ໂຮ່ ໄດ້ປະຕິບັດຕາມວິທີມູນເຊື້ອ, ແມ່ນໃຫ້ປະສົມພັນລະຫວ່າງໄກ່ຜູ້ ແລະ ໄກ່ແມ່ ລະຫວ່າງ ບັນດາຄອບຄົວລ້ຽງໄກ່ຢູ່ໃນບ້ານ.
 
ເປັນປະເພດດໄກ່ທີ່ມີຄ່າ, ໄດ້ນຳໃຊ້ໃຫ້ເປັນຂອງຕ້ອນ ຂອງຂວັນ, ເປັນສັນຍາລັກຂອງຄວາມອຸດົມສົມບູນ, ຄວາມຮັ່ງມີ. ທ່ານ ຫງວຽນດັງຈຸງ ໃຫ້ຮູ້ວ່າ: “ຈຳນວນ ໄກ່ໂຮ່ ບໍ່ພໍເພື່ອຮັບໃຊ້ໃຫ້ແກ່ຕະຫຼາດພາຍໃນປະເທດ ໃນໄລຍະປີໃໝ່.



ທ້າຍປີ 2016, ບ້ານ ລາກໂຖ ຈຳໜ່າຍໄກ່ໂຮ່ກວ່າ 2.000 ໂຕອອກສູ່ຕະຫຼາດເພື່ອຮັບໃຊ້ປີໃໝ່ປີລະກາ 2017 ດ້ວຍລາຄາແຕ່ 500.000-600.000 ດົ່ງຕໍ່ກິໂລກຣາມໜຶ່ງ.

 
ບົດ: ທຸກຮ່ຽນ - ພາບ: ແຄງລອງ
ບັນດາບົດທີ່ຖືກນຳສະເໜີ