25/08/2017 00:01 GMT+7 Email Print Like 0

ແຟຊັ່ນແບບທັນສະໄໝໃນຊຸດອາພອນປະຈຳເຜົ່າ ຂອງຊາວເຜົ່າ ລື້

ບໍ່ພຽງແຕ່ໄດ້ຮູ້ເຖິງຜ່ານຈຸດພິເສດຂອງສະຖາປັດຕະຍາກຳເຮືອນຮ້ານທີ່ມີ 2 ເຮືອນຄົວເທົ່ານັ້ນ, ຊາວເຜົ່າ ລື້ ຍັງໄດ້ຮູ້ເຖິງຜ່ານຊຸດອາພອນປະຈຳເຜົ່າທີ່ໄດ້ອອກແບບທັນສະໄໝອີກດ້ວຍ.
ຊີວິດການເປັນຢູ່ແບບງ່າຍດາຍແຕ່ລະອຽດ, ນີ້ແມ່ນຄວາມຮູ້ສຶກຂອງພວກຂ້າພະເຈົ້າເມື່ອມາຢາມບ້ານຊາວເຜົ່າ ລື້ ທີ່ເມືອງ ຕາມເດື່ອງ ແລະ ສີນໂຮ່ ຂຶ້ນກັບແຂວງ ລາຍເຈົາ.
  
ໃນເຮືອນຂອງຊາວເຜົ່າ ລື້ ລ້ວນແຕ່ມີກີ່ຕຳ່ຫູກ ແລະ ບັນດາເຄື່ອງມືທີ່ຮັບໃຊ້ໃຫ້ການຕຳ່ແຜ່ນຕັດຫຍິບ. ແມ່ຍິງຢູ່ທີ່ນີ້ ຜູ້ໃດກໍ່ຮູ້ຈັກກັບຂັ້ນຕອນການຜະລິດຊຸດອາພອນປະຈຳເຜົ່າແບບຄົບວົງຈອນ, ແຕ່ການປູກຕົ້ນຝ້າຍ, ຝັ້ນເສັ້ນຝ້າຍ, ຍ້ອມສີ, ປັກແສ່ວ ເຖິງການຕັດຫຍິບ. ຊາວເຜົ່າ ລື້ ຕີລາຄາ ບົດບາດຂອງແມ່ຍິງໃນຄອບຄົວ ຫຼື ໃນບ້ານ ຜ່ານຄຸນນະພາບຂອງ ບັນດາຜະລິດຕະພັນຕຳ່ແຜ່ນຕັດຫຍິບທີ່ຜູ້ຍິງຄົນນັ້ນ ຜະລິດອອກ.
 
ແພຄຽນຫົວຂອງແມ່ຍິງຊາວເຜົ່າ ລື້ ມີສີດຳ, ຍາວປະມານ 40 ຊມ, ກວ້າງ 30 ຊມ, ໄດ້ຕົບແຕ່ງດ້ວຍລາຍເສັ້ນສີຂາວ 18 ລາຍທີ່ມີຂະໜາດໃຫຍ່ນ້ອຍແຕກຕ່າງກັນ.
 
ເຂົາເຈົ້າມັກພັບແພຄຽນຫົວເປັນ 4 ປ່ຽງຕາມລວງຍາວ, ຄຽນຫຼາຍຮອບຕາມເກົ້າຜົມ. ການຖືແພຄຽນຫົວບໍ່ພຽງແຕ່ເພື່ອຄວາມງາມເທົ່ານັ້ນ, ຫາກຍັງຊ່ວຍຮັກສາເກົ້າຜົມໃຫ້ລະບຽບຮ້ຽບຮ້ອຍ ແລະ ສະດວກ ສະບາຍໃນການເຮັດວຽກປະຈຳວັນອີກດ້ວຍ. 


ໃນເຮືອນຂອງຊາວເຜົ່າ ລື້ ລ້ວນແຕ່ມີກີ່ຕຳ່ຫູກ ແລະ ແມ່ຍິງຜູ້ໃດກໍ່ຮູ້ຕຳ່ແຜ່ນຕັດຫຍິບ. 


ການຕຳ່ແຜ່ນຕັດຫຍິບ ໄດ້ແມ່ຍິງຊາວເຜົ່າ ລື້ ຖືເປັນສິ່ງສຳຄັນ
ຍ້ອນນີ້ ເປັນໜຶ່ງໃນບັນດາມາດຕະຖານເພື່ອຕີລາຄາແມ່ຍິງຢູ່ທີ່ນີ້.



ແມ່ຍິງຊາວເຜົ່າ ລື້ ສອງເຊັ່ນຄົນໃນຊຸດອາພອນປະຈຳເຜົ່າແບບ ທັນສະໄໝ


ຈຸດທີ່ສັງເກດ ແລະ ຈຳແນກແມ່ຍິງຊາວເຜົ່າ ລື້ ກັບແມ່ຍິງເຜົ່າຕ່າງໆ ໄດ້ງ່າຍ ແມ່ນແພຄຽນຫົວ.
ແພຄຽນຫົວນີ້ ມີເສັ້ນໄໝສີຂາວ, ພື້ນສີຄາມ, ເໝາະສົມກັບເສື້ອ ແລະ ສິ້ນ.



ເກົ້າຜົມຂອງແມ່ຍິງຊາວເຜົ່າ ລື້ ໄດ້ຫຸ້ມຫໍ່ດ້ວຍແພຄຽນຫົວມີສີຄາມ, ໄດ້ຄຽນຫງ່ຽງໄປສູ່ເບື້ອງຊ້າຍ.


ນອກຈາກບັນດາລວດລາຍສະຫງ່າລາສີທີ່ໄດ້ຕຳ່ຢູ່ເທິງເສື້ອ, ຊາວເຜົ່າ ລື້ ຍັງຕິດໝາກຕຸ້ມໃສ່ເສື້ອອີກດ້ວຍ.


ຍອຍຜ້າຢູ່ເທິງແພຄຽນຫົວ ໄດ້ເຮັດໃຫ້ຊຸດອາພອນປະຈຳເຜົ່າມີຄວາມສະຫງ່າລາສີກວ່າ.


ຕຸ້ມຫູມີສີສັນຄືກັບຍອຍຜ້າຢູ່ເທິງແພຄຽນຫົວ.


ແມ່ຍິງຊາວເຜົ່າ ລື້ ມັກຖືສາຍໃສ່ກະແຈໃນເວລາທີ່ສຳຄັນ. 


ເຈົ້າບ່າວ, ເຈົ້າສາວໃນຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ລື້. 


ແມ່ຍິງຊາວເຜົ່າ ລື້ ໃນຊຸດອາພອນປະຈຳເຜົ່າ ທີ່ບ້ານ ຮອນ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ. 

ຈຸດເດັ່ນໃນຊຸດອາພອນປະຈຳເຜົ່າຂອງແມ່ຍິງຊາວເຜົ່າ ລື້ ແມ່ນເສື້ອໄດ້ຕັດຫຍິບຕາມຮູບກ້າງຫວີດ້ວຍຜ້າ 6 ປ່ຽງແປະໃສ່ກັນ ເພື່ອສ້າງຄວາມສະດວກສະບາຍໃນເວລານຸ່ງ.
  
ສິ້ນໄດ້ຕັດຫຍິບຕາມຮູບທໍ່ດ້ວຍຜ້າ 3 ປ່ຽງແປະໃສ່ກັນ ແລະ ໄດ້ແບ່ງເປັນ 3 ສ່ວນແມ່ນຫົວ, ພື້ນ ແລະ ຕີນສິ້ນ.  
 
ພື້ນສິ້ນໄດ້ຫຍິບຕິດກັບຕີນສິ້ນພ້ອມກັບລາຍດອກມີຮູບໝາກຍາງ. ຕີນສິ້ນໄດ້ຕຳ່ດ້ວຍເສັ້ນຝ້າຍທີ່ຍ້ອມສີດຳ.
  
ເພື່ອສ້າງຄວາມສວຍງາມ ແລະ ອ່ອນນຸ້ມລະຫວ່າງເສື້ອ ແລະ ສິ້ນ, ແມ່ຍິງຊາວເຜົ່າ ລື້ ໄດ້ເອົາຜ້າສີຂາວເຮັດເປັນສາຍຮັດແອວ. ເຂົາເຈົ້າຍັງຖືສາຍຄໍຄືເຄື່ອງຕົບແຕ່ງສຳຮອງໜຶ່ງ ເພື່ອເຮັດໃຫ້ຊຸດອາພອນປະຈຳເຜົ່າມີຈຸດພິເສດສະເພາະ.
 
ເຄື່ອງນຸ່ງຂອງຜູ້ຊາຍຊາວເຜົ່າ ລື້ ມີຄວາມງ່າຍດາຍກວ່າ, ໂສ້ງໄດ້ແສ່ວລາຍດອກ, ເສື້ອຈີກຢູ່ໜ້າອົກ ແລະ ຫົວຖືແພຄຽນຫົວສີດຳ.
 
ຕາມພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ລາຍເຈົາ, ແຂວງ ໄດ້ເລືອກເອົາອາຊີບຕຳ່ແຜ່ນຂອງຊົນເຜົ່າ ລື້ ເພື່ອກໍ່ສ້າງເປັນຜະລິດ ຕະພັນທ່ອງທ່ຽວ,ແນໃສ່ເພີ່ມຄວາມຈັບໃຈ ແລະ ຄວາມແກ່ງແຍ້ງກັນໃຫ້ແກ່ຂະແໜງການທ່ອງທ່ຽວຂອງແຂວງ ລາຍເຈົາ. 



ຊົນເຜົ່າ ລື້:
ຊື່ອື່ນ: ລື້, ຫຍ່ວນ, ຢ່ວນ.
ພົນລະເມືອງ: 4.964 ຄົນ (ປີ 2009).
ທີ່ຢູ່ອາໄສ: ເມືອງ ຕາມເດື່ອງ ແລະ ສີນໂຮ່, ແຂວງ ລາຍເຈົາ.
ພາສາ: ນຳໃຊ້ພາໄສ ໄຕ່-ໄທ
ວັດທະນະທຳ: ມິຄວາມນິຍົມກັບນິທານ, ກາບກອນ, ສຸພາສິດ, ຂັບລຳພື້ນເມືອງ.
ເຄື່ອງເສັບດົນຕີ: ຂຸ່ຍທຸກຊະນິດ.
ເສດຖະກິດ: ເຮັດໄຮ່, ເຮັດນາ, ປູກສາລີ, ມັນເຜືອກ, ມັນຕົ້ນ.
ສ່ວນຫຼາຍແມ່ນກິນເຂົ້າໜຽວ, ມັກກິນໝາກເຜັດ, ດື່ມນຳ້ຊາ.
(ແຫຼ່ງຄັດຈາກ: ກົມໃຫຍ່ທ່ອງທ່ຽວ)

 
ບົດ: ເງິນຮ່າ-ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ