10/03/2017 00:01 GMT+7 Email Print Like 0

“ເລື່ອງຄອບຄົວ” ຂອງ ຫງວຽນຕວັນຢຸງ

ນັກແຕ້ມໜຸ່ມ ຫງວຽນຕວັນຢຸງ, ເກີດປີ 1990, ບ້ານເກີດຢູ່ ແທງຮວາ ໄດ້ນຳຄວາມສະເທືອນໃຈມາໃຫ້ແກ່ ບັນດາທ່ານ ຜູ້ຊົມຜ່ານຊຸດສະສົມພາບແຕ້ມ “ເລື່ອງລາວຂອງຂ້ອຍ”.
ພາບແຕ້ມ 15 ແຜ່ນຂອງ ຢຸງ ທີ່ແຕ້ມດ້ວຍວັດຖຸທາດ Acrylic ເທິງເຈ້ຍໜັງສືພິມ ໄດ້ສະທ້ອນໃຫ້ເຫັນແບບຕົວຈິງ ແລະ ງ່າຍດາຍກ່ຽວກັບເຄື່ອງໃຊ້ຂອງສອຍທີ່ມີຄວາມໃກ້ຊິດຕິດພັນກັບຊີວິດການອອກແຮງງານຄື: ລົດຖີບເກົ່າ, ເຄື່ອງສູບຕີນ ລົດຖີບ, ຕັ່ງໄມ້, ກຸບ, ກ້ອນເຂົ້າຈີ່… ທີ່ບ້ານເກີດເມືອງນອນ ແທງຮວາ.

ພາບແຕ້ມຂອງ ຢຸງ ມີຄວາມລຽບງ່າຍແຕ່ຫາກເລິກເຊິ່ງ ແລະ ສ້າງຄວາມສະເທືອນໃຈຂຶ້ນມາໃຫ້ແກ່ຜູ້ຊົມ. ບັນດາຮູບພາບທີ່ເຜີນໆ ຄື: ຈັກໄຖນາ, ລົດຖີບ, ຖົງໝີ່ໄວໆ… ເຮັດໃຫ້ຫວນຄິດ ເຖິງຊີວິດການເປັນຢູ່ຍາມເຍົາໄວ. ທ້າວ ຢຸງ ໃຫ້ຮູ້ວ່າ: “ຂ້າພະເຈົ້າຢາກບັນທຶກໄວ້ຮູບພາບກ່ຽວກັບຊີວິດປະຈຳວັນ, ສິ່ງທີ່ຜ່ານໄປ ແລະ ກຳລັງຄົງຕົວຢູ່ໃນຊີວິດປະຈຸບັນ. ຍາມເຍົາໄວໄດ້ຢູ່ນຳຄອບຄົວແມ່ນແຫຼ່ງປຸກລະດົມກຳລັງໃຈ ແລະ ເປັນຫົວຂໍ້ທີ່ມີຜົນສະທ້ອນອັນຍິ່ງໃຫຍ່ ເຖິງບັນດາ ບົດປະພັນໃນຊຸດສະສົມຂອງຂ້າພະເຈົ້າ”. 

ນັກແຕ້ມໜຸ່ມ ຫງວຽນຕວັນຢຸງ ກັບບົດປະພັນຂອງຕົນ.


ບົດປະພັນ: ຄິດຮອດ.


ບົດປະພັນ: ມູມໜຶ່ງຂອງຄວາມຊົງຈຳ.


ບົດປະພັນ: ມື້ໜຶ່ງທີ່ສະຫງົບ.


ບົດປະພັນ: ສ່ຽວຂອງພໍ່.


ບົດປະພັນ: ວັນກາບກອນມື້ທີ 1.


ບົດປະພັນ: ເລື່ອງເກົ່າ ແລະ ເລື່ອງໃໝ່.


ບົດປະພັນ: ເລື່ອງໂຕກຸ້ງ.


ບົດປະພັນ: ວັນກາບກອນມື້ທີ 2.


ບົດປະພັນ: ເລື່ອງເກົ່າ.


ບົດປະພັນ: ເລື່ອງມັນເຜືອກ.


ບົດປະພັນ: ເລື່ອງເກົ່າ.


ບົດປະພັນ: ເລື່ອງທີ 1.


ບົດປະພັນ: ເລື່ອງແດດຝົນ.


ບົດປະພັນ: ຂ້ອຍ.
ທ້າວ ຫງວຽນຕວັນຢຸງ ເຄີຍເຂົ້າຮ່ວມງານວາງສະແດງ ສິລະປະກຳທົ່ວປະເທດປີ 2015 ແລະ ຍາດໄດ້ລາງວັນ ຊົມເຊີຍ. ທ້າວ ຢຸງ ກໍ່ຍັງໄດ້ເຂົ້າຮ່ວມໃນຫຼາຍງານວາງສະແດງຕ່າງໆ ຄື: ງານວາງສະແດງ ປີໃໝ່ Art 2016, ງານວາງສະແດງ ຮູບແຕ້ມສາກົນທີ່ ສ.ເກົາຫຼີ, ງານວາງສະແດງພົບປະສ້າງສັນຫວຽດນາມ-ໄທ… ງານວາງສະແດງ “ເລື່ອງລາວຂອງຂ້ອຍ” ໄດ້ຈັດຕັ້ງທີ Craig Thomas Gallery 27i, ຖະໜົນ ເຈີ່ນເຍີດຢວດ, ເມືອງ 1, ນະຄອນ ໂຮ່ຈີມິນ. 
ຮູບແຕ້ມ ລົດຖີບ ຂອງ ຢຸງ ໄດ້ສ້າງຄວາມປະທັບໃຈຢ່າງແຮງ ໃຫ້ແກ່ທ່ານຜູ້ຊົມ. ລົດຖີບຄັນໜ່ຶງໄດ້ພັນລະນາເຖິງຊາຕາກຳ ຂອງຜູ້ໜຶ່ງ. ລົດຖີບຍີ່ຫໍ້ ເຟື້ອງຮວ່າງ ຂອງພໍ່ແມ່ ຢຸງ ຕັ້ງແຕ່ ເວລາສອງຄົນຫາກໍ່ຮູ້ຈັກກັນ, ລົດຖີບຄັນນັ້ນ ທັງເປັນພາຫະນະ ເພື່ອຫາທາງດຳນົງຊີວິດ, ທັງເປັນພະຫະນະທີ່ໄປມາສຳລັບ ຊາວ ຫວຽດນາມ ໃນສະໄໝກ່ອນ… ລົດຖີບຄືເປັນເພື່ອນຜູ້ທີ່ສະໜິດຂອງທຸກໆ ຄົນ, ນຳມາຄວາມຮູ້ສຶກແບບພິເສດ ແລະ ສວຍງາມ.

ທ້າວ ຫງວຽນຕວັນຢຸງ ໄດ້ນຳໃຊ້ວັດຖຸທາດ Acrylic ເທິງເຈ້ຍ ໜັງສືພິມ ກໍ່ຍ້ອນວ່າ ບັນດາຕົວໜັງສື ຫຼື ຮູບພາບທີ່ມີພ້ອມໃນ ໜັງສືພິມຈະສ້າງຄວາມຈັບໃຈ ແລະ ແປກປະຫຼາດເມື່ອສົມທົບ ກັບພາສາຂອງການລະບາຍສີຈິດຕະກຳ. ນອກຈາກນັ້ນ, ບັນດາຫົວຂໍ້ ແລະ ເນື້ອໃນເທິງໜັງສືພິມຈະໄດ້ທ້າວ ຢຸງ ຄັດເລືອກເພື່ອສະແດງສິ່ງທີ່ຍາກເວົ້າເຖິງໃນຮູບແຕ້ມ.
 
ອາວ ຫງວຽນຮວ່າງຟາດ, ອາຍຸ 56 ປີຢູ່ເມືອງ ບິ່ງແທກ ໃຫ້ຮູ້ວ່າ: “ຮູບພາບຫຼາຍແຜ່ນນີ້ ເຮັດໃຫ້ຂ້າພະເຈົ້າຫວນຄິດ ເຖິງສະໄໝເກື້ອກູນ, ສະໄໝນັ້ນ ເຖິງວ່າ ຊີວິດການເປັນຢູ່ແບບ ງ່າຍດາຍແຕ່ເຕັ້ມໄປດ້ວຍນຳ້ໃຈຮັກແພງກັນ. ລົດຖີບສະໄໝນັ້ນ ມີຄຸນຄ່າຫຼາຍ, ມັນເປັນພາຫະນະທີ່ມັກເຫັນ ຂອງໝົດທຸກຄົນ. ບັນດາສິ່ງຂອງດັ່ງກ່າວ ເຮັດໃຫ້ຂ້າພະເຈົ້າ ຄິດເຖິງຍາມເຍົາໄວຂອງຕົນ”.
ບົດ: ຫງວຽນແອງ - ພາບ: ທົງຫາຍ

ບັນດາບົດທີ່ຖືກນຳສະເໜີ