20/01/2017 09:53 GMT+7 Email Print Like 0

ເຈົ້າແມ່ຜູ້ພິທັກທັງສາມ-ມໍລະດົກແຫ່ງຄວາມເຊື່ອຖື ແລະ ມຸ້ງຫວັງ ຂອງ ຊາວ ຫວຽດນາມ

ວັນທີ 1 ທັນວາ 2016, ມໍລະດົກແຫ່ງການບູຊາ ເຊື່ອຖື ເຈົ້າ ແມ່ຜູ້ພິທັກທັງສາມ ຂອງ ຫວຽດນາມ ຖືກອົງການ ຢູແນັສໂກ ໃຫ້ການຮັບຮອງ ຢ່າງເປັນທາງການ ແມ່ນມໍລະດົກ ວັດທະ ນະທຳ ທີ່ບ່ໍມີຕົວຕົນຂອງມະນຸດ. ນີ້ແມ່ນຄວາມເຊື່ອຖື ຂອງ ຊາວ ທ້ອງຖິ່ນ ທີ່ມີລັກສະນະ ຫວຽດລ້ວນໆ ດ້ວຍການບູຊາ ພະເຈົ້າຜູ້ເປັນແມ່ ຂອງທຳມະຊາດ ໂດຍຜ່ານຮູບພາບ ຂອງ ເຈົ້າແມ່ ທີ່ມີສິດອຳນາດສູງສຸດ ມີບຸນຍານຸພາບປົກຄອງ ແລະ ຄ້ຳຈູນ ໃຫ້ແກ່ມະນຸດ. ພິເສດຮູບການປະຕິບັດ ການບູຊາເຈົ້າ ແມ່ ຜູ້ພິທັກທັງສາມ ເຊິ່ງຈຸດສຸດຍອດ ແມ່ນພິທີເຂົ້າທຽມ ອັນ ເລິກ ລັບ ແຕ່ແຝງໄວ້ຄວາມໝັ້ນໃຈ ແລະ ຄວາມປາຖະໜາ ໄດ້ມີຊີວິດຢ່າງແຮງກ້າຂອງຄົນເຮົາ ແມ່ນສິ່ງເຮັດໃຫ້ຮູບການ ເຊື່ອຖື ແບບພິເສດນີ້ ເປັນເອກະລັກ ແລະ ຍືນຍົງຕະຫຼອດມາ.
ຊາວຫວຽດ ມີສຳນວນວ່າ: “ເດືອນ ສິງຫາ ແຈກ ເຂົ້າຫາພ່່ໍໍ່, ເດືອນ ມີນາ ແຈກເຂົ້າຫາແມ່”. ແຕ່ລະປີ ເມື່ອເຖິງເດືອນ ສິງ ຫາ, ຄົນຫວຽດນາມ ຈະຈັດພິທີແຈກເຂົ້າຫາພ່ໍເພື່ອ ລະນຶກເຖິງ ຄຸນງາມຄວາມດີ ຂອງ ພະເຈົ້າເຈິ່ນ, ສ່ວນເດືອນ ມີນາ ແມ່ນ ແຈກເຂົ້າຫາແມ່ ເພື່ອຈາລຶກຄຸນຄວາມດີ ຂອງ ເຈົ້າແມ່ ລ໊ຽວ ແຮ້ງ. ນັ້ນແມ່ນ ຈະລິຍະທຳ ຂອງ ການກິນເຂົ້າ ຄິດເຖິງ ຄຸນ ນາ, ກິນປາຄິດເຖິງຄຸນນ້ຳ ທີ່ໄດ້ມີ ມາແຕ່ຫຼາຍພັນປີຂອງຄົນ ຫວຽດນາມ.

ບັນດານັກຄົ້ນຄວ້າ ກ່ຽວກັບສາສະໜາ ບູຊາເຈົ້າແມ່, ຜູ້ ເປັນ ພະນາງ ລ໊ຽວແຮ້ງ ຖືວ່າ ແມ່ນ “ພະມະເຫສີ ຂອງ ມະນຸດ”, ແມ່ນໜຶ່ງໃນສີ່ ພະອໍລະຫັນຂອງຄົນ ຫວຽດ, ເປັນຜູ້ຄວບຄຸມ ທ້ອງຟ້າ ແລະ ບັນຊາທຳມະຊາດ ຄື ຟ້າຜ່າ, ຟ້າແມບ, ຟ້າ ຮ້ອງ, ພະຍຸລົມແດງ…

ຢູ່ຫວຽດນາມ, ສາສະໜາບູຊາເຈົ້າແມ່ເວົ້າລວມ ແລະ ການ ບູຊາເຊື່ອຖື ເຈົ້າແມ່ຜູ້ພິທັກທັງສາມ ເວົ້າສະເພາະ ມີຢູ່ຫຼາຍ ແຫ່ງ, ແຕ່ ນາມດິ້ງ ຖືວ່າ ແມ່ນຈຸດສູນລວມ ດ້ວຍສະຖານທີ່ບູ ຊາ 400 ແຫ່ງ. ໃນນັ້ນ, ວັງເມືອງໄຢ່ (ຟູໄຢ່) ແມ່ນໃຈກາງ ຂອງ ການປະຕິບັດກິດຈະກຳບູຊາເສ່ັນໄຫວ້ນີ້.

ຟູໄຢ່ ຢູ່ຕາແສງ ກີມຖ໋າຍ, ເມືອງ ຫວູ້ບ້ານ, ແຂວງ ນາມດິ້ງ ແມ່ນກຸ່ມສະຖາປັດຕະຍະກຳ ທີ່ມີຊື່ສຽງໂດ່ງດັງ ກ່ຽວພັນເຖິງ ຄວາມເຊື່ອຖືບູຊາ ເຈົ້າແມ່ຜູ້ພິທັກທັງສາມ ຂອງຊາວຫວຽດ ນາມ. ໃນຈຳນວນ 21 ແຫ່ງ ສະຖາປັດຕະຍະກຳ ຂອງ ກຸ່ມ ສະຖາປັດຕະຍະກຳ ຟູໄຢ່, ມີ 3 ສະຖາປັດຕະຍະກຳ ກ່າວ ເຖິງ ເຈົ້າແມ່ລ໊ຽວແຮ້ງ ຄື ວັງ ຕຽນເຮືອງ, ວັງ ເວິນກາດ ແລະ ສຸສານ ພະນາງ ລ໊ຽວ.

ຟູໄຢ່ ເປັນສະຖານທີ່ສໍາລັບການສັກກະລະບູຊາ ພະ ນາງ ລ໊ຽວແຮ້ງ, ຖືວ່າ ແມ່ນ “ພະມະເຫສີຂອງມະນຸດ”, ຜູ້ ເປັນ ພະ ນາງໃຫຍ່
ໃນການເຊື່ອຖືບູຊາ ເຈົ້າແມ່ຜູ້ພິທັກທັງສາມ ຂອງ ຊາວຫວຽດນາມ. 



ພິທີແຫ່ເຈົ້າແມ່ ໄດ້ຮັບການດຳເນີນໄປຢູ່ຟູໄຢ່, ແຂວງ ນາມດິ້ງ.


ງວຽດຢູກູງ ຫຼື ຝູບ໋ອງ ແມ່ນສະຖາປັດຕະຍະກຳ ພິເສດ ນອນ ໃນກຸ່ມປູສະນີຍະສະຖານ ຟູໄຢ່; ຕາມເລື່ອງເລົ່າ ສືບ ທອດກັນມາວ່າ
ນະແຫ່ງນີ້ ເປັນບ່ອນ ພະນາງ ລ໊ຽວແຮ້ງ ເຄີຍ ປະກົດຕົວ ຟ້ອນລຳ ໃນຄ່ຳຄືນວັນເພັງ. 

ກິດຈະກຳຕົ້ນຕໍ ຂອງການບູຊາເຈົ້າແມ່ຜູ້ພິທັກທັງສາມ ປະ ກອບດ້ວຍພິທີເສ່ັນໄຫວ້, ເຂົ້າທຽມ, ຂັບລຳ ແລະ ງານບຸນ. ເດັ່ນສຸດແມ່ນງານບຸນ ວັງຟູໄຢ່ ຈັດ ຂຶ້ນຢູ່ ແຂວງ ນາມດິ້ງ ເປັນເວລາ 3 ມື້ ຂອງ ເດືອນ ມີນາ ກົງກັບມື້ສິ້ນພະຊົນຂອງ ເຈົ້າແມ່ ລ໊ຽວແຮ້ງ.
ປີ 1975, ທາງກະຊວງ ວັດທະນະທຳ ຖະແຫຼງຂ່າວ (ປັດຈຸ ບັນ ແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ) ໄດ້ ຮັບຮອງເອົາ ວັງຟູໄຢ່ ແມ່ນບູຮານສະຖານ ອັນເປັນປະຫວັດ ສາດ ລະດັບຊາດ. ປີ 2012, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕົກລົງຮັບຮອງ ພິທີການຂັບລຳ ເຂົ້າທຽມ ຢູ່ ແຂວງ ນາມດິ້ງ ແລະ ຮ່ານາມ ເຊິ່ງແມ່ນພິທີການ ສະແດງ ການບູຊາ ເສັ່ນໄຫວ້ ຮູບການໜຶ່ງ ໃນການເຊື່ອຖື  ເຈົ້າແມ່ຜູ້ພິ ທັກທັງສາມ ຂອງ ຊາວຫວຽດ ແມ່ນມໍລະດົກວັດທະນະທຳ ທີ່ບ່ໍມີຕົນຕົວແຫ່ງຊາດ.

ງານບຸນ ວັງຟູໄຢ່ ຖືກຈັດຂຶ້ນ ໃນເດືອນ ມີນາ ຂອງ ແຕ່ລະປີ. ນີ້ແມ່ນ ງານບຸນສະດຸດີ ເຈົ້າແມ່ ລ໊ຽວແຮ້ງ ຜູ້ເປັນພະນາງໃຫຍ່ ໃນການເຊື່ອຖືບູຊາ ເຈົ້າແມ່ຜູ້ພິທັກທັງສາມຂອງຊາວຫວຽດ. ເຖິງວ່າ ພະນາງ ໄດ້ຮັບການ ບູຊາ ຢູ່ຫຼາຍແຫ່ງ, ແຕ່ສະເພາະ ຢູ່ ວັງຟູໄຢ່ ແມ່ນຈັດຍິ່ງໃຫຍ່ ແລະ ເປັນເອກະລັກກວ່າໝູ່. ງານບຸນແກ່ຍາວ ເປັນຫຼາຍມື້ ແລະ ມີກິດຈະກຳ ຫຼາຍຢ່າງ ເຊິ່ງ ໂດດເດັ່ນ ແມ່ນການຂັບລຳ “ເຈົ່າວັນ” ແລະ ພິທີເຂົ້າທຽມ. ນີ້ ແມ່ນພິທີການສະແດງຄວາມເຄົາລົບນັບຖື ອີກຮູບແບບໜຶ່ງ ທີ່ເຕັມໄປດ້ວຍ ຄວາມເຊື່ອຖືທາງຈິດໃຈ ທີ່ເປັນເອກະລັກ ໃຫ້ ແກ່ ການເຊື່ອຖື ເປັນພິເສດນີ້.

ນັກຄົ້ນຄວ້າວັດທະນະທຳ ເຫັນວ່າ ງານບຸນ ວັງຟູໄຢ່ ແມ່ນ ສ່ວນໜຶ່ງ ທີ່ສຳຄັນ ສ້າງເປັນ “ບົດບັນເລງເພງ ກ່ຽວກັບປະ ຫວັດ ພະນາງລ໊ຽວແຮ້ງ”. ສິ່ງນີ້ໄດ້ພິສູດໃຫ້ເຫັນວ່າ ວັງຟູໄຢ່ ແມ່ນໃຈກາງ ຂອງ ມໍລະດົກການບູຊາເຈົ້າແມ່ຜູ້ພິທັກທັງສາມ ຂອງ ຊາວຫວຽດນາມ.

 
ເຈົ້າແມ່-ຜູ້ມີຈິດໃຈເມດຕາຂອງຊາວຫວຽດນາມ

ສາດສະດາຈານ ໂງດຶກຖິ້ງ ຜູ້ອຳນວຍການ ສູນຄົ້ນຄວ້້າ ແລະ ອະນຸລັກວັດທະນະທຳ ການເຊື່ອຖື ຫວຽດນາມ ເຫັນວ່າ ການ ບູຊາເຊື່ອຖື ເຈົ້າແມ່ຜູ້ພິທັກທັງສາມ ຂອງຊາວ ຫວຽດນາມ ໄດ້ ປະກົດເປັນຮູບເປັນຮ່າງ ແລະ ຂະຫຍາຍຕົວ ບົນພື້ນຖານ ຂອງ ການບູຊາ ເທບນາລີ, ຖືທຳມະຊາດເປັນແມ່ຜູ້ໜຶ່ງ ແລະ ມີ ການນັບຖື ຄືດັ່ງ ຜູ້ມີອຳນາດສູງສຸດ ໃນການສ້າງ, ປົກຄອງ ແລະ ໃຫ້ການ ປົກປັກຮັກສາ, ນຳມາເຊິ່ງສຸຂະພາບ, ຄວາມ ໂຊກລາບ ໃນໂລກມະນຸດ.

ໃນວິວັດທະນາແຫ່ງການຂະຫຍາຍຕົວ, ຄວາມເຊື່ອຖືນີ້ ໄດ້ ຮັບເອົາຜົນກະທົບມາຈາກ ຫຼາຍສາສະໜາ ກໍຄືຄວາມ ເຊື່ອຖື ທີ່ຕ່າງກັນເຊັ່ນ: ຮີດຄອງບູຊາຟ້າແຖນ ຂອງສາສະໜາ ຫຼາວ, ບູຊາ ເຈົ້າແມ່ ຂອງ ສາສະໜາພຸດ… ແຕ່ສະຕະວັດທີ 16, ການປະຕິບັດ ຄວາມເຊື່ອຖືນີ້ ໄດ້ກາຍເປັນການ ດຳເນີນຊີ ວິດວັດທະນະທຳທີ່ ມີຜົນກະທົບ ຢ່າງເລິກເຊິ່ງ ກວ້າງຂວາງ ໃນສັງຄົມ ແລະ ຈິດໃຈ ຂອງ ຊາວຫວຽດນາມ.

ເມືອງສາມແຫ່ງ ໃນຄວາມເຊື່ອຖື ເຈົ້າແມ່ ໃນຈັກກະວານປະ ກອບມີ: ເມືອງຟ້າ, ເມືອງພູສູງ,  ເມືອງ ບາດານ. ຜູ້ເປັນປະ ມຸກ ຂອງ ແຕ່ລະເມືອງ ແມ່ນເຈົ້າແມ່ ປະກອບມີ: ເຈົ້າແມ່ “ເທື້ອງທຽນ” ຜູ້ປົກຄອງທ້ອງຟ້າ, ຜູ້ມີອິດທິລິດໃນການ ສ້າງ ຝົນ ລົມແດງ, ຟ້າແມບ, ຟ້າຮ້ອງ..; ເຈົ້າແມ່ “ເທື້ອງງ່ານ” ເປັນຜູ້ເບິ່ງແຍງ ດູແລ ເຂດພູສູງ ເຊິ່ງແມ່ນ ທີ່ຢູ່ອາໄສ ຂອງ ຊົນເຜົ່າ ສ່ວນໜ້ອຍ ຫຼາຍເຜົ່າ; ເຈົ້າແມ່ “ຖວາຍ” ເປັນຜູ້ປົກ ຄອງ ແມ່ນ້ຳລຳເຊ, ເປັນຜູ້ດູແລອາຊີບເຮັດນາ ແລະ ການ ປາມົງ.


ໃນຫໍບູຊາ ຂອງ ວັງ, ເຈົ້າແມ່ ລ໊ຽວແຮ້ງ ເປັນອັນດຽວ ກັບ ເຈົ້າ ແມ່ “ເທື້ອງທຽນ” ນັ່ງຢູ່ກາງ ແລະ ນຸ່ງຊຸດເສື້ອແດງ, ທາງ ເບື້ອງ ຊ້າຍ ແມ່ນເຈົ້າແມ່ “ຖວາຍ” ນຸ່ງຊຸດສີຂາວ ແລະ ເບື້ອງ ຂວາ ແມ່ນເຈົ້າແມ່ “ເທື້ອງງ່ານ” ນຸ່ງຊຸດສີຂຽວ. 

ການຈັດວາງຂອງແທ່ນບູຊາເຈົ້າແມ່.


ພິທີບູຊາ ແລະ ການເຊື່ອຖືເຈົ້າແມ່.


ເຄື່ອງໄສຍະທານທີ່ເປັນເອກະລັກ ໃນພິທີບູຊາ ເຈົ້າແມ່ ຜູ້ພິທັກທັງສາມ ຂອງຊາວຫວຽດນາມ. 




ກ່ອນເລີ່ມການເຂົ້າທຽມ, ບັນດາ “ແທງດົ່ງ” ຕ້ອງປະຕິບັດ ພິທີ ຈຸດທູບເສັ່ນໄຫວ້ສິ່ງທີ່ມີຊີວິດທັງປວງ ແລະ ບູຊາພະອໍລະຫັນ.

ເມືອງທັງສາມ ປະກອບມີ: ທຽນຝູ (ເມືອງຟ້າ), ຍາກຝູ (ເມືອງ ພູສູງ) ແລະ ຖວາຍຝູ (ເມືອງບາດານ). ຜູ້ເປັນປະມຸກ ຂອງ ແຕ່ ລະເມືອງ ແມ່ນເຈົ້າແມ່ ເປັນຜູ້ປົກຄອງຄື: ເຈົ້າແມ່ “ເທື້ອງ ທຽນ” ເປັນຜູ້ປົກຄອງທ້ອງຟ້າ, ເຈົ້າແມ່ “ເທື້ອງງ່ານ” ເປັນຜູ້ ເບິ່ງແຍງດູແລ ເຂດພູສູງ ແລະ ເຈົ້າແມ່ “ຖວາຍ” ເປັນຜູ້ ປົກ ຄອງ ແມ່ນ້ຳ ລຳເຊ.
ຍ້ອນມີການຮັບເອົາ ແລະ ໄດ້ຮັບຜົນສະທ້ອນຈາກຫຼາຍສາສະ ໜາ ແລະ ຄວາມເຊື່ອຖືທີ່ຕ່າງກັນ, ສະນັ້ນ ນອກຈາກເຈົ້າແມ່ ທັງສາມ ຄື “ເທື້ອງທຽນ”, “ເທື້ອງງ່ານ” ແລະ “ຖວາຍ” ແລ້ວ ຍັງມີການບູຊາ ພະອໍລະຫັນ ປະມານ 50 ອົງ, ໃນນັ້ນມີຫຼາຍ ອົງ ແມ່ນຕົວລະຄອນ ໃນປະຫວັດສາດ, ແມ່ນວິລະຊົນ ຂອງ ຊາດ ຄື: ເຈິ່ນຮຶງດ້າວ, ຟ້າມງູ໊ຫຼາວ… ນອກນັ້ນ, ຍັງມີພະອໍ ລະຫັນ ຫຼາຍອົງບ່ໍ ແມ່ນເຜົ່າ ກິງ ຫາກແມ່ນ ຊົນເຜົ່າ ສ່ວນ ໜ້ອຍຄື ເຜົ່າໄຕ, ນຸ່ງ, ຢາວ… ນີ້ເປັນການຊີ້ໃຫ້ເຫັນວ່າ ມໍລະ ດົກ ການບູຊາ ເຈົ້າແມ່ຂອງ ຊາວຫວຽດນາມ ໄດ້ສະແດງເຖິງ ມູນເຊື້ອ ແຫ່ງຄວາມ ຮູ້ບຸນຄຸນ ຕໍ່ບັນພະບຸລຸດ, ລັດທິຮັກຊາດ ທີ່ໄດ້ຫັນເປັນຊີວິດຈິດໃຈ, ສະຕິກ່ຽວກັບ ການສ້າງສັນ ແລກ ປ່ຽນ ວັດທະນະທຳ ແລະ ການພົວພັນທີ່ສະເໝີພາບ, ສະໜິດ ຕິດພັນກັນລະຫວ່າງຊົນຊາດນຳກັນ.

ສິ່ງທີ່ໜ້າຈັບໃຈອີກຈຸດໜຶ່ງ ແມ່ນການບູຊາເຈົ້າແມ່ ຜູ້ພິທັກ ທັງ ສາມ ຂອງຊາວຫວຽດນາມ ຕ່າງກັບສາສະໜາ ແລະ ຄວາມ ເຊື່ອຖືອື່ນ ນັ້ນຄື ບ່ໍຊີ້ແນະໃຫ້ຄົນເຮົາ ກໍຄື ຄວາມເຊື່ອ ຂອງ ເຂົາເຈົ້າ ເຂົ້າໃນໂລກເມືອງຟ້າ ຫາກມຸ່ງໃສ່ໂລກເມືອງຄົນ, ໂລກທີ່ພວມມີຊີວິດຢູ່ ດ້ວຍຄວາມໃຝ່ຫາຕາມອັດຖະຍາໄສ ແລະ ຈິງຈັງກ່ຽວກັບສຸຂະພາບ, ເງິນຄຳ ແລະ ໂຊກລາບ. ນີ້ ແມ່ນການນຶກຄິດສະແດງໃຫ້ເຫັນລັກສະນະ ເຫັນແຕ່ ປະ ໂຫຍດ ແລະ ສິ່ງມີຈິງຂອງຄົນຫວຽດ ແລະ ນັ້ນກໍແມ່ນ ຊີວະ ທັດທີ່ຕັ້ງໜ້າ, ສອດຄ່ອງກັບທັດສະນະດຳລົງຊີບ ຂອງ ຄົນໃນ ໂລກທັນສະໄໝ.


ການເຂົ້າທຽມ-ພິທີກຳແຫ່ງຄວາມລຶກລັບ
ໃນການບູຊາ ເຈົ້າແມ່ຜູ້ພິທັກທັງສາມ ມີພິທີກຳ ທີ່ພິເສດສຸດ ນັ້ນກໍຄືພິທີ “ເຈົ່າວັນ” ຫຼື ຍັງອີກຢ່າງໜຶ່ງ ແມ່ນການ ເຂົ້າທຽມ. ທີ່ແທ້ແມ່ນການສະແດງຂັບລຳພື້ນເມືອງ ທີ່ເຕັມໄປດ້ວຍ ສີ ສັນວັດທະນະທຳ ແຫ່ງຄວາມເຊື່ອຖືທາງໃຈອັນລຶກລັບ. ຜ່ານພິທີກຳນີ້ ຄົນເຮົາຫວັງວ່າ ຈະໄດ້ພົບກັບ ເທບພະເຈົ້າ ອົງຕ່າງໆ ເພື່ອຝາກຝັງ ກໍຄືສະເໜີ ຄວາມມຸ້ງຫວັງ ແລະ ມຸ່ງມາດປາຖະໜາອັນແຮງກ້າຂອງຕົນ.

ບັນດານັກຄົ້ນຄວ້າ ເຫັນວ່າ ການເຂົ້າທຽມ ແມ່ນຮູບການໜຶ່ງ ໃນການສະແດງຂັບລຳພື້ນເມືອງ ດ້ວຍການສົມທົບ ລະຫວ່າງ ການ ຮ້ອງເພງ “ເຈົ່າວັນ” ປະສານກັບສຽງດົນຕີ  ແລະ ເນື້ອ ຮ້ອງ ພ້ອມກັບວາດຟ້ອນ ທີ່ອ່ອຍຊ້ອຍ ຂຶ້ນ- ລົງ ຕາມຈັງຫວະ ສຽງດົນຕີ  ໃນບັນຍາກາດທີ່ເຄັ່ງຂຶມ… ພາໃຫ້ການເຂົ້າທຽມ ຫຼື ເອີ້ນວ່າ “ແທງດົ່ງ” ເຕັມໄປດ້ວຍບັນຍາກາດຄຶ້ກຄື້ນເປັນພິເສດ  ຕາມຈັງຫວະການບັນເລງເພງ.

ບັນດາ “ແທງດົ່ງ” ແມ່ນຜູ້ປະຕິບັດພິທີໂດຍກົງ. ຫຼາຍຄົນເຊື່ອ ວ່າ “ແທງດົ່ງ” ແມ່ນຜູ້ມີອິດທິລິດພິເສດ, ສວມບົດບາດເປັນ ຄົນກາງ ເພື່ອຕິດຕ່ໍ ລະຫວ່າງ ມະນຸດກັບ ເທບພະເຈົ້າ. “ແທງ ດົ່ງ” ແມ່ນຕົວລະຄອນເອກ ຂອງພິທີ ສະນັ້ນຍາມໃດ ກໍແມ່ນ ຜູ້ງາມ ແລະ ໂດດເດັ່ນກວ່າໝູ່. ເຂົາເຈົ້າໄດ້ຮັບການບົວລະ ບັດ ຜັດສີ, ນຸ່ງຖືຢ່າງງົດງາມ. ພິເສດ ໃບໜ້າ ຂອງ “ແທງດົ່ງ” ຖືກຕົບແຕ່ງຄື ຜູ້ຍິງ ທີ່ສວຍງາມ. ນີ້ເປັນການຊີ້ໃຫ້ເຫັນເຖິງ ສັນຍະລັກ ບູຊານັບຖື ເທບທິດາ ໃນການເຊື່ອຖື ບູຊາເຈົ້າແມ່ ຜູ້ພິທັກທັງສາມ ຂອງ ຊາວຫວຽດນາມ.
 

“ແທງດົ່ງ” ໃນການສະແດງສາກ ເຈົ່າລູກ ທີ່ວັງ ງວຽດຢູກູງ (ຝູບ໋ອງ), ແຂວງ ນາມດິ້ງ. 


“ແທງດົ່ງ” ໃນວາດຟ້ອນທີ່ຄຶກຄື້ນ ໃນສາກ “ເຝົ້າພະນາງ ເທື້ອງງ່ານ”.


ສາຍຕາອັນແຫຼມຄົມ, ໃບໜ້າທີ່ສົດໃສ ຂອງ “ແທງດົ່ງ” ໃນສາກ “ເຈົ້າແມ່ເທື້ອງທຽນ”. 


ຜູ້ຊ່ວຍ “ແທງດົ່ງ” ໃນການຖວາຍເຄື່ອງໄສຍະທານ, ປ່ຽນ ເສື້ອຜ້າອາພອນ... ມີສອງ ຫຼື ສີ່ຄົນ ຮັບໃຊ້ ເອີ້ນວ່າ ຈະຕຸເສນາ. 


“ແທງດົ່ງ” ແຕ່ງຕົວ ກະກຽມເຂົ້າທຽມ ໃນສາກ “ນາງນ້ອຍ ເທື້ອງງ່ານ”. 




ຊຸດສຳລັບການເຂົ້າທຽມ ທີ່ເຕັມໄປດ້ວຍ ສີສັນວັດທະນະ ທຳອັນເປັນມູນເຊື້ອຂອງຊາວຫວຽດນາມ ແລະ ສະແດງເຖິງ ບຸກຄະລິກະພາບ ແລະ ຕົ້ນກຳເນີດ
ຂອງ ພະອໍລະຫັນແຕ່ລະ ອົງຢ່າງຈະແຈ້ງ ໃນການເຂົ້າທຽມ ແຕ່ລະສາກ. 

ມໍລະດົກ ແຫ່ງການເຊື່ອຖື ເຈົ້າແມ່ຜູ້ພິທັກທັງສາມ ຂອງ ຄົນ ຫວຽດນາມ ໄດ້ປະກົດ ເປັນຮູບເປັນຮ່າງ ແລະ ຂະຫຍາຍຕົວ ບົນພື້ນຖານ ຂອງ ການບູຊາ ເທບນາລີ, ຖືທຳມະຊາດ ເປັນ ແມ່ຜູ້ໜຶ່ງ ແລະ ມີການນັບຖື ຄືດັ່ງ ຜູ້ມີອຳນາດອິດທິລິດ ສູງ ສຸດ, ເປັນຜູ້ມີອຳນາດໃນການສ້າງ, ປົກຄອງ ແລະ ປົກປ້ອງ, ນຳມາເຊິ່ງ ສຸຂະພາບ, ຄວາມໂຊກລາບ ໃນໂລກມະນຸດ.
ໃນພິທີເຂົ້າທຽມ, “ກຸງວັນ” ແມ່ນຜູ້ບັນເລງເພງ ແລະ ຂັບລຳ. ນີ້ແມ່ນຜູ້ມີຄວາມສັນທັດ ໃນການນຳໃຊ້ ເນື້ອຮ້ອງ ທຳນອງ ເພງ ທີ່ຈັບອົກຈັບໃຈ, ຊັກຈຸງ ໃຫ້ “ແທງດົ່ງ” ປັບຕົວ ເຂົ້າໃນ ຈິດສຳນຶກ ແຫ່ງຄວາມສັກສິດ ດ້ວຍບັນຍາກາດຄຶກຄື້ນສູງສຸດ ນັ້ນຄື ພາວະການເຂົ້າທຽມ.

ໃນພິທີເຂົ້າທຽມ, ຍັງມີສອງ ຫຼື ສີ່ຄົນເປັນຜູ້ຊ່ວຍໃຫ້ເຈົ້າພາບ  (ແທງດົ່ງ) (ເຄີຍເອີ້ນວ່າຈະຕຸເສນາ)ມີໜ້າທີ່ ຊ່ວຍຕົວລະຄອນ ເອກ ຖວາຍພະພອນ ເຄື່ອງໄສຍະທານ, ປ່ຽນເສື້ອຜ້າອາພອນ ແຕ່ສາກນີ້ ໄປເຖິງສາກໃໝ່…

ໃນພິທີເຂົ້າທຽມມີ ທັງໝົດ 36 ສາກເຊິ່ງເວົ້າຕາມທຳນອງການ ສະແດງແມ່ນ 36 “ຢ໋າດົ່ງ”. ແຕ່ລະ ຢ໋າດົ່ງ ເລົ່າເຖິງເລື່ອງລາວ ໃນຕຳນານ ກ່ຽວກັບ ພະອໍລະຫັນແຕ່ລະອົງ. ແຕ່ ໂດຍທົ່ວ ໄປ ແລ້ວ, ໃນພິທີເຂົ້າທຽມ ບ່ໍຄ່ອຍມີການສະແດງ ຄົບທັງໝົດ 36 ສາກ ແຕ່ໄດ້ເລືອກ ເອົາບາງສາກ ທີ່ມີເນື້ອໃນເໝາະກັບ ພິທີ ເຂົ້າທຽມເທົ່ານັ້ນ.

ເມື່ອທຳການສະແດງຂັບລຳ ໃນພິທີເຂົ້າທຽມ, ແລ້ວແຕ່ຄວາມ ໝາຍ ຂອງແຕ່ລະສາກ ຜູ້ເປັນເຈົ້າພາບ ຫຼື ເວົ້າອີກຊື່ໜຶ່ງ ແມ່ນ “ແທງດົ່ງ” ຈະມີການຟ້ອນຕາມຈັງຫວະ ທີ່ຕ່າງກັນຄື: ຟ້ອນ ມື ເປົ່າ, ຟ້ອນຫົດນ້ຳທິບ, ຟ້ອນອວຍພອນໃຫ້ໂຊກລາບ, ຟ້ອນ ຖະຫວາຍຕະກຽງ, ຟ້ອນວີ, ຟ້ອນດາບ, ຟ້ອນຍິງທະນູ… ເສື້ອ ຜ້າອາພອນຂອງ “ແທງດົ່ງ” ກໍມີ ຢ່າງມາກມາຍ ຫຼາກຫຼາຍ ຮູບ ແບບ ຕາມເນື້ອໃນ ຂອງ ແຕ່ລະສາກ. ແຕ່ເຫັນໄດ້ຊັດ ແມ່ນ ມັນສະແດງ ເຖິງກົກເຄົ້າເຫງົ້າກໍ, ຕົ້ນກຳເນີດຂອງພະອໍລະ ຫັນ ໃນສາກນັ້ນ. ນອກນັ້ນ ຍັງສະແດງໄດ້ ສ່ວນໃດສ່ວນໜຶ່ງ ເຖິງ ບຸກຄະລິກະພາບ ກໍຄືຄ່ານິຍົມ ກ່ຽວກັບຄວາມງາມ ຂອງ ຕົວລະຄອນເອກ (ໝາຍເຖິງ ແທງດົ່ງ) ແຕ່ລະຄົນອີກດ້ວຍ.

 

ຄວາມສະຫງ່າຜ່າເຜີຍ ຂອງ “ແທງດົ່ງ” ໃນສາກ “ພະຍາ ຮວ່າງໄບ໋”.  


 “ແທງດົ່ງ” ເຂົ້າທຽມໃນສາກ “ເຝົ້າແມ່ ດົງກວງ”. 


“ແທງດົ່ງ” ເຂົ້າທຽມໃນສາກ “ເຝົ້ານາງນ້ອຍ”. 


“ແທງດົ່ງ” ເຂົ້າທຽມໃນສາກ “ພະຍາ ຮວ່າງເມື່ອຍ”. 


“ກຸງວັນ” ຖືບົດບາດສຳຄັນໃນການນຳໃຊ້ ເນື້ອຮ້ອງ ທຳນອງ ເພງ ຊັກຈຸງ ໃຫ້ “ແທງດົ່ງ” ປັບຕົວ ເຂົ້າໃນ ຈິດສຳນຶກ ແຫ່ງຄວາມສັກສິດ
ດ້ວຍບັນຍາກາດຄຶກຄື້ນສູງສຸດ ນັ້ນຄື ພາວະການເຂົ້າທຽມ. 



ບໍ່ພຽງແຕ່ “ແທງດົ່ງ” ຫາກຍັງຜູ້ເຂົ້າຮ່ວມກໍຖືກດຶງດູດໃຈຕາມ
ສຽງດົນຕີທີ່ອ່ອຍຊ້ອຍ ຂຶ້ນ- ລົງ ຂອງ “ກຸງວັນ”. 

ການບູຊາ ເຈົ້າແມ່ຜູ້ພິທັກທັງສາມ ວັງຟູໄຢ່ ຂອງ ຊາວ ຫວຽດນາມ ຕ່າງກັບສາສະໜາ ແລະ ຄວາມເຊື່ອຖືອື່ນ, ນັ້ນຄື ບ່ໍຊີ້ ແນະ ໃຫ້ຄົນເຮົາ ກໍຄືຄວາມເຊື່ອຂອງເຂົາເຈົ້າ ເຂົ້າໃນໂລກ ເມືອງ ຟ້າ ຫາກມຸ່ງໃສ່ໂລກເມືອງຄົນ, ໂລກທີ່ພວມມີຊີວິດຢູ່ ດ້ວຍຄວາມໃຝ່ຫາ ຕາມອັດຖະຍາໄສ ແລະ ຈິງຈັງກ່ຽວກັບ ສຸຂະ ພາບ, ເງິນຄຳ ແລະ ໂຊກລາບ.
ອາດເວົ້າໄດ້ວ່າ ພິທີການເຂົ້າທຽມຂອງການເຊື່ອຖື ເຈົ້າແມ່ ຜູ້ ພິທັກທັງສາມ ແມ່ນການລວບລວມ ສິລະປະ ການສະແດງ ຂັບລຳພື້ນເມືອງ ແບບພິເສດ ດ້ວຍເທບນິຍາຍ, ຕຳນານ ຢ່າງ ຈັບ ໃຈກ່ຽວ ກັບເທບພະເຈົ້າອົງຕ່າງໆ. ມັນບ່ໍພຽງແຕ່ສ້າງ ໃຫ້ ມີບັນຍາກາດ ອັນເລິກລັບ ປະຕິຫານ ເທົ່ານັ້ນ ຫາກຍັງສະ ແດງໄດ້ເຖິງຄວາມສະຫງ່າເຄັ່ງຂຶມ ກໍຄືຄວາມສົດໃສ, ກະຕື ລືລົ້ນຂອງ ຊາວຫວຽດນາມ ໃນໂລກວັດທະນະທຳ ທີ່ຫຼາກ ຫຼາຍ ສີສັນ ຂອງ ນາໆ ຊາດ.

ດ້ວຍຄຸນຄ່າພິເສດ ທີ່ກ່າວມາຂ້າງເທິງ, ເມື່ອວັນທີ 1 ທັນວາ 2016 ໃນວາລະກອງປະຊຸມ ຂອງ ຄະນະກຳມະການ ລະ ຫວ່າງລັດຖະບານ ວ່າດ້ວຍ ການອະນຸລັກຮັກສາ ມໍລະດົກ ວັດທະນະທຳ ທີ່ບ່ໍມີຕົວຕົນ ຄັ້ງທີ 11 ຂອງ ຢູແນັສໂກ ເຊິ່ງໄດ້ ຈັດຂຶ້ນ ທີ່ນະຄອນຫຼວງ ອາດິດ ອາບາບາ  ຂອງ ເອທີໂອປີ,  ມໍລະດົກ ພິທີບູຊາ ເຊື່ອຖື ເຈົ້າແມ່ຜູ້ພິທັກທັງສາມ ຂອງ ຫວຽດນາມ ຖືກ ຢູແນັສໂກ ໃຫ້ການຮັບຮອງຢ່າງເປັນທາງ ການແມ່ນມໍລະດົກ ວັດທະນະທຳ ທີ່ບ່ໍມີຕົວຕົນ ຂອງ ມວນ ມະນຸດ. ນີ້ແມ່ນມໍລະດົກວັດທະນະທຳ ທີ່ບ່ໍມີຕົວຕົນອັນດັບທີ 11 ຂອງ ຫວຽດນາມ ຖືກ ຢູແນັສໂກ ເຊີດຊູ ເປັນມໍລະດົກ ວັດທະນະທຳ ທີ່ບ່ໍມີຕົວຕົນ ຂອງໂລກ.


ເອກອັກຄະລັດຖະທູດ ແລະ ທູຕານຸທູດ ປະເທດຕ່າງໆ ປະຈຳຫວຽດນາມ ຮັບຊົມສິລະປະ
ການຂັບລຳ “ເຈົ່າວັນ” ແລະ ພິທີເຂົ້າທຽມ ຢູ່ຟູໄຢ່, ແຂວງ ນາມດິ້ງ.



ພິທີຂັບ “ເຈົ່າວັນ” ແລະ ພິທີເຂົ້າທຽມ ໃນການບູຊາ ເຈົ້າແມ່ ຜູ້ພິທັກທັງສາມ ໄດ້ນຳມາສະແດງ
ຢູ່ເທິງເວທີ ເພື່ອການແນະ ນຳສູ່ມວນຊົນຢ່າງກວ້າງຂວາງ. 

ບົດ: ແທງຮ່ວາ-ພາບ: ຈິ້ງວັນໂບ້

ບັນດາບົດທີ່ຖືກນຳສະເໜີ