22/03/2015 19:20 GMT+7 Email Print Like 0

ເຂົ້າໜົມໂອໂລ

ເຂົ້າໜົມໂອໂລເປັນເຂົ້າໜົມປະເພດໜຶ່ງຂຶ້ນຊື່ທີ່ສຸດຢູ່ບັນດາແຂວງ ທາງພາກໃຕ້ຫວຽດນາມ. ເຂົ້າໜົມນີ້ເຮັດມາຈາກແປ້ງເຂົ້າໜຽວ ແລະ ພິເສດມີຮູບຮ່າງໜ້າປະທັບໃຈທີ່ສຸດຍ້ອນ ມັນໂພງຂຶ້ນມົນຄືໝາກບານສີເຫຼືອງ.
ຕາມນັກຄົ້ນຄວ້າຫຼາຍທ່ານໃຫ້ຮູ້ວ່າ, ໃນຊ່ວງໄລຍະປີ 1952 ຢູ່ແຂວງ ດົ່ງນາຍໄດ້ມີຮ້ານຂາຍເຂົ້າໜົມໂອໂລ ຫຼາຍຮ້ານແລ້ວ. ຈາກທີ່ນີ້, ຂອງກິນທີ່ແປກໆປະເພດນີ້ໄດ້ ແຜ່ລາມ ໄປສູ່ບັນດາແຂວງ ແລະ ນະຄອນຕ່າງໆທົ່ວ ພາກ ໃຕ້ຫວຽດນາມ ຄົງຍ້ອນມັນເໝາະສົມກັບວັດທະນະທຳ ຂອງທ້ອງຖິ່ນເຂດແຄວ້ນແຫ່ງນີ້ເໝືອນດັ່ງ ອາຫານ ກິນຫລິ້ນ, ກິນງ່າຍ, ປຸງແຕ່ງງ່າຍ ແລະ ມີຫລາຍຄົນນິຍົມຊົມ ຊອບ.

ຕົວຈິງແລ້ວ, ວິທີເຮັດເຂົ້າໜົມໂອໂລກໍ່ມີຫລາຍຂັ້ນຕອນນັບແຕ່ຄັດເລືອກວັດຖຸດິບຈົນເຖິງນໍາເຂົ້າຕົ້ມ, ຍັດ ແລະ ຈືນ. ຢາກໃຫ້ເຂົ້າໜົມໂພງໃຫຍ່ ຕາມຄວາມຕ້ອງການ ຕ້ອງ ເລືອກເຂົ້າໜຽວ ປະເພດຫອມໜຽວ, ສ່ວນໝາກຖົ່ວຂຽວ ກໍ່ຕ້ອງມີເມັດສະໝໍ່າສະເໝີກັນ. ໝາກຖົ່ວຂຽວ ແມ່ນວັດ ຖຸດິບທີ່ພາໃຫ້ ເຂົ້າໜົມມີກິ່ນຫອມນົວ ເປັນເອກະລັກສະເພາະ. ພາຍຫຼັງກະກຽມເຄື່ອງປະກອບທີ່ຈຳເປັນແລ້ວ, ຈຶ່ງ ນຳເຂົ້າໜຽວ ແລະ ໝາກຖົ່ວຂຽວໄປໝ່າ, ລ້າງໃຫ້ສະ ອາດ ແລ້ວໜຶ້ງໃຫ້ສຸກ. ຂັ້ນຕອນນີ້, ຮຽກຮ້ອງຕ້ອງໜຶ້ງເຂົ້າໃຫ້ສຸກພໍດີ ເພາະເປັນຂັ້ນຕອນສໍາຄັນເພື່ອຮັບປະກັນໃຫ້ເຂົ້າໜົມໂພງດີໃນເວລານໍາໄປຈືນ. ຖ້າເຂົ້າບໍ່ສຸກເຂົ້າໜົມຈະບ່ໍໂພງ,ແຕ່ຖ້າເຂົ້າສຸກໂພດຈະເຮັດໃຫ້ຂາດຄວາມໜຽວແໜ້ນ ເມື່ອຈືນມັນຈະບໍ່ໂພງ ແລະ ບ່ໍກອບ.

ເຄື່ອງປະກອບເພື່ອເຮັດເຂົ້າໜົມໂອໂລແມ່ນເຂົ້າໜຽວ ຫອມ, ຖົ່ວຂຽວ, ໝາກງາ ແລະ ນ້ຳຕານ.


ເຂົ້າໜຽວໜຶ້ງສຸກແລ້ວນຳເຂົ້າໝໍ້ຂາງຈືນ.


ເວລາຈືນຕ້ອງມີຄວາມຄ່ອງແຄ້ວ ເພາະຂັ້ນຕອນຈືນເປັນຂັ້ນຕອນຕັດສິນລະດັບຄວາມໂພງຂອງເຂົ້າໜົມ.


ເມື່ອເຂົ້າໜົມໂພງໃຫຍ່ຄືໝາກບານ ມີສີເຫຼືອງແກ່ ງາມດີແລ້ວຈຶ່ງຕັກອອກ.


ເຂົ້າໜົມໂອໂລກິນກັບອາຫານປະເພດປີ້ງ, ທອດເຊັ່ນ: ນົກທອດ, ໄກ່ປີ້ງ, ນົກກາງແກທອດ. 


ເມື່ອເຫັນແລ້ວໃຜໆກໍ່ຍົກຍ້ອງຍ້ອນຮູບຮ່າງແປກຕາ ແລະ ມີລົດຊາດເປັນເອກະລັກຂອງເຂົ້າໜົມໂອໂລ,
ເປັນອາຫານພິເສດເຍື່ອງໜຶ່ງຂອງພາກໃຕ້ຫວຽດນາມ.



ເຂົ້າໜົມໂອໂລແມ່ນເຂົ້າໜົມປະເພດໜຶ່ງທີ່ມີຊື່ສຽງຢູ່ແຂວງ ຕ່າງໆ ທາງພາກໃຕ້, ມັກຈະຖືກນໍາໃຊ້ເຂົ້າໃນງານລ້ຽງ
ຕ້ອນຮັບແຂກໃນໂອກາດງານເທສະການອາຫານກັບຊາວຕ່າງປະເທດ.

ຂັ້ນຕອນຕໍ່ໄປແມ່ນເອົາເຂົ້າໜຽວສຸກພໍດີນັ້ນ ມາຄັ້ນກັບນ້ຳ ມັນ ແລະ ນ້ຳຕານ. ຕ້ອງຄັ້ນແຮງ ແລະສະໝໍ່າ ສະເໝີ. ເມື່ອເຫັນ ວ່າມັນເຂົ້າກັນດີ ແລ້ວຈຶ່ງໜີບໃຫ້ແປ, ຕັດເປັນ ຕ່ອນມົນໆ. ຄ້າງໝໍ້ຂາງຂຶ້ນໃຫ້ຮ້ອນແລ້ວຖອກນໍ້າມັນໃສ່, ເມື່ອນໍ້າມັນຮ້ອນແຮງແລ້ວຈຶ່ງປ່ອນຕ່ອນເຂົ້າທີ່ຕັດເປັນຮູບວົງມົນນັ້ນລົງໃສ່ເທື່ອລະຕ່ອນ. ເວລານີ້ຜູ້ຈືນຕ້ອງມີຄວາມຄ່ອງແຄ້ວ ເພາະຂັ້ນຕອນຈືນເປັນຂັ້ນຕອນຕັດສິນລະດັບຄວາມໂພງຂອງເຂົ້າໜົມ. ຕະຫລອດເວລາຈືນຕອ້ງໝັ່ນປີ້ນເພື່ອບໍ່ໃຫ້ເຂົ້າໜົມບິດບ້ຽວ ແລະ ເພື່ອໃຫ້ສຸກທົ່ວ. ເບື້ອງຕົ້ນຕ້ອງເນັ້ນຄ່ອຍໆ ເມື່ອເຂົ້າໜົມເລີ່ມຟູຂຶ້ນແລ້ວຕ້ອງເນັ້ນແຮງເພື່ອໃຫ້ນໍ້າມັນຊືມເຂົ້າ ເຮັດໃຫ້ເຂົ້າໜົມໂພງຂຶ້ນຢ່າງສະໝໍ່າສະເໝີກໍ່ຄືສຸກເຫລືອງທົ່ວກັນ. ເມ່ືອເຂົ້າໜົມສຸກເຫລືອງ, ໄດ້ລະດັບຄວາມໂພງແລ້ວຕ້ອງເລັ່ງໄຟແຮງຂຶ້ນເພື່ອໃຫ້ເປືອກນອກແຂງ ແລະ ກອບ, ສົ່ງກິ່ນຫອມທົ່ວທັງນອກ ແລະ ໃນ.  

ເມື່ອຂະໜົມໂພງໃຫຍ່ສໍ່າໝາກບານ, ມີສີເຫຼືອງແກ່ ງາມຕາ ແລ້ວຈຶ່ງຕັກອອກ. ລະດັບຂະໜາດຂອງເຂົ້າໜົມຈະນ້ອຍ ຫລື ໃຫຍ່ແມ່ນຂຶ້ນກັບຈໍານວນກ້ອນເຂົ້າໜົມທີ່ເອົາລົງໃສ່ໝໍ້ຂາງໃນເບື້ອງຕົ້ນ.   ເວລາຮັບປະທານ, ບີບໃຫ້ມັນແວບລົງ ແລ້ວຕັດເປັນຕ່ອນນ້ອຍພໍກິນ. ເຂົາເຈົ້າມັກກິນຂະໜົມໂອໂລກັບຂອງກິນປະເພດຈືນ, ປີ້ງເຊັ່ນ: ນົກຈືນ, ໄກ່ປີ້ງ ແລະ ອື່ນໆ. ລົດຊາດ. ກິ່ນຫອມທີ່ເປັນເອກະລັກຂອງເຂົ້າ ໜົມໂອໂລແມ່ນກອບ ແຕ່ຍັງຮັກສາໄດ້ກິ່ນຫອມໜຽວຂອງເຂົ້າໜຽວ, ລົດນົວໆຂອງຖົ່ວຂຽວ ແລະ ລົດຫວານ ຂອງ ນ້ຳຕານ.

ໃນງານເທສະການອາຫານ“ເຍື່ອງແຊບຂອງບັນດາປະເທດ” ທີ່ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ປີ 2009 ນັ້ນ, ຂະໜົມໂອໂລຖືກນຳມາ “ປະລອງຄວາມເກັ່ງ”  ກັບອາຫານເຍື່ອງແຊບໆ ຂອງ ເພື່ອນມິດສາກົນ ດວ້ຍຮູບຮ່າງທີ່ມີຂະໜາດ: ເສັ້ນ ຮອບ 187 ຊັງຕີແມັດ, ເສັ້ນຜ່າກາງ 59,5 ຊັງຕີແມັດ ແລະ ລວງ ສູງ 41,5 ຊັງຕີແມັດ ເຮັດມາຈາກເຂົ້າໜຽວໜຶ້ງສຸກ 10 ກິໂລ, ນ້ຳຕານ 600 ກຼາມ, ຈືນດ້ວຍນ້ຳມັນພືດ 10 ລິດ. ເມື່ອເຫັນແລ້ວໃຜໆກໍ່ຍົກຍ້ອງຍ້ອນຮູບຮ່າງແປກຕາ ແລະ ມີລົດຊາດເປັນເອກະລັກຂອງເຂົ້າໜົມໂອໂລ, ເປັນອາຫານພິເສດເຍື່ອງໜຶ່ງຂອງພາກໃຕ້ຫວຽດນາມ.

ບົດ: ຫງວຽນຫວູ້ແທ່ງດາດ - ພາບ: ດັ້ງກີມເຟືອງ

ບັນດາບົດທີ່ຖືກນຳສະເໜີ