31/12/2016 15:45 GMT+7 Email Print Like 0

ເຂດ ພູຫີນ ຮ່າຢາງ

ຮ່າຢາງ ເປັນແຂວງ ທ່ີມີພູຜາສູງຊັນ ມີຊາຍແດນຕິດກັບສປ ຈີນ, ຕັ້ງ ຢູ່ທາງທິດເໜືອສຸດ ຂອງ ຫວຽດນາມ ມີທິວທັດທຳມະຊາດທີ່ສວຍ ງາມ ກັບສາຍ ພູຫີນປູນ ທີ່ແຫຼມຄົມ, ເສັ້ນທາງຂຶ້ນໄປຮ່າຢາງ ແມ່ນ ຄົດໂຄ້ງ ໄປຕາມຮ່ອມພູ, ໃນລະດູເກັບກ່ຽວ ທົ່ງນາຂັ້ນໄດ ເຕັມໄປ ດ້ວຍສີເຫຼືອງ, ລວມ ທັງສິ່ງຕ່າງໆ ທີ່ ເຊື່ອງຊ້ອນ ຄວາມລຶກລັບ ຫຼາຍ ຢ່າງ ທີ່ ຍັງບໍ່ ທັນໄດ້ ຄົ້ນພົບ ກ່ຽວກັບ ຊີວິດວັດທະນະທຳ ຂອງ ວົງ ຄະນາຍາດ ກວ່າ 20 ຊົນເຜົ່າ ສ່ວນນ້ອຍ ເຊ່ັນ: ມົ້ງ, ໄຕ່, ຢາວ, ນຸ່່ງ, ໄຢ໋ ແລະ ອື່ນໆ… 
ຮ່າຢາງ ເປັນດິນແດນທີ່ມີມາແຕ່ດຶກດຳບັນ, ເປັນບ່ອນດຳລົງຊີວິດ ຂອງ ວົງຄະນາ ຍາດກວ່າ 20 ຊົນເຜົ່າສ່ວນນ້ອຍ ພ້ອມກັບຮີດຄອງ ປະເພນີ, ວັດທະນະທຳ ອັນເປັນມູນເຊື້ອຫຼາຍຢ່າງ ແລະ ງານບຸນ ຕ່າງໆ ທີ່ມີຊີ ວິດຊີວາ ເພື່ອໃຫ້ຜູ້ມາຢາມ ຊອກຮູ້.

ຮ່າຢາງ ມີຮ່ອງຮອຍປະຫວັດສາດ ແລະ ທັດສະນີຍະພາບ ມີຊື່ສຽງ ຫຼາຍແຫ່ງເຊັ່ນ: ກົງເຈີ່ຍ (ປະຕູສູ່ຟ້າ), ພູຄູ່ ກວ່ານບ້າ(ເມືອງ ກວ່ານ ບ້າ); ຫໍໂຮງ ເວືອງ, ເສົາທຸງ ແຫ່ງຊາດ ຫຼຸງກູ໋ (ເມືອງດົ່ງວັນ); ຮ່ອມພູ ໝ໊າ ປ່ີ ແລ່ງ (ເມືອງ ແມ່ວວາກ); ຕາດ ຕຽນ- ຮ່ອມພູ ຢໍ໋, ຫາດຫີນ ເກົ່າ ເນີ໋ມເຢີ່ນ (ເມືອງ ຊິ໋ນເມີ່ນ); ຫ້ວຍແຫ່ທາດ ກວ່າງ ເຢີ໊ນ (ເມືອງ ຊິ໋ນເມີ່ນ); ຫ້ວຍແຫ່ທາດ ກວ່າງ ເງີ່ນ (ເມືອງ ຫວີ້ຊວຽນ) ແລະ ອື່ນໆ ອີກຫຼາຍແຫ່ງ ຊຶ່ງດຶງດູດນັກທ່ອງທ່ຽວ ມາຢ້ຽມຢາມ ແລະ ຊອກຮູ້.


ຄ້ອຍ ເກົ້າໂຄ້ງ ຢູ່ ໂຟ໋ກ໋າວ, ດົ່ງວັນ ກັບເສັ້ນທາງ ທີ່ລະອິດລະອ້ຽວ ແລະ ກັນດານ. ພາບ: ຮວ່າງກວາງຮ່າ


ນັກທ່ອງທ່ຽວຊົມພາບ ໝາ໊ ປີ່ ແລ່ງ ມີລະດັບຄວາມສູງ 1.600-1.800ແມັດ ເມື່ອ ທຽບກັບໜ້ານ້ຳທະເລ,
ເປັນໜຶ່ງໃນສີ່ຮ່ອມພູ ສູງ ທີສຸດ ຂອງ ເຂດພູສູງ ທາງພາກເໜືອ. ພາບ: ຮວ່າງກວາງຮ່າ



ທົ່ງດອກໄມ້ ໄດ້ຮັບການປູກ ຢູ່ລະຫວ່າງເປີ້ນພູຫີນ ຂອງເມືອງ ດົ່ງວັນ, ແຂວງຮ່າຢາງ. ພາບ: ເຕິດເຊີນ


ລະບົບການຄົມມະນາຄົມ ຢູ່ເຂດພູສູງຮ່າຢາງ ໄດ້ຮັບການ ກໍ່ສ້າງ ສຳ ເລັດ, ສ້າງຄວາມສະດວກສະບາຍ
ໃຫ້ແກ່ນັກທ່ອງທ່ຽວ ເມື່ອມາ  ຮ່າ ຢາງ. ພາບ: ເຕິດເຊີນ

 

ຕາມຕົວເລກສະຖິຕິ ຂອງພະແນກ ວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ ແຂວງ ຮ່າຢາງ ໃຫ້ຮູ້ວ່າ ຈຳນວນ ນັກທ່ອງທ່ຽວ ມາທ່ອງທ່ຽວ ແຂວງ ຮ່າຢາງ ເພີ່ມຂຶ້ນ ສະເລ່ຍ 20%/ປີ. ແຕ່ຕົ້ນປີ 2016 ມາ ຮອດ ປັດຈຸບັນ, ແຂວງ ຮ່າຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວ ປະມານ 800.000 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2015; ລາຍຮັບຈາກ ການທ່ອງທ່ຽວ ແລະ ບໍລິການບັນລຸປະມານ 800 ຕື້ດົ່ງ. 
ພິເສດ ປີ 2010, ສວນສາທາລະນະທໍລະນີ ເຂດພູຫີນ ດົ່ງວັນ ຖືກ ຢູ ແນັສໂກ ຮັບຮອງ ເປັນສວນສາທາລະນະທໍລະນີ ໂລກຢ່າງເປັນ ທາງ ການ, ກາຍເປັນ ສວນສາທາລະນະທໍລະນີ ແຫ່ງທຳອິດ ຂອງ ຫວຽດ ນາມ ແລະ ແຫ່ງທີສອງ ຢູ່ ອາຊີຕາເວັນອອກສ່ຽງໃຕ້, ຖັດ ຈາກ ສວນ ສາທາລະນະ ລັງກາວີ ຂອງ ມາເລເຊຍ. ປີ 2012, ນາ ຂັ້ນໄດ ເມືອງ ຮວ່າງຊູຟີ່ ໄດ້ຮັບຮອງເປັນຮ່ອງຮອຍປະຫວັດສາດ ລະດັບຊາດ. ປີ 2015 ຖືກຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ ບໍ່ມີຮູບຮ່າງ ລະ ດັບຊາດ. ອາດເວົ້າໄດ້ວ່າ ແຂວງ ຮ່າຢາງ ໄດ້ເປັນ ເຈົ້າຂອງ ແຫຼ່ງ ຊັບ ພະຍາກອນດ້ານການທ່ອງທ່ຽວ ທີ່ມີຄຸນຄ່າ. 

ເມື່ອເຖິງ ຮ່າຢາງ ນັກທ່ອງທ່ຽວຈະໄດ້ເຈືອຈານເຂົ້າກັບ ບັນຍາກາດ ຂອງ ເຂດພູເຂົາລຳເນົາໄພ ທີ່ມີຄວາມງາມ ແບບທຳມະຊາດ ພ້ອມ ກັບສາຍພູຫີນ ທ່ີແຫຼມຄົມ ສະຫຼັບຊັບຊ້ອນ ຍາວຢຽດຈົນສຸດສາຍຕາ; ບັນດາທົ່ງນາຂັ້ນໄດ ງາມດັ່ງ ພາບແຕ້ມ ຂອງ ທຳມະຊາດ ຊັບຫວ່າງ ກັບພູຜາປ່າໄມ້ ກັບສີເຫຼືອງ ໃນລະດູເກັບກ່ຽວ ຫຼື ລະຍິບລະຍັບ ແສງ ສີ ສະທ້ອນພາບທ້ອງຟ້າ ໃນລະດູ ເອົານຳ້ເຂົ້ານາ; ຢູ່ລະຫວ່າງ ເນີນ ພູ ທີ່ລັບໆ ລໍ່ໆກັນ ແມ່ນ ທົ່ງດອກໄມ້ ຕາມຢ໋າກແມກ(Buckwheat) ສີບົວ ອິດປົ່ງຂຶ້ນ ຢ່າງງົດງາມ ແລະ ເຫັນພໍລາງໆ ຢູ່ບ່ອນນັ້ນບ່ອນນີ້ ແມ່ນບັນດາ ເຮືອນຮ້ານ ຂອງ ພີ່ນ້ອງ ຊົນເຜົ່າ ຕັ້ງຢູ່ ຢ່າງສະຫງົບສຸກ ກັບ ຄວັນໄຟ ໃນຍາມຄ້າຍແລງ...


ຢ້ຽມຢາມເຂດພູຫີນ ຮ່າຢາງ

ພູຫີນ ດົ່ງວັນ ຢູ່ລະດັບຄວາມສູງ ສະເລ່ຍ 1.000 - 1.600 ແມັດເມື່ອ ທຽບກັບໜ້ານ້ຳທະເລ ຊຶ່ງກວມພື້ນທີ່ 4 ເມືອງຄື: ກວ່ານບ້າ, ອຽນມິນ, ດົ່ງວັນ  ແລະ ແມ່ວວາກ ຂອງ ແຂວງ ຮ່າຢາງ ມີເນື້ອທີ່ທັງໝົດກວ່າ 2.300 ກິໂລຕາແມັດ. ຕາມບັນດາ ນັກຄົ້ນຄວ້າເຫັນວ່າ ນີ້ແມ່ນໜຶ່ງ ໃນຈຳນວນ ເຂດພູຫີນປູນ ຊະນິດພິເສດ ຂອງ ຫວຽດນາມ, ບັນຈຸຂີດ ໝາຍອັນພົ້ນເດັ່ນຫຼາຍຢ່າງ ກ່ຽວກັບ ປະຫວັດສາດການຂະ ຫຍາຍ ຕົວ ຂອງ ເປືອກໂລກ ທີ່ໃຊ້ເວລານັບລ້ານປີ.

ເພື່ອຊົມຄວາມງາມ ໃຫຍ່ໂຕມະໂຫຖານ ຂອງເຂດພູຫີນ ດົ່ງວັນ, ຈາກໃຈກາງນະຄອນຮ່າຢາງ, ນັກທ່ອງທ່ຽວ ໄປຕາມ ທາງ ຫຼວງເລກ 4C ປະມານ 40 ກິໂລແມັດ ກໍຮອດ ເມືອງ ກວ່ານ ບ້າ, ຈາກນັ້ນ ສືບ ຕໍ່ໄປຫາເມືອງ ອຽນມິນ, ດົ່ງວັນ ແລະ ແມ່ວວາກ ຊຶ່ງມີໄລຍະທາງ ປະມານ 150 ກິໂລແມັດ, ຜ່ານເສັ້ນທາງຮ່ອມ ທີ່ຄົດລະອິດລະອ້ຽວ  ຊຶ່ງເຕັມໄປດ້ວຍຄວາມທ້າທາຍ ແຕ່ກໍສຸດທີ່ຈັບອົກຈັບໃຈ.

ຕາມເສັ້ນທາງ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ເຈືອຈານເຂົ້າກັບ ພູຜາ ປ່າ ໄມ້ ທີ່ສະຫຼັບຊັບຊ້ອນ ຍາວຢຽດ ຈົນສຸດສາຍຕາ ພ້ອມກັບ ພູຫີນ ທີ່ ແຫຼມຄົມ ຊີ້ຂຶ້ນສູ່ທ້ອງຟ້າເທ່ົານັ້ນ ຫາກຍັງ ໄດ້ຄົ້ນພົບ ທັດສະນີຍະ ພາບ ທີ່ວິຈິດພິດສະດານຫຼາຍແຫ່ງເຊັ່ນ: ປະຕູສູ່ຟ້າ ກວ່ານບ້າ ມີ ຄວາມ ສູງ 1.500 ແມັດ ເມື່ອທຽບກັບໜ້ານ້ຳທະເລ, ກິ່ວ ກ໋ານຕີ້ ທີ່ ຄົດລ້ຽວ, ສູງຊັນ; ຮ່ອມພູ ໝ໊າ ປີ່ ແລ່ງ ເປັນໜຶ່ງໃນ ສີ່ຮ່ອມພູ ໃຫຍ່ ສູງທີສຸດ ທາງທິດເໜືອ ແລະ ເຂດປ່າແປກ ທີ່ກວ້າງໃຫຍ່ໄພສານ ປະສານກັບສຽງລົມພັດໃບແປກ…






ຫໍເວືອງ ທັງເປັນປ້ອມໝັ້ນ ຂອງຕະກຸນເວືອງ (ອົງກະສັດ ຂອງ ຊາວ ຊົນເຜົ່າມົ້ງ) ຢູ່ຕາແສງ ຊ່າຟີ່ນ, ເມືອງດົ່ງວັນ
ໄດ້ຮັບການ ກໍ່ສ້າງຢູ່ ເທິງເນື້ອທີ່ດິນ 1.120 ແມັດມົນທົນ ກັບສາມຊັ້ນສູງຂຶ້ນ
ແຕ່ນອກ ເຂົ້າໃນ. ພາບ: ຮວ່າງກວາງຮ່າ



ຊົນເຜົ່າ ມົ້ງ ທຳການປູກຝັງ ຕາມຈ້າຍພູຫີນແຫຼມ ຢູ່ ເຂດພູພຽງຫີນ ດົ່ງວັນ. ພາບ: ເອກະສານ VNP


ແມ່ຍິງຊົນເຜົ່າ ມົ້ງ ເປ້ໝາກຖົ່ວເຫຼືອງ ທີ່ຫາກໍເກັບກ່ຽວ ເມືອເຮືອນ. ພາບ: ຮວ່າງກວາງຮ່າ


ແມ່ເຖົ້ານາຍຊ່າງ ຢ່າງທິກໍ໋, ຊົນເຜົ່າມົ້ງ ພວມ ຕຳ່ແຜ່ນ ປໍປ່ານ ແບບ ເດີມ ທີ່ຕາແສງ ຫຼຸງຕ໋າມ,
ເມືອງ ກວ່ານບ່າ, ແຂວງ ຮ່າຢາງ.  ພາບ: ຮວ່າງກວາງຮ່າ



ຊົນເຜົ່າ ມົ້ງ ຢູ່ເມືອງ ດົ່ງວັນ ນຳໃຊ້ ສາກໄມ້ ແລະ ໄມ້ແປ້ນ ເພື່ອ ສ້າງເຮືອນຢູ່. ພາບ: ຮວ່າງກວາງຮ່າ


ແມ່ຍິງຊົນເຜົ່າມົ້ງ ຢູ່ດົ່ງວັນ ແບກດິນຈີ່ ຂຶ້ນບ້ານ ເພື່ອການ ກໍ່ ສ້າງ ເຮືອນໃໝ່. ພາບ: ຫວຽດເກື່ອງ


ນັກທ່ອງທ່ຽວຫຼົງໄຫຼ ກັບລະດູ “ພູພຽງຫີນອອກດອກ” ໂອກາດທ້າຍປີ ພາບ: ຫວຽດເກື່ອງ

ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ວົງຄະນາຍາດ ທີ່ພົ້ນເດັ່ນ ຢູ່ແຂວງ ຮ່າຢາງ: ບ້ານ ຫຼຸງເກ່ີມເຈນ (ຕາແສງ ສູງລ່າ, ເມືອງ ໂດ່ງວັນ), ບ້ານ ລ່າງຢາງ (ຕາແສງ ທົງງວຽນ, ເມືອງ ຮວ່າງຊູຟ່ີ), ບ້ານ ບ່ານລ້ານ (ຕາແສງ ອຽນຝູ໋, ເມືອງ ບັກເມ), ບ້ານ ນ້ຳດຳ (ຕາແສງ ກວ່າງບ່າ, ເມືອງ ກວ່ານບ່າ), ບ້ານ ທາ ແລະ ບ້ານ ຕ໋ຽນຖັ໋ງ (ນະຄອນ ຮ່າຢາງ), ບ້ານ ຂວຍລາກ (ເມືອງ ວິຊວຽນ), ບ້ານ ເນີ້ມອານ (ເມືອງ ບັກກວາງ) ແລະ ບ້ານ ມີບັກ (ເມືອງກວາງບິ່ງ). 
ເຂດພູຫີນ ດົ່ງວັນ ມີສອງລະດູຢ່າງຈະແຈ້ງ ຄື ລະດູຝົນ ແຕ່ເດືອນ ພຶດສະພາ ຫາເດືອນ ຕຸລາ, ລະດູແລ້ງແຕ່ເດືອນ ພະຈິກ ຫາເດືອນ ເມສາ. ອຸ່ນຫະພູມສະເລ່ຍໃນປີ ປະມານ 24-28 ອົງສາເຊ. ໃນລະ ດູໜາວ ບາງທີ ອຸ່ນຫະພູມ ອາດຕິດລົບ 5 ອົງສາເຊ, ອາກາດໜາວ ຈັດ ຄືກັບທະວີບ ຢູລົບ.

ພູຫີນ ດົ່ງວັນ ງາມຕະຫຼອດປີ, ແຕ່ງາມທີສຸດ ແມ່ນໃນ ລະດູດອກ ໄມ້ບານ ຕາມຢ໋າກແມກ, ລະດູດອກຜັກກາດເຫຼືອງ ແລະ ລະດູດອກ ຄາຍບານ. ຕາມປະສົບການຂອງ ຜູ້ເຄີຍ ໄປທ່ຽວແຂວງ ຮ່າຢາງ ແລ້ວ, ລະດູດອກໄມ້ ຕາມຢ໋າກແມກ ງາມທີສຸດ ແມ່ນໃນເດືອນ ຕຸລາ ແລະ ເດືອນ ພະຈິກ. ໃນຍາມນັ້ນ, ທົ່ງນາ ແຫ່ງຕ່າງໆຢູ່ ໂຟ໋ລ່າ, ສູງ ລ່າ, ຫຼຸງ ຕ໋າວ, ມາເລ໋... ເຕັມແຕ່ ສີນາໆ ຊະນິດ ຂອງດອກໄມ້ ຕາມ ຢ໋າກ ແມກ.  ເມື່ອລະດູບານໃໝ່ ວຽນມາ, ບັນດາທົ່ງດອກຜັກກາດ ບານເປັນ ສີເຫຼືອງ ຢູ່ຕາມເປີ້ນພູ ແລະ ບັນດາຕົ້ນດອກຄາຍປ່າ ກໍ ແຕກດອກ ເປັນສີບົວແດງໄປທົ່ວ ຢູ່ຄຽງຂ້າງ ຫຼັງຄາເຮືອນ ທີ່ ເຕັມ ແຕ່ໄຄນຳ້... ຄວາມງາມດັ່ງກ່າວ ໄດ້ເຮັດໃຫ້ຜູ້ໄດ້ເຫັນຫຼົງໄຫຼໄປກັບ ຄວາມງາມຊຶ່ງບໍ່ອາດພັນລະນາໄດ້.

ໄປຍັງ ເຂດພູຫີນ ດົ່ງວັນ, ນັກທ່ອງທ່ຽວມີໂອກາດ ໄດ້ຊົມເບິ່ງ ຫໍໂຮງ ເວືອງ (ບ່ອນໃຊ້ຊີວິດຂອງ ພະເຈົ້າແຜ່ນດິນ ຂອງ ຊົນ ເຜົ່າມົ້ງ) ທີ່ເກົ່າ ແກ່ ຊຶ່ງໄດ້ຮັບການອະນຸລັກຮັກສາ ຜ່ານຫຼາຍເຫດ ການທີ່ໃຫຍ່ຫຼວງ ທັງມີລັກສະນະໄປໃນທາງບວກ ແລະ ທາງລົບ ຂອງ ປະຫວັດສາດ; ໄດ້ຂີ່ລົດຢູ່ເທິງ ເສັ້ນທາງ ແຮ້ງຟຸກ (ຜາສຸກ), ເປັນກິດຈະກຳກໍ່ສ້າງ ຂອງຊາວໜຸ່ມຊົນເຜົ່າໃນເມື່ອກ່ອນ; ໄດ້ມີ ຄວາມຮູ້ສຶກເອກ ອ້າງທະນົງໃຈ ຢູ່ຕໍ່ໜ້າເສົາທຸງ ຫຼຸງກູ໋ ກັບທຸງຊາດ ທີ່ປິວສະບັດ ຕາມກະແສລົມ ຢູ່ບ່ອນຕອນດິນເໜືອສຸດ ຂອງປະເທດຊາດ ແລະ ພິເສດແມ່ນໄດ້ຄົ້ນ ພົບ ຮີດຄອງປະເພນີ, ຊີວິດວັດທະນະທຳ ທີ່ເປັນເອກະລັກ ຂອງ ປະຊາຊົນບັນດາເຜົ່າ ຢູ່ເຂດພູສູງ ອີກດ້ວຍ.


ຊີວິດການເປັນຢູ່ ເຂດເໜືອສຸດ ຂອງ ປະເທດ

ຄວບຄູ່ກັບ ຄວາມງາມຢ່າງມະຫັດສະຈັນຂອງເຂດພູຫີນ ດົ່ງວັນ, ແຂວງ ຮ່າຢາງ ກໍຍັງມີມູນມໍລະດົກ ທົ່ງນາຂັ້ນໄດ ຮວ່າງຊູຟີ່. ນາ ຂັ້ນ ໄດ ຮວ່າງຊູຟີ່ ມີປະຫວັດຄວາມເປັນມາ ແຕ່ 3-4 ສະຕະວັດກ່ອນ, ຕັ້ງຢູ່ໃນພື້ນທີ່ ຂອງ ບ້ານລ໋ວກ, ຊ໋ານສາ ໂຮ່, ບ້ານຟຸ່ງ, ໂຮ່ເທົ່າ, ນ້ຳຕິ ແລະ ທົງງວຽນ. ນີ້ແມ່ນໜຶ່ງ ໃນບັນດາ ທັດສະນີຍະພາບທີ່ລືຊື່ ຫຼາຍ ແຫ່ງ ຂອງຫວຽດນາມ, ໄດ້ຮັບຮອງເປັນ ມູນມໍລະດົກ ວັດທະນະທຳ ທີ່ບໍ່ມີຮູບຮ່າງຂອງຊາດ.

ແຕ່ລະປີ, ປະມານ ທ້າຍເດືອນ ກັນຍາ ຫາ ເດືອນ ຕຸລາ, ທົ່ງນາຂັ້ນ ໄດ ຢູ່ຮວ່າງຊູຟີ່ ເຂົ້າສຸກເຫຼືອງໄປທົ່ວ. ລຽບຕາມ ເປີ້ນພູ, ບັນດາ ທົ່ງ ນາຂັ້ນໄດ ຄືຄື້ນທະເລ ເໝືອນດັ່ງ ຜືນພົມຂະໜາດໃຫຍ່ ພາດ ກ່າຍ ເປີ້ນພູ. ແນມແຕ່ໄກໆ ຈະເຫັນພີ່ນ້ອງ ເຜົ່າມົ້ງ ພວມ ກົ້ມໆ ເງີຍໆ ເກັບກ່ຽວເຂົ້າ ເຮັດໃຫ້ພາບພົບ ຢູ່ເຂດພູສູງ ທີ່ເຄີຍສະງຽບຫງົບ ຍິ່ງມີ ຄວາມມີສະເໜ່ຂຶ້ນຕື່ມ. ຕ່າງກັບລະດູ ເຂົ້າສຸກ, ໃນລະດູເອົາ ນຳ້ ເຂົ້ານາ ຄືເດືອນພຶດສະພາ ແລະ ເດືອນ ມິຖຸນາ, ບັນດາທົ່ງນາ ຂັ້ນ ໄດ ໄດ້ປະກາຍແສງລະຍິບລະຍັບ ຄືແວ່ນ ຂະໜາດໃຫຍ່ ທອດເງົາ ກຸ້ມເມກເຝື້ອທີ່ພວມເລື່ອນລອຍ. ພາບທິວທັດອັນພິຈິດພິດສະ ດານ ຢູ່ນະແຫ່ງນີ້ ເຮັດໃຫ້ແຂກຄົນທີ່ມາ ບໍ່ຢາກ ຈາກໄປ.


ຮ່າຢາງເປັນທ້ອງຖິ່ນ ມີທ່າແຮງ ພັດທະນາຮູບການທ່ອງທ່ຽວແບບ homestay ເພື່ອໃຫ້ນັກທ່ອງທ່ຽວ ຄົ້ນພົບ
ຮີດຄອງປະເພນີ ແລະ ຊີວິດການເປັນຢູ່ ດ້ານວັດທະນະທຳ ຂອງ ຊົນເຜົ່າມົ້ງ, ຢາວ, ໄຕ່, ປ່າແຖນ...
ຢູ່ຕາມໝູ່ບ້ານຕ່າງໆ. ພາບ: ເຈືອງຕ໋ວນຢາງ



ຊົນເຜົ່າ ມົ້ງ ກະກຽມກ້າ ໃຫ້ແກ່ລະດູການເຮັດນາຂັ້ນໄດ. ພາບ: ຟ້າມລື້




ພາເຂົ້າ ແລະ ພິທີບູຊາເຂົ້າ ຂອງ ຊົນເຜົ່າ ຢາວ ຢູ່ເມືອງ ຮວ່າງຊູຟີ່. ພາບ: ຮວ່າງກວາງຮ່າ


ນາຂັ້ນໄດ ຮວ່າງຊູຟີ່ ໃນລະດູ ເອົານ້ຳເຂົ້ານາ. ພາບ: ຟ້າມລື້


ຄຸ້ມຖະໜົນບູຮານ ດົ່ງວັນ. ພາບ: ຮວ່າງກວາງຮ່າ


ງານບຸນ ຊົນແບ້ ໄດ້ຮັບການຈັດຂຶ້ນທຸກປີ ຢູ່ເມືອງ ຮວ່າງຊູຟີ່. ພາບ: ຮວ່າງກວາງຮ່າ


ການຫຼິ້ນພື້ນເມືອງ ຂອງ ຊົນເຜົ່າ ລາຈີ໋, ຕາແສງ ບ່ານຟຸ່ງ, ເມືອງ ຮວ່າງຊູຟີ່. ພາບ: ຮວ່າງກວາງຮ່າ


ພວກນ້ອງນ້ອຍຊາວຊົນເຜົ່າ ມົ້ງ ໃນຊຸດຊົນເຜົ່າ ຍ່າງຫຼິ້ນ ຢູ່ເທິງ ຮ່ອມພູ ໝ໊າ ປີ່ ແລ່ງ
ໃນໂອກາດ ບຸນປີໃໝ່ ປະຈຳຊາດ. ພາບ: ຫວຽດເກື່ອງ

 
ດ້ວຍບັນດາທ່າແຮງທີ່ໄດ້ປຽບ ຄືໄດ້ກ່າວມາຂ້າງເທິງ, ໃນຫຼາຍປີມາ ນີ້, ຮ່າຢາງ ໄດ້ຖືສຳຄັນ ການພັດທະນາ ຫຼາຍຮູບການທ່ອງທ່ຽວ ເພື່ອ ດຶງດູດໃຈຜູ້ມາຢ້ຽມຢາມ, ໃນນັ້ນ ມີການສ້າງຕັ້ງ ບັນດາໝູ່ບ້ານ ວັດ ທະນະທຳ ທ່ອງທ່ຽວ, ຍູ້ແຮງການພັດທະນາ ຮູບການທ່ອງທ່ຽວແບບ homestay (ກິນຢູ່ພ້ອມກັບຄອບຄົວ ປະຊາຊົນທ້ອງຖິ່ນ). ປັດຈຸບັນ, ທົ່ວພື້ນທີ່ແຂວງຮ່າຢາງ ໄດ້ມີ 46 ໝູ່ບ້ານ ວັດທະນະທຳ ທ່ອງທ່ຽວ, ໃນນັ້ນມີ 29 ໝູ່ບ້ານ ໄດ້ເຂົ້າສູ່ ການ ເຄື່ອນໄຫວ ຢ່າງເປັນທາງການ, 17 ໝູ່ບ້ານ ກຳລັງລົງທຶນກໍ່ສ້າງ. ບັນດາໝູ່ບ້ານທີ່ໄດ້ເຂົ້າສູ່ການ ເຄື່ອນໄຫວ ສ່ວນຫຼາຍ ແມ່ນໝູ່ບ້ານ ຂອງພໍ່ແມ່ພີ່ນ້ອງຊົນເຜົ່າມົ້ງ, ຢາວ, ໄຕ່, ປ່າແຖນ ແລະ ອີກໝູ່ ບ້ານຈຳນວນໜຶ່ງ ຂອງຊາວຊົນເຜົ່າ ສ່ວນນ້ອຍອື່ນໆ.

ທ່ານ ເຈິ່ນກີ໋ວດຶກ, ຮອງປະທານ ຄະນະກຳມະການ ແຂວງ ຮ່າຢາງ ໃຫ້ຮູ້ວ່າ ທາງແຂວງ ໄດ້ວາງເປົ້າໝາຍ ເມື່ອຮອດປີ 2020 ທ່ອງທ່ຽວ ຈະກາຍເປັນ ຂະແໜງການ ເສດຖະກິດ ທີ່ສຳຄັນ ໃນການດຶງດູດ ນັກ ທ່ອງທ່ຽວ ໃຫ້ໄດ້ 1,5 ລ້ານ ເທື່ອຄົນຂຶ້ນໄປ ແລະ ເມື່ອເຖິງປີ 2030, ທ່ອງທ່ຽວ ຈະກາຍເປັນ ຂະແໜງການເສດຖະກິດ ປາຍແຫຼມ ຂອງ ທ້ອງຖິ່ນ. ຈາກນັ້ນ, ຮ່າຢາງ ໃຫ້ບຸລິມະສິດ ລົງທຶນພັດທະນາ ພື້ນ ຖານ ໂຄງລ່າງ ການທ່ອງ ທ່ຽວ ທີ່ສວນສາທາລະນະ ທໍລະນີ ໂລກ ເຂດພູພຽງຫີນ ດົ່ງວັນ ແລະ ນາຂັ້ນໄດ ຮວ່າງຊູຟີ່; ພັດທະນາຮູບ ແບບ ການທ່ອງທ່ຽວ ທີ່ຫຼາກຫຼາຍເຊັ່ນ: ທ່ອງທ່ຽວ ຊີວະພາບ, ວັດທະ ນະທຳ, ປະຫວັດສາດ, ທໍລະນີສາດ, ຄວາມເຊື່ອ ຖືທາງດ້ານຈິດໃຈ, ພັກຜ່ອນ ຮັກສາສຸຂະພາບ... ເພີ່ມທະວີ ການໂຄສະນາ ເຜີຍແຜ່, ເຊື່ອມຕໍ່ ບັນດາທົວ-ການທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງແຂວງ, ນັບທັງຕ່າງປະເທດ, ໂດຍສະເພາະຢ່າງຍິ່ງ ແມ່ນແຂວງ ຢຸນໜານ ຂອງ ສປ.ຈີນ.

ດ້ວຍຄວາມສາມາດບົ່ມຊ້ອນ ບວກກັບ ທ່າແຮງທີ່ມີ ຫວັງວ່າ ທ່ອງ ທ່ຽວ ຮ່າຢາງ ຈະບືນຕົວຂຶ້ນ ໃນອະນາຄົດອັນໃກ້ໆນີ້, ນຳຮ່າຢາງ ກາຍເປັນໜຶ່ງ ໃນບັນດາຈຸດສຸມ ດ້ານການທ່ອງທ່ຽວ ແລະ ເປັນຈຸດ ນັດພົບ ທີ່ໄດ້ຮັບຄວາມນິຍົມ ຢູ່ຕອນເໜືອສຸດ ຂອງ ປະເທດ ຫວຽດ ນາມ.



ຕາມຜົນສຳຫຼວດເມື່ອປີ 1999, ແຂວງ ຮ່າຢາງ ມີ 22 ຊົນເຜົ່າ ດຳລົງ ຊີວິດຮ່ວມກັນ, ຈຳນວນພົນລະເມືອງ ຫຼາຍທີສຸດ ແມ່ນຊົນເຜົ່າ ມົ້ງ ມີ 183.994 ຄົນ, ກວມ 30,52%; ຊົນເຜົ່າ ໄຕ່ ມີ 152.829 ຄົນ, ກວມ 25,35%; ຊົນເຜົ່າ ຢາວ ມີ 92.524 ຄົນ, ກວມ 15,35%; ຊົນເຜົ່າ ກິງ ມີ 72.974 ຄົນ, ກວມ 12,10%; ຊົນເຜົ່າ ນຸ່ງ ມີ 59.896 ຄົນ, ກວມ 9,93%; ຊົນເຜົ່າ ໄຢ໋ ມີ 13.086 ຄົນ, ກວມ 2,17%; ຊົນເຜົ່າ ລາຈີ໋ ມີ 10.184 ຄົນ, ກວມ 1,68%; ຊົນເຜົ່າ ຈີນ 6.369 ຄົນ, ກວມ 1,05% ແລະ ເຜົ່າອື່ນໆ ກວມ 1,85%.

(ແຫຼ່ງ: ຄະນະກຳມະການຊົນເຜົ່າຂອງລັດຖະບານ)


ບົດ: ຮວ່າງກວາງຮ່າ, ມິງເຕີມ
ພາບ: ຮວ່າງກວາງຮ່າ, ຫວຽດເກື່ອງ, ເຕິດເຊີນ, ຟ້າມລື້, ເຈືອງ ຕ໋ວນ ຢາງ ແລະ ເອກະສານ VNP

ບັນດາບົດທີ່ຖືກນຳສະເໜີ