23/06/2017 18:33 GMT+7 Email Print Like 0

“ເຂດແດນສັກສິດ” ຂອງ ສາສະໜາ ກາວດ່າຍ

ສາສະໜາກາວດ່າຍ (ສາສະໜາບູຊາຟ້າແຖນ ແລະ ອະລິຍະ ບຸລຸດ ທາງປະຫວັດສາດ ມີຢູ່ພາກໃຕ້ຫວຽດນາມ) ໂດຍຄົນ ຫວຽດນາມ ສ້າງຕັ້ງຂຶ້ນ ເມື່ອ ປີ 1926 ຢູ່ແຂວງ ໄຕນິງ ແລະ ມາຮອດປັດຈຸບັນ ມີຜູ້ເຊື່ອຖື ນັບຫຼາຍລ້ານຄົນ. ດ້ວຍຄຳສະຕິ ເຕືອນໃຈ ປະຕິບັດທຳ ດ້ວຍ ຄວາມຮັກ, ຄວາມມະນຸດສະທຳ ແລະ ຄຸນສົມບັດ. ການຂະຫຍາຍຕົວຂອງສາສະໜາກາວດ່າຍ ມີຫຼາຍຮູບແບບ, ອຸດົມສົມບູນ, ຊີວິດການເປັນຢູ່ດ້ານເຊື່ອຖື ສາສະໜາ ຂອງຄົນ ຫວຽດນາມ ຂຶ້ນຕື່ມ.
ໝາກຫົວໃຈ ຂອງ “ເຂດແດນສັກສິດ” 

ເມື່ອກ່າວເຖິງເຂດແດນສັກສິດ ໄຕນິງ ກໍ່ຈະຕ້ອງກ່າວເຖິງ ໂບດໃຫຍ່ ໄຕນິງ, ຊຶ່ງເປັນກຸ່ມກິດຈະການ ສະຖາປັດຕະຍະ ກຳສາສະໜາທີ່ ໃຫຍ່ໂຕໂອຖົງ ແລະ ມີຄວາມງາມ ງົດງາມ ໜຶ່ງບໍ່ມີສອງຢູ່ພາກໃຕ້ ຫວຽດນາມ.

ຈາກນະຄອນ ໂຮ່ຈີມິນ ໄປຕາມທາງທິດຕາເວັນຕົກສ່ຽງເໜືອ ຕາມທາງຫຼວງສາຍ 22 ແລະ 22 B ປະມານ 80 ກິໂລແມັດ ກໍຈະເຖິງໂບດໃຫຍ່ໄຕນິງ (ຢູ່ເທສະບານຮວ່າແທ່ງ, ເມືອງ ຮວ່າແທ່ງ ແຂວງ ໄຕນິງ). ແນມເບິ່ງແຕ່ໄກ ເຫັນໄດ້ໂບດຢ່າງ ເດັ່ນຊັດ ທ່າມກາງປ່າໄມ້ທີຂຽວອຸ່ມທຸ່ມ.

ໂບດໃຫຍ່ ໄຕນິງ ມີເນື້ອທີ່ທັງໝົດປະມານ 1 ກິໂລແມັດ ມົນ ທົນ, ມີປະຕູໂຂງໃຫ່ຍ ເພື່ອການເຂົ້າ-ອອກ ທັງໝົດ 12 ປະຕູ ໃນແຕ່ລະທິດ ແລະ ມີສະຖາປັດຕະຍະກຳໃຫຍ່-ນ້ອຍຕ່າງໆ ນັບ100.


ສາສະໜາ ກາວດ່່າຍ ເປັນ ສາສະໜາ ຂອງ ຄົນຫວຽດນາມ, ມີ ລັກສະນະປະສົມເຂົ້າກັບບັນດາສາສະໜາໃຫຍ່ໆ ຢູ່ໃນໂລກ. .


ປະຕູໂຂງເຂົ້າ ໂບດໃຫຍ່ ໄຕນິງ. 


ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ສ່ວນຫຼັງຄາ ໂບດ ໃຫຍ່ ໄຕນິງ ຊຶ່ງມີການປະສົມປະສານລະຫວ່າງ
ສາຖາປັດຕະຍະກຳຂອງຄົນ ຫວຽດນາມ ແລະ ຄົນອິດສະລາມ. 



ໃນຫໍທຳມະສະພາ ຂອງ ໂບດໃຫຍ່ ໄຕນິງ ມີລູກບານ ໃຫຍ່ໆ ຊຶ່ງເປັນສັນຍະລັກ ຂອງ ຟ້າດິນ. ຢູ່ເທິງລູກບານ
ມີຮູບແຕ້ມ ດວງຕາຊ້າຍ ຂະໜາດໃຫຍ່ ເອີ້ນວ່າ ທຽນຍ໊ານ (ຕາຟ້າ). 



ສັນຍະລັກ ຂອງທຽນຍ໊ານ (ຕາຟ້າ) ໄດ້ປະດັບປະດາຢູ່ເທິງຂອບປະຕູຂອງຫໍທຳມະສະພາ ໂບດໃຫຍ່ ໄຕນິງ. 


 ແລະ ໄດ້ຮັບການບູຊານັບຖື ໃນແຕ່ລະຄອບຄົວ ທີ່ ຖືສາ ສະໜາ ກາວດ່າຍ.


ບັນດາຜູ້ເຊື່ອຖືສາສະໜາ ກາວດ່າຍ ກຳລັງທຳພິທີ ທາງ ສະ ສາໜາ ໃນໂບດໃຫຍ່ ໄຕນິງ. 

ສາສະໜາ ກາວດ່່າຍ ເປັນ ສາສະໜາ ຂອງ ຄົນຫວຽດນາມ, ມີ ລັກສະນະປະສົມເຂົ້າກັບບັນດາສາສະໜາໃຫຍ່ໆ ຢູ່ໃນໂລກ ເຊັ່ນ: ສາສະໜາພຸດ, ສາສະໜາ ຄິສຕຽນ, ລັດທິໂຂງຈື້ ແລະ ສາສະໜາ ອິດສະລາມ. ນອກຈາກ ການສັກກະລະບູຊາ ທຽນ ຍ໊ານ (ຕາຟ້າ-ຟ້າຜູ້ເປັນເຈົ້າ), ສາສະໜາ ນີ້ຍັງບູຊາ ເຊັ່ນ: ສັກ ຂະຍະມຸນີ, ພະ ເຢຊູ, ໂຂງຈື້, ຫຼາວຢີ (Laozi), ເຈົ້າແມ່ ກວນ ອິນ ແລະ ອື່ນໆ... ປັດຈຸບັນ, ສາສະໜາ ກາວດ່າຍ ມີສາ ສະນິ ກະຊົນ ໃນທົ່ວໂລກ ປະມານ 4 ລ້ານຄົນ, ໃນນັ້ນ ສະມາຄົມ ສາສະໜາ ກາວດ່າຍ ໂບດໃຫຍ່ ໄຕນິງ ຄຸ້ມຄອງຜູ້ເຊື່ອ ຖືປະ ມານ 2,5 ລ້ານກວ່າຄົນ. 
ໄດ້ຮັບການກໍ່ສ້າງ ລະຫວ່າງປີ 1927-1947. ໃນໂບດໃຫຍ່ ໄຕນິງ ມີລວງຍາວ 93 ແມັດ, ກວ້າງ 22 ແມັດ, ໄດ້ຮັບການ ອອກແບບໃນຮູບຊົງ ຂອງ ລອງ ມ້າ (ຫົວມັງກອນ-ຄີງເປັນ ມ້າ), ປິ່ນຫົວໄປທາງທິດຕາເວັນຕົກ ພ້ອມກັບເຂົາ ສອງເບື້ອງ ຊີ້ຂຶ້ນສູ່ທ້ອງຟ້າ ແມ່ນຫໍກອງ ແລະ ຫໍລະຄັງ ຢູ່ສອງຂ້າງ.

ໂບດໃຫຍ່ ໄຕນິງ ໄດ້ກາຍເປັນສະຖາປັດຕະຍະກຳ ທ່ີໂດດ ເດັ່ນ ດ້ານສາສະໜາ ຂອງ ຫວຽດນາມ ນັ້ນກໍ່ຄື ສັນຍາລັກ, ລວດລາຍຕ່າງໆ ທີ່ປາກົດໃຫ້ເຫັນ. ພິເສດແມ່ນການປະສົມ ປະສານຢ່າງໜ້າອັດສະຈັນ ແລະ ປານີດ ຂອງຫຼາຍສາສະໜາ ແລະ ວັດທະນະທຳ ຂອງຫຼາຍສາສະໜາ ເຂົ້າດ້ວຍກັນເຊັ່ນ: ສາສະໜາພຸດ, ສາສະໜາຄິສຕຽນ, ລັດທິໂຂງຈື້, ສາສະໜາ ອິດສະລາມ, ສາສະໜາຮິນດູ...

ເບິ່ງໂດຍລວມ, ໂບດໃຫຍ່ ໄຕນິງ ມີຮູບຊົງຄ້າຍໆ ຄືກັບ ໂບດ ຂອງ ສາສະໜາ ຄິສຕຽນ, ມີ 156 ເສົາ ຖືກແກະສະຫຼັກຮູບ ມັງກອນ, ຫຼັງຄາມຸງດ້ວຍດິນຂໍ, ຈຸດຂົດໂງຂຶ້ນລົງຢູ່ ສ່ວນ ມູມ ຫຼັງຄາ ຊຶ່ງມີຮູບຊົງຂອງ ສະຖາປັດຕະຍະກຳ ວັດຫວຽດນາມ. ຢູ່ເທິງຫຼັງຄາ, ທາງໜ້າ ມີພະພຸດທະຮູບ ໄດ້ປະດິດສະຖານ ເທິງຖ້ານ ໃບບົວ ກັບຫຼັງຄາສ້ຽວວົງເດືອນ ຕາມແບບຫໍທຳມະ ອິດສະລາມ, ທາງຫຼັງມີທາດ ບາດກວ໋າຍດ່າຍ ສູງ 3 ຊັ້ນ, ມີ 8 ຫຼ່ຽມ ຕາມຮູບແບບ ຈັກລາສີ ຂອງ ລັດທິເຕົາ. ການ ຕົບແຕ່ງ ພາຍໃນ ມີຫ້ອງກາງ ເອີ້ນວ່າ ກືວ ຈຸ່ງ ດ່າຍ ກັບພື້ນເຮືອນ ຖືກ ແບ່ງອອກເປັນ 9 ຂັ້ນ, ຄ່ອຍໆ ສູງຂຶ້ນໄປ ທາງຫ້ອງທຳມະສະ ພາ ອັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມສຳນຶກ ແບ່ງຊັ້ນ ຄົນ ໃນສັງຄົມ ຂອງ ລັດທິໂຂງຈື້. ຢູ່ຫໍທຳມະສະພາ ມີໝາກ ບານ ໜ່ວຍໃຫຍ່ ຊຶ່ງເປັນສັນຍາລັກຂອງ “ກ່ານຄົນ” (ດິນຟ້າ). ຢູ່ເທິງໝາກບານ ມີຮູບແຕ້ມ ດວງຕາຊ້າຍ ໃຫຍ່ທີສຸດ ເອີ້ນວ່າ “ທຽນຍ໊ານ” (ຕາຟ້າ), ອ້ອມຮອບໄດ້ປະດັບປະດາຮູບ ເມກ ເວີ່ນ  ແລະ ດາວກວ່າ 3000 ດວງ ຊຶ່ງເປັນສັນຍາລັກ ໃຫ້ແກ່ ທຸກດວງດາວ ຢູ່ເທິງທ້ອງຟ້າ ແລະ ໂລກຈັກກະວານ. ສາສະ ໜາ ກາວດ່າຍ ສັກກະລະບູຊາ ທຽນຍ໊ານ, ໝາຍຄວາມ ວ່າ ຕາຟ້າ, ເປັນສັນຍາລັກ ໃຫ້ແກ່ ພະຜູ້ເປັນເຈົ້າ ຫຼື ເອີ້ນວ່າ ດຶກ ຈີ ຕົນ ຂອງສາສະໜາ ກາວດ່າຍ.

ສິ່ງທີ່ແປກ ນັ້ນຄື ໂຄງການກໍ່ສ້າງທັງໝົດນີ້ ບໍ່ແມ່ນອອກແບບ ຫຼື ກໍ່ສ້າງ ໂດຍບັນດານັກສະຖາປານິກ, ແຕ່ແມ່ນຊາວກະສິ ກອນ ແລະ ບັນດາຜູ້ມີ ຍົດຖາບັນດາສັກ ຂອງ ສາສະໜາ ກາວ ດ່າຍ ຊຶ່ງເຂົາເຈົ້າ ຕ່າງບ່ໍໄດ້ຜ່ານການສຶກສາ ຢູ່ໂຮງຮຽນ ຫຼື ຊຸດ ເຝິກອົບຮົມໃດໆ ກ່ຽວກັບສະຖາປັດຕະຍະກຳ ກໍ່ສ້າງຂຶ້ນດ້ວຍ ຕົນເອງ. ຂັ້ນຕອນທັງໝົດທີ່ສ້າງຂຶ້ນເຫຼົ່ານີ້ ລ້ວນແຕ່ໄດ້ເຮັດ ດ້ວຍ ມື ຫາກບໍ່ມີແຜນການໂດຍລະອຽດໃດໆ.

ຜ່ານການເວລາຕະຫຼອດເກືອບໜຶ່ງສະຕະວັດ ຜ່ານມາ, ໂບດ ໃຫຍ່ ໄຕນິງ ຍັງຄົງຮັກສາໄວ້ໄດ້ ຄຸນຄ່າເໝືອນເດີມຂອງມັນ, ສົມເປັນ “ຫົວໃຈ”, ຜົນການປະດິດແຕ່ງອັນລ້ຳເລີດ ດ້ານສະ ຖາປັດຕະຍະກຳ ຢູ່ເຂດແດນ ຂອງ ບັນດາຜູ້ເຊື່ອຖື ສາສະໜາ ກາວດ່າຍ ຢູ່ແຂວງ ໄຕນິງ. ປັດຈຸບັນ ໂບດໃຫຍ່ ໄຕນິງ ບໍ່ພຽງ ແຕ່ ເປັບສະຖານທີ່ ມະນັດສະການ ຂອງ ບັນດາສາສະນິກະ ຊົນ ຜູ້ເຊື່ອຖືສາສະໜາ ກາວດ່າຍເທົ່ານັ້ນ, ແຕ່ຍັງກາຍເປັນ ບ່ອນ ທ່ອງທ່ຽວດ້ານຈິດວິນຍານ ທີ່ໜ້າດຶງດູດໃຈສຳ ລັບນັກ ທ່ອງທ່ຽວ ຢູ່ພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼວງ ຫຼາຍ ອີກດ້ວຍ.


ຊີວິດໃໝ່ ຢູ່ເຂດແດນ ຂອງ ຜູ້ເຊື່ອຖືສາສະໜາ ກາວດ່າຍ

ແຕ່ລະປີ ເມື່ອເຖິງ ວັນທີ 8 ເດືອນຈຽງ (ຕາມຈັນທະປະຕິທິນ) ກໍແມ່ນເວລາທີ່ ສາສະນິ ກະຊົນ ແລະ ນັກທ່ອງທ່ຽວ ພາກັນຫຼັ່ງໄຫຼ ມາຍັງໂບດໃຫຍ່ ໄຕ ນິງ ເພື່ອເຂົ້າຮ່ວມ ໜຶ່ງໃນສອງ ວັນບຸນໃຫຍ່ ທີ່ສຳຄັນສຸດ ໃນປີ ຂອງ ສາສະໜາ ກາວດ່າຍ, ນັ້ນແມ່ນ ວັນບຸນ ເວ໋ຍ ດຶກ ຈີ ໂຕນ (ເລີ່ມແຕ່ວັນທີ 8-15 ເດືອນຈຽງ).

ຕາມຄວາມສຳນຶກຂອງຜູ້ເຊື່ອຖືສາສະໜາ ກາວດ່າຍ, ດຶກ ຈີ ໂຕນ ເປັນຟ້າແຖນ, ເປັນຜູ້ໃຫ້ກຳເນີດສັດສິ່ງທັງປວງ ໃນໂລກ ຈັກກະວານ, ຊຶ່ງຜູ້ເຊື່ອຖືເອີ້ນວ່າ ພໍ່ໃຫຍ່, ສ່ວນ ດຶກ ຢຽວ ຈີ່ ກີມ ເມົ້າ ເອີ້ນວ່າ ແມ່ໃຫຍ່.

ເວຍ ດຶກ ຈີ ຕົນ ເປັນວັນບຸນມີລັກສະນະສັນຍະລັກ ວັດທະນະ ທຳ ຂອງຜູ້ເຊື່ອຖືສາສະໜາ ກາວດ່າຍ ຢູ່ແຂວງ ໄຕນິງ. ເຖິງວ່າ ໄດ້ຮັບການຈັດຂຶ້ນເປັນປະຈຳແຕ່ລະປີ, ແຕ່ກໍຖືວ່າ ເປັນເຫດ ການ ສຳຄັນ, ມີຄວາມໝາຍທາງດ້ານຈິດໃຈ ຊຶ່ງສະແດງອອກ ເຖິງຄວາມກະຕັນຍູຕໍ່ ພໍ່ໃຫຍ່ ແລະ ແມ່ໃຫຍ່.

ໃນວັນບຸນໃຫຍ່ສອງມື້ນີ້, ພ້ອມກັບພີທີຖະຫວາຍ ເຄື່ອງໄຊຍະ ທານ, ການບູຊາ, ສູດມົນ... ບັນດາ ສາສະນິກະຊົນ ແລະ ນັກ ທ່ອງທ່ຽວ ທົ່ວທຸກສາລະທິດ ມາຍັງທີ່ນີ້ ກໍໄດ້ຄົ້ນພົບ ບັນດາ ການລະຫຼິ້ນ ພື້ນເມືອງ, ລາຍການສິລະປະ, ງານແຂ່ງຂັນມວຍ ພື້ນເມືອງ, ແຂ່ງຂັນຟ້ອນ ສັດມົງຄຸນສີ່ໂຕ... ຊຶ່ງໄດ້ສ້າງບັນຍາ ກາດ ຄຶກຄື້ນ ແລະ ເບີກບານສຳລານໃຈ.

ສຳລັບນັກທ່ອງທ່ຽວ, ນອກຈາກໄດ້ ຜ່ານປະສົບການ ຕົວຈິງ ໃນບັນຍາກາດຂອງງານບຸນ, ການໄປມະນັດສະການ ຍັງເປັນ ໂອກາດເພື່ອໄດ້ຄົ້ນພົບ ສະຖາປັດຕະຍະກຳ ທີ່ ເປັນຂອງສະ ເພາະ ໜຶ່ງບໍ່ມີສອງຂອງ ໂບດໃຫຍ່ ໄຕນິງ.


ລາຍການສະແດງ ລອງ ມ້າ (ມັງກອນ-ມ້າ) ແລະ ສັດມົງຄຸນ ສີ່ໂຕ ຢູ່ໂບດໃຫຍ່ ໄຕນິງ.  


ປະຊາຊົນ ຜູ້ເຊື່ອຖືສາສະໜາ ກາວດ່າຍ ຢູ່ ໄຕນິງ ປີຕິຍິນດີ ຕ້ອນຮັບວັນບຸນໃຫຍ່ ເວຍ ດຶກ ຈີ ຕົນ ຊຶ່ງໄດ້ໄຂໃນ ຕອນເຊົ້າ ວັນທີ 8 ເດືອນຈຽງ ປີລະກາ. 


ສາມຮຸ່ນຄົນ ໃນຄອບຄົວໜຶ່ງ ໄປເຂົ້າຮ່ວມວັນບຸນໃຫຍ່ ເວຍ ດຶກ ຈີ ຕົນ. 


ວົງດົນຕີ ໃນວັນບຸນໃຫຍ່ ເວຍ ດຶກ ຈີ ຕົນ. 


ຫ້ອງວາງສະແດງເຄື່ອງດົນຕີມູນເຊື້ອ ຂອງ ຊາວເຜົ່າຂະແມ ຜູ້ ເຊື່ອຖືສາສະໜາ ກາວດ່າຍ ໄດ້ດຶງດູດນັກທ່ອງທ່ຽວ
ແລະ ປະ ຊາຊົນ ຜູ້ເຊື່ອຖືສາສະໜາກາວດ່າຍ ເປັນຈຳນວນ ຫຼວງຫຼາຍ. 



ພວກນ້ອງນ້ອຍ ຊຶ່ງພໍ່ແມ່ ນັບຖືສາສະໜາກາວດ່າຍ ໄດ້ຮັບ ການສຶກສາ ກ່ຽວກັບວິຖີຊີວິດ ດ້ານຄຸນສົມບັດ ຂອງ ສາສະໜາ
ກ່ອນຈະກາຍເປັນ ສະມາຊິກ ຂອງ ສາສະໜາຢ່າງ ເປັນທາງ ການ ໃນອາຍຸ 18 ປີ. 

ໃນວັນບຸນໃຫຍ່ສອງມື້ຂອງສາສະໜາ ກາວດ່າຍ ຄື ເວຍ ດຶກ ຈີ ຕົນ ແລະ ໂຮ້ຍ ອ໋ຽນ ຢຽວ ຈ່ີ, ພ້ອມກັບພີທີຖະຫວາຍ ເຄື່ອງໄຊຍະ ທານ, ການບູຊາ, ສູດມົນ... ບັນດາ ສາສະນິກະຊົນ ແລະ ນັກ ທ່ອງທ່ຽວ ທົ່ວທຸກສາລະທິດ ມາຍັງທີ່ນີ້ ກໍໄດ້ຄົ້ນພົບ ບັນດາ ການລະຫຼິ້ນ ພື້ນເມືອງ, ລາຍການສິລະປະ, ງານແຂ່ງຂັນມວຍ ພື້ນເມືອງ, ແຂ່ງຂັນຟ້ອນ ສັດມົງຄຸນສີ່ໂຕ... ຊຶ່ງໄດ້ສ້າງບັນຍາ ກາດ ຄຶກຄື້ນ ແລະ ເບີກບານສຳລານໃຈ.
ໃນໂອກາດ ວັນບຸນໃຫຍ່ ເວຍ ດຶກ ຈີ ຕົນ ນີ້,  ເຖິງວ່າຈະຄາ ກັບວຽກຫຼາຍແຕ່ ພະມະຫາອາຈານ “ເດົ່າຊື” ເຖື້ອງ ຕ໋າມ ແທງ (ຕຳແໜ່ງສູງສຸດໃນສາສະໜາກາວດ່າຍ), ພະມະຫາອາຈານ “ເຈື້ອງກວ່ານ” ສະມາຄົມ ກາວດ່າຍ ໄຕນິງ (ຜູ້ມີຕຳແໜ່ງສູງ ໃນສາສະນາ ກາວດ່າຍ) ໄດ້ສະຫຼະເວລາຕ້ອນຮັບພວກ ຂ້າ ພະເຈົ້າ ເພື່ອ ໂອ້ລົມກ່ຽວກັບເລື່ອງສາສະໜາ ແລະ ຊີວິດ.

ພະມະຫາອາຈານ “ເດົ່າຊື” ກ່າວວ່າ ກາວດ່າຍ ເປັນສາສະໜາ ສັງລວມ ຂອງ ຫຼາຍຈິດໃຈ ສະແຫວງຫາ ຄວາມບໍລິສຸດ ຊຶ່ງມີ ຄວາມ ຕິດພັນກັບຊີວິດ, ເຮັດໃຫ້ຜູ້ເຊື່ອຖືຫັນໄປເອົາໃຈໃສ່ ເຖິງການ ດຳລົງຊີວິດ ດ້ານເສດຖະກິດ, ໃຊ້ຊີວິດໃນຄວາມ ຖືກຕ້ອງປອງດອງກັນ ກັບວົງຄະນາຍາດສາກົນ, ພ້ອມກັນ ຮັກ ສາມູນເຊື້ອ ອັນດີງາມຂອງ ຊາດ. ພາຍໃຕ້ການນຳພາ ຂອງ ພັກ, ລັດ, ສະມາຄົມສາສະໜາ ກາວດ່າຍ ໄດ້ແນະນຳ, ສົ່ງ ເສີມ ກຳລັງໃຈ ບັນດາຜູ້ມີຍົດສັກຕຳແໜ່ງ ແລະ ປະຊາຊົນ ຜູ້ ເຊື່ອຖືສາສະໜາ ກາວດ່າຍ ປະຕິບັດເປັນຢ່າງດີ ບົດບາດ ຂອງ ພົນລະເມືອງ ໃນການເຄື່ອນໄຫວ ສາສະໜາ ໃຫ້ຖືກຕ້ອງ ຕາມ ກຳນົດຂອງກົດໝາຍ, ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ປະເທດຊາດ.

ໃນຊຸມປີມໍ່ໆ ນີ້, ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ,  ພິ ເສດແມ່ນ ຜູ້ເຊື່ອຖືສາສະໜາ ກາວດ່າຍ ຢູ່ທີ່ນີ້ ໄດ້ຮັບ ການປົວ ແປງດີຂຶ້ນຫຼາຍ ຖ້າທຽບກັບເມື່ອກ່ອນ. ປະຈຸບັນ, ທົ່ວເມືອງ ຮວ່າແທ່ງ ມີ 552 ວິສາຫະກິດ, ຊຶ່ງເຈົ້າຂອງ ບັນດາວິສາຫະ ກິດ ດັ່ງກ່າວ ສ່ວນຫຼາຍແມ່ນຜູ້ທີ່ຖືສາສະໜາກາວດ່າຍ. ແຕ່ ລະປີ, ບັນດາວິສາຫະກິດເຫຼົ່ານີ້ ພ້ອມກັບອຳນາດການປົກ ຄອງ ທ້ອງຖິ່ນ ສ້າງວຽກເຮັດງານທຳ, ພັດທະນາເສດຖະກິດ ທ້ອງຖິ່ນ,  ແລະ ປະຕິບັດເປັນຢ່າງດີ ວຽກງານ ສົງເຄາະ, ຊ່ວຍ ເຫຼືອຜູ້ມີ ສະພາບຫຍຸ້ງຍາກຂັດສົນ.

ປະຈຸບັນ, ຖ້າມີໂອກາດມາຍັງ ເຂດແດນ ຂອງບັນດາຜູ້ເຊື່ອຖື ສາສະໜາ ກາວດ່າຍ ຢູ່ ແຂວງ ໄຕນິງ, ນັກທ່ອງທ່ຽວຈະໄດ້ ຄົ້ນພົບ ແລະ ຊອກຮູ້ຕື່ມອີກ ກ່ຽວກັບສາສະໜາ ກາວດ່າຍ ຊຶ່ງ ເປັນສາສະໜາ ທີ່ເປັນເອກະລັກ ຂອງຄົນ ຫວຽດນາມ ໄດ້ປະ ກອບສ່ວນ ເຂົ້າໃນການຕອບສະໜອງ ຄວາມຮຽກຮ້ອງ ຕ້ອງ ການ ດ້ານຄວາມເຊື່ອຖືສາສະໜາ ຂອງມະຫາຊົນ ພາກສ່ວນ ໜຶ່ງ ແລະ ປະຕິບັດໜ້າທີ່ ເຊື່ອມຕໍ່ລະຫວ່າງ ປະຊາຊົນ ບໍ່ພຽງ ແຕ່ໃນດ້ານຈິດໃຈເທ່ົານັ້ນ ຫາກຍັງ ຊຸກຍູ້ ການພັດທະນາເສດ ຖະກິດ, ສັງຄົມ ຢູ່ເຂດພາກໃຕ້ ທີ່ອຸດົມສົມບຸນ ແລະ ຮັກ ແຂກ ແພງຄົນນີ້ອີກດ້ວຍ. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ
ບັນດາບົດທີ່ຖືກນຳສະເໜີ