26/12/2014 14:27 GMT+7 Email Print Like 0

ຫຼຸ້ງເວີນ-ຫຼັງຄາເຮືອນ ຂອງຊົນເຜົ່າເມື່ອງ

ຍ້ອນມີທີ່ຕັ້ງເທິງແຖບດິນ ຈັດຢູ່ໃນສີ່ເຂດ ຂອງຊົນເຜົ່າເມື່ອງ ປາງກ່ອນ, ຫຼຸ້ງເວີນ(ເມືອງເຕີນລາກ, ແຂວງຮວ່າບິ່ງ) ປຽບເໝືອນດັ່ງ ຫຼັງຄາເຮືອນ ຂອງຊົນເຜົ່າເມື່ອງ ເນື່ອງຈາກ ມີທິວທັດສວຍງາມແລ້ວ, ນະທີ່ນີ້ຍັງຮັກສາ ໄດ້ ວິຖີຊີວິດ ອັນເປັນມູນເຊື້ອ ຂອງຊາວຊົນເຜົ່າເມື່ອງ.
 
ຕາມຕຳນານ “ເກີດດິນ, ເກີດນ້ຳ” ຂອງຊາວເຜົ່າເມື່ອງ ຢູ່ຮວ່າ ບິ່ງນັ້ນ, ໃນປາງກ່ອນເກົ້າ ຫຼຸ້ງເວີນແມ່ນໝູ່ບ້ານ ທີ່ມີຊີວິດ ຢ່າງ ສະຫງົບສຸກ. ບັງເອີນໃນຍາມຄ່ຳຄືນ ມີອຸທົກກະໄພທີ່ທັ່ງເທ ລົງມາ ກວາດລ້າງເອົາເຮືອນຊານບ້ານຊ່ອງ, ໄຮ່ນາ ຮົ້ວສວນ ນັບທັງຄົນ, ສັດຈົນໝົດກ້ຽງ. ເຫຼືອແຕ່ຜົວເມຍຄູ່ໜຶ່ງ ຍ້ອນ ຈັບໄດ້ແພລຳໜຶ່ງແລ້ວຄາຢູ່ໃນຮາກຕົ້ນບີ-ຕົ້ນໄມ້ໃຫຍ່ ພິລຶກ ເຊິ່ງຮາກຂອງມັນ ຊອດທະລຸຜ່ານ ຫ້ວຍນ້ຳ 9 ລຳ ພູສູງ 10 ສາຍ ຈຶ່ງສາມາດປັກຫຼັກໄວ້ໄດ້ ໃນບັ້ນອຸທົກກະໄພ. ເມື່ອ ນ້ຳແຫ້ງ ກ່ໍເຫັນແຕ່ທິວທັດທີ່ຮົກເຮື້ອຫວ່າງເປົ່າ, ບ່ໍມີທາງ ກັບເມືອ, ເຂົາເຈົ້າຈຳເປັນຕ້ອງ ປຸກຕຸບຢູ່ໃຕ້ຮົ່ມຕົ້ນບີ ເພື່ອ ທຳມາຫາກິນ, ບຸກເບີກທີ່ດິນ ໄຖນາເຮັດສວນ ສ້າງ ຮ່ອມພູກາຍເປັນນາຂັ້ນໄດ, ເຮັດກົງພັດນ້ຳ ເພື່ອເອົານ້ຳ ມຫົດ, ລ້ຽງສັດປ່າໃຫ້ ມັນຄຸ້ນເຄີຍເປັນສັດບ້ານແລ້ວ ເກີດແມ່ແຜ່ລູກ ອັນໄດ້ເຮັດໃຫ້ ບ້ານເມືອງໃໝ່ປະກົດຕົວຂຶ້ນ.

ເພື່ອຕອບບຸນແທນຄຸນຕົ້ນໄມ້ ທີ່ໄດ້ຊ່ວຍກູ້ເອົາຊີວິດ, ຄູ່ຜົວເມຍໄດ້ເອົາຊື່ຕົ້ນໄມ້ ຕັ້ງໃຫ້ໝູ່ບ້ານຂອງຕົນ. ນັ້ນຄື ເມືອງບີ ທຸກວັນນີ້, ເປັນເຂດລຳເນົາໄພ ອັນກວ້າງໃຫຍ່ ປະກອບດ້ວຍ ຕາແສງຫຼາຍແຫ່ງ ຂອງເມືອງ ເຕີນລາກ. ຫຼຸ້ງເວີນ ແມ່ນ ແຖບດິນ ທີ່ເປັນຕົ້ນກຳເນີດ ຂອງຕົ້ນບີ ໃນຕຳນານ ແລະ ກ່ໍແມ່ນບ່ອນດຳລົງຊີວິດ ຂອງຊາວເຜົ່າເມື່ອງ ທີ່ຕັ້ງຢູ່ບ່ອນ ສູງສຸດຂອງເມືອງບີ.
 

ໃນປະມານແຕ່ເດືອນ 5 ຮອດເດືອນ 7 ແຕ່ລະປີ, ເມື່ອຝົນຕົກ ກະໜ່ຳລົງຢູ່ຫຼຸ້ງເວີນ, ປະກົດມີຫ້ວຍຮ່ອງ, ຕາດນ້ຳຫຼາຍຮ້ອຍ ແຫ່ງ
ໄຫຼຫຼັ່ງມາຈາກຍອດພູສູງ ສ້າງເປັນທິວທັດອັນວິຈິດພິດ ສະດານທີ່ເຫຼືອພັນລະນາຢູ່ແຫ່ງນີ້.


ຕົ້ນບີໃນເທບນິຍາຍ “ເກີດນ້ຳ, ເກີດດິນ” ຂອງ ຊົນເຜົ່າເມື່ອງ ມາດຽວນີ້ ຍັງປ່ົງຂຶ້ນຫຼາຍຢູ່ຫຼຸ້ງເວີນ.

ນາຂັ້ນໄດຢູ່ຫຼຸ້ງເວີນຖືກປຽບເໝືອນ “ແວ່ນຟ້າຢູ່ແດນເມື່ອງ”.

ແຂກທ່ອງທ່ຽວຮູ້ຈັກ ຫຼຸ້ງເວີນ ໂດຍຜ່ານການຂະໜານນາມ ແມ່ນເຂດດິນແດນແຫ່ງເມກໝອກ. ເມກຢູ່ຫຼຸ້ງເວີນ ເໝືອນດັ່ງແຜ່ນ ແພໄໝຂາວ
ພາດໃສ່ສາຍພູ ໂກຕຽນ(ນາງຟ້າ) ແລະ ຊາວ ເມື່ອງໄດ້ປຽບທຽບຄື “ແພພັນຄໍຂອງພະພຸດທະເຈົ້າ”.


ຊາວຊົນເຜົ່າເມື່ອງຢູ່ຫຼຸ້ງເວີນຍັງຮັກສາສີສັນວັດທະນະທຳ ອັນເປັນເອກະລັກຫຼາຍຢ່າງໄວ້ໄດ້ ພິເສດແມ່ນຊຸດເສື້ອຜ້າອາພອນ.

ຊາວຊົນເຜ່ົາເມືອງຢູ່ຫຼຸ້ງເວີນ ມີການດຳລົງຊີວິດທີ່ໃກ້ຊິດກັບ ທຳມະຊາດ ແລະ ຮັກແຂກແພງຄົນ.

ຍາມຕົກກ້າຢູ່ຫຼຸ້ງເວີນ.

 ຊີວິດຂອງຊາວເມື່ອງພາຍໃນເຮືອນຮ້ານ.
 
«
         ທຸກວັນນີ້ ຢູ່ຫຼຸ້ງເວີນ ຍັງມີ ງານບຸນ ວັດທະນະທຳ ອັນເປັນ ເອກະລັກ ຂອງຊົນເຜົ່າເມື່ອງ ຫຼາກຫຼາຍ ຮູບແບບ ສະທ້ອນໃຫ້ ເຫັນ ການດຳເນີນ ຊີວິດ ຈິດໃຈ ຂອງວົງຄະນາຍາດໜຶ່ງ ສ້າງຄວາມ ສົນໃຈໃຫ້ແກ່ແຂກທ່ອງທ່ຽວ ກ່ໍຄື ປະຊາຊົນເປັນຈຳນວນຫຼວງ ຫຼາຍ. ງານບຸນແຕ່ລະເທື່ອ ແມ່ນພາບພົດ ອັນໜຶ່ງ ສ່ອງແສງ ໃຫ້ເຫັນ ສະ ພາບ ຄວາມເປັນຈິງ ຂອງສັງຄົມ ເມື່ອງສະໄໝ ເກົ່າ, ໂດດເດັ່ນຂຶ້ນ ແມ່ນ ນ້າມູ້, ໃຕ້ໄຟ, ລົງທ່ົງ, ລ້າງ ໃບເຂົ້າ ໂດຍສະເພາະແມ່ນ ງານ ບຸນໃຫຍ່ຄື ບຸນເຂົ້າພັນສາ ແລະ ບຸນເຂົ້າໃໝ່.
                                        »
ໃນໜັງສືວ່າດ້ວຍຮີດຄອງປະເພນີ ດ້ານວັດທະນະທຳ ຂອງ ເຂດຊົນເຜົ່າເມື່ອງ, ນັກ ວັດທະນະທຳ ຟານເກີ້ມເທື້ອງ ຈົດໄວ້ວ່າ: “ທາງເດີນແມ່ນທຸລະກັນດານສູງຊັນ, ຖ້າບ່ໍມີ ຍານພາຫະນະການລຳລຽງສິນຄ້າ ຈະມີແຕ່ທາງເລືອກ ອັນດຽວຄື ເປ້ເຄື່ອງ ເທົ່ານັ້ນ. ແນ່ນອນແລ້ວຈະບ່ໍໄດ້ ຫຼາຍປານໃດ, ສະນັ້ນ ຄົນຢູ່ທົ່ງພຽງຂຶ້ນມານີ້ ບ່ໍຄ່ອຍ ມີຫຼາຍ, ໃນພື້ນທີ່ເຫັນແຕ່ເຄື່ອງຂອງປະຈຳທ້ອງຖິ່ນ. ຜ້າແພ ລາຍດອກພື້ນເມືອງ, ເຄື່ອງຈັກສານ, ສິ່ງຂອງຫັດຖະກຳ, ຜັກ, ໝາກໄມ້, ເຄື່ອງປ່າຂອງດົງ… ໄປຕະຫຼາດ ໝາຍເຖິງ ການລະຫຼິ້ນບັນເທິງໃຈ ຫຼາຍກວ່າການແລກປ່ຽນສິນຄ້າ. ຈົນມາຮອດ ປັດຈຸບັນ, ຢູ່ພື້ນທີ່ແຫ່ງນີ້ ເຂົາເຈົ້າມີເງິນ ໜ້ອຍທີ່ສຸດ ຊ້ຳບ່ໍໜຳ ຄັນເວົ້າວ່າ ຫຼາຍຄົນ ບ່ໍມີເງິນ ກ່ໍວ່າໄດ້”.

ອາດຍ້ອນການຢູ່ຫ່າງໄກ ກັບແຜ່ນດິນທີ່ຍັງເຫຼືອ ຂອງເມືອງບີ ໄດ້ຊ່ວຍໃຫ້ ຫຼຸ້ງເວີນ ຍັງອະນຸລັກຮັກສາ ວັດທະນະທຳດັ້ງເດີມ ຂອງຕົນໄວ້ໄດ້ຢ່າງສົມບູນ ນັບແຕ່ຮູບຊົງ ຂອງຫຼັງຄາເຮືອນທີ່ ຄ້ອຍລົງເບິ່ງຄືຮູບເຕົ່າ ດ້ວຍຄວາມໃສສັດທາວ່າ ເຕົ່າແມ່ນ ສັນ ຍາລັກໃຫ້ແກ່ຄວາມໝັ້ນຄົງ ຈົນເຖິງຊຸດສິ້ນຂອງຜູ້ຍິງເຜົ່າເມື່ອງ. ນັ້ນແມ່ນສິ້ນທີ່ມີສີ ດຳ, ທາງຫົວສິ້ນປະດັບດ້ວຍລາຍດອກສີສຸດສາດ. ມາບັດນີ້, ເພື່ອເໝາະແກ່ການ ອອກແຮງງານ, ສິ້ນມີ ລັກສະນະສັ້ນກວ່າໜ້ອຍໜຶ່ງ ແຕ່ຍັງໄດ້ເອ້ຢ້ອງ ດ້ວຍລວດ ລາຍງົດງາມດັ່ງເດີມ.

ຫຼຸ້ງເວີນ ງາມທີ່ສຸດ ແມ່ນກົງກັບຊ່ວງໄລຍະ ຫຼັງບຸນປີໃໝ່ ຈົນ ຮອດເດືອນເມສາແຕ່ລະປີ. ທັງນີ້ກ່ໍຍ້ອນວ່າ, ເວລານັ້ນມີ ເມກ ໝອກປົກຫຸ້ມຫຼາຍກວ່າໝູ່ໝົດ. ເມກເລີ່ມປະກົດຂຶ້ນແຕ່ຍາມ ໃກ້ຈະຄ່ຳ, ເຖິງເຊົ້າມື້ຕ່ໍມາ ຈຶ່ງຄ່ອຍຈາງຫາຍໄປ ແລະ ຮອດ ຕອນສວຍ ແມ່ນຟ້າແຈ້ງສະຫວ່າງ. ນີ້ແມ່ນໄລຍະຊາວເຜົ່າ ເມື່ອງ ເລີ່ມດຳເນີນການໄຖຄາດ ຕົກກ້າ ໃນນາຂັ້ນໄດ ທີ່ ປຽບເໝືອນດັ່ງ “ແວ່ນຟ້າອັນມະຫິມາຂອງແດນເມື່ອງ”. ເຜົ່າ ເມື່ອງທີ່ຫຼຸ້ງເວີນຍັງຮັກສາ ປະເພນີການປູກເຂົ້າຢູ່ນາ ຂັ້ນໄດ ຕາມວິທີມູນເຊື້ອ. ພ່ໍເຖົ້າ ຮ່າວັນບິ່ງ ຢູ່ຫຼຸ້ງເວີນເລົ່າສູ່ຟັງວ່າ: “ເຜົ່າເມື່ອງພວກຂ້າພະເຈົ້າ ຢູ່ຫ່າງໄກ ຈາກເຂດ ອ້ອມຂ້າງ, ສະນັ້ນການປູກເຂົ້າໄຮ່ ກ່ໍຕ່າງກັບເຜົ່າເມື່ອງ ຢູ່ເຂດລຸ່ມ. ນາຂັ້ນໄດຕ້ອງລໍຖ້າເວລາມີ “ນ້ຳຟ້າ” ໝາຍເຖິງ ຝົນຕົກ ຈຶ່ງ ເລີ່ມປູກຝັງ. ພວກຂ້າພະເຈົ້າ ປັກດຳແບບປະຖົມປະຖານລ້ວນໆ. ເຖິງວ່າ ສະມັດຕະພາບຕ່ຳແຕ່ເຂົ້າ ຫຼຸ້ງເວີນນ ຫອມແຊບ ເປັນພິເສດ ໂດ່ງດັງໄປທົ່ວແດນເມື່ອງ. ສະໄໝກ່ອນ, ເຂົ້າຢູ່ຫຼຸ້ງເວີນ ຖືກນຳໄປຖວາຍພະພອນ ມາຍັງພະເຈົ້າ ເມື່ອງ, ຍ້ອນແນວນັ້ນເຂດເມື່ອງບີ ຍັງຄົງໃສ່ຊື່ເຂົ້າຫຼຸ້ງເວີນ ແມ່ນເຂົ້າພະເຈົ້າເມື່ອງ”.

ໄປຮອດຫຼຸ້ງເວີນ, ແຂກທ່ອງທ່ຽວສາມາດເຂົ້າຢາມ ຫຼື ພັກ ແຮມຄືນ ຢູ່ໃນເຮືອນຮ້ານ ຂອງປະຊາຊົນເຜົ່າເມື່ອງ, ພ້ອມກັບ ເຂົາເຈົ້າເຮັດວຽກງານປະຈຳວັນ ຫຼື ເຂົ້າຮ່ວມ ກິດຈະກຳວັດທະນະທຳຕ່າງໆ ຂອງວົງຄະນາຍາດ… ທີ່ ຫຼຸ້ງເວີນ ມີແຕ່ ຕະຫຼາດແຫ່ງດຽວຈັດຢູ່ໃຈກາງຕະແສງ, ເຊິ່ງເປັນຕະຫຼາດນັດໂຮມທິດລະຄັ້ງ ກົງກັບມື້ວັນຄານ. ນີ້ແມ່ນບ່ອນ ທີ່ແຂກ ທ່ອງທ່ຽວ ສາມາດມາຊອກຮູ້ວິຖີຊີວິດ ຂອງຊາວ ເຜົ່າເມື່ອງໄດ້ຢ່າງງ່າຍດາຍ.
ບົດ: ທົງທ້ຽນ - ພາບ: ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ