23/03/2017 00:01 GMT+7 Email Print Like 0

ສ້າງຮັ່ງ ຈາກການລ້ຽງແມງດາ

ຫຼັງຈາກທຳການຄົ້ນຄວ້າ ເປັນເວລາ ສອງປີກວ່າ ແລະ ປະສົມ ແນວພັນແມງດາ ປະສົບຜົນສຳເລັດ, ອ້າຍ ເລແທງຕຸ່ງ (ຕາແສງ ເຕິນຝູ໋ຈຸງ, ເມືອງ ກູ່ຈີ, ນະຄອນ ໂຮ່ຈີມິນ) ໄດ້ສ້າງນິຄົມລ້ຽງ ແມງດາ ແຫ່ງໜຶ່ງຂຶ້ນ ຊຶ່ງໃນເບື້ອງຕົ້ນ ມີແມງດາກວ່າ 8000 ໂຕ ລວມທັງແມງດາພັນຊີ້ນ ແລະ ແມງດາພັນໄຂ່. ການລ້ຽງ ແມງດາ ນີ້ ບໍ່ພຽງແຕ່ນຳມາ ຊຶ່ງຄຸນຄ່າສູງທາງດ້ານ ເສດຖະກິດ  ໃຫ້ແກ່ ຄອບຄົວເທົ່ານັ້ນ ຫາກຍັງ ປະກອບສ່ວນ ອະນຸລັກຮັກສາ ບັນດາ ປະເພດແມງໄມ້  ທີ່ໃກ້ຈະສູນພັນນີ້ ຢູ່ຫວຽດນາມອີກດ້ວຍ. 
ແຕ່ໃດໆມາ, ອ້າຍ ເລແທງຕຸ່ງ ເຄີຍມີຊື່ສຽງໂດ່ງດັງ ໃນການ ລ້ຽງ ແມງໄມ້ຫຼາຍຊະນິດທີ່ແຕກຕ່າງກັນເຊັ່ນ: ຈີ່ນາຍ, ຂີ້ເຂັບ, ແມງ ງອດ... ສະເພາະນິຄົມລ້ຽງຈີ່ນາຍ ຂອງ ເພິ່ນ ໄດ້້ສະໜອງ ແຫຼ່ງ ພັນຈີ່ນາຍ, ຈີ່ນາຍພັນຊີ້ນໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາ ທ້ອງຖິ່ນໃກ້ຄຽງ. ຍ້ອນຕະຫຼາດ ມີການປ່ຽນແປງ ເຮັດໃຫ້ລາຄາ ປະເພດແມງໄມ້ຖືກລົງ, ເພາະສະນັ້ນເພິ່ນ ຈິ່ງໄດ້ຫັນໄປສູ່ ການ ຄົ້ນຄວ້າລ້ຽງແມງດາ. ເມື່ອຊອກຫາຂໍ້ມູນ ຢູ່ເທິງເວັບໄຊ ແລະ ຕິດຕໍ່ຢູ່ຫຼາຍແຫ່ງ ອ້າຍຕຸ່ງ ເຫັນວ່າ ບໍ່ມີ ບ່ອນໃດ ມີແນວພັນ ແມງດາຂາຍ. ເພິ່ນໄດ້ຕັດສິນໃຈຊອກຫາແມງດາ ຕາມທຳມະ ຊາດ ທີ່ມີຢູ່ຕາມໜອງ ໂດຍໃຊ້ເວລາເກືອບໜຶ່ງເດືອນ ຈຶ່ງ ຫາ ແມງດາ ໄດ້ພຽງ 5 ໂຕ ເພື່ອມາລ້ຽງ. 

ມູມໜຶ່ງຂອງນິຄົມລ້ຽງແມງດາ ຂອງ ອ້າຍ ເລແທງຕຸ່ງ ຢູ່ບ້ານ ເບັ໋ນດໍ່ 2 (ຕາແສງ ເຕິນຝູ໋ຈຸງ, ເມືອງ ກູ່ຈີ, ນະຄອນໂຮ່ຈີມິນ). 


ປ່ອຍແມງດາ ໃສ່ອ່າງ…


... ແລະ ໃຫ້ອາຫານ ແມງດາ.


ປະເພດອາຫານປະສົມສຳລັບແມງດາ.


ສ້າງສິ່ງແວດລ້ອມ ຄ້າຍຄືກັນກັບຢູ່ທຳມະຊາດ ເພື່ອ ສະດວກ ໃນການຂະຫຍາຍພັນ ແລະ ຂະຫຍາຍຕົວຂອງແມງດາ. 


ແມງດາ ມັກຈັບຢູ່ເທິງໄມ້ ທີ່ປ່ອຍແບບ ທຳມະຊາດຢູ່ໃນອ່າງ ເຊັ່ນ ຜັກຕົບ...  


ອ່າງລ້ຽງຢູ່ນິຄົມຂອງອ້າຍ ເລແທງຕຸ່ງ ໄດ້ອອກແບບ ຮັບປະກັນ ຖືກກັບເຕັກນິກລ້ຽງແມງດາ.

ແມງດາ ມີຊື່ທາງວິທະຍາສາດວ່າ Lethocerus indicus Lep. et Serv, ເປັນປະເພດແມງໄມ້ ໃນຕະກຸນ Belostomatidae,  ໃຊ້ຊີວິດຢູ່ໃຕ້ນຳ້, ມີລຳຕົວແປ ຄ້າຍໃບໃມ້, ມີສີເຫຼືອງທອງ ຫຼື ສີໝາກກະເບົາ, ຍາວປະມານ 7-8 ຊມ, ບາງໂຕຍາວ 10-12 ຊມ. ນ້ຳເຊື້ອແມງດາມີຄຸນປະໂຫຍດໃຊ້ເປັນຢາແກ້ພະຍາດ ຈຳນວນໜຶ່ງສຳລັບຜູ້ໃຫຍ່ ແລະ ເດັກນ້ອຍ. 
ອີງໃສ່ຄວາມຮູ້ກ່ຽວກັບແມງດາ ແລະ ວິທີລ້ຽງແມງດາ ທີ່ຮຽນ ຈາກ ແຫຼ່ງເອກະສານທີ່ແຕກຕ່າງກັນ, ອ້າຍ ຕຸ່ງ ໄດ້ເລີ່ມຕົ້ນ ຂະ ຫຍາຍແນວພັນແມງດາ ແລະ ລົງທຶນເກືອບ 300 ລ້ານ ດົ່ງ ເພື່ອ ສ້າງອ່າງລ້ຽງ. ແມງດາ ມີຈຸດພິເສດຄື ກາງເວັນ ໃຊ້ຊີວິດຢູ່ໃຕ້ນ້ຳ ແລະ ບິນຂຶ້ນບົກໃນຕອນກາງຄືນ, ດັ່ງນັ້ນ ອ້າຍ ຕຸ່ງໄດ້ ເຮັດແຜ່ນ ປິດບັງເທິງໜ້າອ່າງ ເພື່ອບໍ່ໃຫ້ແມງດາ ບິນໜີ.  ອ່າງລ້ຽງແມງດາ ຈະມີລວງສູງແຕ່ 20-30 ຊມ, ແລ້ວແຕ່ ຊະນິດແມງດາ ຈະນຳ ມາລ້ຽງ ແລະ ລະດັບຄວາມໜາແໜ້ນ ທີ່ແຕກຕ່າງກັນເຊັ່ນ: 20-25 ໂຕ/ຕາຕະລາງແມັດ ສຳລັບອ່າງລ້ຽງ ແມງດາຂະຫຍາຍ ແນວ ພັນ ແລະ 80-100 ໂຕ/ຕາຕະລາງແມັດ ສຳລັບອ່າງລ້ຽງ ແມງດາພັນຊີ້ນ. ອ້າຍ ຕຸ່ງ ໃຫ້ຮູ້ວ່າ ຕ້ອງມີສະຖານທີ່ ເໝາະສົມ ເພື່ອລ້ຽງແມງດາ, ຖ້າຫາກວ່າລະດັບຄວາມໜາແໜ້ນສູງເກີນ ໄປ ຈະເຮັດໃຫ້ພວກມັນກິນກັນເອງ ເພື່ອເປັນອາຫານ ຫຼື ຂະ ຫຍາຍໂຕຊ້າ ໃນສະພາບແວດລ້ອມທີ່ຄັບແຄບ.

ຍ້ອນເປັນປະເພດແມງໄມ້ມີຄວາມສາມາດແຜ່ພັນດີ ແລະ ຂະ ຫຍາຍຕົວໄວ ດັ່ງນັ້ນໃຊ້ເວລາ ພຽງ 2,5 ເດືອນ ເພື່ອໃຫ້ ແມງດາ ທີ່ຫາກໍແຕກອອກມາ ສາມາດສືບຕໍ່ການຂະຫຍາຍພັນ ແລະ ສຳ ລັບແມງດາພັນຊີ້ນ ໃຊ້ເວລາພຽງ 1,5 ເດືອນ ແມ່ນ ສາມາດຂາຍ ເປັນສິນຄ້າໄດ້. ຍ້ອນແມງດາເປັນປະເພດ ກິນບໍ່ເລືອກ ກັບແຫຼ່ງ ອາຫານທີ່ຫຼາກຫຼາຍເຊັ່ນ: ກຸ້ງຝອຍ, ຂຽດ, ຮວກ, ປານ້ອຍ, ຈີ່ ນາຍ ແລະ ອື່ນໆ... ເພາະສະນັ້ນ, ຖ້າຫາກໄດ້ລ້ຽງໃນສິ່ງແວດ ລ້ອມທີ່ດີ, ຈຳນວນແມງດາຈະຂະຫຍາຍແຜ່ພັນ ຢ່າງໄວວາ. 

ດ້ວຍການລ້ຽງມີຂອບຂະໜາດທີ່ໃຫຍ່ໆແລະ ມີວິທະຍາສາດ, ຈາກແມງດາ 5 ໂຕໃນເບື້ອງຕົ້ນ, ມາຮອດ ປັດຈຸບັນ, ອ້າຍຕຸ່ງ ໄດ້ມີແມງດາ ປະມານ 8.000 ໂຕ. ແຕ່ລະມື້ ເພິ່ນຂາຍອອກ ສູ່ ຕະຫຼາດປະມານ 100 ໂຕ ໃນລາຄາຂາຍ ແຕ່ 35.000-40.000 ດົ່ງ/ໂຕ, ເກັບລາຍຮັບ ປະມານ 4 ລ້ານ ດົ່ງ/ມື້. ນອກຈາກນັ້ນ, ເພິ່ນ ຍັງຂາຍພັນແມງດາ ໃນຊ່ວງອອກໄຂ່ ໃນລາຄາ 300.000 ດົ່ງ/ໂຕ ໃຫ້ຄົນ ທີ່ມີຄວາມຕ້ອງ ການຄົ້ນຄວ້າ ຫຼື ນິຍົມລ້ຽງ ແມງໄມ້.


ແມງດາອ່ອນ ທີ່ລ້ຽງຢູ່ນິຄົມ. 


ແມງດາພັນຊີ້ນ ອາຍຸ 1,5 ເດືອນສາມາດຂາຍເປັນສິນຄ້າໄດ້.


ແມງດາໂຕໜຶ່ງມີລາຄາປະມານ 35.000-40.000 ດົ່ງ.


ແມງດາ ຖືວ່າເປັນປະເພດແມງໄມ້ ໄດ້ມີຄ່າຫາຍາກ, ມີຄຸນ ປະໂຫຍດຫຼາຍຢ່າງ, ພິເສດແມ່ນໃນການຜະລິດ ເຊື້ອນ້ຳມັນ ຫອມ. 


ລ້ຽງແມງດາ ບໍ່ພຽງແຕ່ນຳມາຊຶ່ງ ຄຸນຄ່າດ້ານເສດຖະກິດສູງ ໃຫ້ແກ່ບັນດາຄອບຄົວລ້ຽງ ຫາກຍັງປະກອບສ່ວນ
ອະນຸລັກຮັກ ສາປະເພດແມງໄມ້ທີ່ມີຄ່າຫາຍາກນີ້ອີກດ້ວຍ. 

ນອກຈາກເປັນເຈົ້າຂອງ ນິຄົມລ້ຽງແມງດາ ສີ່ແຫ່ງແລ້ວ, ອ້າຍ ຕຸ່ງ ຍັງລ້ຽງແມງໄມ້ ຈຳນວນໜຶ່ງອີກຄື: ຈີ່ນາຍ ເພື່ອເປັນ ແຫຼ່ງອາ ຫານສຳລັບແມງດາ ຫຼື ບັນດາປະເພດແມງໄມ້ ທີ່ສະໜອງໃຫ້ ຮ້ານອາຫານຂອງຄອບຄົວເພິ່ນເອງ. ອ້າຍ ຕຸ່ງ ໃຫ້ຮູ້ວ່າ ເພິ່ນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ລ້ຽງແມງດາ ຂອງຕົນ ໃຫ້ ຜູ້ ທີ່ ມີຄວາມສົນໃຈ ກັບການລ້ຽງປະເພດ ແມງໄມ້ ທີ່ມີຄ່າຫາຍາກ ນີ້ ແລະ ຢາກຫາແຫຼ່ງລາຍຮັບສູງຈາກມັນ.

 

ເມື່ອເອີ່ຍເຖິງແມງດາ, ເຂົາເຈົ້າມັກຄຳນຶງເຖິງປະເພດແມງໄມ້ ທີ່ ເປັນເອກະລັກ ຢູ່ທາງພາກເໜືອຫວຽດນາມ ກັບຄຸນປະໂຫຍດ ຫຼາຍຢ່າງທີ່ແຕກຕ່າງກັນ, ໃນນັ້ນມີຊື່ລືສຽງທີ່ສຸດແມ່ນ ປະເພດ ນ້ຳປາມີນ້ຳເຊື້ອແມງດາ. ແຕ່ວ່າມາຮອດປັດຈຸບັນ, ແມງດາ ເກືອບວ່າຖືກລືມໄປແລ້ວ ໃນຂະນະທີ່ປະເພດແມງໄມ້ ຊະນິດ ນີ້ພວມ ຄ່ອຍໆ ຖືກສູນຫາຍໄປໃນທຳມະຊາດ. 


 
ບົດ: ຫງວຽນຫວູແທ່ງດາດ - ພາບ: ທົງຫາຍ
ບັນດາບົດທີ່ຖືກນຳສະເໜີ