15/05/2017 16:00 GMT+7 Email Print Like 0

ສຽງຄ້ອງ-ສຽງທີ່ເປັນເອກະລັກຢູ່ເຂດປ່າດົງພົງໄພ

ດຳລົງຊີວິດຢູ່ກາງເຂດປ່າດົງພົງໄພທີ່ກວ້າງໃຫຍ່ໄພສານ ໄຕງວຽນ, ພໍ່ແມ່ພີ່ນ້ອງຊາວເຜົ່າ ບານາ, ເອເດ, ເກີຕູ, ເມີ ນົງ, ຢາຣາຍ, ໝ້າ... ຖືຄ້ອງເປັນສິ່ງຂອງລ້ຳຄ່າ, ເປັນກະ ບອກສຽງ, ເປັນແນວຄິດຈິດໃຈຂອງຕົນ ແລະ ຄ້ອງ ກໍເປັນ ວັດຖຸສັກສິດ ຊ່ວຍມະນຸດ ໄດ້ສື່ສານ ແລະ ແລກປ່ຽນກັບ ເທວະດາຟ້າແຖນ. ຫຼັງຈາກ 10 ປີ ໄດ້ ຮັບຮອງ ເປັນຜົນ ງານປະດິດແຕ່ງ ລ້ຳເລີດປາກຕໍ່ປາກ ມູນມໍລະດົກ ວັດທະ ນະທຳ ທີ່ບໍ່ມີຕົວຕົນ ຂອງ ມວນມະນຸດ. ບັນຍາກາດ ວັດ ທະນະທຳຄ້ອງ ໄຕງວຽນ ຕາມວັນເວລາ ຍິ່ງສະແດງ ໃຫ້ ເຫັນ ຄຸນຄ່າຂອງຕົນ, ກາຍເປັນ “ທູດວັດທະນະທຳ” ຊຶ່ງ ເຊື່ອມຕໍ່ນັກທ່ອງທ່ຽວ ຢູ່ທົ່ວທຸກມຸມໂລກ ກັບເຂດ ດິນ ແດນແຫ່ງນີ້ ທີ່ເຕັມໄປດ້ວຍ ແສງແດດ ແລະ ສາຍລົມ ຂອງ ເຂດປ່າດົງພົງໄພ ໄຕງວຽນ. 

ໄປຕາມສຽງຮ້ອງ ຂອງ ເຂດປ່າດົງພົງໄພ

ແຕ່ລະປີ, ເມື່ອເຖິງເດືອນ ມີນາ ແມ່ນລະດູເຜິ້ງ ໄປຊອກ ຫາ ດູດເກສອນດອກໄມ້ ແລະ ແມ່ນລະດູຈັດງານບຸນຂອງ ພໍ່ແມ່ ພີ່ນ້ອງບັນດາເຜົ່າ ຢູ່ ແຂວງ ໄຕງວຽນ. ພວກຂ້າພະ ເຈົ້າ ໄດ້ກັບຄືນມາ ໄຕງວຽນ ແລະ ນະຄອນ ບວນເມຖວດ ກົງ ກັບເວລາຈັດບຸນກາເຟ ແລະ ງານມະໂຫລານ ວັດທະ ນະທຳ ຄ້ອງປີ 2017.

ໃນບັນຍາກາດທີ່ເຂັ້ມຂົ້ນໄປດ້ວຍຄຸນລັກສະນະຂອງຄົນ ໄຕງວຽນ, ເລື່ອງລາວຕ່າງໆ ກ່ຽວກັບກາເຟ ແລະ ຄ້ອງ ໄດ້ ກາຍເປັນຫົວຂໍ້ສຳຄັນ ທີ່ໄດ້ເອີ່ຍເຖິງ ຢ່າງຟົດຟື້ນກວ່າໝູ່ ໝົດ.

ວັນເວລາຜ່ານພົ້ນໄປໄດ້ 12 ປີ ນັບຕັ້ງແຕ່ມື້ ບັນຍາກາດ ວັດທະນະທຳຄ້ອງ ໄຕງວຽນ ໄດ້ຮັບຮອງ ເປັນມໍລະດົກ ໂລກ, ເລື່ອງລາວຕ່າງໆ ກ່ຽວກັບຮູບແບບ ສິລະປະ-ວັດ ທະນະທຳ ທີ່ເປັນເອກະລັກນີ້ ຍັງຄົງ ເປັນຫົວຂໍ້ທີ່ມີ ພະລັງ ໃຫ້ນັກຄົ້ນຄວ້າ ແລະ ຜູ້ທີ່ຮັກມັກ ການຄົ້ນພົບ ກ່ຽວກັບ ພື້ນຖານ ວັດທະນະທຳ ໄຕງວຽນ.

ງານລາຕີສະແດງ ຄ້ອງ ໄຕງວຽນ ໄດ້ເປີດສາກໃຫ້ແກ່ ງານ ມະໂຫລານວັດທະນະທຳ ຄ້ອງ ໄຕງວຽນ 2017 ຊຶ່ງໄດ້ ດຳເນີນໄປ ຢູ່ນະຄອນ ບວນເມຖວດ ຢ່າງໜ້າຈັບໃຈອີ ຫລີ. ຄຽງຂ້າງແສງສະຫວ່າງ ຈາກກອງໄຟ ແລະ ໄຫເຫຼົ້າ, ບັນດາຄະນະສິລະປິນ ສະແດງຄ້ອງ ຂອງພໍ່ແມ່ພີ່ນ້ອງ ບັນ ດາເຜົ່າຢູ່ ໄຕງວຽນ ເຊັ່ນ: ເຊີດັງ, ຈູຣູ, ບານາ, ເມີນົງ, ຢາ ຣາຍ, ໝ້າ... ໄດ້ສະແດງບັນດາ ບົດຄ້ອງ ທີ່ດຶງດູດຈັບໃຈ ຜູ້ມາຮ່ວມເຊັ່ນ: “ບຸນເຂົ້າໃໝ່”, “ຕອບແທນບຸນຄຸນ”, “ຍິນ ດີ ຕ້ອນຮັບແຂກມາຢາມ”, “ຈຳແຂກຢູ່ຫຼິ້ນນຳ” ແລະ ອື່ນໆ.


ບັນຍາກາດວັດທະນະທຳຄ້ອງ ໄຕງວຽນ ຢັ່ງຢາຍໄປທົ່ວ 5 ແຂວງ: ກອນຕຸມ, ຢາລາຍ, ດັກລັກ, ດັກນົງ, ເລີມດົ່ງ ແລະ ເຈົ້າຂອງ
ວັດທະນະທຳ ນີ້ມີ ຫຼາຍຊົນເຜົ່າເຊັ່ນ: ບາ ນາ, ເອເດ, ເກີຕູ, ເມີນົງ, ຢາຣາຍ... ພາບ: ກົງດາດ



ສຳລັບພໍ່ແມ່ພີ່ນ້ອງປະຊາຊົນຊົນເຜົ່າ ໄຕງວຽນ, ຄ້ອງ ແມ່ນຊັບສົມບັດອັນລ້ຳຄ່າ, ທັງເປັນສັນຍາລັກ
ຂອງ ກຳລັງ ອຳນາດ ແລະ ຄວາມຮັ່ງມີ. ພາບ: ກົງດາດ



ພໍ່ແມ່ພີ່ນ້ອງຊາວເຜົ່າ ເມີນົງ ຢູ່ ບ້ານ ຢຸນ, ເມືອງ ລັກ, ແຂວງ ດັກລັກ ຕີຄ້ອງ ໃນພິທີບູຊາຂໍສຸຂະພາບ ໃຫ້ແກ່ຊ້າງ. ພາບ: ກົງດາດ


ຍຸວັນນາລີ ຊາວເຜົ່າ ເຊດັງ ສະແດງຄ້ອງ ໃນພິທີ ກ່າຍ ຮາງລິນ ຂອງ ຊາວເຜົ່າ ເຊດັງ. ພາບ: ກົງດາດ

ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ ໄຕງວຽນ, ສຽງຄ້ອງ ໄດ້ ສະໜິດຕິດພັນ ກັບເຂົາເຈົ້າຕະຫຼອດຊີວິດ, ນັບແຕ່ເກີດມາ ເຖິງເວລາລ່ວງລັບໄປ. ເພາະສະນັ້ນ, ຄ້ອງ ໄດ້ນຳໃຊ້ໃນ ບຸນຕັ້ງຊື່, ບຸນເຂົ້າໃໝ່, ບຸນແທງຄວາຍ, ບຸນຂໍຝົນ, ງານ ດອງ, ບຸນຂຶ້ນເຮືອນໃໝ່, ບຸນອອກບູຊາຜີສາງ ແລະ ອ່ື່ນໆ... ມັນກໍໄດ້ຖືວ່າ ເປັນສາຍເຊື່ອມຕໍ່ລຶກລັບລະຫວ່າງ ໂລກມະນຸດ ກັບເທບພະເຈົ້າ ອີກດ້ວຍ. 

ຄ້ອງແມ່່ນປະເພດເຄື່ອງດົນຕີເຮັດດ້ວຍທອງປະສົມ. ຄ້ອງ ລວມມີສອງຊະນິດ. ຊະນິດໜຶ່ງມີກຳ ແລະ ອີກຊະນິດບໍ່ ມີກຳ. ເຄື່ອງດົນຕີນີ້ ມີຫຼາຍຂະໜາດ, ເສັ້ນຜ່າກາງ ແຕ່ 20-60 ຊມ, ຊະນິດໃຫຍ່ສຸດປະມານແຕ່ 90-120 ຊມ. ຄ້ອງສາມາດໃຊ້ອັນດຽວ ຫຼື ໃຊ້ເປັນຊຸດ, ຊຸດໜຶ່ງລວມມີ 2-12 ຫຼື 13 ໜ່ວຍ, ບາງບ່ອນຊຸດໜຶ່ງມີແຕ່ 18-20 ໜ່ວຍ. 
ຍ້ອນແນວນັ້ນ ທ່ານ ອີທີມ ນັກສິລະປິນ ຜູ້ຊຳນານງານ ໃນ ໝູ່ບ້ານວັດທະນະທຳຄ້ອງ ຂອງ ຊາວຊົນເຜົ່າ ເອເດ ຢູ່ ໄຕ ງວຽນ ກ່າວວ່າ: “ຄ້ອງແມ່ນ ຂວັນວິນຍານ ຂອງ ພໍ່ແມ່ພີ່ ນ້ອງບັນດາເຜົ່າຢູ່ ໄຕງວຽນ. ມະນຸດ ແຕ່ເມື່ອ ກຳເນີດ ໄດ້ ເຮັດບຸນຕັ້ງຊື່, ໃຫຍ່ຂຶ້ນ ກໍຈັດພິທີບູຊາຂໍຮ້ອງກຳລັງວັງຊາ ຈົນເຖິງເມື່ອ ສິ້ນລົມຫາຍໃຈ... ສຽງຄ້ອງຍາມ ໃດກໍຕິດ ຕາມໄປນຳ”.

ຕາມຄຳເວົ້າຂອງ ນັກສິລະປິນ ອີທີມແລ້ວ, ສຳລັບຄົນ ເອເດ, ຄ້ອງບໍ່ພຽງ ແມ່ນເຄື່ອງດົນຕີ ຢ່າງດຽວ ຫາກແມ່ນ ຊັບສົມບັດອັນລ້ຳຄ່າອີກດ້ວຍ. “ເຖິງວ່າເຈົ້າມີ ເຮືອນຫຼັງ ໃຫຍ່, ມີລົດໃຫຍ່ ແຕ່ບໍ່ມີຄ້ອງ ກໍຖືວ່າ ບໍ່ຮ່ັງມີ, ຖ້າມີຄ້ອງ ຈິ່ງຖືວ່າ ເປັນຜູ້ຮັ່ງມີ”.

ອາດເປັນຍ້ອນເຫດຜົນດັ່ງກ່າວ, ນັກສິລະປິນ ອີທີມ ຈິ່ງຖື ວ່າ ເປັນຄົນລ້ຳລວຍ ຍ້ອນເປັນເຈົ້າຂອງກຳມະສິດ ຄ້ອງ ເຖິງ 20 ຊຸດ. ເພິ່ນໃຫ້ຮູ້ວ່າ: “ເຮືອນຂອງຂ້ອຍ ບໍ່ແມ່ນ ຫໍ ພິພິທະພັນ, ພຽງແຕ່ເປັນບ່ອນຮັກສາໄວ້ ຊັບສິນ ທີ່ ມີຄ່າ ຂອງ ຄົນ ເອເດ ເພື່ອໃຫ້ລູກຫຼານ ແລະ ນັກສຶກສາ ຄົນຮຸ່ນ ຫຼັງ ທຳການສຶກສາຄົ້ນຄວ້າ ແລະ ໃຫ້ນັກທ່ອງທ່ຽວມາ ຢ້ຽມຊົມ ເພື່ອເຂົ້າໃຈຕື່ມ ກ່ຽວກັບ ວັດທະນະທຳ ບັນພະບູ ລຸດຂອງຕົນ.

ໃນຊ່ວງເວລາຢູ່ ໄຕງວຽນ, ພວກຂ້າພະເຈົ້າ ໂຊກດີໄດ້ ພົບ ກັບ ພໍ່ເຖົ້າ ອີຕົງ ດຣັງ ຊຶ່ງເປັນເຈົ້າກົກເຈົ້າເຫລົ່າ ຢູ່ ບ້ານ ຢຸນ, ເມືອງ ລັກ, ແຂວງ ດັກລັກ. ຕ້ອນຮັບພວກຂ້າພະເຈົ້າ ໃນຄວາມຊຶມໆ ຂອງ ເຫຼົ້າໄຫ ໃນງານບຸນ, ພໍ່ເຖົ້າ ອີຕົງ ດຣັງ ເວົ້າວ່າ: “ແຕ່ກ່ອນຄ້ອງຊຸດໜຶ່ງ ຂອງຄົນ ເມີນົງ ມີລາຄາ ເທົ່າກັບລາຄາຂອງຄວາຍ 7-8 ໂຕ. ຍ້ອນວ່າ ເປັນຂອງມີ ຄ່າຫຼາຍ ເພາະສະນັ້ນ ຄົນ ເມີນົງ  ບໍ່ເຮັດເປັນ ຕ້ອນໃຫ້ໃຜ ແລະ ບໍ່ໃຫ້ໃຜຢືມ”.

ໃນຊ່ວງເວລາຢູ່ບ້ານ ຢຸນ, ພວກຂ້າພະເຈົ້າໄດ້ພໍ່ເຖົ້າ ອີຕົງ ດຣັງ ພາໄປຊົມພິທີບູຊາສຸຂະພາບໃຫ້ຊ້າງ ຢູ່ເຮືອນ ຂອງ ທ່ານ ດ່າງນັງລອງ, ຊຶ່ງເປັນໝໍເຢົາ, ທັງເປັນເຈົ້າຂອງ ຝຸງ ຊ້າງ, ທ່ານ ດ່າງນັງລອງ ໃຫ້ຮູ້ວ່າ ຄົນໄຕງວຽນ ຕ່າງມີ ຄວາມສຳນຶກວ່າ ສັດ ຕ່າງກໍມີຈິດວິນຍານ ແລະ ສຽງຄ້ອງ ສາມາດເອີ້ນ, ເຊື່ອມຕໍ່ວິນຍານ ຂອງ ສັດສິ່ງ ທັງປວງມາ ເຂົ້າກັນ, ດັ່ງນັ້ນໃນພິທີບູຊາ ສຸຂະພາບໃຫ້ ແກ່ຊ້າງ, ຖ້າບໍ່ ມີສຽງຄ້ອງ ວິນຍານຂອງຊ້າງ ບໍ່ຮູ້ຢູ່ໃສ ເພື່ອເອີ້ນມາ.



ພໍ່ເຖົ້າ ອີຕົງ ດຣັງ ຊຶ່ງເປັນເຈົ້າກົກເຈົ້າເຫລົ່າ ຢູ່ບ້ານ ຢຸນ, ເມືອງ ລັກ ທົດລອງສຽງ ຂອງ ຄ້ອງ. ພາບ: ກົງດາດ


ພິທີບັນເລງ ຄ້ອງ ໃນບຸນອອກບູຊາຜີ ຂອງ ຄົນ ຢາຣາຍ ຢູ່ ໄຕງວຽນ. ພາບ: ເອກະສານ VNP


ບັນດານັກສິລະປິນພື້ນເມືອງ ໄຕງວຽນ ສະແດງຄ້ອງ ໃນ ບຸນວັດທະນະທຳ ບັນດາເຜົ່າ ຊຶ່ງໄດ້ຈັດຂຶ້ນຢູ່ ໝູ່ບ້ານ
ວັດທະນະທຳ ບັນດາເຜົ່າ ຫວຽດນາມ. ພາບ: ແຄ໋ງລອງ



ໃນຊົ່ວໂມງຮຽນຕີຄ້ອງ ຂອງເດັກນ້ອຍ ຊາວເຜົ່າ ເມີນົງ ຢູ່ບ້ານ ຢຸນ, ເມືອງລັກ, ແຂວງ ດັກລັກ. ພາບ: ກົງດາດ

ເພື່ອຢືນຢັນໃຫ້ແກ່ຄຳເວົ້າຂອງຕົນ, ທ່ານ ດ່າງນັງລອງ ສົ່ງສັນຍານໃຫ້ພິທີບູຊາເລີ່ມຕົ້ນ. ເມື່ອສຽງ ຄ້ອງດັງຂຶ້ນ, ບັນດາໂຕຊ້າງທີ່ໃຫຍ່ ຄືໂຕສັດຮ້າຍ ກັບກາຍເປັນຮູ້ຄວາມ ເໝືອນເດັກນ້ອຍ ແລະ ປະຕິບັດ ຕາມການບັນຊາ ຂອງ ຄວານຊ້າງ ໃນພິທີບູຊາ ໂດຍບໍ່ມີການກະທຳ ຫຼື ກໍ່ຄວາມ ວຸ່ນວາຍ ແລະ ຂັດຂວາງໃດໆ.

ບັນດາເລື່ອງລາວທີ່ມະຫັດສະຈັນ ກ່ຽວກັບ ວັດທະນະທຳ ຄ້ອງ ໄຕງວຽນ ໄດ້ດຶງດູດໃຈ ພວກຂ້າພະເຈົ້າ ໄປທຸກ ແຫ່ງ ຫົນ ຢູ່ເຂດດິນທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ ແຫ່ງນີ້. ຜ່ານແຕ່ລະເຂດດິນ, ແຕ່ລະໝູ່ບ້ານ ເລື່ອງລາວ ຕ່່າງໆ ສືບຕໍ່ໄດ້ຄົ້ນພົບ ເຮັດໃຫ້ການທາງເດີນ ຂອງ ພວກ ຂ້າພະເຈົ້າ ຍິ່ງມີຄວາມຈັບອົກຈັບໃຈຍິ່ງຂຶ້ນ.



ຕາມການລາຍງານ ຂອງພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ໃຫ້ຮູ້ວ່າ ປັດຈຸບັນ ຢູ່ແຂວງ ມີີ 350 ຈຸສະແດງ ຄ້ອງ ທີ່ເປັນຄົນໜຸ່ມ, ໄດ້ສ້າງ ຢ່າງມີ ແບບແຜນ ໂດຍຜ່ານໂຄງການ “ອະນຸລັກຮັກສາ ແລະ ເສີມຂະຫຍາຍ ມູນມໍລະດົກ ວັດທະນະທຳ ຄ້ອງ ດັກລັກ” ໄລຍະແຕ່ປີ 2011-2015. ໃນໄລຍະ ປີ 2016-2020, ເນື້ອໃນ ຖ່າຍທອດ ການສະແດງຕີ ຄ້ອງ ຈະໄດ້ເອົາໃຈ ໃສ່ລົງທຶນ ຫຼາຍກວ່າ ແນໃສ່ຍົກຈຳນວນ ຈຸສະແດງ ຄ້ອງ ໜຸ່ມ ຂຶ້ນເຖິງ 500 ຈຸ ໃນຈຳນວນທັງໝົດ 608  ໝູ່ບ້ານ. 


ສຽງເອີ້ນຈາກ ໄຕງວຽນ ເຖິງເພື່ອນມິດ

ຄ້ອງເປັນຜະລິດຕະພັນທາງດ້ານວັດທະນະທຳ-ທ່ອງທ່ຽວ ທີ່ເປັນເອກະລັກ ຂອງຄົນ ໄຕງວຽນ. ມັນບໍ່ພຽງແຕ່ ເປັນ ສາຍເຊື່ອມຕໍ່ ລະຫວ່າງໝູ່ບ້ານ, ລະຫວ່າງມະນຸດ ກັບ ເທບພະເຈົ້າ, ແຕ່ຍັງແມ່ນ ສຽງຈາກນ້ຳໃຈ ຂອງຄົນ ໄຕ ງວຽນ ເອີ້ນເພື່ອນມິດ ຈາກທົ່ວທຸກສາລະທິດ ມາຄົ້ນພົບ ຜືນແຜ່ນດິນ ທີ່ຮັ່ງມີໄປດ້ວຍ ຄວາມສາມາດ ທາງດ້ານ ເສດຖະກິດ ແລະ ວັດທະນະທຳຂອງຕົນ.

ຍ້ອນແນວນັ້ນ, ໃນກອງປະຊຸມ ຊຸກຍູ້ ການລົງທຶນ ສູ່ເຂດ ໄຕງວຽນ ປີ 2017, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະ ມົນຕີ ໄດ້ສະເໜີ ໃຫ້ ໄຕງວຽນ ຕ້ອງມີນະໂຍບາຍ ພັດທະ ນາ ການທ່ອງທ່ຽວ ດ້ວຍຫຼາຍຮູບຫຼາຍແບບ, ແຕ່ຕ້ອງເອົາ ໃຈໃສ່ ຮັກສາວັດທະນະທຳທ້ອງຖິ່ນໄປພ້ອມໆ ກັບການ ຮັກສາ ວັດທະນະທຳຄ້ອງ.

ຍ້ອນຮູ້ສຶກໄດ້ບົດບາດ ຂອງ ຄ້ອງ ໃນການຂະຫຍາຍຕົວ ດ້ານການທ່ອງທ່ຽວ-ວັດທະນະທຳ, ໃນຊຸມປີຜ່ານມາ ອຳ ນາດການປົກຄອງ ແຂວງຕ່າງໆ ເຊັ່ນ: ເລີມດົ່ງ, ດັກລັກ, ຢາລາຍ, ກອນຕຸມ ແລະ ດັກນົງ ໄດ້ມີລັດຖະນະໂຍບາຍ ທີ່ຖືກຕ້ອງ ແລະ ສອດຄ່ອງ ເພື່ອການອະນຸລັກຮັກສາ ແລະ ພັດທະນາ ວັດທະນະທຳຄ້ອງ.

ສົມມຸດຄື ເມື່ອມາຍັງ ດາລາດ, ແຖບດິນໄດ້ເປັນທີ່ຮູ້ຈັກ ເຖິງເໝືອນດັ່ງ “ເມືອງຫຼວງດ້ານການທ່ອງທ່ຽວ” ຂອງ ແຂວງ ໄຕງວຽນ, ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຊົມ ທິວທັດ ທຳມະຊາດອັນວິຈິດພິດສະດານ ໃນຍ່ານເວຫາ ທີ່ສົດໃສ ເທົ່ານັ້ນ, ຫາກຍັງກໍໄດ້ລື້ນເລີງໃຈ ກັບລາຍການສິລະປະ ທີ່ເປັນເອກະລັກ ຂອງຊາວເຜົ່າ ໝ້າ ຢູ່ເຂດພູ ລາງບຽງ ທີ່ ລືຊື່ອີກດ້ວຍ.

ທີ່ງານບຸນ ກາເຟ ແລະ ງານມະໂຫລານວັດທະນະທຳ ຄ້ອງ 2017 ທີ່ນະຄອນ ບວນມາຖວດ, ນັກທ່ອງທ່ຽວ ຈະ ໄດ້ຊື່ນຊົມກັບ ບັນດາຜະລິດຕະພັນທ່ອງທ່ຽວ-ວັດທະນະ ທຳ ທີ່ແປກໃໝ່ ຢູ່ໝູ່ບ້ານທີ່ເກົ່າແກ່ ສີ່ແຫ່ງ ຂອງຊາວ ເຜົ່າ ເອເດ ຢູ່ອ້ອມຂ້າງນະຄອນເຊັ່ນ: ບ້ານ ກຣາມ, ບ້ານ ອາ ເລ, ບ້ານ ປັນລັນ ແລະ ບ້ານ ໂກເຊຍ.


ຜ່ານປະສົບການຕົວຈິງ ກັບ ນ້ຳສຽງ ຂອງ ຄ້ອງ ໄຕງວຽນ ທີ່ໝູ່ບ້ານ ວັດທະນະທຳ ທ່ອງທ່ຽວແຫ່ງໜຶ່ງ ຢູ່ແຂວງ ຢາຣາຍ. ພາບ: ເອກະສານ VNP


ການສະແດງຕີຄ້ອງຂອງຊາວເຜົ່າ ເຊດັງ ສອງຄົນ ໃນ ໃນພິທີ ກ່າຍ ຮາງລິນ. ພາບ: ເລມິນ/VNP


ນັກທ່ອງທ່ຽວຕ່າງປະເທດ ເຕັ້ນລຳ ຕາມທຳນອງ ຄ້ອງ ທີ່ຈັບອົກຈັບໃຈ ໂດຍບັນດານັກສິລະປິນຊາວຊົນເຜົ່າ ເມີ ນົງ
ສະແດງໃນເຮືອນຍາວມູນເຊື້ອ. ພາບ: ກົງດາດ

ບັນຍາກາດວັດທະນະທຳ ຄ້ອງໄຕງວຽນ ຖືກ ອົງການ ຢູ ແນັສໂກ ຮັບຮອງວ່າ ເປັນຜົນການປະດິດແຕ່ງ ອັນລ້ຳເລີດ ປາກຕໍ່ປາກ ມູນມໍລະດົກ ທາງດ້ານວັດທະນະທຳ ທີ່ບໍ່ມີຕົວ ຕົນ ຂອງມວນມະນຸດ ເມື່ອວັນທີ 15 ພະຈິກ 2005. ວັດ ທະນະທຳ ຄ້ອງໄຕງວຽນ ແມ່ນມີທົ່ວໄປໃນ 5 ແຂວງເຊັ່ນ: ກອນຕຸມ, ຢາລາຍ, ດັກ ລັກ, ດັກນົງ ແລະ ເລີມດົ່ງ. ເຈົ້າ ຂອງ ວັດທະນະທຳນີ້ລວມ ມີຫຼາຍຊົນເຜົ່າເຊັ່ນ: ເອເດ, ຢາຣາຍ, ບານາ, ໝ້າ... ແລະ ມີຫຼາຍປັດໃຈ ສ່ວນຮ່ວມ ເຊັ່ນ: ຄ້ອງ, ບັນດາບົດດົນຕີສະແດງ ຄ້ອງ, ນັກສິລະປິນ ຄ້ອງ, ໜ່ວຍງານສະແດງ ສິລະປະ ນຳໃຊ້ຄ້ອງ...
ຕິດຕາມນຳຄະນະທ່ອງທ່ຽວຄົນຍີ່ປຸ່ນ, ພວກຂ້າພະເຈົ້າ ໄດ້ ມາຍັງ ບ້ານ ໂກເຊຍ ເພື່ອຮັບຊົມລາຍການສະແດງ ຄ້ອງ ຂອງ ຄົນ ເອເດ. ໄດ້ຮູ້ວ່າ ຫ່າງຈາກນີ້ສາມປີ, ໂດຍໄດ້ຮັບ ຄວາມຊ່ວຍເຫຼືອ ຂອງພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດັກລັກ, ພໍ່ເຖົ້າ ມາແລນ ທີ່ ເປັນເຈົ້າກົກ ເຈົ້າເຫລົ່າ ແລະ ໜ່ວຍຄ້ອງ ບ້ານ ໂກເຊຍ ໄດ້ ສ້າງ ແລະ ຈັດຕັ້ງປະສົບຜົນສຳເລັດ ລາຍການ ສິລະປະ ວັດທະນະ ທຳ ໜຶ່ງ ເພື່ອຮັບໃຊ້ນັກທ່ອງທ່ຽວ ທີ່ມາຢ້ຽມຢາມ ແລະ ຄົ້ນພົບວັດທະນະທຳຂອງຄົນ ເອເດ. ນັບແຕ່ນັ້ນເປັນ ຕົ້ນ ມາ, ບັນດາບໍລິສັດທ່ອງທ່ຽວ ແລະ ບໍລິການນຳທ່ຽວ ໄດ້ ສ້າງເປັນກຸ່ມ ເພື່ອນຳ ນັກທ່ອງທ່ຽວ ມາຢາມບ້ານ ໂກເຊຍ, ຊ່ວຍເຮັດໃຫ້ການ ທ່ອງທ່ຽວຢູ່ ໄຕງວຽນ ຍິ່ງ ອຸດົມສົມບູນ ກວ່າເກົ່າ. 

ນັບຕັ້ງແຕ່ ບ້ານ ໂກເຊຍ ພັດທະນາການທ່ອງທ່ຽວຄ້ອງ, ຊີວິດການເປັນຢູ່ ຂອງ ພໍ່ແມ່ພີ່ນ້ອງຊາວເຜົ່າ ເອເດ ຢູ່ແຫ່ງ ນີ້ ດີຂຶ້ນຢ່າງເຫັນໄດ້ຊັດ. ທ່ານ ອາເອ  ຢອນ ຢູ່ບ້ານ ໂກ ເຊຍ ໃຫ້ຮູ້ວ່າ: “ບັດນີ້ ບ້ານ ໂກເຊຍ ໄດ້ພັດທະນາການ ທ່ອງທ່ຽວ ຢ່າງແຂງແຮງຫຼາຍ. ຊຸມ ແມ່ຍິງ ຮັບຜິດຊອບ ເລື່ອງອາຫານ ທີ່ເປັນເອກະລັກ ຂອງ ບ້ານ, ພວກຊາວ ໜຸ່ມ ຈັດຕັ້ງຄະນະຂັບລຳ ພື້ນເມືອງ,  ລຳເລື່ອງປະຫວັດ ສາດ, ສ່ວນຜູ້ເຖົ້າ ແມ່ນຈະຮັບຜິດຊອບການຕີຄ້ອງ ໃນ ເຮືອນຍາວໃຫ້ນັກທ່ອງທ່ຽວ ຕ່າງກໍ ນິຍົມຊົມຊອບ”.

ປະຈຸບັນ, ແຕ່ລະອາທິດ, ບ້ານ ໂຊເຊຍ ໄດ້ຕ້ອນຮັບ ນັກ ທ່ອງທ່ຽວ ນັບຫຼາຍສິບຄະນະ ທີ່ມາຊົມລາຍການ ສະແດງ ຄ້ອງ ແລະ ຄົ້ນພົບ ບັນດາວັດທະນະທຳ ທີ່ບ່ໍຄ່ອຍເຫັນ ຂອງ ຊາວເຜົ່າ ເອເດ. ຍາມຄ່ຳຄືນ, ພາຍໃນຫຼັງເຮືອນຍາວ ຂອງບ້ານ ໂກເຊຍ, ຄຽງຂ້າງກອງໄຟ ທີ່ສົ່ງແສງສະຫວ່າງ, ຄຽງຂ້າງໄຫເຫຼົ້າ ແລະ ພິເສດແມ່ນ ສຽງຄ້ອງ ດັງກັງວານ ລະຫວ່າງ ພູຜາປ່າໄມ້, ນັກທ່ອງທ່ຽວ ສາມາດ ຮັບຟັງ ບັນ ດາທຳນອງ ກອນລຳເລື່ອງປະຫວັດສາດ ທີ່ເປັນຕຳນານ ເຊ່ັນ: ດາມຊານ, ຊີງບາ, ດຳຣີ, ຕີງຢູ, ເມີ ດຣົງ  ຢຳ ແລະ ອື່ນໆ...

ໃນການເດີນທາງຄັ້ງນີ້, ພວກຂ້າພະເຈົ້າກໍໄດ້ມີໂອກາດ ຮ່ວມທາງ ພ້ອມກັບຄະນະນັກທ່ອງທ່ຽວ ຄົນ ຝຣັ່ງ ມາຍັງ ເມືອງ ລັກ ຊຶ່ງຫ່າງຈາກ ນະຄອນ ບວນມາຖວດ ປະມານ 60 ກິໂລແມັດ, ຮັບຊົມລາຍການ ສະແດງ ຄ້ອງ ທີ່ເຕັມໄປ ດ້ວຍ ສີສັນສະເພາະ ຂອງຄົນ ເມີນົງ ຢູ່ຫຼັງເຮືອນຍາວ ຂອງ ບ້ານ ຢຸນ. ບັນດາທຳນອງສຽງຄ້ອງ ໄດ້ສ້າງຄວາມ ເພີດເພີນໃຈ ເປັນພິເສດ ສຳລັບ ແຂກຄົນທີ່ມາຈາກທະວີບ ເອີລົບ.

ທຳນອງສຽງຄ້ອງ ທີ່ເປັນຕຳນານ ຂອງ ພໍ່ແມ່ປະຊາຊົນ ຢູ່ ໄຕງວຽນ ມາບັດນີ້ໄດ້ ຜ່ານປ່າເລິກ ເຫວຊັນ ຂອງ ສາຍ ພູຫຼວງ ໄປທົ່ວຫ້າທະວີບ, ເຖິງເພື່ອນມິດສາກົນ ເພື່ອແນະ ນຳ ມູນມໍລະດົກວັດທະນະທຳ ໜຶ່ງດຽວ ຊຶ່ງຊາວໂລກ ຮັບ ຮອງວ່າ ເປັນຜົນການປະດິດແຕ່ງ ລ້ຳເລີດປາກຕໍ່ປາກ ມູນມໍລະດົກ  ວັດທະນະທຳ ທີ່ບໍ່ມີຕົວຕົນ ຂອງມວນມະ ນຸດ. ຈາກນັ້ນປະກອບສ່ວນນຳວັດທະນະທຳ ທີ່ເປັນເອກະ ລັກ ຂອງ ປະຊາຊົນບັນດາເຜົ່າ ຢູ່ ໄຕງວຽນ ມາໃຫ້ເພື່ອນ ມິດ ຢູ່ ທົ່ວທຸກມຸມໂລກ ແລະ ເຊື້ອເຊີນ ບັນດາເພື່ອນມິດ ໃຫ້ມາຢາມແຖບດິນ ໄຕງວຽນ ທີ່ຮັ່ງມີໄປດ້ວຍ ສີສັນວັດ ທະນະທຳ ອັນເປັນມູນເຊື້ອນີ້ອີກດ້ວຍ. 
ບົດ: ແຄ໋ງລອງ - ພາບ: ເລມິນ, ກົງດາດ, ແຄ່໋ງລອງ
ບັນດາບົດທີ່ຖືກນຳສະເໜີ