16/08/2017 00:01 GMT+7 Email Print Like 0

ສີສັນວັດທະນະທຳຂອງຊາວເຜົ່າຂະແມ

ມາຢາມບັນດາແຂວງຢູ່ເຂດທົ່ງພຽງແມ່ນຳ້ຂອງຄື: ຈ່າວິງ, ຊອກຈັງ, ກຽນຢາງ, ອານຢາງ... ພວກຂ້າພະເຈົ້າເຫັນໄດ້ວ່າ ຢູ່ທີ່ນີ້ ມີພໍ່ແມ່ ຊາວເຜົ່າ ຂະແມ ພວມດຳລົງຊີວິດດ້ວຍຈຳນວນຫຼວງຫຼາຍ. ທີ່ນີ້ມີວັດ ຂະແມ ຫຼາຍຫຼັງໄດ້ອອກແບບຕາມສະຖາປັດຕະຍະກຳຂອງພຸດທະສາສະໜາ. ຢູ່ອ້ອມຂ້າງວັດ ມີໝູ່ບ້ານຂອງຊາວ ເຜົ່າ ຂະແມ ຫຼາຍແຫ່ງທີ່ພວມດຳລົງຊີວິດ ແບບສະຫງົບສຸກ.
ວັດ: “ຫົວໃຈ” ຂອງປະຊາຄົມຊາວເຜົ່າ ຂະແມ
ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວ ຂະແມ, ພວກຂ້າພະເຈົ້າໄດ້ໄປນຳຊາວຂະແມຄົນໜຶ່ງແມ່ນທ້າວ ແທກຣີເກີນ ເມືອຢາມບ້ານຂອງລາວຢູ່ແຂວງ ຈ່າວິງ. ບ່ອນທີ່ ແທກຣີເກີນ ພາພວກຂ້າພະເຈົ້າ ເຂົ້າມາຢາມທຳອິດ ບໍ່ແມ່ນ ເຮືອນຂອງລາວ, ນັ້ນແມ່ນວັດ ຊວ່າຍຊຽມເມີຍ. ລາວມາສະແດງ ຄວາມນັບຖືຕໍ່ຄູບາຄົນໜຶ່ງຊື່ວ່າ ແທກຍືດ, ນັ້ນເປັນອາຈານ ຂອງລາວ ໃນເມື່ອກ່ອນ. 

ແທກຣີເກີນ ໃຫ້ຮູ້ວ່າ ວັດເປັນບ່ອນທີ່ມີຄວາມສັກສິດ ແລະ ສຸດທີ່ ສຳຄັນຂອງຊາວຂະແມ, ຊີວິດການເປັນຢູ່ຂອງຊາວຂະແມຢູ່ ຈ່າວິງ ສ່ວນຫຼາຍມີຄວາມສະໜິດຕິດພັນກັບວັດ. 


ສຳລັບຊາວ ຂະແມ, ວັດເປັນບ່ອນມີຄວາມສັກສິດ ແລະ ສຳຄັນທີ່ສຸດ. ພາບ: ຫງວຽນລວນ
 

ປະຕູ ແລະ ຮົ້ວກຳແພງ ວັດໄດ້ປະດັບປະດາດ້ວຍບັນດາຮູບພາບ ສິລະປະກ່ຽວກັບສາສະໜາພຸດ
ໂດຍນາຍຊ່າງ ຂະແມ ເປັນຜູ້ ປະຕິບັດ.​ ພາບ: ຫງວຽນລວນ



ຊາວ ຂະແມ ມີຣີດຄອງປະເພນີໜຶ່ງແມ່ນເຜົາສົບ, ຫຼັງຈາກທີ່ມີຄົນເສຍຊີວິດ, ສາກສົບຂອງເຂົາຈະໄດ້ເອົາໄປເຜົາ, ກະດູກຂອງເຂົາຈະໄດ້ເກັບຮັກສາໃນທາດຫຼັງໜຶ່ງຢູ່ໃນວັດ. ພາບ: ຫງວຽນລວນ


ທາງໃນຂອງວັດຂະແມຫຼັງໜຶ່ງໄດ້ປະດັບປະດາດ້ວຍຮູບພາບ
ຫຼາຍແຜ່ນທີ່ມີເນື້ອໃນກ່ຽວກັບປະຫວັດຄວາມເປັນມາຂອງສາສະໜາພຸດ. ພາບ: ຫງວຽນລວນ



ການເຄື່ອນໄຫວດ້ານສາສະໜາຂອງຊາວ ຂະແມ ໃນວັດຫຼັງໜຶ່ງ. ພາບ: ຫງວຽນລວນ


ແມ່ຍິງເຜົ່າ ຂະແມ ສະແດງຈັງຫວະຟ້ອນມູນເຊື້ອຂອງເຜົ່າຕົນ
ເອງທີ່ວັດ ເຄີແລງ, ໜຶ່ງໃນວັດຫຼາຍແຫ່ງທີ່ເກົ່າແກ່ທີສຸດຢູ່ແຂວງ ຊອກຈັງ. ພາບ: ມິງກວກ

ຊາວເຜົ່າຂະແມ ຢູ່ທາງທິດຕາເວັນຕົກສ່ຽງໃຕ້ ສ່ວນຫຼາຍແມ່ນ ເຊື່ອຖືພຸດທະສາສະໜາ ນິກາຍຫິນະຍານ, ສະນັ້ນ ວັດມີຄວາມໝາຍຊຸດທີ່ສຳຄັນໃນຊີວິດຂອງເຂົາເຈົ້າ.ປະຈຸບັນ, ຢູ່ພາກໃຕ້ພວມມີວັດ ຂະແມ ປະມານ 600 ຫຼັງ ດ້ວຍຄູບາອາຈານກວ່າ 10.000 ຄົນ. ໃນນັ້ນ ມີວັດຫຼາຍແຫ່ງໄດ້ຮັບຮອງເປັນມໍລະດົກວັດທະນະທຳ, ມໍລະດົກສະຖາປັດ ຕະຍະກຳສິລະປະລະດັບຊາດຄື: ວັດ ເອີງ, ວັດແມັດ, ວັດ ຮາງ, ວັດ ເຢີຍ ແລະ ອື່ນໆ.
ຄູບາ ແທກຍືດ ໃຫ້ຮູ້ວ່າ ແຕ່ໃດໆ ມາ, ແມ່ຍິງຊາວເຜົ່າ ຂະແມ ບໍ່ຕ້ອງເຂົ້າບວດຢູ່ໃນວັດອີກແລ້ວ, ສ່ວນຜູ້ຊາຍຫຼັງຈາກທີ່ໃຫຍ່ຂຶ້ນມາ ຕ້ອງເຂົ້າມາວັດ ເພື່ອຮຽນແບບແຜນວິຖິຊີວິດ ແລະ ຄວາມຮູ້ ໃນໄລຍະໜຶ່ງ. ປະຊາຄົມຊາວເຜົ່າ ຂະແມ ມີພາສາ ແລະ ຕົວໜັງສືຂອງຕົນຕ່າງຫາກ. ໄລຍະທີ່ຮຽນໜັງສືໃນວັດ ຈະຊ່ວຍເຮັດໃຫ້ຜູ້ຊາຍເຜົ່າຂະແມ ສາມາດຂຽນ ແລະ ເວົ້າພາສາ ຂະແມ-ປາລີ ໄດ້ຢ່າງຖືກຕ້ອງ. ນອກຈາກນັ້ນ, ເຂົາເຈົ້າຍັງໄດ້ຮຽນກ່ຽວກັບພຸດທະສາສະໜາ, ຮັບຮູ້ຄວາມດີຄວາມຖືກຕ້ອງ, ປະກອບສ່ວນປົກປັກຮັກສາ ແລະ ພັດທະນາພາສາຂອງເຜົ່າ ຕົນເອງ, ນັ້ນກໍ່ແມ່ນການປົກປັກຮັກສາ ວັດທະນະທຳມູນເຊື້ອຂອງເຜົ່າ ຂະແມ ອີກດ້ວຍ.

ຫຼັງຈາກທີ່ຈົບການຮຽນຢູ່ໃນວັດ, ເຂົາເຈົ້າຈະມີສອງທາງໃຫ້ ເລືອກ, ໜຶ່ງແມ່ນສືບຕໍ່ຮຳ່ຮຽນຢູ່ໃນວັດເພື່ອກາຍເປັນຄູບາ, ສອງແມ່ນກັບມາຢູ່ນຳຄອບຄົວ, ນຳໃຊ້ຄວາມຮູ້ຂອງຕົນເພື່ອ ລ້ຽງຊີບ ແລະ ສ້າງສາປະຊາຄົມຄືທ້າວ ແທກຣີເກີນ. ປະຈຸບັນ ແທກຣີເກີນ ພວມເຮັດວຽກຢູ່ຂ່າວພາບ ຫວຽດນາມ, ຂຶ້ນກັບ ສຳນັກຂ່າວສານ ຫວຽດນາມ ທີ່ນະຄອນ ໂຮ່ຈີມິນ.  
 
ທ້າວ ແທກຣີເກີນ ໃຫ້ຮູ້ວ່າ ໝູ່ຂອງລາວຫຼາຍຄົນຢູ່ ຈ່າວິງ ໄດ້ຮຽນອາຊີບຊ່າງໄມ້, ປະກອບເຮືອ, ຄວັດໄມ້ ຢູ່ວັດ ຂະແມ ຫຼາຍແຫ່ງ, ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ເຂົາເຈົ້າມີວຽກເຮັດງານທຳ ແລະ ເປັນວິທີໜຶ່ງເພື່ອປົກປັກຮັກສາມູນເຊື້ອຂອງຊົນເຜົ່າຕົນເອງ.
 
ຊາວເຜົ່າ ຂະແມ ຍັງຄົງຮັກສາໄດ້ອາຊີບຫັດຖະກຳສິລະປະກຳ ມູນເຊື້ອຄື: ຕຳ່ສາດ, ຖັກສານ, ຕຳ່ຜ້າ, ຜະລິດດິນເຜົ່າ, ຜະລິດ ໜ້າກາກ, ຜະລິດກອງມູນເຊື້ອ. ສຳລັບບັນດາຜະລິດຕະພັນ ທີ່ໄດ້ຜະລິດອອກມາ, ນອກຈາກການເອົາໄປຂາຍ, ເຂົາເຈົ້າຍັງເອົາມາຮັບໃຊ້ໃຫ້ແກ່ວັດຫຼາຍຫຼັງເນື່ອງໃນໂອກາດງານບຸນຕ່າງໆ. 

ວັດກກໍ່ເປັນສະຖານທີ່ກໍ່ສ້າງອາໍຊີບຊ່າງໄມ້, ຄວັດໄມ້ມູນເຊື້ອ
ຂອງຊາວເຜົ່າ ຂະແມ. ພາບ: ຫງວຽນລວນ

 

ບັນດາພະສົງສຳມະເນນຂອງວັດ ກອມປອງ, ແຂວງ ຈ່າວິງ ກຳລັງຫ້າງຫາກະກຽມໃຫ້ແກ່ການຕ້ອນຮັບບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ພະສົງສຳມະເນນຄົນໜຶ່ງທີ່ມາຮຽນໜັງສືໃນວັດ ກອມປອງ. ພາບ: ຫງວຽນລວນ
 

ຊາວ ຂະແມ ໄຕ້ທູບພາວະນາຮ້ອງຂໍພະພຸດທະເຈົ້າໃນບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ບັນດາພະສົງສຳມະເນນຟັງຄູບາອາຈານສູດມົນດ້ວຍຄວາມເຄົາລົບນັບຖື. ພາບ: ຫງວຽນລວນ
ຊາວ ຂະແມ ມີຣີດຄອງປະເພນີໜຶ່ງແມ່ນເຜົາສົບ, ຫຼັງຈາກທີ່ມີຄົນເສຍຊີວິດ, ສາກສົບຂອງເຂົາຈະໄດ້ເອົາໄປເຜົາ, ກະດູກຂອງເຂົາຈະໄດ້ເກັບຮັກສາໃນທາດຫຼັງໜຶ່ງຢູ່ໃນວັດ. ເຖິງເວລາຕາຍໄປແລ້ວ, ຊາວ ຂະແມ ກໍ່ຢາກໄດ້ຝັງຢູ່ໃນວັດ.
 
ຄວາມປະທັບໃຈໃນງານບຸນຂອງຊາວຂະແມ
ແຕ່ລະປີ, ທ້າວ ແທກຣີເກີນ ໄດ້ກັບມາບ້ານເກີດເມືອງນອນໃນລະດູການເກັບກ່ຽວ ເພື່ອເຂົ້າມາວັດທຳພິທີຕອບແທນບຸນຄຸນ. ແທກຣີເກີນ ໃຫ້ຮູ້ວ່າ ຊາວ ຂະແມ ມີຫຼາຍພິທີການທີ່ກ່ຽວຂ້ອງເຖິງລະດູການ, ຫຼາຍຮີດຄອງປະເພນີ ທີ່ສະແດງໃຫ້ເຫັນ ແບບແຜນວິຖິຊີວິດໃນການເປັນຢູ່ດ້ານວັດທະນະທຳກະສິກຳ. ຕົວຢ່າງແມ່ນງານບຸນ Oc Om Box (ໄດ້ຈັດຂຶ້ນໃນວັນທີ 15/10 ຕາມ ຈັນທະປະຕິທິນ), ຫຼັງຈາກເກັບກ່ຽວແລ້ວໆ,​ ເຂົາເຈົ້າມັກຈັດພິທີໄຫວ້ພະຈັນເພື່ອຕອບແທນບຸນຄຸນຂອງພະຈັນ. ໃນໂອກາດບຸນປີໃໝ່ Chol Chnam Thmay, ເຂົາເຈົ້າໄດ້ຖະຫວາຍອາຫານຫຼາຍຊະນິດທີ່ຕົນເອງເຮັດມາ ຂຶ້ນສູ່ພະພຸດທະເຈົ້າ ແລະ ບັນດາຄູບາອາຈານ ເພື່ອຂໍໃຫ້ບັນດາສະມາຊິກໃນຄອບຄົວຈົ່ງມີສຸຂະພາບທີ່ເຂັ້ມແຂງ, ຝົນຟ້າອາກາດທີ່ອຳນວຍ ເພື່ອໃຫ້ ລະດູການຕໍ່ໄປຈະໄດ້ມີຄວາມສະດວກ, ໄດ້ຮັບຜົນການ ເພາະປູກດີ.
 
ມື້ທີ່ໄດ້ ແທກຣີເກີນ ພາກມາຢາມວັດ ຊວ່າຍຊຽມ, ພວກຂ້າພະເຈົ້າພົບເຫັນບັນດາສາສະນິກະຊົນ ແລະ ຄູບາ ອາຈານພວມກະກຽມໃຫ້ແກ່ບຸນປີໃໝ່ Chol Chnam Thmay. ນາງ ເຄົາທິຮວາ, ບ້ານ 1, ນະຄອນ ຈ່າວິງ ໃຫ້ຮູ້ວ່າ ກ່ອນທີ່ຈະ ເຖິງບຸນປີໃໝ່ Chol Chnam Thmay, ຊາວ ຂະແມ ຢູ່ທີ່ນີ້ ຈະມາອະນາໄມວັດຊ່ວຍໃຫ້ບັນດາຄູບາອາຈານ. ນີ້ແມ່ນຮີດຄອງປະເພນີ້ ທີ່ມີມາແຕ່ດົນແລ້ວ, ສະນັ້ນ ຜູ້ໃດກໍ່ມາເຮັດດ້ວຍຄວາມສະໝັກໃຈ.
 
ກ່ອນທີ່ຈະເຖິງບຸນປີໃໝ່, ຊາວ ຂະແມ ມັກຈັດຕັ້ງພິທີປັ້ນດິນ, ປັ້ນຂີ້ຊາຍເປັນໂນນ, ເປັນພູຢູ່ໃນເດີ່ນວັດເພື່ອຂໍບຸນ, ຂໍຄວາມໂຊກ ໝານ ແລ້ວເກັບເມືອອະນາໄມເຮືອນ, ກະກຽມບັນດາເຄື່ອງ ບູຊາຄື: ເຂົ້າຕົ້ມ, ເຂົ້າໜົມຂີງ, ໝາກໄມ້, ດອກໄມ້, ທູບທຽນ... ເອົາໄປວັດເພື່ອຖະຫວານໃຫ້ພະພຸດທະເຈົ້າ ແລະ ຄູບາອາຈານ.

ໃນໄລຍະວັນບຸນປີໃໝ່ Chol Chnam Thmay, ຫຼາຍການ ເຄື່ອນໄຫວດ້ານວັດທະນະທຳຂອງຊາວ ຂະແມ ໄດ້ໄຂຂຶ້ນ ຢ່າງຟົດຟື້ນຢູ່ໃນວັດ ແລະ ໝູ່ບ້ານຫຼາຍແຫ່ງ. ຕົວຢ່າງຄື: ພິທີຕັກບາດ, ຊາວບ້ານຈະເອົາອາຫານ, ເຂົ້າໜົມ, ໝາກໄມ້ມາ ໃຫ້ແກ່ຄູບາອາຈານ, ຄູບາອາຈານຈະ ທຳພິທີຕອບແທນບຸນຄຸນ, ຂໍໃຫ້ຊາວບ້ານມີຊີວິດການເປັນຢູ່ແບບອີ່ມໜຳສຳລານ.    ພິທີແຫ່ນາງສັງຂານ. ພິທີຫົດສົງພະພຸດທະຮູບດ້ວຍຄວາມໝາຍຂໍໃຫ້ຄວາມສະຫງົບ ແລະ ຕອບແທນບຸນຄຸນພໍ່ແມ່ຂອງຕົນ.


ທ່ານ ແທກໂຕນ, ຕາແສງ ລືວຫງຽບແອງ, ເມືອງ ຈ່າກູ ເອົາ
ພະພຸດທະຮູບມາທຳການອະນາໄມເພື່ອຫ້າງຫາກະກຽມໃຫ້ແກ່
ການຕ້ອນຮັບບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ



ຮ້ານບູຊາໃນຄອບຄົວຊາວເຜົ່າ ຂະແມໄດ້ປະດັບປະດາຢ່າງສວຍ
ງາມໃນໄລຍະບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ



ຊາວເຜົ່າ ຂະແມ ທຳພິທີຕັກບາດໃນມື້ທຳອິດຂອງບຸນປີໃໝ່ Chol Chnam Thmay
ເພື່ອສະແດງຄວາມຮູ້ບຸນຄຸນເຖິງບັນພະບຸລຸດ. ພາບ: ຫງວຽນລວນ



ຊາວເຜົ່າ ຂະແມ ທຳພິທີຫົດສົງພະພຸດທະຮູບໃນໄລຍະບຸນປີໃໝ່ Chol Chnam Thmay. ພາບ: ຫງວຽນລວນ


ສ່ວນນຳ້ທີ່ຍັງເຫຼືອ, ຊາວເຜົ່າ ຂະແມ ຈະເອົາເມືອເຮືອນທຳພິທີ
ລ້າງຕີນໃຫ້ປູ່ຍ່າຕາຍາຍ, ພໍ່ແມ່ ເພື່ອສະແດງນຳ້ໃຈຂອງຕົນ. ພາບ: ຫງວຽນລວນ



ບັນດາຄູບາອາຈານຂອງວັດ ຊວ່າຍຊຽມ ຮັບເອົາເຄື່ອງຖະຫວາຍຂອງພະສົງສຳມະເນນ,
ນີ້ແມ່ນພິທີການສຳຄັນຂອງ ພິທີຕັກບາດໃນບຸນປີໃໝ່
Chol Chnam Thmay. ພາບ: ຫງວຽນລວນ

ທ້າວ ແທກເຊີມແຄນ, ຢູ່ຕາແສງ ຫງາຍຊວຽນ ໃຫ້ຮູ້ວ່າ ຂ້າພະເຈົ້າມາວັດເພື່ອຂໍນຳພະພຸດທະເຈົ້າ ດົນບັນດານໃຫ້ປູ່ຍ່າຕາຍາຍ ແລະ ບັນດາສະມາຊິກໃນຄອບຄົວ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສະຫງົບສຸກ”.

ຊາວ ຂະແມ ຢູ່ ຫວຽດນາມ ມີທັງໝົດປະມານ 1,3 ລ້ານຄົນ, ອາໄສສ່ວນຫຼາຍຢູ່ບັນ ດາແຂວງທີ່ຂົງເຂດທົ່ງພຽງແມ່ນຳ້ຂອງຄື: ຈ່າວິງ, ຊອກຈັງ, ກຽນຢາງ, ອານຢາງ, ບາກລຽວ, ວິງລອງ, ເກີນເທີ ແລະ ອື່ນໆ. 
ໃນໜຶ່ງປີ, ຊາວ ຂະແມ ມີສີບກວ່າງານບຸນ, ໃນນັ້ນ ມີ 3 ງານບຸນ ຕົ້ນຕໍ່ແມ່ນ: ບຸນ ດົນຕາ (ບຸນວິສາຂາບູຊາ), ບຸນ Chol Chnam Thmay (ບຸນປີໃໝ່ຂອງຊາວເຜົ່າ ຂະແມ) ແລະ ບຸນໄຫວ້ພະຈັນ -Ok Om Bok.

ຕາມຮີດຄອງປະເພນີ, ໃກ້ຈະຮອດເວລາສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່, ຊາວ ຂະແມ ທຸກຄອບຄົວຈະກະກຽມໝາກໄມ້, ດອກໄມ້, ທູບທຽນເພື່ອທຳພິທີສົ່ງເທວະດາອົງເກົ່າ ແລະ ຕ້ອນຮັບເທວະດາອົງໃໝ່. ຊາວ ຂະແມ ເຊື່ອວ່າ ແຕ່ລະປີ ຈະມີເທວະດາອົງໜຶ່ງຢູ່ສະຫວັນລົງມາເບິ່ງແຍງດູແລຊີວິດການເປັນຢູ່ຂອງເຂົາເຈົ້າ. ພະອາຈານ ເຈິ່ນເຢິນ, ເຈົ້າອາວາດວັດ ເຄີຕຶງ ໃຫ້ຮູ້ວ່າ ທາງວັດມີໜ້າທີ່ແຈ້ງໃຫ້ຊາວເຜົ່າ ຂະແມ ຮູ້ເຖິງເວລາຕ້ອນຮັບປີໃໝ່ ເພື່ອໃຫ້ທຸກຄົນມີການກະກຽມ, ອ່ານສູດ ແລະ ເດີນຂະບວນ ສວນສະໜາມຕ້ອນຮັບປີໃໝ່.
 
ຕອນຄຳ່, ຢູ່ໃນວັດຂອງຊາວ ຂະແມ ຫຼາຍແຫ່ງ ຈະມີຫຼາຍລາຍການເຄື່ອນໄຫວສິລະປະມູນເຊື້ອທີ່ໄດ້ຈັດຂຶ້ນຢ່າງຟົດຟື້ນຄື: ຟ້ອນ ໂຣບຳ, ຮ້ອງເພງ. ພິເສດແມ່ນລາຍການສະແດງລະຄອນຢູເກ, ເປັນຮູບແບບລະຄອນມູນເຊື້ອໜຶ່ງຂອງຊາວເຜົ່າ ຂະແມ.


 ນບຸນປີໃໝ່ Chol Chnam Thmay, ຜູ້ຊາຍເຜົ່າ ຂະແມ ແຕ່ງຕົວ ເປັນບັນດາຕົວລະຄອນພື້ນເມືອງ,
ໄປເຂົ້າຮ່ວມ
ການສະແດງດົນຕີ ແລະ ການລະຫຼິ້ນພື້ນເມືອງຕາມທ້ອງຖະໜົນ. ພາບ: ຫງວຽນລວນ



ຜູ້ຊາຍເຜົ່າ ຂະແມ ສະແດງບັນດາຈັງຫວະຟ້ອນ ໃນຊຸດອາພອນ
ແລະ ໜ້າກາກມູນເຊື້ອຂອງຊາວເຜົ່າ ຂະແມ. ພາບ: ຫງວຽນລວນ



ໃນໂອກາດງານບຸນ, ຊາວເຜົ່າ ຂະແມ ໄດ້ເຂົ້າຮ່ວມບັນດາ ການລະຫິ້ນ ພື້ນເມືອງ ຄື: ດຶງເຊືອກ,
ບານສົ່ງ... ພາບ: ຫງວຽນລວນ

 

ບຸນແຂ່ງງົວ ໂບນຕາ ເຂດ ໄບນຸຍ, ແຂວງ ອານຢາງ. ພາບ: ກິມເຟືອງ


ຊາວ ຂະແມ ແຂວງ ຊອກຈັງ ມາເຂົ້າຮ່ວມໃນບຸນຊ່ວງເຮືອ
ມູນເຊື້ອເພື່ອສະເຫຼີມສະຫຼອງບຸນ Ok Om Bok. ພາບ: ມິງກວກ

ອາດສາມາດເວົ້າໄດ້ວ່າ ຊີວິດການເປັນຢູ່ດ້ານວັດທະນະທຳ, ຈິດໃຈຂອງປະຊາຄົມຊາວເຜົ່າ ຂະແມ ຢູ່ ຈ່າວິງ ເວົ້າສະເພາະ ແລະ ພາກໃຕ້ເວົ້າລວມ ມີຊີວິດຊີວາຫຼາຍ, ເຕັມໄປດ້ວຍ ລັກສະນະວັດທະນະທຳໂດຍສະເພາະຂອງເຜົ່າ ຂະແມ. ພ້ອມກັນນັ້ນ, ຊີວິດການເປັນຢູ່ຂອງຊາວເຜົ່າ ຂະແມ ໄຂຂຶ້ນ ແບບງ່າຍດາຍ, ສະຫງົບສຸກ, ມ່ວນຊື່ນ ແລະ ຫຼາກຫຼາຍສີສັນ.
 
ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ ແລະ ເອກະສານ ຂ່າວພາບຫວຽດນາມ
ບັນດາບົດທີ່ຖືກນຳສະເໜີ