06/05/2017 11:04 GMT+7 Email Print Like 0

ພັດທະນາເສດຖະກິດພາກເອກະຊົນ - ຄວາມຮຽກຮ້ອງທີ່ຈຳເປັນຂອງພື້ນຖານເສດຖະກິດ

      ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ໄຂຂຶ້ນໃນວັນທີ 5/5 ຢູ່ ຮ່າໂນ້ຍ, ແມ່ນປຶກສາຫາລືບັນດາມາດຕະການພັດທະນາເສດຖະກິດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດພາກເອກະຊົນ. ນັກຂ່າວ ຫວຽດຮ່າ ເຕື້ອງເຖິງບັນຫານີ້ໃນບົດຂຽນ: “ພັດທະນາເສດຖະກິດພາກເອກະຊົນ - ຄວາມຮຽກຮ້ອງທີ່ຈຳເປັນຂອງພື້ນຖານເສດຖະກິດ”
ພາບປະກອບ
      ຫວຽດນາມ ພວມເຊື່ອມໂຍງນັບມື້ນັບເລິກເຊິ່ງ ກ້ວາງຂວາງເຂົ້າກັບເສດຖະກິດໂລກຄືແຕ່ພື້ນຖານເສດຖະກິດຍັງມີສິ່ງທ້າທາຍຫຼາຍຢ່າງ. ສົ່ງເສີມການລົງທຶນຈາກພາກເອກະຊົນ, ການພັດທະນາເສ
 
      ເສດຖະກິດພາກເອກະຊົນ ແລະ ບັນດາການປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ
      ພາຍຫຼັງກ່ວາ 30 ປີແຫ່ງການປ່ຽນແປງໃໝ່, ພາກສ່ວນເສດຖະກິດເອກະຊົນໄດ້ເພີ່ມຂຶ້ນທັງດ້ານຈຳນວນ ແລະ ຄຸນນະພາບ. ຈາກຈຳນວນວິສາຫະກິດພາກເອກະຊົນມີພຽງ 55.200 ແຫ່ງໃນປີ 2002, ຮອດປີ 2015 ຫວຽດນາມ ມີວິສາຫະກິດພາກເອກະຊົນກ່ວາ 495.000 ແຫ່ງ, ອັນໄດ້ສ້າງວຽກເຮັດງານທຳໃຫ້ຄົນງານກ່ວາ 85% ໃນພື້ນຖານເສດຖະກິດ. ການສ້າງຕັ້ງ ແລະ ພັດທະນາຂອງກຸ່ມບໍລິສັດເສດຖະກິດເອກະຊົນໃຫຍ່ຫຼາຍແຫ່ງໃນບັນດາຂົງເຂດກໍ່ສ້າງ, ການບິນ, ການຜະລິດອຸດສາຫະກຳ, ກະສິກຳ… ໄດ້ປະກອບສ່ວນສ້າງໂສມໜ້າໃໝ່ໃຫ້ແກ່ພື້ນຖານເສດຖະກິດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP). ພ້ອມກັນນັ້ນ, ຖັນແຖວນັກທຸລະກິດຂອງ ຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ເມື່ອສັງເກດໄດ້ການພັດທະນາຂອງວິສາຫະກິດພາກເອກະຊົນ, ທ່ານ ເຈືອງດິ່ງຕ໋ວຽນ, ອະດີດລັດຖະມົນຕີກະຊວງການຄ້າ, ຖືວ່າ:
“ວິສາຫະກິດພາກເອກະຊົນມີທ່າແຮງຫຼາຍຢ່າງນັ້ນແມ່ນມີຄົນງານ ພວມຢູ່ໃນເກນອາຍຸອອກແຮງງານເປັນຈຳນວນຫຼວງຫຼາຍ. ນີ້ແມ່ນບັນດາຜູ້ມີຄວາມດຸໝັ່ນຂະຫຍັນພຽນ, ມັກຮ່ຳມັກຮຽນ, ມີຄວາມສາມາດໃນການຮັບມືຢ່າງວ່ອງໄວ. ເຖິງວ່າ ວິສາຫະກິດພາກເອກະຊົນໄດ້ຮັບການກຳເນີດຕາມຫຼັງກໍ່ຕາມ ແຕ່ກໍ່ມີທ່າໄດ້ປຽບກ່ຽວກັບລະດັບຄວາມໄວ, ເຖິງວ່າຈະນ້ອຍແຕ່ຖ້າຫາກມີຍຸດທະສາດ, ຈີນຕະນາການວິໄສທັດອັນຍາວໄກອາດສາມາດບືນຕົວຂຶ້ນໄດ້. ລັດຖະບານຖືເສດຖະກິດພາກເອກະຊົນເປັນສຳຄັນ ແລະ ເປັນກຳລັງໜູນຂອງພື້ນຖານເສດຖະກິດ”

      ສ້າງກາລະໂອກາດໃຫ້ເສດຖະກິດພາກເອກະຊົນພັດທະນາ
ບໍ່ອາດປະຕິເສດໄດ້ບາດກ້າວພັດທະນາຂອງກຸ່ມເສດຖະກິດພາກເອກະຊົນ, ແຕ່ກໍ່ຕ້ອງສັງເກດພຶດຕິກຳຕົວຈິງນັ້ນແມ່ນພາກສ່ວນນີ້ຍັງມີບັນດາສິ່ງຈຳກັດ, ອ່ອນດ້ອຍ, ເມື່ອມີວິສາຫະກິດພາກເອກະຊົນຂະໜາດນ້ອຍ ແລະ ນ້ອຍສຸດກວມເຖິງ 97%, ມີລະດັບຄວາມຮູ້ດ້ານເຕັກໂນໂລຢີຕ່ຳ, ຄວາມສາມາດດ້ານການເງິນ, ສະມັດຕະພາບແຮງງານ, ປະສິດທິຜົນໃນການດຳເນີນທຸລະກິດຍັງຕ່ຳ, ພິເສດແມ່ນຄວາມສາມາດເຂົ້າຮ່ວມລະບົບມູນຄ່າພາຍໃນ ແລະ ສາກົນຍັງຈຳກັດຢູ່. ອັດຕາສ່ວນວິສາຫະກິດພາກເອກະຊົນຖືກຫລຸບທຶນ, ລົ້ມລະລາຍ, ສະເລ່ຍໃນໄລຍະ 2007 – 2015 ແມ່ນຂຶ້ນເຖິງ 45%. ທ່ານ ຫງວຽນດຶກເທາະ, ປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ອານຕີ໋ນ, ຍົກຄຳເຫັນວ່າ:
“ສຳລັບບັນດາປະເທດໃນໂລກ, ໃນຈຳນວນພົນລະເມືອງ 1.000 ຄົນ ຈະມີນັກທຸລະກິດ 100 ຄົນ, ສ່ວນຢູ່ ຫວຽດນາມ, ໃນຈຳນວນພົນລະເມືອງ 1.000 ຄົນມີນັກທຸລະກິດພຽງ 6 ຄົນເທົ່ານັ້ນ. ໃນວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ຄວນປຸກລະດົມ, ສົ່ງເສີມນ້ຳໃຈເລີ່ມທຸລະກິດ. ບັນດາລະບອບ, ນະໂຍບາຍຕ້ອງໃກ້ຊິດ ແລະ ຊ່ວຍໃຫ້ບັນດາວິສາຫະກິດພາກເອກະຊົນພັດທະນາ, ຕົວຢ່າງຄືການປະຕິຮູບລະບຽບການບໍລິຫານ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບດ້ານທຶນຮອນ, ທີ່ດິນ, ເຕັກໂນໂລຢີ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ເສດຖະກິດພາກເອກະຊົນສົມເປັນກຳລັງໜູນເພື່ອພັດທະນາເສດຖະກິດຂອງປະເທດຊາດ.”
 
ພາບປະກອບ
      ນັກຊ່ຽວຊານດ້ານເສດຖະກິດ ດ່າວຊວນເຊີມ, ອະດີດຫົວໜ້າພະແນກຄຸ້ມຄອງເສດຖະກິດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ ເພື່ອພັດທະນາຊຸກຍູ້ເສດຖະກິດພາກເອກະຊົນ, ບັນຫາໃຫຍ່ທີ່ສຸດແມ່ນສ້າງລະບອບເສດຖະກິດການຕະຫຼາດໃຫ້ຄົບຊຸດ. ຖ້າເຮັດໄດ້ຈຶ່ງສາມາດພັດທະນາຖັນແຖວນັກວິສາຫະກິດພາກເອກະຊົນໄດ້. ຖ້າບໍ່ມີຕະຫຼາດຢ່າງຄົບຖ້ວນຈະບໍ່ມີພາກສ່ວນເສດຖະກິດເອກະຊົນກ້ວາງໃຫຍ່ ແລະ ກົງກັນຂ້າມ:
“ພັກ ແລະ ລັດໄດ້ວາງຄາດໝາຍສູງທີ່ສຸດກ່ຽວກັບການພັດທະນາລະບົບວິສາຫະກິດ. ບັນລຸຜົນສຳເລັດຫຼືບໍ່ແມ່ນອີງໃສ່ການປ່ຽນໃໝ່ນະໂຍບາຍ, ລະບົບເພື່ອໃຫ້ປະຊາຊົນມີຄວາມຫ້າວຫັນໃນການເລີ່ມທຸລະກິດ. ພັກໄດ້ສ້າງເງື່ອນໄຂໃຫ້ເສດຖະກິດພາກເອກະຊົນຢ່າງແຮງ. ຢາກພັດທະນາເສດຖະກິດພາກເອກະຊົນຕ້ອງແກ້ໄຂບັນຫາຫັນລັດວິສາຫະກິດເປັນຫຸ້ນສ່ວນ, ຫັນໄປສູ່ການດຳເນີນທຸລະກິດທີ່ມີການແກ່ງແຍ້ງ. ໃນເສດຖະກິດການຕະຫຼາດມີພຽງວິສາຫະກິດແກ່ງແຍ້ງເທົ່ານັ້ນ ຫາກບໍ່ມີວິສາຫະກິດທີ່ໄດ້ຮັບການເກື້ອກູນຈາກລັດຄືໃນປະຈຸບັນ.”
ຄາດໝາຍທີ່ ຫວຽດນາມ ວາງອອກແມ່ນພັດທະນາວິສາຫະກິດໃຫ້ໄດ້ 1 ລ້ານແຫ່ງຮອດປີ 2020. ສິ່ງດັ່ງກ່າວບໍ່ແມ່ນເລື່ອງງ່າຍ, ຍ້ອນວ່າໄດ້ຜ່ານຜ່າ 30 ປີແຫ່ງການປ່ຽນໃໝ່, ເສດຖະກິດພາກເອກະຊົນໄດ້ພັດທະນາຢ່າງແຮງກ່ວາກໍ່ຕາມ ແຕ່ຫາກໍ່ມີວິສາຫະກິດພຽງ 500 ແຫ່ງເທົ່ານັ້ນ. ໃນໄລຍະອີກ 3 ປີ, ຂອບຂະໜາດຈະໃຫຍ່ທົບ 2 ເທົ່າ, ເປັນທີ່ຈະແຈ້ງແລ້ວວ່າ, ຄາດໝາຍນີ້ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຕ້ອງໄດ້ຮັບການສັງເກດ ແລະ ຕີລາຄາຢ່າງຖືກຕ້ອງກ່ວາກ່ຽວກັບບົດບາດຂອງເສດຖະກິດເອກະຊົນ ແລະ ຄວນກຳນົດທິດດ້ວຍບັນດາມາດຕະການລະອຽດກ່ວາ ເພື່ອພັດທະນາເສດຖະກິດເອກະຊົນໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຢ່າງແທ້ຈິງ.
 (ແຫຼ່ງຄັດຈາກ VOV)
ບັນດາບົດທີ່ຖືກນຳສະເໜີ