27/02/2017 10:01 GMT+7 Email Print Like 0

ທ່ວງທ່າສະໜຸກສະໜານ ຂອງ ວາດຟ້ອນຕີກອງ “ບົ່ງ”

ໝູ່ບ້ານ ຈ່ຽວຂຸກ (ເມືອງແທງຈີ່-ຮ່າໂນ້ຍ) ມີຊື່ສຽງບ່ໍພຽງແຕ່ ເປັນດິນແດນອັນສັກສິດ ໃຫ້ກຳເນີດຜູ້ປີຊາສາມາດເທົ່ານັ້ນ, ແຕ່ຍັງເປັນບ່ອນທີ່ອະນຸລັກຮັກສາ ຮູບແບບສິລະປະ ອັນເປັນເອກະລັກໄວ້ໄດ້ ນັ້ນຄື ວາດຟ້ອນກອງ “ບົ່ງ” (ຫຼື ຍັງເອີ້ນວ່າ ຟ້ອນໃຫ້ທ່າ). ໃນຕົ້ນລະດູບານໃໝ່ແຕ່ລະປີ,  ຊາຍໜຸ່ມບ້ານຈ່ຽວຂຸກໄດ້ແຕ່ງກາຍ “ເປັນສາວເປັນນາງ” ເພື່ອສະແດງວາດຟ້ອນໃຫ້ທ່າອັນໄດ້ສ້າງສຽງຫົວເຮຮາໃຫ້ທຸກຄົນຢ່າງສະໜຸກສະໜານ.
ຕາມຜູ້ເຖົ້າຜູ້ແກ່ໃນບ້ານຈ່ຽວຂຸກ ໃຫ້ຮູ້ວ່າ ວາດຟ້ອນກອງບົ່ງ ແມ່ນຕິດພັນກັບ ເທບນິຍາຍ ກ່ຽວກັບ ໂບ໋ກາຍດ້າຍເວືອງ ຟຸ່ງຮືງ (766-780) ຊຶ່ງຕີເອົາຊະນະທະຫານ ຖັງ ທີ່ກຳແພງ ຕົ໋ງບິ່ງ (ປະຈຸບັນ ແມ່ນໝູ່ບ້ານ ຈ່ຽວຂຸກ).

ວາດຟ້ອນກອງບົ່ງ ຖືວ່າ ແມ່ນວາດຟ້ອນເກົ່າແກ່ກວ່າໝູ່ໝົດ ຢູ່ ແຖບດິນທັງລອງ, ນັ້ນແມ່ນລາຍການສະແດງ ທີ່ໄດ້ສົມທົບທັງການເລົ່າ, ຮ້ອງເພງພື້ນເມືອງທຸກປະເພດ, ຟ້ອນລຳ… ໄປນຳກັນ ຄືກັບການສະແດງສິລະປະທີ່ເປັນມູນເຊື້ອອື່ນໆຕ່າງແຕ່ວ່າ ນີ້ແມ່ນວາດຟ້ອນ ເພື່ອຮັບໃຊ້ໃຫ້ແກ່ພິທີການຖະຫວາຍມະເຫສັກຫຼັກເມືອງ ຂອງບ້ານ ຈ່ຽວຂຸກ (ບູຊາໂບ໋ກາຍດ້າຍເວືອງ ຟຸ່ງ ຮືງ) ປີລະສອງຄັ້ງຄືໃນເດືອນ ຈຽງ ແລະ ເດືອນ ສິງຫາ ຕາມຈັນ ທະປະຕິທິນ.

ເນື່ອງຈາກການທຳບຸນສິນກິນທານທີ່ສາລາບ້ານ ແມ່ນບ່ອນສັກສິດ,  ສະນັ້ນ ໜ່ວຍຟ້ອນໄດ້ຖືກຄັດເລືອກຢ່າງຄັກແນ່ ແລະ ເອົາແຕ່ຜູ້ຊາຍເຂົ້າຮ່ວມ. ໃນງານບຸນຂອງບ້ານ ຈ່ຽວຂຸກ, ພິທີແກ່ ຫວ້ໍ ຈະມີ ຊາຍໜຸ່ມ ແຕ່ 8 - 12 ຄົນແຕ່ງກາຍເປັນຜູ້ຍິງ, ນຸ່ງສິ້ນ, ໃສ່ ເສື້ອອ້ອງ, ມີຜ້າພັນຫົວຄືຮູບສົບກາ ແລະ ຖືກອງຍາວເອີ້ນວ່າ ກອງ ບົ່ງ ຕ່ໍໜ້າທ້ອງ. ນີ້ແມ່ນກອງປະເພດທີ່ຕິດພັນກັບ ຄຸນຄ່າ ອັນເປັນ ເອກະລັກຂອງເຜົ່າຈຳປາບູຮານ. ເວລາສະແດງ, ຜູ້ຊາຍທັງໃຊ້ມື ສອງເບື້ອງ ຕີໃສ່ສອງສົ້ນກອງທັງເຕັ້ນລຳ ແອະແອ່ນໄປມາ, ກົດເພດກົດຊົງ, ຢອກເຍົ້າ ເພື່ອສ້າງສຽງຫົວໃຫ້ເລາະ ແລະ ເຮັດໃຫ້ຜູ້ ຊົມສະໜຸກສະໜານຍາກທີ່ຈະລືມໄດ້ຈາກຮູບພາບອັນແປກໆຕ່າງເພິ່ນຂອງຕົນ. ຍ້ອນເຫດນີ້ລະຈິ່ງມີສຳນວນທີ່ວ່າ: “ກະແດະຄືສາວຕີກອງບົ່ງ” ເຊິ່ງມາຮອດປັດຈຸບັນຊາວຮ່າໂນ້ຍມັກເວົ້າເຖິງ.


ການແຕ່ງຕົວດ້ວຍເຂົ້າແປ້ງນ້ຳແດງໃຫ້ຊາຍໜຸ່ມ ບຸ່ຍວັນເຮີບ (ອາຍຸ 26 ປີ) ທີ່ເຂົ້າຮ່ວມ
ໃນການຟ້ອນຕີກອງບົ່ງໝູ່ບ້ານຈ່ຽວຂຸກ. ພາບ: ກົງດາດ



ພັບແພພັບຫົວ ຮູບສົບກາໃຫ້ ກາວແອງ, ຜູ້ໄດ້ເຂົ້າຮ່ວມໃນ ການ ຟ້ອນຕີ ກອງບ່ົງ ບ້ານ ຈ່ຽວຂຸກ ມາໄດ້ 10 ປີແລ້ວ
ແລະ ເຄີຍສະແດງ ໃນງານບຸນ ຂອງບ້ານໃນເດືອນຈຽງ ແລະ ເດືອນສິງຫາແຕ່ລະປີ. ພາບ: ກົງດາດ



ຊາຍໜຸ່ມທັງໝົດທີ່ເຂົ້າຮ່ວມໃນວາດຟ້ອນຕີກອງບົ່ງ ຕ່າງກໍນຸ່ງສິ້ນ ແລະ ເສື້ອອ້ອງ, ແພພັນຫົວຮູບສົບກາ. ພາບ: ກົງດາດ


ແຕ່ລະຄົນຕ່າງກໍຖືກອງຍາວຢູ່ໜ້າທ້ອງເອີ້ນວ່າກອງບົ່ງ. ພາບ: ກົງດາດ


ຄວາມງາມຂອງຊາຍໜຸ່ມ ທີ່ມີທ່າທາງ ແລະ ແຕ່ງຕົວເປັນຜູ້ຍິງ ໃນຄະນະຟ້ອນ. ພາບ: ກົງດາດ

ວາດຟ້ອນກອງບົ່ງ ອັນເປັນເອກະລັກ ແລະ ຖືວ່າເດັ່ນກວ່າໝູ່ ໃນ ງານບຸນໝູ່ບ້ານຈ່ຽວຂຸກ, ມາດຽວນີ້ ໄດ້ຮັບການຮິບໂຮມເກັບກຳ, ເສີມສ້າງ ແລະ ສະແດງຄືນໃໝ່ໂດຍຜ່ານໂຄງການ “ວາດຟ້ອນ ເກົ່າ ທັງລອງ-ຮ່າໂນ້ຍ” ຂອງສະມາຄົມສິລະປິນຟ້ອນ ຫວຽດ ນາມ ແລະ ສະມາຄົມສິລະປິນ ຟ້ອນຮ່າໂນ້ຍ. 

ຕາມບັນດາສິລະປິນບ້ານ ຈ່ຽວຂຸກ  ໃຫ້ຮູ້ວ່າ ວາດຟ້ອນຕ້ອງ ປະ ສານສົມທົບ ຢ່າງນິ້ມນວນ ລະຫວ່າງສຽງກອງສັ່ງ ແລະ ພິທີຖະ ຫວາຍ. ໃນເມື່ອທາງໃນຍົກເຫຼົ້າຂຶ້ນມາບູຊາ, ທາງນອກຕ້ອງເລີ່ມ ຟ້ອນ, ຍົກເຫຼົ້າຂຶ້ນສາມຄັ້ງ ກໍຕ້ອງຟ້ອນສາມເທື່ອໄປນຳກັນ. ທຸກ ວັນນີ້, ຈ່ຽວຂຸກ ແມ່ນໜຶ່ງໃນຈຳນວນບ່ໍຫຼາຍທ້ອງຖິ່ນ ທີ່ຍັງຮັກສາ ໄວ້ໄດ້ ຮູບແບບສິລະປະການຟ້ອນກອງບົ່ງ ອັນເປັນເອກະລັກນີ້

ທ່ານ ຈ້ຽວດິ່ງຮົ່ງ (ອາຍຸ 65 ປີ) ນັກສິລະປິນບ້ານ ຈ່ຽວຂຸກ ໃຫ້ຮູ້ວ່າຮູບແບບສິລະປະອັນເປັນມູນເຊື້ອຫຼາຍຢ່າງ ຖືກສູນຫາຍໄປ ຫຼືວ່າ ຖືກດັດພ້ຽນໄປ, ແຕ່ສະເພາະວາດຟ້ອນ “ສາວກະແດະ ຕີ ກອງບົ່ງ” ຍັງຮັກສາໄວ້ໄດ້ລັກສະນະດັ້ງເດີມຂອງມັນ.

ວາດຟ້ອນ “ສາວກະແດະ ຕີກອງບົ່ງ” ແມ່ນຜະລິດຕະພັນອັນເປັນ ສະເພາະພິເສດຢ່າງແທ້ຈິງ, ມີຄຸນຄ່າສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນບ່ໍພຽງແຕ່ຂອງທັງລອງ-ຮ່າໂນ້ຍທີ່ມີປະຫວັດສາດເປັນພັນປີ ຫາກຍັງແມ່ນຂອງທົ່ວປະເທດອີກດ້ວຍ.


ຄະນະຟ້ອນຕີກອງບົ່ງ ສະແດງໃນງານບຸນຂອງບ້ານ ຈ່ຽວຂຸກເຊິ່ງໄດ້ ຈັດຂຶ້ນແຕ່ວັນທີ 9-12 ເດືອນຈຽງ
ແຕ່ລະປີຕາມຈັນທະປະຕິທິນ. ພາບ: ກົງດາດ



ເວລາສະແດງ, ຊາຍໜຸ່ມຈະໃຊ້ມືທັງສອງຕີໃສ່ສອງສົ້ນຂອງກອງ ແລະ ເຕັ້ນລຳ, ແອ່ນແອະໄປມາ, ຢອກໄຍ
ເພື່ອສ້າງຄວາມມ່ວນຊື່ນກໍຄືສ້າງສຽງຫົວຢ່າງສະໜຸກສະໜານໃຫ້ທຸກຄົນ. ພາບ: ກົງດາດ



ຍ້ອນເຫດນັ້ນ ຈິ່ງມີຄຳສຸພາສິດ ທີ່ວ່າ: “ແອະແອ່ນ ໃຫ້ທ່າ ຄືສາວກະແດະຕີກອງ” ເຊິ່ງປັດຈຸບັນ
ຊາວຮ່າໂນ້ຍ ມັກກ່າວເຖິງ. ພາບ: ກົງດາດ



ຟ້ອນຕີກອງບ່ົ່ງແມ່ນການປະສານສົມທົບລະຫວ່າງຕີກອງກັບການຟ້ອນຢ່າງນິ້ມນວນອ່ອນໄຫວ. ພາບ: ກົງດາດ


ໃນງານບູນຖະຫວາຍຢູ່ສາລາບ້ານ, ເມື່ອທາງໃນຍົກເຫຼົ້າບູຊາທາງນອກ ກໍເລີ່ມຟ້ອນໄປນຳກັນ,
ຍົກເຫຼົ້າ 3 ເທື່ອແມ່ນມີການ ຟ້ອນ 3 ເທື່ອເຊັ່ນດຽວ. ພາບ: ກົງດາດ



ຄະນະຟ້ອນຕີກອງບົ່ງ ຂອງບ້ານ ຈ່ຽວຂຸກສະແດງ ຢູ່ທາງເຂົ້າບ້ານໄດ້ດຶງດູດມວນຊົນ
ແລະ ແຂກທ່ອງທ່ຽວເຂົ້າໄປເບິ່ງຢ່າງຫຼວງຫຼາຍ. ພາບ: ເຈິ່ນແທງຢາງ



ວາດຟ້ອນຕີກອງບົ່ງ ສ້າງຄວາມສົມໃຈ ໃຫ້ແກ່ຜູ້ຊົມ. ດ້ວຍທ່າທີກິລິຍາ ທີ່ພັນລະນາເຖິງຊີວິດຊາວນາ ໃນປາງກ່ອນ, ນີ້ແມ່ນວາດຟ້ອນເກົ່າທີ່ມີຈິງໃນໝູ່ປະຊາ, ແມ່ນພິທີການໜຶ່ງ ແລະ ເປັນການ ຫຼິ້ນຜ່ອນຄາຍອາລົມ. ພາບ: ທົງທ້ຽນ


ສິ່ງທີ່ເປັນເອກະລັກ ຂອງ ວາດຟ້ອນນີ້ແມ່ນຜູ້ຊາຍປອມຕົວເປັນ ຜູ້ຍິງ ດ້ວຍການຕົບແຕ່ງໜ້າຕາ, ກິລິຍາທ່າທີອ່ອນຊ້ອຍນິ້ມນວນ,
ແອະແອ່ນໃນຊຸດເສື້ອສີ່ປ່ຽງ ນຸ່ງກັບສິ້ນ, ໃສ່ຕຸ້ມຫູ, ຜ້າພັນຫົວຮູບ ສົບກາ ແລະ ແຕ່ລະຄົນ
ຕ່າງກໍຖືກອງຍາວສີແດງ ຢູ່ໜ້າທ້ອງ. ພາບ: ກົງດາດ



ມາຮອດປັດຈະບັນ, ຈ່ຽວຂຸກ ແມ່ນໝູ່ບ້ານໜຶ່ງໃນຈຳນວນ   ບ່ໍ ເທົ່າໃດໝູ່ບ້ານທີ່ຍັງຮັກສາຮູບແບບສິລະປະວາດຟ້ອນຕີ ກອງບົ່ງ
ອັນເປັນເອກະລັກນີ້ ໄວ້ໄດ້ດັ່ງເດີມ. ຕາມທ່ານ ຈ້ຽວດິ່ງຮົ່ງ (ອາຍຸ 65 ປີ) ນັກສິລະປິນບ້ານ ຈ່ຽວຂຸກ ກ່າວວ່າ
ຮູບແບບສິລະປະ ອັນ ເປັນມູນເຊື້ອຫຼາຍຢ່າງ ຖືກສູນຫາຍໄປ ຫຼືວ່າຖືກດັດ ພ້ຽນໆ ໄປ ແຕ່ສະເພາະວາດຟ້ອນ “ສາວກະແດະຕີກອງບົ່ງ”
ຍັງຮັກສາໄວ້ ໄດ້ລັກສະນະດັ້ງເດີມຂອງມັນ. ພາບ: ຢາງຮຸຍ



ວາດຟ້ອນ “ສາວກະແດະ ຕີກອງບົ່ງ” ແມ່ນຜະລິດຕະພັນ ອັນ ເປັນ ສະເພາະພິເສດຢ່າງແທ້ຈິງ, ມັນມີຄຸນຄ່າສິລະປະ
ທີ່ເຂັ້ມຂຸ້ນເຕັມໄປ ດ້ວຍສີສັນບ່ໍພຽງແຕ່ຂອງທັງລອງ-ຮ່າໂນ້ຍ ທີ່ມີປະ ຫວັດສາດ ນັບພັນປີ ຫາກຍັງແມ່ນ
ຂອງທົ່ວປະເທດອີກດ້ວຍ. ພາບ: ຢາງຮຸຍ



ຈ່ຽວຂຸກ ແມ່ນໜຶ່ງໃນຈຳນວນບໍ່ເທົ່າໃດໝູ່ບ້ານທີ່ຍັງຮັກ ສາໄວ້ໄດ້ ວາດຟ້ອນເກົ່າແກ່ນີ້. ສະມາຊິກໃນຄະນະຟ້ອນ ໃຫ້ຮູ້ວ່າ
ເຂົາເຈົ້າ ບ່ໍຮູ້ສຶກອາຍໃນ ເມື່ອແຕ່ງຕົວ ທາເຂົ້າແປ້ງນ້ຳແດງ ເປັນຜູ້ຍິງ ເພື່ອສະແດງວາດຟ້ອນໃຫ້ທ່າ
ເພາະນັ້ນແມ່ນວຽກລວມ ຂອງ ບ້ານ. ຜູ້ທີ່ມີໃບໜ້າຫຼ່ໍ ເຫຼົາສົມຊາຍ, ຮຽນເກັ່ງ, ຄຸນສົມບັດດີ…ຈຶ່ງ ໄດ້ຮັບການຄັດເລືອກ
ຈາກຜູ້ເຖົ້າຜູ້ແກ່ໃນບ້ານ ເພື່ອເຂົ້າຮ່ວມ ກອງຟ້ອນ. ພາບ: ກົງດາດ

ບົດ: ກົງດາດ - ພາບ: ກົງດາດ-ແທງຢາງ-ທົງທ້ຽງ-ຢາງຮຸຍ

ບັນດາບົດທີ່ຖືກນຳສະເໜີ