11/03/2015 10:59 GMT+7 Email Print Like 0

ຊຽມກ໋ານ-ວັດຫຼູຫຼາແຫ່ງໜຶ່ງ

ມາຢ້ຽມຢາມບາກລຽວ, ນັກທ່ອງທ່ຽວຜູ້ໃດກໍ່ຢາກມາຢ້ຽມຊົມວັດຊຽມກ້ານຢ່າງໜ້ອຍກໍ່ໜຶ່ງຄັ້ງ ເພາະເປັນໂຄງການກໍ່ສ້າງສະຖາປັດຕະຍະກໍາທີ່ສວຍສົດງົດງາມ ຂອງເຜົ່າຂະແມ ແລະ ກ່ໍເປັນແຫລ່ງທ່ອງທ່ຽວດ້ານການເຊ່ືອຖືທາງຈິດໃຈທີ່ມີຊື່ສຽງ ຂອງທ້ອງຖິ່ນນີ້.
ວັດຊຽມກ້ານແມ່ນວັດແຫ່ງພຸດທະສາສະໜານິກາຍຫິນະຍານ ຂອງຊົນເຜົ່າຂະແມ ແຕ່ຊື່ເອີ້ນ ຄໍາວ່າຊຽມກ້ານ ຂອງວັດນີ້ຊໍ້າພັດມີກົກເຄົ້າ ມາຈາກພາສາ “ຕ່ຽວ”(ພາສາຂອງຊາວຈ່ຽວ ເຈົາ, ແຫ່ງປະເທດຈີນ ທີ່ຕັ້ງພູມລຳເນົາ ຢູ່ນະຄອນບາກລຽວ)ຊຶ່ງ ມີຄວາມໝາຍວ່າ: ຕິດແທດກັບນ້ຳ. ທັງນີ້ ກ່ໍເພາະວ່າພູມສັນຖານຂອງເຂດນີ້ ກ່ອນນີ້ແມ່ນຢູ່ຕິດກັບ ຫາດດິນສັນດອນ ແຄມທະເລ. ຢ່າງເລາະລຽບຕາມເສັ້ນທາງທີ່ປົກຄຸມໄປດ້ວຍ ຕົ້ນໝາກລຳໄຍແກ່ ທີ່ຂຶ້ນກັບຕາແສງຮຽບແທ່ງ, ນະຄອນ ບາກ ລຽວ, ວັດຊຽມກ້ານ ປະກົດຂຶ້ນ ຢູ່ຕ່ໍໜ້າ ພວກຂ້າພະເຈົ້າ ດ້ວຍ ສະຖາປັດຕະຍະກຳ ທີ່ເປັນເອກະລັກ, ເດັ່ນຊັດຂຶ້ນ ໃນ ທ່າມ ກາງທ້ອງຟ້າສີຂຽວ ແລະ ແສງແດດ ອັນອົບອຸ່ນ. ວັດສົມກັບ ຄຳຊ່າລືວ່າ ເປັນວັດໜຶ່ງທີ່ໃຫຍ່ໂຕ ແລະ ສວຍສົດງົດງາມທີ່ສຸດ ໃນລະບົບສາສະນະສະຖານວັດ ຂະແມຢູ່ພາກໃຕ້ຫວຽດນາມ.

ຄວາມປະທັບໃຈທຳອິດແມ່ນປະຕູໂຂງວັດ ຕັ້ງຢູ່ທາງທິດຕາເວັນ ອອກ ເຊິ່ງປະກອບດ້ວຍ ເສັ້ນແຕ້ມສະຫລັກທີ່ລວດລາຍ, ສະ ຖາປັດຕະຍະກຳທີ່ຫລາຍຮູບຫລາຍແບບ ແລະ ເປັນສີເຫຼືອງ ອ່ອນທີ່ເຕັມໄປດ້ວຍສີສັນຂອງ ເຜົ່າຂະແມ. ເບື້ອງເທິງປະກອບມີສາມຈອມທາດຊຶ່ງຈໍາລອງ ຕາມສະຖາປັດຕະຍະກຳ ອັງກໍ ຂອງ ຊາວກຳປູເຈຍ ແລະ ຮູບປັ້ນພະຍານາກຫຼາຍຫົວ ທີ່ແກະ ສະຫຼັກ ຢ່າງພິຖິພິຖັນ. ນອກນີ້,  ກໍາແພງລ້ອມຮອບວັດ ຕິດ ຈອດກັບປະຕູໂຂງ ກໍ່ໄດ້ມີການສະຫລັກຮູບພະຍານາກ ແລະ ຮູບດອກໄມ້ທີ່ເຕັມໄປດ້ວຍສີສັນຕ່າງໆຢ່າງງາມຕາ.

ຈາກປະຕູໂຂງ ເຂົ້າໄປເຖິງຈຸດໃຈກາງ ຂອງວັດຊຽມກ້ານ ຊຶ່ງມີຄວາມຍາວປະມານ 100 ແມັດ, ນັກທ່ອງທ່ຽວຈະໄດ້ຍ່າງຜ່ານ ທໍາເລກວ້າງ ທີ່ເຕັມໄປດ້ວຍ ຕົ້ນ“ຊາວ”, ຕົ້ນ“ເຢ່ົາ” ທີ່ສູງລິບລີ່, ປູກເປັນຖັນເປັນແຖວ ແລະ ເປັນຮົ່ມເຢັນສະບາຍທົ່ວບໍລິເວນ. ເວລານີ້, ນັກທ່ອງທ່ຽວຈະຮູ້ສຶກໄດ້ເຖິງ ບັນຍາກາດ ຄວາມຄຶກຂືມ ແລະ ສະຫງົບງຽບຂອງວັດແຫ່ງນີ້ ຊຶ່ງໄດ້ຮັບການ ສ້າງຂຶ້ນແຕ່ ປີ 1887.

ທໍາທະເລກ້ວາງຊຶ່ງມີກົກຕານທີ່ສູງລິບ ລີ່, ປູກເປັນຖັນເປັນແຖວ ໃນບໍລິເວນວັດ
ຊຶ່ງໄດ້ຮັບການກ່ໍສ້າງແຕ່ປີ 1887.   ພາບ:  ຈ້ອງຈ໋ິງ



ວັດຊຽມກ໋ານຖືກຈັດເປັນໜຶ່ງໃນຈຳນວນວັດຂະແມທີ່ກວ້າງໃຫຍ່
ແລະ ຫຼູຫຼາແຫ່ງໜຶ່ງຢູ່ພາກໃຕ້ຫວຽດນາມ.  ພາບ:  ຈ້ອງຈ໋ິງ



ທາດສາມໜ່ວຍຢູ່ທາງປະຕູໂຂງຂອງວັດໄດ້ຮັບການສ້າງຂຶ້ນ ຕາມຮູບຈໍາລອງສະບັບສະຖາປັດຕະຍະກຳອັງກໍ ຂອງຊາວ ກຳປູເຈຍ
ແລະ ຮູບປັ້ນຂອງງພະຍານາກຫຼາຍຫົວທີ່ໄດ້ຮັບການ ແກະສະຫຼັກຢ່າງ ແນບນຽນ. ພາບ:  ຈ້ອງຈ໋ິງ



ຫຼັງຄາວັດປະກອບດ້ວຍຫຼາຍຊັ້ນ, ຂັ້ນຊ້ອນກັນ ອັນໄດ້ ເຮັດໃຫ້ ວັດຄືວ່າ ມີລວງສູງທົບເທົ່າ ໄປພ້ອມກັບຍອດຊ່ໍຟ້າ
ຍິ່ງເຫັນວ່າສູງເໝືອນດັ່ງຍອດທາດໜ່ວຍໜຶ່ງ.  ພາບ: ເລມິນ.



ຮູບພາບນາງພະຍານາກ 5 ຫົວໄດ້ປະດັບຢູ່ທີ່ຫ້ອງ ກຸຕິໃນວັດຊຽມກ໋ານ. ພາບ:  ເລມິນ.


ພະນົກ Krũd ຖືກປະດັບຢູ່ຍອດເສົາ ໃນຫ້ອງກຸຕິຫ້ອງໜຶ່ງ. ພາບ: ເລມິນ.


ວັດຊຽມກ໋ານ ຖືກຈັດວາງຢ່າງສົມສ່ວນລະຫວ່າງຫ້ອງສາລາ ກັບກຸຕິ, ເຈດີ….   ພາບ:  ເລມິນ.


ພາບນູນທີ່ໄດ້ປະດັບປະດາຢູ່ທາງນອກຫໍທຳມະສະພາວັດຊຽມ ກ໋ານ.    ພາບ:  ຈ້ອງຈ໋ິງ


ຮູບປັ້ນພະພຸດທະຮູບນາງນອນ ແມ່ນບ່ອນໜຶ່ງທີ່ແຂກຄົນ ເຄີຍ ແວ່ເພ່ືອຈູດທູບທຽນ ເມື່ອເຂົ້າຢ້ຽມຢາມວັດ. ພາບ:  ຈ້ອງຈ໋ິງ


ໃນຫໍສະມັດສະພາສູງກວ່າໝູ່ໝົດແມ່ນຫໍໄຫວ້ພະ ທີ່ມີຮູບປັ້ນພະພຸດທະຮູບອົງໃຫຍ່ສູງ ຕັ້ງຢູ່ເທິງບັນດາພະພຸດທະຮູບອົງອື່ນໆ
ທີ່ຢູ່ໃນທ່າທາງຕ່າງໆແຕກຕ່າງກັນ ຊຶ່ງສະແດງໃຫ້ເຫັນ  ເຖິງໄລຍະຕ່າງໆ
ແຫ່ງການໄປອຸປະສົມບົດຂອງ ພະພຸດທະເຈົ້າ. ພາບ:  ຈ້ອງຈ໋ິງ



ເທິງຝາຜະໜັງ ແລະ ເພດານໄດ້ຮັບການປະດັບລາຍດອກ ແລະ ພາບບັນທຶກໄວ້ຊ່ວງຊີວິດຂອງພະພຸດທະເຈົ້າ.  ພາບ:  ເລມິນ.


  
ເຊັ່ນດຽວກັບວັດຂະແມແຫ່ງຕ່າງໆ ຢູ່ພາກໃຕ້ຫວຽດນາມ, ວັດ ຊຽມກ໋ານແມ່ນຈຸດໃຈກາງດ້ານວັດທະນະທຳ, ສຶກສາຂອງ ໝູ່ ບ້ານ,
ເປັນບ່ອນທີ່ເດັກນ້ອຍມາຮຽນໜັງສືຂະແມ, ປາລີ, ຮຽນ ຄຳພິ… ແລະ ຊອກຮູ້ສີສັນວັດທະນະທຳຂອງຊາດ
ໃນໄລຍະປະ ມານ 3 ປີກ່ອນທີ່ເຕັມກະສຽນ.   ພາບ:  ຈ້ອງຈ໋ິງ



ຢູ່ອ້ອມຮອບຫໍທຳມະສະພາຂອງວັດແມ່ນທາດບັນຈຸອັດຖິ ຂອງຜູ້ລ່ວງລັບໄປແລ້ວ.   ພາບ:  ເລມິນ.
 
ຕາມທັດສະນະຄວາມຮັບຮູ້ຂອງເຜົ່າຂະແມ, ຫໍທຳມະສະພາ ມັກປິ່ນໜ້າໄປ ທາງທິດຕາເວັນອອກ ເພາະເຂົາຖືວ່າ, ເສັ້ນທາງ ໄປອຸປະສົມບົດ ຂອງພະພຸດທະເຈົ້າ ແມ່ນແຕ່ທິດ ຕາເວັນຕົກ ໄປຫາຕາເວັນອອກ. ໂດຍຕັ້ງຂຶ້ນຢູ່ເທິງພື້ນດິນຈີ່ສູງ 1,5 ແມັດ ປະກອບດ້ວຍ 3 ຂັ້ນ  ພ້ອມລະບຽງລ້ອມຮອບ. ຫລັງຄາຫໍທໍາມະສະພາ ຂອງວັດ ຊຽມກ້ານ ແຈຂອງແຕ່ລະຈອມແມ່ນປະດັບດ້ວຍຮູບປັ້ນຫາງນາງພະຍານາກທີ່ຍາວຢຽດ ຄົດໂຄ້ງ ອ່ອນໂຍນ.  ໂດດເດັ່ນພາຍໃຕ້ທ້ອງຟ້າສີຂຽວ ແມ່ນ ໂຄງປະກອບຂອງຫຼັງຄາ ທີ່ມີຫຼາຍຊັ້ນຊ້ອນຂຶ້ນກັນ, ປະກອບເປັນເທສະອາວະກາດທີ່ສູງລິບລີ່ ເຈືອຈານເຂົ້າກັບຍອດຊ່ໍຟ້າ ເບິ່ງແລ້ວເໝືອນກັບຈອມທາດອັນໜຶ່ງ. ເທິງຫຼັງຄາແຕ່ລະຊັ້ນ ໄດ້ປະດັບດ້ວຍ ຮູບມັງກອນ ສອງຫົວຕາມແບບຂະແມ, ຕົວຢຽດອອກ, ສ່ວນຫາງແມ່ນຄົດງໍຂຶ້ນເໝືອນຮູບແປວໄຟ. ຍ້ອນການປະສົມປະສານກັນລະຫວ່າງ ຫົວ, ຕົນໂຕ ແລະ ຫາງຂອງມັງກອນແນວນັ້ນ ຈຶ່ງໄດ້ກາຍເປັນຮູບພາບເຮືອພາຍ ຫລື ເຮືອຊ່ວງທີ່ເປັນມູນມໍລະດົກລວມຂອງຊົນເຜົ່າຂະແມໃນບ້ານຊ່ອງຕ່າງໆ ແລະ ຖືກປົກປັກຮັກສາເປັນຢ່າງດີຢູ່ໃນວັດ.

ກ້າວເຂົ້າທາງໃນຫໍທຳມະສະພາ, ນັກທ່ອງທ່ຽວຕ້ອງປົດເກີບ, ໝວກ ແລະ ກຸບ,. ຍ່າງຕີນເປົ່າ ເພື່ອສະແດງໃຈໃສສັດທາ. ຢູ່ທີ່ນີ້, ສູງກວ່າໝູ່ໝົດແມ່ນຫໍໄຫວ້ພະ ທີ່ມີຮູບປັ້ນພະພຸດທະຮູບອົງໃຫຍ່ສູງ ຕັ້ງຢູ່ເທິງບັນດາພະພຸດທະຮູບອົງອື່ນໆທີ່ຢູ່ໃນທ່າທາງຕ່າງໆແຕກຕ່າງກັນ ຊຶ່ງສະແດງໃຫ້ເຫັນ  ເຖິງໄລຍະຕ່າງໆ ແຫ່ງການໄປອຸປະສົມບົດຂອງ ພະພຸດທະເຈົ້າ. ຈຸດພິເສດ ໃນຫໍທຳມະສະພາ ຂອງວັດຊຽມກ້ານ ແມ່ນພາບນູນ, ພາບແຕ້ມຫຼາກຫຼາຍສີສັນ ຖືກປະດັບປະດາຢູ່ ເທິງຝາຜະໜັງ, ເພດານ ຫຼື ເສົາຄ້ຳ. ສະເພາະພາບແຕ້ມແມ່ນໄດ້ ເລົ່າເລື່ອງ ຄືນກ່ຽວກັບຊີວິດຂອງພະພຸດທະເຈົ້າ ແລະ ເລື່ອງຣິມແກ (ເລື່ອງ ພົງສາວະດານອິນເດຍທີ່ລືຊື່ ແຕ່ໄດ້ແຕ່ງເປັນ ນິພົນກາບກອນ ກຳປູເຈຍ) ຜ່ານພາບແຕ້ມນີ້ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກງຶດງໍ້ ແລະ ຍິ່ງຍົກຍ້ອງບັນດານັກວິຈິດສິນທີ່ສ້າງພາບດັ່ງກ່າວນີ້.

ຢູ່ເບື້ອງນອກ, ກົງກັນຂ້າມກັບຫໍທຳມະສະພາ ແມ່ນເສົາຄ້ຳ ທີ່ ມີຮູບຊົງເປັນສັນຍະລັກຂອງພະຍານາກ  5 ຫົວ, ໃຊ້ເປັນບ່ອນ ຈູດທູບທຽນ ໃນງານບຸນຕ່າງໆ. ໃນນີ້ໃຈຄວາມຢາກບົ່ງບອກເຖິງ ຫຼັກພະທຳຄຳສັ່ງສອນຂອງພຸດທະສາສະໜາ ຈະເຍືອງທາງ ໃຫ້ ແກ່ມວນມະນຸດ ແລະ ຊ່ວຍໃຫ້ທຸກຄົນໃຊ້ ຊີວິດຢ່າງສຸດຈະລິດ ເໝືອນດັ່ງ ງູ ທີ່ໄດ້ກາຍເປັນສັດທີ່ຄຸ້ນເຄີຍຍ້ອນຄວາມເມດ ຕາກະລຸນາ ມຸທິຕາ ອຸເປກຂາຂອງພະພຸດທະເຈົ້ານັ້ນ.

ນອກຈາກນັ້ນ, ວັດຊຽມກ້ານຍັງໄດ້ຮັບການຈັດວາງຢ່າງກົມກຽວ ກັບສາລາ , ຫ້ອງກຸຕິ, ເຈດີ ແລະ ອື່ນໆ. ໃນນັ້ນ, ສາລາ ແມ່ນ ຫ້ອງ ປະຊຸມຂອງພະສົງສາມະເນນ ແລະ ສາສະນິກະຊົນ ຂະ ແມ. ເປັນບ່ອນຫ້າງຫາກະກຽມ, ປຶກສາຫາລືວຽກງານ ກ່ອນ ຈະຂຶ້ນຫໍທຳມະສະພາ ທຳພິທີ. ສາລາກໍ່ມີການປະດັບປະດາ ດ້ວຍຫລາຍສີສັນ ລວດລາຍ, ພາບແຕ້ມເທິງຝາຜະໜັງ ແລະ ເພດານ. ອ້ອມຮອບຫໍທຳມະສະພາແມ່ນບັນດາທາດນ້ອຍໃຫຍ່ທີ່ບັນຈຸອັດຖິ ຄົນທີ່ລ່ວງລັບໄປແລ້ວ. ນີ້ເປັນສັນຍາລັກເພື່ອຮັບຮູ້ໄດ້ວ່າແມ່ນວັດຂອງຊາວຂະແມເມື່ອແນມຈາກພາຍນອກເຂົ້າໄປຈະເຫັນຈອມທາດທີ່ສູງລິບລີ່, ສະຫລັບສັບກັນຢູ່.  

ວັດຊຽມກ້ານ ບ່ໍພຽງແຕ່ເປັນບ່ອນປະຕິບັດກິດຈະກຳຕ່າງໆ ທາງສາສະໜາເທົ່ານັ້ນ, ວັດຊຽມກ້ານ ກໍ່ເໝືອນກັບວັດຂະແມແຫ່ງອື່ນໆ ຢູ່ພາກໃຕ້ຫວຽດນາມ ຍັງເປັນສູນກາງທາງດ້ານ ວັດທະນະທຳ, ການສຶກສາຂອງບ້ານ, ເປັນບ່ອນອະນຸລັກຮັກສາ ປຶ້ມເລື່ອງລາວພື້ນບ້ານ ໃນເມື່ອກ່ອນກໍ່ຄືປະຈຸບັນ ຫລື ມໍລະດົກດ້ານວັດທະນະທຳ ທີ່ເປັນມູນເຊື້ອ. ນະທີ່ນີ້, ພວກນ້ອງນ້ອຍ ບ່ໍທັນຮອດອາຍຸກະສຽນ( 18 ປີ) ຈະຕ້ອງເຂົ້າບວດໃນວັດເພື່ອ ຮຽນໜັງສືຂະແມ, ປາລີ ແລະ ຄຳພິ…  ນັບທັງການຊອກ ຮູ້ສີສັນວັດທະນະທຳ ຂອງເຜົ່າຕົນເອງ ອີກດ້ວຍ.
ບົດ: ຫງວຽນຫວູູແທ່ງດາດ - ພາບ: ຈ້ອງຈິ໋ງ, ເລມິນ
ບັນດາບົດທີ່ຖືກນຳສະເໜີ