14/04/2017 10:02 GMT+7 Email Print Like 0

ຊື່ນຊົມສິ່ງລ້ຳຄ່າ 18 ສິ້ນ ຂອງ ຫວຽດນາມ

ເປັນຕົວແທນໃຫ້ແຕ່ລະສະໄໝ ຂອງ ປະຫວັດສາດ, ວັດຖຸທີ່ ລ້ຳ ຄ່າ 18 ສິ້ນໄດ້ວາງສະແດງ ຢູ່ຫໍພິພິທະພັນປະຫວັດສາດ ແຫ່ງ ຊາດຫວຽດນາມ, ຊຶ່ງເປັນການສ່ອງແສງໃຫ້ເຫັນສ່ວນໜຶ່ງ ຂອງ ປະຫວັດສາດ, ສິ່ງຍອດຍິ່ງ ຂອງຊາດຫວຽດນາມ. ສິ່ງຂອງແຕ່ ລະສິ້ນໄດ້ແອບແຝງໄວ້ ໃນອະດີດ ກ່ຽວກັບເລື່ອງລາວຕ່າງໆ ທີ່ ດຶງດູດໃຈທ່ານຜູ້ຊົມ. 
ເພື່ອເປັນການປະກອບສ່ວນເຊີດຊູ, ໂຄສະນາເຜີຍແຜ່ ຄຸນຄ່າ ຂອງ ບັນດາວັດຖຸລ້ຳຄ່າທີ່ມີຢູ່, ທາງຫໍພິພິທະພັນ ປະຫວັດສາດ ແຫ່ງຊາດ ໄດ້ຈັດການວາງສະແດງພິເສດ ພາຍໃຕ້ ຫົວເລື່ອງທີ່ ວ່າ: “ວັດຖຸທີ່ລ້ຳຄ່າແຫ່ງຊາດ ຫວຽດນາມ”. ວັດຖຸທີ່ ລ້ຳຄ່າ 18 ສິ້ນນີ້ ໄດ້ວາງສະແດງ ຢູ່ຫ້ອງໂຖງ ຊຶ່ງເປັນບ່ອນຊົງກຽດທີ່ສຸດ ຂອງ ຫໍພິພິທະພັນ. ດ້ວຍເຕັກໂນໂລຊີ ສ່ອງແສງ 3D ທັນສະ ໄໝ ຢູ່ສະຖານທີ່ ວາງສະແດງ ໄດ້ນຳມາຊຶ່ງ ຄວາມຮູ້ສຶກທີ່ແປກໃໝ່ໃຫ້ແກ່ທ່ານຜູ້ຊົມ. 

ເປັນຄັ້ງທຳອິດ ທີ່ຫໍພິພິທະພັນປະຫວັດສາດ ແຫ່ງຊາດ ໄດ້ຈັດ ສະແດງ ວັດຖຸທີ່ລ້ຳຄ່າ 18 ສິ້ນ ທີ່ພວມເກັບຮັກສາໄວ້. ບັນດາ ວັດຖຸສິ່ງຂອງ ທີ່ລ້ຳຄ່າເຫຼົ່ານີ້
ມີຄວາມຕິດພັນ ກັບຂະບວນວິວັດ ແຫ່ງການສ້າງເປັນປະເທດ ແລະ ຊົນຊາດຫວຽດນາມ ແຕ່ ສະ ໄໝ ວັດທະນະທຳ ໂດງເຊີນ ຊຶ່ງຫ່າງຈາກນີ້
ຫຼາຍພັນປີ ເຖິງ ສະ ໄໝລາຊາທິປະໄຕສົມບູນສິດທິລາດ, ບັນດາລາຊະວົງ ສັກດີນາ, ມີທັງວັດຖຸພັນຕິດພັນກັບພາລະກິດປົດປ່ອຍ
ຊາດຫວຽດນາມອີກດ້ວຍ. ພາບ: ຫວຽດເກື່ອງ



ທ່ານ ເລແຄ໋ງຫາຍ, ຮອງລັດຖະມົນຕີ ກະຊວງວັດທະນະທຳ ກິ ລາ ແລະ ທ່ອງທ່ຽວ ພ້ອມດ້ວຍ ຜູ້ແທນທຳການ ຢ້ຽມຢາມ ສະ ຖານທີ່
ຈັດວາງສະແດງ ບັນດາສິ່ງຂອງ ອັນລ້ຳຄ່າຂອງຊາດ. ພາບ: ຫວຽດເກື່ອງ.



ນັກທ່ອງທ່ຽວ ຢ້ຽມຊົມ ມົນຮ້າແຊ໊ງເອິ໋ນ (ກາຈ້ຳ ທີ່ເຮັດດ້ວຍ ທອງ ແຕ່ສະໄໝ ລາຊະວົງເຈິ່ນ). ພາບ: ກົງດາດ


ນັກທ່ອງທ່ຽວຕ່າງປະເທດຕິດໃຈ ແລະ ບັນທຶກຮູບພາບຂອງ ກາຈ້ຳທີ່ເຮັດດ້ວຍຄຳ. ພາບ: ກົງດາດ
 
ມາຍັງສະຖານທີ່ວາງສະແດງ, ທ່ານຜູ້ຊົມຈະໄດ້ ຮັບການ ແນະ ນຳ ໂດຍສັງເຂບກ່ຽວກັບວັດຖຸພັນບູຮານທີ່ລ້ຳຄ່າມີມາແຕ່ ສະ ໄໝວັດທະນະທຳ ໂດງເຊີນ ກ່ອນໜ້ານີ້ 2.000 ກວ່າປີ, ຜ່ານຍຸກສະໄໝຕ່າງໆ ແຫ່ງການສີວິໄລ ຂອງ ດ້າຍຫວຽດ (ຊື່ຂອງ ປະເທດຫວຽດນາມ ໃນສະໄໝກ່ອນ) ແລະ ບັນດາລາຊະວົງ ສັກດີນາ ຈົນເຖິງມື້ສ້າງຕັ້ງ ປະເທດ ຫວຽດນາມ ສາທາລະນະ ລັດ ປະຊາທິປະໄຕ.

ໄປຄວບຄູ່ກັບເລື່ອງລາວ ຕ່າງໆ ໃນປະຫວັດສາດ, ສິ່ງທີ່ດຶງດູດ ໃຈ ທາງດ້ານວັດທະນະທຳ ກໍແມ່ນ ການແນະນຳດ້ານຂໍ້ມູນ ຂ່າວສານ ພາຍໃຕ້້ກະດານຂ່າວ ຫຼື ສາຍຮູບເງົາສັ້ນ ຢູ່ສະຖານ ທີ່ວາງສະແດງ ຊຶ່ງຊ່ວຍໃຫ້ທ່ານຜູ້ຊົມ ເຂົ້າໃຈກ່ຽວກັບ ບັນດາ ວັດຖຸທີ່ລ້ຳຄ່າເຫຼົ່ານີ້.

ຕາມຄະນະຈັດຕັ້ງການວາງສະແດງໃຫ້ຮູ້ວ່າ ການວາງສະແດງ ຈະແກ່ຍາວຈົນຮອດ ທ້າຍເດືອນພຶດສະພາ 2017 ນີ້.


Tກອງທອງ ຮວ່າງຮ້າ ເປັນໜຶ່ງໃນບັນດາກອງທອງ ງາມທີສຸດ ຂອງ ວັດທະນະທຳ ໂດງເຊີນ. ເມື່ອປີ 1937, ກອງ ທອງ ໜ່ວຍ ນີ້ ໄດ້ຖືກພົບເຫັນ ໃນຂະນະຂຸດຄອງເໝືອງ ທີ່ບ້ານ ຮວ່າງຮ້າ, ເມືອງ ຝູ໋ຊວຽນ, ຮ່າໂນ້ຍ. ໜ້າກອງທອງ ໄດ້ປະດັບປະດາຮູບ ດວງຕາເວັນລວມມີ 16 ແສງລັດສະໝີ, ຢູ່ລະຫວ່າງ ແສງລັດ ສະໝີ ຈະມີລາຍດອກຂົນຫາງນົກຍູງ, ພາບການດຳລົງຊີວິດ ປະຈຳວັນ, ຮູບພາຍເຮືອ, ຮູບປະຫານຊີວິດສະເລີຍເສິກ.. ພ້ອມ ກັບ ກຸ່ມກອງທອງ ຫງອກຫຼຸ, ກອງທອງ ຊົງດ່າ ແລະ ກອງທອງ ໂກລວາ. ກອງທອງ ຮວ່າງຮ້າ ສ່ອງແສງ ເຖິງຊີວິດການເປັນຢູ່ ດ້ານວັດຖຸ ແລະ ຈິດໃຈ ຂອງຊຸມຊົນ ໃນສະໄໝ ວັດທະນະທຳ ໂດງເຊີນ, ສະແດງໃຫ້ເຫັນຈຸດສຸດຍອດ ຂອງ ສິລະປະ ການຫຼໍ່ ທອງ ໃນສະໄໝຕົ້ນ ແຫ່ງການສ້າງສາປະເທດຂອງ ຊາດຫວຽດ ນາມ. ພາບ: ກົງດາດ


ອຸ ດ່າວຖ້ິງ (ອຸທອງ) ມີແຕ່ສະໄໝ ວັດທະນະທຳ ໂດງເຊີນ, ຫ່າງຈາກນີ້ປະມານ 2000 – 2500 ປີ, ຊຶ່ງລັດຖະບານ ຮັບຮອງ ວ່າ ເປັນວັດຖຸທີ່ລ້ຳຄ່າຂອງຊາດ
ເມື່ອປີ 2012. ໃນວັດທະນະທຳ ໂດງເຊີນ, ອຸທອງແມ່ນວັດຖຸບູຮານ ເປັນຕົວແທນຖັດຈາກ ກອງທອງ ແລະ ປະກົດມີ ໃນຂອບເຂດ ຈັດແບ່ງ
ຂອງວັດທະນະທຳນີ້ເປັນຕົ້ນຕໍ. ໃນຈຳນວນ ອຸທອງ ຫຼາຍຮ້ອຍໜ່ວຍ ທີ່ໄດ້ ຄົ້ນພົບ, ອຸ ດ່າວຖິ້ງ ແມ່ນ ອຸທີ່ມີ ຂະໜາດໃຫຍ່ສຸດ, ປະດັບປະດາ
ຢ່າງປານີດ ດ້ວຍລາຍດອກ ຕ່າງໆ ຢ່າງອຸດົມສົມບູນ ແລະ ໂດດເດັ່ນທີ່ສຸດ. ພາບ: ກົງດາດ



ພິເສດ ຢູ່ເທິງຝາອັດ ຂອງ ອຸທອງ ໄດ້ຕິດຮູບປັ້ນຍິງ-ຊາຍ 4 ຄູ່ ຢ່າງສົມສ່ວນ ກຳລັງຮ່ວມເພດ. ນີ້ແມ່ນປະເພດຮູບປັ້ນຫາ ກໍພົບ ເຫັນ
ແລະ ເປັນໜຶ່ງດຽວ ໃນສິລະປະໂດງເຊີນ. ສ່ວນອາໄວຍາ ເພດຂອງ ຜູ້ຊາຍ ໄດ້ຂະຫຍາຍໃຫ້ໃຫຍ່ຂຶ້ນ ເມື່ອທຽບກັບ ມາດ ຕາສ່ວນ ຂອງຮ່າງກາຍ
ຊຶ່ງສ່ອງແສງຄວາມເຊື່ອຖື ໃນການປະ ສົມພັນ ເພື່ອການຄົງຕົວ ແລະ ຂະຫຍາຍຕົວ ຂອງ ເຊື້ອສາຍ ດ້ວຍຄວາມມຸ່ງມາດປາດຖະໜາ
ສັດສິ່ງທັງປວງ ຂະຫຍາຍ ຜາຍແຜ່ ຂອງປະຊາຊົນ ຊາວກະສິກອນປູກເຂົ້ານາ. ການທີ່ ຜູ້ ຊາຍ ຖືມີດສັ້ນໃນເວລາ ຮ່ວມເພດສຳພັນ
ຫຼື ຖືອາວຸດຕິດຕົວ ເປັນປະຈຳ ຊຶ່ງສ່ອງແສງສະພາບການວັດທະນະທຳ ສະໄໝ ໂດງເຊີນ ໄດ້ເກີດການປະທະທາງສັງຄົມ ພາໄປເຖິງສົງຄາມ,
ເປັນປະຖົມປັດໃຈເພື່ອປະກົດມີ ບັນດາປະມຸກການທະຫານ, ສ້າງເປັນໜ່ຶງໃນບັນດາພື້ນຖານດ້ານວັດຖຸ ປະກອບ
ເປັນຮູບເປັນຮ່າງ ລັດ ວັນລາງ-ເອົາລາກ ແຕ່ເລີ່ມແລກ. ພາບ: ກົງດາດ



ບັນດາລວດລາຍຕ່າງໆ ຢູ່ເທິງ ອຸທອງ ດ່າວຖິ້ງ. ພາບ: ກົງດາດ


ກາຈ້ຳຄຳ “ສັກເມັ້ງຈີບ່າວ” ມີນ້ຳໜັກ 8,3 ກິໂລກຣາມ, ຖືກຫຼໍ່ ໃນປີ 1827 ໃນສະໄໝລາຊະວົງ ມິງເມັ້ງ. ກາຈ້ຳ ມີຈູມຮູບ ໂຕ ມັງກອນ ມ້ວນ,
ໜ້າກາຈ້ຳ ຫຼໍ່ໂຕໜັງສືໂນນ 4 ໂຕ “ສັກເມັ້ງຈີ ບ່າວ”. ນີ້ແມ່ນວັດຖຸ ທີ່ລ້ຳຄ່າໜຶ່ງດຽວ, ເປັນສັນຍະລັກໃຫ້ແກ່ ກຳລັງອຳນາດ ຂອງລາຊະວົງ ຫງວຽນ,
ມີຄຸນຄ່າພິເສດ ໃນຊຸດ ສະສົມເຄື່ອງ ຂອງດ້ວຍຄຳ ໃນສະໄໝລາຊະວົງ ຫງວຽນ. ພາບ: ກົງດາດ



ຕະກຽງຮູບຄົນຄຸເຂົ່າດ້ວຍທອງ ຂອງ ວັດທະນະທຳ ໂດງເຊີນ, ຫ່າງຈາກນີ້ປະມານ 2000-2500 ປີ. ວັດຖຸພັນນີ້ ສະແດງໃຫ້ ເຫັນຜູ້ຊາຍຄົນໜຶ່ງເປືອຍໂຕ
ນຸ່ງກະຕ່ຽວ ໃນທ່າພວມຄຸເຂົ່າ, ມື ທັງສອງຍົກຈານຕະກຽງ. ຮູບປັ້ນມີໃບໜ້າຮູບກົມ, ຕາເປີດ ກວ້າງ, ຍິ້ມເລັກນ້ອຍ, ອ້ອມຂ້າງສົບ ມີໜວດ.
ຫົວຮູບປັ້ນ ຕິດ ມົງກຸດ, ຜົມເປັນປອຍຢູ່ຈອມຫົວ. ບ່າທັງສອງເບື້ອງ ແລະ ຫຼັງ ຮູບປັ້ນຕິດກິ່ງຮູບໂຕ S, ແຕ່ລະກິ່ງຍົກ ຈານຕະກຽງໜ່ວຍໜຶ່ງ
ແລະ ຕິດຮູບຄົນໜຶ່ງ ໃນທ່າພວມຄຸເຂົ່າ. ຢູ່ກົກຂາສອງ ເບື້ອງ ແລະ ຫຼັງຜູ້ຊາຍ ມີນັກດົນຕີ 4 ຄົນ ກຳລັງຢູ່ໃນທ່າຄຸເຂົ່າ ເຊັ່ນ ດຽວ, ນັກດົນຕີສອງຄົນ
ກຳລັງເປົ່າຂຸ່ຍ. ແຂນ, ຂໍ້ມືປະດັບເຄື່ອງ ເອ້, ຖືຕຸ້ມຫູຮູບວົງມົນໃຫຍ່. ຕະກຽງໜ່ວຍນີ້ເປັນວັດຖຸພັນ ໜຶ່ງດຽວ ຕາງໜ້າໃຫ້ແກ່ສິລະປະບູຮານ
ທີ່ເປັນຕົວແທນ ໃນ ສະ ໄໝທ້າຍວັດທະນະທຳ ໂດງເຊີນ, ມີການພົບປະສົມປະສານ ກັບ ວັດທະນະທຳຫັນ. ພາບ: ກົງດາດ



ໂລງສົບຮູບເຮືອ ຫວຽດເຄ ມີຂະໜາດໃຫຍ່ທີ່ສຸດ ຍັງຮັກສາໄດ້ ສະພາບດັ່ງເດີມ ເຖິງປະຈຸບັນ, ບັນຈຸເຄື່ອງຂອງ ທີ່ມີຄ່າຫາຍາກ ຫຼາຍຢ່າງຂອງວັດທະນະທຳ
ໂດງເຊີນ, ຊຶ່ງໄດ້ຄົງຕົວກ່ອນນີ້ ປະ ມານ 2.000 -2.500 ປີ. ນີ້ແມ່ນ ປະເພດໂລງສົບ ທີ່ເຮັດຈາກ ການເຈາະລຳຕົ້ນໄມ້ ຫຼືເອີ້ນວ່າ ໂລງສົບຮູບເຮືອ,
ຖືກພົບເຫັນ ຢູ່ ຫວຽດນາມ. ຢູ່ໃນໂລງສົບບັນຈຸເຄື່ອງຂອງຊະນິດຕ່າງໆ ເຖິງ 109 ສິ້ນ ປະກອບມີ: ອາວຸດ, ເຄື່ອງດົນຕີ, ເຄື່ອງມືອອກແຮງ ງານ
ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນເຮັດດ້ວຍທອງເປັນຕົ້ນ ຕໍ. ຂຸມຜີຮູບເຮືອນີ້ ໄດ້ຮັບຮອງເປັນວັດຖຸສິ່ງຂອງທີ່ມີຄ່າ ຂອງຊາດ
ໃນເມື່ອປີ 2013. ພາບ: ເອກະສານ



ສີລາລຶກ ຫວໍແກ້ງ-ແຜ່ນສີລາລຶກເກົ່າແກ່ທີ່ສຸດ ໃນອາຊີ ຕາເວັນ ອອກສ່ຽງໃຕ້, ເປັນໂງ່ນຫີນຮູບທໍ່, ທັງ 3 ດ້ານ ຄວັດໂຕໜັງ ສື ສັນສະກິດ.
ນີ້ແມ່ນແຜ່ນສີລາລຶກ ທີ່ເກົ່າແກ່ທີ່ສຸດ ຍັງເຫຼືອໄວ້ ມາຮອດປັດຈຸບັນ ຂອງ ອານາຈັກຈຳປາບູຮານ, ສີລາ ຖືກຄວັດ ຕົວໜັງສື ຟ້ານບູຮານ
(ພາສາເດີມຂອງອິນເດຍ ຄື ປາລີ ແລະ ສັນສະກິດ) ສະແດງໃຫ້ຮູ້ ຂໍ້ມູນຂ່າວສານຫຼາຍຢ່າງ ກ່ຽວກັບ ປະຫວັດຄວາມເປັນມາ
ຂອງລາຊະວົງສະໄໝຕົ້ນຂອງ ອານາຈັກຈຳປາ. ພາບ: ຫວຽດເກື່ອງ



ລະຄັງວັດ ເວິນບ່ານ ເປັນລະຄັງເກົ່າແກ່ທີ່ສຸດ, ໃຫຍ່ທີ່ສຸດ ແລະ ມີຄວາມງາມທີ່ສຸດ ຂອງ ອະລິຍະທຳ ດ້າຍຫວຽດ, ມີແຕ່ສະຕະວັດທີ XII -XIV
ໃນສະໄໝ ລາລະວົງເຈິ່ນ. ເທິງລະຄັງຖືກຄວັດ ຕົວໜັງສືຫັນ ເວົ້າກ່ຽວກັບບຸກຄົນ ມີຄຸນຄວາມດີ ໃນການຖາກຖາງປ່າ, ບຸກເບີກທີ່ດິນ
ກໍ່ສ້າງວັດ ເວິນບ່ານ. ລະຄັງໜ່ວຍນີ້ ແມ່ນແຫຼ່ງເອກະສານທີ່ມີຄ່າ ເພື່ອການຄົ້ນຄວ້າປະຫວັດສາດ, ວັດທະນະທຳ ສາສະໜາ ຫວຽດນາມ
ເວົ້າລວມ ແລະ ສະໄໝ ເຈິ່ນເວົ້າສະເພາະ. ພາບ: ກົງດາດ



“ມົນຮ້າແຊ໋ງເອິ໋ນ”-ກາຈ້ຳທອງ ສະແດງໃຫ້ເຫັນສ່ວນເນື້ອ ໃນ ຢ່າງຈະແຈ້ງທີສຸດ ຂອງສະໄໝທີ່ກ່ຽວພັນເຖິງປະຫວັດ ຄວາມ ເປັນມາ ດ້ານບໍລິຫານສູນກາງ
ໃນສະໄໝລາຊະວົງ ເຈິ່ນ. ກາ ຈ້ຳ ໄດ້ຫຼໍ່ໃນ ສະໄໝລາຊະວົງ ເຈິ່ນ, ປີລາຊະການ ລອງແຄ໋ງ ທີ 5 (1377), ໄດ້ພົບເຫັນເມື່ອປີ 1962 ທີ່ຕາແສງ ເຮືອງຢາງ
(ເມືອງ ເຮືອງເຄ, ແຂວງ ຮ່າຕິ້ງ). ແສງມົນຮ້າ ແມ່ນໜຶ່ງ ໃນ ບັນດາອົງການບໍລິຫານສູງສຸດ ໃນສະໄໝລາຊະວົງ ເຈິ່ນ, ໂດຍ ອົງກະສັດ ເຈິ່ນມິງຕົງ ສ້າງຂຶ້ນ. ອົງການນີ້ມີໜ້າທີ່ຮັກສາກາຈ້ຳ, ສົ່ງຄຳສັ່ງຂອງ ອົງກະສັດເຖິງ ບັນດາອາດຍາເຈົ້ານາຍ, ຮັບບົດ ສະເໜີ ເພື່ອຍື່ີນຂຶ້ນອົງກະສັດ ແລະ ຮັບຜິດຊອບ
ວຽກງານພິທີ ການໃນລາຊະວັງ. ຕຳແໜ່ງຢູ່ແສງມົນຮ້າ ລ້ວນແຕ່ ບັນດາ ອາດຍາມະຫາເສນາເປັນຜູ້ ຮັບຜິດຊອບ. “ມົນຮ້າ ແຊ໋ງເອິ໋ນ” ໄດ້ໃຊ້ເພື່ອປະທັບໃສ່ ບັນດາເອກະສານບໍລິຫານ ທີ່ສຳຄັນຂອງ ລາຊະວັງ, ແຕ່ສະໄໝເຈົ້າຊີວິດ ເຈິ່ນເຟ໋ເດ໋ (ປົກຄອງປີ 1377-1388). ພາບ: ກົງດາດ



ກາຈ້ຳຄຳ ດ້າຍຫວຽດກວກ ຫງວຽນຈົວຫວີງເຈິນຈີບ່າວ ໂດຍ ເຈົ້າ ຫງວຽນຟຸກຈູ (1691-1725) ໃຫ້ຫຼໍ່່ເປັນຂອງທີ່ມີຄ່າ ຂອງ ຊາດ ເມື່ອປີ 1709.
ສະໄໝເຈົ້າຊີວິດ ຢາລອງ ຂຶ້ນຄອງລາດ, ກາຈ້ຳໜ່ວຍນີ້ໄດ້ເລືອກເປັນຂອງລ້ຳຄ່າປະລາຊະທານລາຊະບັນລັງ ຂອງລາຊະວົງ ຫງວຽນ. ພາບ: ກົງດາດ



ໂຖແຕ້ມຮູບນົກຫົງ ແຕ່ສະໄໝ ເລເຊີ (ສະຕະວັດທີ XV), ມີຂະ ຫນາດໃຫຍ່ສຸດ ແລະ ຍັງຄົບຖ້ວນທີສຸດໃນຊຸດສະສົມ ວັດຖຸທີ່ ລ້ຳຄ່າ ໜຶ່ງດຽວ ຖືກຄົ້ນພົບ
ຈາກກຳປັ່ນຈົມ ຢູ່ ກູ່ລາວຈ່າມ, ນະ ຄອນໂຮ້ຍອານ, ແຂວງກວາງນາມ. ໂຖມີຮູບສູງ, ໃຫຍ່ເທິງ, ສ້ວຍລຸ່ມ. ມີລວດລາຍດອກຕົບແຕ່ງ ແບ່ງເປັນ 7 ສ່ວນ
ຕາມ ລວງຂວາງ ແລະ ຖືກປົກຄຸມແຕ່ປາກໂຖ ລົງເຖິງພື້ນໂຖ. ສ່ວນ ລາຍດອກ ຕົ້ນຕໍ ຢູ່ກາງໂຖ ແຕ້ມພາບທຳມະຊາດ ກັບ ຮູບນົກ ຫົງ 4 ໂຕ:
ໂຕໜຶ່ງກຳລັງ ວາປີກບິນ, ໂຕໜຶ່ງ ກຳລັງແຫງນ ຄໍ ຮ້ອງ, ໂຕໜຶ່ງກຳລັງໝົ້ນຫົວ ເຂົ້າປີກນອນ ແລະ ໂຕ ໜຶ່ງກຳລັງ ຫາກິນ ຊຶ່ງສະແດງອອກມາ
ຄວາມອ່າວຫາ ຢາກ ໄດ້ ເລື່ອນຊັ້ນ ເລື່ອນຍົດ, ມີອະນາຄົດ ໃສແຈ້ງ, ລ້ຳລວຍ, ອີ່ມໜຳສຳລານ ຂອງ ຄົນສະໄໝກ່ອນ. ສະໄໝ ເລເຊີ ແມ່ນ ໄລຍະ ພັດທະນາ
ທີ່ຈະເລີນຮຸ່ງເຮືອງ ຂອງສິລະປະເຄື່ອງປັ້ນ ດິນເຜົາບູຮານ ຫວຽດນາມ. ພາບ: ກົງດາດ



ກອງທອງ ແກ່ງຖິ້ງ ຖືກຫຼໍ່ໃນປີ 1800 ສະໄໝ ໄຕເຊີນ. ນີ້ແມ່ນ ວັດຖຸລ້ຳຄ່າໜຶ່ງດຽວ ໃນບັນດາກອງທອງ ຂອງ ຫວຽດນາມ. ລາຍດອກຕົບແຕ່ງຖືກຫຼໍ່ພົ້ນຂຶ້ນ ດ້ວຍຫົວເລື່ອງສັດມົງຄຸນ ເປັນ ຕົ້ນຕໍ,  ມີຄວາມໝາຍ ເປັນສັນຍະລັກ ຂອງປະເທດແຫ່ງ ສັນຕິພາບ, ປະຊາຊົນໄດ້ໃຊ້ຊີວິດ
ໃນຄວາມຢູ່ເຢັນເປັນສຸກ. ຄຸນຄ່າພິເສດອື່ນໆ ຂອງກອງທອງ ແກ່ງຖິ້ງ ນັ້ນແມ່ນ ພາກ ຂໍ້ ມູນເອກະສານຂອງມັນ. ບົດວັນນະຄະດີຍາວ 222 ຕົວອັກ ສອນ,
ຍົກຂໍ້ອ້າງ ແລະ ຈຸດປະສົງ ຂອງການຫຼໍ່ກອງທອງ.  ພາບ: ກົງດາດ



ລວດລາຍບູຮານຕ່າງໆ ໄດ້ຄວັດຢູ່ເທິງກອງທອງ ແກ່ງຖິ້ງ. ພາບ: ກົງດາດ


ພ້ອມກັບຕົ້ນສະບັບ, ປະມວນບົດກະວີ “ບັນທຶກໃນຄຸກ” ໄດ້ຈັດ ວາງສະແດງດ້ວຍຮູບການ ຖ່າຍຮູບຄືນໝົດທຸກໜ້າ ລວມມີ ບົດແປພ້ອມ. ພາບ: ກົງດາດ


“ເດື່ອງເກັກເມ້ັງ” (ເສັ້ນທາງປະຕິວັດ) ປະມວນ ບົດບັນຍາຍ ຂອງ ສະຫາຍ ຫງວຽນອ໋າຍກວກ (ປະທານ ໂຮ່ຈີມິນ)ໃນໄລຍະ ເຄື່ອນໄຫວ ປະຕິວັດຢູ່ແຂວງ
ກວາງຊີ (ສປ ຈີນ) ຊຸມປີ 1925-1927 ໂດຍກົມໂຄສະນາຂອງສະຫະພັນ ບັນດາຊົນຊາດ ຖືກ ກົດຂີ່ ອາຊີຕາເວັນອອກ ພິມປິດລັບ ແລະ ສົ່ງເມືອ ຫວຽດນາມ,
ນີ້ຖືວ່າເປັນ ເອກະສານທິດສະດີ ການເມືອງສະບັບທຳອິດ ຂອງ ພັກ, ວາງພື້ນຖານແນວຄິດໃຫ້ແກ່ ເສັ້ນທາງປະຕິວັດຂອງ ຫວຽດນາມ. ພາບ: ກົງດາດ

 
ປະຕິບັດ: ກົງດາດ-ຫວຽດເກື່ອງ
ບັນດາບົດທີ່ຖືກນຳສະເໜີ