03/08/2017 00:01 GMT+7 Email Print Like 0

ຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ຕຳ່ຜ້າດ້ວຍເສັ້ນປໍປ່ານ

ແຕ່ໃດໆ ມາ, ວຽກງານຕຳ່ຜ້າດ້ວຍເສັ້ນປໍປ່ານໄດ້ກາຍເປັນ ສັນຍາລັກໃຫ້ແກ່ຄວາມດຸໝັ່ນ, ຄ່ອງແຄ້ວຂອງແມ່ຍິງຊົນເຜົ່າ ມົ້ງ ຢູ່ເທິງພູພຽງຫີນ ດົ່ງວັນ (ຮ່າຢາງ). ບັນດາຊຸດໂສ້ງເສື້ອທີ່ມີຫຼາກ ຫຼາຍສີສັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຊາວເຜົ່າ ມົ້ງ ມີຊີວິດຊີວາກວ່າ.
ຊຸດອາພອນມູນເຊື້ອຂອງຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ໄດ້ຕຳ່ດ້ວຍເສັ້ນ ປໍປ່ານ. ແມ່ຍິງຊົນເຜົ່າ ມົ້ງ ຢູ່ທີ່ນີ້ ຖືວ່າ ນີ້ແມ່ນວຽກງານມູນເຊື້ອ, ເປັນຄວາມຍອດຍິ່ງດ້ານວັດທະນະທຳ, ສ້າງຄວາມແຕກຕ່າງໃນການນຸ່ງຖືກັບບັນດາເຜົ່າຊົນຕ່າງໆ ໃນຂົງເຂດ. 
 
ຢູ່ ດົ່ງວັນ, ແມ່ຍິງ ສ່ວນຫຼາຍຮູ້ວິທີຜະລິດປໍປ່ານ, ຕຳ່ແຜ່ນ ແລະ ຕັດຫຍິບເຄື່ອງມຸ່ງໃຫ້ແກ່ບັນດາສະມາຊິກໃນຄອບຄົວຂອງຕົນ. ຕົ້ນປໍປ່ານຫຼັງຈາກທີ່ເກັບມາຈະໄດ້ຕາກແຫ້ງ, ປອກເປືອກອອກ, ຕຳ່ໃຫ້ອ່ອນ ແລ້ວເອົາໄປຕໍ່ເສັ້ນ. ມາທີ່ນີ້, ຮູບພາບທີ່ມັກພົບເຫັນຫຼາຍກວ່າໝູ່ແມ່ນຮູບພາບແມ່ຍິງຊົນເຜົ່າ ມົ້ງ ນັ່ງຕໍ່ເສັ້ນປໍປ່ານຢູ່ປະຕູເຮືອນ, ບົນເສັ້ນທາງໄປເຮັດນາ, ໄປຕະຫຼາດ... ຂັ້ນຕອນ ຕໍ່ເສັ້ນປໍປ່ານ ຮຽກຮ້ອງແມ່ຍິງຊາວເຜົ່າ ມົ້ງ ຕ້ອງມີຄວາມອົດທົນ, ຄ່ອງແຄ້ວ, ຊັດເຈນ.
 
ເພື່ອຕໍ່ໃຫ້ເປັນເສັ້ນປໍປ່ານທີ່ດີ, ເຂົາເຈົ້າຕ້ອງປອກເປືອກປໍປ່ານເປັນເສັ້ນປໍປ່ານມີຂະໜາດດຽວກັນ ແລ້ວເອົາຫົວຕໍ່ກັບຫົວ,  ກົກຕໍ່ກັບກົກ. ຫຼັງຈາກທີ່ຕໍ່ເຂົ້າກັນແລ້ວ, ປໍປ່ານຈະໄດ້ແຊ່ຢູ່ໃນນຳ້ ແລ້ວເອົາໄປປັ້ນເປັນເສັ້ນ.
 
ເພື່ອເຮັດໃຫ້ເສັ້ນປໍປ່ານມີຄວາມທົນທານໜຽວແໜ້ນ, ເຫຼືອງ ເຫຼື້ອມສວຍງາມ, ແມ່ຍິງຊົນເຜົ່າ ມົ້ງ ຈະລວກເສັ້ນປໍປ່ານ ອີກເທື່ອໜຶ່ງກັບນຳ້ຮ້ອນ ແລະ ຂີ້ເຜິ້ງ ແລ້ວເອົາໄປປັ້ນໃຫ້ ນຳ້ອອກມາໝົດ. ຈາກນັ້ນ, ແມ່ຍິງຊົນເຜົ່າ ມົ້ງ ຈະເອົາເສັ້ນປໍປ່ານໄປຕາກຢູ່ເທິງຮ້ານໃຫ້ມັນແຫ້ງ. ມາເຖິງຂັ້ນຕອນນີ້ແມ່ນເລື່ອງປຸງແຕ່ງເສັ້ນປໍປ່ານໄດ້ສຳເລັດແລ້ວ, ເສັ້ນປໍປ່ານຈະໄດ້ເອົາໄວ້ຢູ່ໃນກີ່ຕຳ່ຫູກ. 

ຊາວເຜົ່າ ມົ້ງ ບໍ່ນຳໃຊ້ ເສັ້ນຝ້າຍເພື່ອຕຳ່ຜ້າ. ເຂົາເຈົ້ານຳໃຊ້ເປືອກ
ຕົ້ນປໍປ່ານເພື່ອປັ້ນເປັນເສັ້ນໄໝ. 



ຜະລິດເສັ້ນໄໝຈາກເປືອກຕົ້ນປໍປ່ານ ເປັນຂັ້ນຕອນທີ່ເສຍເວລາ
ຫຼາຍທີ່ສຸດ ໃນການກະກຽມອຸປະກອນເພື່ອຕຳ່ຜ້າ.



ຜ່ານຫຼາຍຂັ້ນຕອນ, ເສັ້ນປໍປ່ານໄດ້ຜະລິດອອກມາ ຈາກເປືອກຕົ້ນປໍປ່ານ ແລ້ວເອົາໄປຕາກໃຫ້ແຫ້ງ. 


ຊາວເຜົ່າ ມົ້ງ ໄດ້ນຳໃຊ້ເຕັກນິກການຕໍ່ເສັ້ນ ເພື່ອຜະລິດອອກມາ
ອຸປະກອນຮັບໃຊ້ໃຫ້ແກ່ການຕຳ່ຜ້າ.



ເສັ້ນປໍປ່ານໄດ້ມ້ວນເຂົ້າໃນກະສວຍທີ່ເຮັດດ້ວຍໄມ້.


ເຖິງວ່າ ເສັ້ນປໍປ່ານ ບໍ່ໄດ້ອ່ອນຄືເສັ້ນຝ້າຍ, ແຕ່ມັນມີຈຸດດີແມ່ນ
ເໝາະສົມກັບຊີວິດການເປັນຢູ່ເທິງເຂດພູສູງ ດົ່ງວັນ.



ກີ່ຕຳ່ຫູກຂອງຊາວເຜົ່າ ມົ້ງ ມີຈຸດແຕກຕ່າງກັບກີ່ຕຳ່ຫູກຫຼາຍ
ຊະນິດຂອງຊົນເຜົ່າອື່ນໆ ແມ່ນມີສາຍຮັດມັດໃສ່ສາຍແອວຂອງຜູ້ຕຳ່ຫູກ.



ເພື່ອແຕ່ງລວດລາຍຈາກເສັ້ນປໍປ່ານ, ຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ໄດ້
ນຳໃຊ້ເຕັກນິກການແຕ້ມຂີ້ເຜິ້ງ. ເຕັກນິກດັ່ງກ່າວ ຕ້ອງການຜູ້ທີ່ມີ
ປະສົບການ, ທຳມະດາຈະແມ່ນຜູ້ເຖົ້າເຮັດ. 



ຈາກເປືອກຕົ້ນປໍປ່ານທີ່, ດ້ວຍຄວາມຕັ້ງໝັ້ນ ແລະ ຄ່ອງແຄ້ວ ຂອງຕົນ,
ແມ່ຍິງຊົນເຜົ່າ ມົ້ງ ໄດ້ຕຳ່ອອກມາຫຼາຍຊຸດອາພອນທີ່

ມີຫຼາກຫຼາຍສີສັນ, ເໝາະສົມກັບຊີວິດການເປັນຢູ່ຂອງຄົນ ຢູ່ເຂດພູສູງ. 

ກີ່ຕຳ່ຫູກໄດ້ເຮັດດ້ວຍໄມ້ ແລະ ມີສາຍຮັດມັດໃສ່ສາຍແອວ ຂອງຜູ້ຕຳ່ຫູກ. ເວລາຕຳ່ຜ້າ, ແມ່ຍິງຊົນເຜົ່າ ມົ້ງ ຈະເອົາຫຼັງຂອງຕົນເພື່ອດຶງໜ້າຜ້າໃຫ້ກາງອອກ, ມືຈັບກະສວຍ, ຕີນດຶງເສັ້ນ ປໍປ່ານທີ່ໄດ້ມ້ວນຢູ່ເທິງກີ່ຕຳ່ຫູກ. ແບບແຜນຕຳ່ຫູກນີ້ ຕ້ອງການ ຄວາມປະສານສົມທົບຢ່າງເຂົ້າແກັບເຂົ້າເກ່ຍກັນດີລະຫວ່າງນາຍຊ່າງ ແລະ ກີ່ຕຳ່ຫູກ.
 
ຫຼັງຈາກທີ່ຕຳ່ເປັນຜ້າແລ້ວໆ, ເຂົາເຈົ້າຈະເອົາຜ້າໄປຊັກໄປຊັກມາ ຫຼາຍເທື່ອຈົນເຖິງເວລາສີຢູ່ເທິງຜ້າກາຍເປັນສີຂາວ.
 
ເພື່ອແຕ່ງລວດລາຍໃຫ້ຜ້າ, ຊາວເຜົ່າ ມົ້ງ ຈະນຳໃຊ້ເຕັກນິກການ ແຕ້ມຂີ້ເຜິ້ງເທິງຜ້າປໍປ່ານ ແລ້ວເອົາໄປຍອມສີ. ທຳອິດເຂົາເຈົ້າຕົ້ນຂີ້ເຜິ້ງໃຫ້ມັນຮ້ອນ ແລ້ວໃຊ້ຟອຍແຕ້ມຈຳ້ຂີ້ເຜິ້ງ ເພື່ອແຕ້ມໂດຍກົງຂຶ້ນຜ້າ. ບໍ່ຄືຫຼາຍຄົນຄິດວ່າ ຂີ້ເຜິ້ງ ຈະສ້າງສີສັນໃຫ້ຜ້າ, ຄວາມຈິງແມ່ນເຂົາເຈົ້ານຳໃຊ້ຂີ້ເຜິ້ງເພື່ອຮັກສາສີເດີມຂອງຜ້າ ເມື່ອເອົາໄປຍອມ. ເຕັກນິກດັ່ງກ່າວ ຕ້ອງການຜູ້ທີ່ມີປະສົບການ, ທຳມະດາ ຜູ້ເຖົ້າຈະເປັນຄົນເຮັດ.
 
ຈາກຜ້າປໍປ່ານ, ແມ່ຍິງຊົນເຜົ່າ ມົ້ງ ໄດ້ປະດິດສ້າງຂຶ້ນຊຸດອາພອນສວຍງາມຫຼາຍຊຸດ. ມາເຖິງປະຈຸບັນນີ້, ຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ຍັງຮັກສາໄດ້ການຕຳ່ຜ້າດ້ວຍເສັ້ນປໍປ່ານ. ນີ້ແມ່ນຫຼັກຖານ ພະຍານເພື່ອພິສູດໃຫ້ເຫັນຄຸນຄ່າດ້ານສິລະປະຂອງເຜົ່າຊົນໜຶ່ງທີ່ອາໄສເທິງເຂດພູສູງຂອງ ຫວຽດນາມ.


ພາບທຳມະຊາດທີ່ສວຍສົດງົດງາມຂອງພູພຽງຫີນ ດົ່ງວັນ ໄດ້ວາດ
ແຕ້ມເທິງຊຸດອາພອນມູນເຊື້ອຂອງຊາວເຜົ່າ ມົ້ງ.



ຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ມີຄວາມເອົາໃຈໃສ່ເຖິງການນຸ່ງເຄື່ອງຂອງ
ຕົນຫຼາຍ. ເຂົາເຈົ້າມັກເລືອກເອົາຊຸດເຄື່ອງນຸ່ງທີ່ເໝາະສົມກັບແຕ່ລະລະດູ.



ເດັກນ້ອຍຊົນເຜົ່າ ມົ້ງ ຮູ້ເລື່ອງຕຳ່ແຜ່ນຕັດຫຍິບຕັ້ງແຕ່ຍາມນ້ອຍ. 

ປະຈຸບັນ, ນອກຈາກການຕຳ່ຜ້າຈາກເສັ້ນປໍປ່ານຕາມແບບ ມູນເຊື້ອ, ແມ່ຍິງຊົນເຜົ່າ ມົ້ງ ຢູ່ ດົ່ງວັນ
ຍັງຜະລິດອອກມາຫຼາຍ
ຜະລິດຕະພັນທີ່ເຮັດດ້ວຍຜ້າມູນເຊື້ອ, ມີຫຼາກຫຼາຍສີສັນ,
ເໝາະສົມກັບຄວາມນິຍົມຊົມຊອບຂອງທຸກຄົນ. 

ປະຕິບັດ: ຫວຽດເກື່ອງ

ບັນດາບົດທີ່ຖືກນຳສະເໜີ